ຍີ່ປຸ່ນ ຊ່ວຍເຫຼືອວຽກງານຄວບຄຸຸມ ແລະ ແກ້ໄຂພະຍາດໂຄວິດຢູ່ລາວ

06:35 | 07/06/2020

ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຈັດຂຶ້ນວັນທີ 5 ມິຖຸນາ 2020 ຢູ່ກະຊວງການຕ່າງປະເທດ ລະຫວ່າງທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ທາເກວາກະ ເຄໂຊ ເອກອັກຄະລາຊະທູດຍີ່ປຸ່ນ ປະຈຳລາວ ເຊິ່ງມີພະນັກງານ-ວິຊາການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ຍ ປ ນ ຊ ວຍເຫ ອວຽກງານຄວບຄ ມ ແລະ ແກ ໄຂພະຍາດໂຄວ ດຢ ລາວ ລັດຖະບານ ເນັ້ນຕ້ອງຮັບປະກັນໃຫ້ເດັກທຸກຄົນກັບຄືນໄປໂຮງຮຽນຢ່າງປອດໄພ
ຍ ປ ນ ຊ ວຍເຫ ອວຽກງານຄວບຄ ມ ແລະ ແກ ໄຂພະຍາດໂຄວ ດຢ ລາວ ລັດຖະມົນຕີກະຊວງ ປທສ ຕ້ອນຮັບທູດ ອາເມລິກາ ປະຈໍາລາວ
ຍ ປ ນ ຊ ວຍເຫ ອວຽກງານຄວບຄ ມ ແລະ ແກ ໄຂພະຍາດໂຄວ ດຢ ລາວ

ໂຄງການດັ່ງກ່າວນີ້ ເປັນໂຄງການຊ່ວຍເຫຼືອນອກໂຄງການ (Non-Project) ມີມູນຄ່າ 1,5 ຕື້ເຢນ (13,7 ລ້ານ ໂດລາສະຫະລັດ) ເພື່ອສະໜອງອຸປະກອນການແພດ ພາຫະນະ ແລະ ລົດຜະລິດນໍ້າສະອາດ ເພື່ອນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານສາທາລະນະສຸກ ກໍຄືການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດ Covid-19 ຢູ່ ສປປ ລາວ ເຊິ່ງໃນດ້ານການຊ່ວຍເຫຼືອ ປະເທດຍີ່ປຸ່ນແມ່ນເປັນປະເທດອັນດັບຕົ້ນທີ່ໃຫ້ການຊ່ວຍເຫຼືອ ສປປ ລາວ ເພື່ອຕ້ານການແຜ່ລະບາດຂອງພະຍາດດັ່ງກ່າວຢ່າງທັນການ ໂດຍສະເພາະ ການຊ່ວຍເຫຼືອຊຸດປ້ອງກັນການຕິດເຊື້ອ ມາຮອດປັດຈຸບັນ ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອ ລາວ ມູນຄ່າກວ່າ 18 ລ້ານໂດລາສະຫະລັດ ຫຼືປະມານ 161 ຕື້ກີບ ເຊິ່ງລັດຖະບານລາວ ຍາມໃດກໍໄດ້ຕີລາຄາສູງຕໍ່ການສະໜັບສະໜູນຊ່ວຍເຫຼືອດັ່ງກ່າວຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນຕະຫຼອດມາ ໂດຍສະເພາະ ການຊ່ວຍເຫຼືອທາງການ ເພື່ອການພັດທະນາ ແກ່ ສປປ ລາວ ສະເລ່ຍປະມານ 90-100 ລ້ານໂດລາສະຫະລັດຕໍ່ປີ ເຊິ່ງຈັດເປັນອັນດັບ 1 ຂອງຕ່າງປະເທດ ທີ່ໃຫ້ການຊ່ວຍເຫຼືອ ສປປ ລາວ ອັນໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນດ້ານຊັບພະຍາກອນມະນຸດ ສາທາລະນະສຸກ ພື້ນຖານໂຄງລ່າງ ຂະແໜງກະສິກໍາ-ປ່າໄມ້ ແລະ ຂະແໜງການອື່ນໆໃຫ້ມີການຂະຫຍາຍຕົວ.

ໃນໂອກາດນີ້ ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ເປັນຢ່າງດີຕະຫຼອດມາ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ນໍາເອົາໂຄງການຊ່ວຍເຫຼືອດັ່ງກ່າວນີ້ໃຫ້ພາກສ່ວນກ່ຽວຂ້ອງນໍາໄປຈັດຕັ້ງປະຕິບັດໃຫ້ເກີດປະໂຫຍດສູງສຸດ ເພື່ອເຮັດໃຫ້ການພັດທະນາຂະແໜງສາທາລະນະສຸກ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງລາວ ໃຫ້ນັບມື້ມີການພັດທະນາ ແລະ ກ້າວໜ້າຂຶ້ນໄປເລື້ອຍໆ.

ຍ ປ ນ ຊ ວຍເຫ ອວຽກງານຄວບຄ ມ ແລະ ແກ ໄຂພະຍາດໂຄວ ດຢ ລາວ ເຝິກຊ້ອມເທິງແຜນຮ່າງທາງໄກ ການປ້ອງກັນ ແລະ ສະກັດກັ້ກການລະບາດພະຍາດໂຄວິດ-19

ເມື່ອບໍ່ດົນມານີ້, ທ່ານ ພັນເອກ ດຣ ສຸລິພັນ ເພັດຈັນທະລາ - ຫົວໜ້າອໍານວຍການໂຮງໝໍສູນກາງ 103 ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມການເຝິກຊ້ອມເທິງແຜນທີ່-ແຜນຮ່າງທາງໄກກ່ຽວກັບການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ທີ່ກົມພົວພັນຕ່າງປະເທດ, ຫ້ອງວ່າການກະຊວງປ້ອງກັນປະເທດ.

ຍ ປ ນ ຊ ວຍເຫ ອວຽກງານຄວບຄ ມ ແລະ ແກ ໄຂພະຍາດໂຄວ ດຢ ລາວ ປະເທດລາວ ປັບປຸງບັນດາລະບຽບການ ແລະ ຂໍ້ກຳນົດການສະບັບໃໝ່ ໃນການເຂົ້າ - ອອກເມືອງ

ຍສໝ - ໃນກອງປະຊຸມຖະແຫຼງຂ່າວໃນຕອນບ່າຍວັນທີ 3 ມີຖຸນາ ທີ່ນະຄອນຫຼວງວຽງຈັນ, ກະຊວງສາທາລະນະສຸກປະເທດລາວ ໄດ້ກ່າວວ່າ ມາຮອດປັດຈຸບັນ, ປະເທດລາວໄດ້ຜ່ານ 52 ມື້ຕິດຕໍ່ກັນໂດຍບໍ່ໄດ້ກວດພົບກໍລະນີຕິດເຊື້ອໄວຣັດ COVID-19 ຕື່ມອີກ, ແລະ ຈຳນວນຄົນເຈັບທີ່ໄດ້ຮັບການປິ່ນປົວຍັງແມ່ນ 1 ຄົນ.

ຍ ປ ນ ຊ ວຍເຫ ອວຽກງານຄວບຄ ມ ແລະ ແກ ໄຂພະຍາດໂຄວ ດຢ ລາວ ທູດລາວ ປະຈຳ ສສ ຫວຽດນາມ ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ສະຫາຍ ຫວູ ມາວ

ຕອນ​ເຊົ້າ​ ວັນ​ທີ 3 ມິຖຸນາ 2020 ນີ້, ຄະນະ​ການນຳ​ສະຖານ​ເອກອັກຄະ​ລັດຖະທູດ, ນຳ​ໂດຍ​ສະຫາຍ​ ແສງ​ເພັດ ຮຸ່ງ​ບຸນ​ຍວງ ເອກອັກຄະ​ລັດຖະທູດ ວິສາມັນ ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ​ໄດ້​ຕາງໜ້າ​ໃຫ້​ແກ່​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ລາວ ເຂົ້າ​ວາງ​ພວງມາລາ ​ແລະ ​ເຊັນ​ປື້​ມ​ປື້ມໄວ້ອາໄລ ​ເພື່ອອາ​ໄລ​​ເຖິງ​ດວງ​ວິນຍານ​ຂອງ ສະຫາຍ ຫວູ ມາວ, ອະດິດກຳມະການ​ສູນ​ກາງ​ພັກ, ອະ​ດິດຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ອະ​ດິດປະ​ທານ​ກຳມາ​ທິການ​ ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ​ແຫ່ງ ສສ ຫວຽດນາມ.

v2.vientianemai.net

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.