ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຊົມເຊີຍບັນດາວິສາຫະກິດເຢຍລະມັນ ມາລົງທຶນຢູ່ຫວຽດນາມ

10:35 | 27/11/2020

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ທ່ານ Philipp Rosler ສະ ໜັບສະໜູນການສົ່ງເສີມການລົງທຶນ, ລະດົມບັນດາບໍລິສັດໃຫຍ່ຂອງໂລກ ມາລົງທືນຢູ່ຫວຽດນາມ; ຕີລາຄາສູງບັນດາໂຄງການລົງທຶນຂອງຄະນະຜູ້ແທນຢູ່ຫວຽດນາມ, ພິເສດແມ່ນໃນຂົງເຂດການທ່ອງທ່ຽວ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ຊ ມເຊ ຍບ ນດາວ ສາຫະກ ດເຢຍລະມ ນ ມາລ ງທ ນຢ ຫວຽດນາມ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໂອ້ລົມກັບ ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen
ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ຊ ມເຊ ຍບ ນດາວ ສາຫະກ ດເຢຍລະມ ນ ມາລ ງທ ນຢ ຫວຽດນາມ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G20

ໃນຕອນບ່າຍວັນທີ 25 ພະຈິກ, ຢູ່ສຳນັກງານລັດຖະບານຫວຽດນາມ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Philipp Rosler - ອະດີດຮອງລັດຖະມົນຕີແຫ່ງສາທາລະນະລັດສະຫະພັນເຢຍລະມັນ ແລະ ບັນດາວິສາຫະກິດເຢຍລະມັນ ມາຢ້ຽມຢາມຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ Philipp Rosler ສະແດງຄວາມຍິນດີຢ່າງສຸດໃຈຕໍ່ຫວຽດນາມ ໃນການຄວບຄຸມພະຍາດ COVID-19 ຢ່າງສຳເລັດຜົນ, ແລະ ເຊິ່ງເປັນແບບຢ່າງທີ່ຫລາຍໆປະເທດທົ່ວໂລກຕ້ອງການຮຽນຮູ້. ທ່ານອະດີດຮອງລັດຖະມົນຕີ Philipp Rosler ໃຫ້ຮູ້ວ່າ ຄະນະຜູ້ແທນມາຢ້ຽມຢາມຫວຽດນາມ ໃນຄັ້ງນີ້ ແມ່ນບັນດາວິສາຫະກິດຂະໜາດໃຫຍ່ຂອງເຢຍລະມັນ, ສະວິດເຊີແລນ ແລະ ອິດສະຣາແອນ, ແລະ ປາດຖະໜາຢາກດຳເນີນທຸລະກິດ, ໜູນຊ່ວຍຫວຽດນາມ ພັດທະນາພາຍຫຼັງການລະບາດ COVID-19 ໄດ້ຄວບຄຸມເປັນຢ່າງດີ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ຊ ມເຊ ຍບ ນດາວ ສາຫະກ ດເຢຍລະມ ນ ມາລ ງທ ນຢ ຫວຽດນາມ
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Philipp Rosler - ອະດີດຮອງລັດຖະມົນຕີແຫ່ງສາທາລະນະລັດສະຫະພັນເຢຍລະມັນ ແລະ ບັນດາວິສາຫະກິດເຢຍລະມັນ. (ພາບ: TTXVN)

ຄະນະຜູ້ແທນນັກລົງທຶນດັ່ງກ່າວ ໄດ້ຕັດສິນໃຈລົງທືນ ຈຳນວນ 350 ລ້ານໂດລາສະຫະລັດ ເຂົ້າໃນບັນດາຂົງເຂດບຸລິມະສິດຂອງຫວຽດນາມ, ເຊັ່ນ: ການທ່ອງທ່ຽວ, ການຜະລິດອຸປະກອນການແພດສ່ວນບຸກຄົນ.

ຜູ້ຕາງໜ້ານັກລົງທຶນ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ຂອງຫວຽດນາມ; ປາດຖະໜາຢາກຊຸກຍູ້ການຮ່ວມມືລົງທຶນ ກັບວິສາຫະກິດຫວຽດນາມ; ມີຄວາມສົນໃຈຫຼາຍໃນການລົງທຶນເຂົ້າໃນຂົງເຂດທ່ອງທ່ຽວຫວຽດນາມ ເພາະວ່າຂົງເຂດແມ່ນໜຶ່ງໃນເສົາຄ້ຳຂອງການພັດທະນາຂອງຫວຽດນາມ; ປາດຖະໜາຢາກໃຫ້ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຂອງຫວຽດນາມ ປະຕິບັດແກ້ໄຂທຸກຄວາມຫຍຸ້ງຍາກ, ພິເສດແມ່ນກ່ຽວກັບລະບຽບການ, ເພື່ອສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນດຳເນີນທຸລະກິດຢ່າງສຳເລັດຜົນ.

ຕີລາຄາສູງຄຳເຫັນຂອງທ່ານ Philipp Rosler ແລະ ບັນດານັກລົງທຶນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ໃນສະພາບການທີ່ຫຍຸ້ງຍາກ ແລະ ໄພພິບັດທຳມະຊາດ, ຫວຽດນາມຍັງມີຄວາມມານະພະຍາຍາມ ໃນການຄວບຄຸມການແຜ່ລະບາດຢ່າງຕັ້ງໜ້າ; ຈັດຕັ້ງປະຕິບັດເປົ້າໝາຍຄວບຄູ່, ທັງປ້ອງກັນການລະບາດຂອງພະຍາດ ແລະ ພັດທະນາການຜະລິດ ແລະ ປະຕິບັດທຸລະກິດ, ຮັບປະກັນການສ້າງວຽກເຮັດງານທຳ.

ທ່ານນາຍົກລັດຖະມົນຕີຢືນຢັນວ່າ ຫວຽດນາມສືບຕໍ່ດຶງດູດບັນດາໂຄງການ FDI ກ່ຽວກັບເຕັກໂນໂລຢີສູງ, ຫົວຄິດປະດິດສ້າງ, ໜູນຊ່ວຍການພັດທະນາອຸດສາຫະກຳ, ການບຳລຸງສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ. ຫວຽດນາມ ພວມມານະພະຍາຍາມ ໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນຕ່າງປະເທດ, ຢັ້ງຢືນວ່າ ລັດຖະບານຫວຽດນາມ ຍາມໃດກໍ່ຮັບປະກັນດ້ານກົດໝາຍຢ່າງຖືກຕ້ອງສໍາລັບບັນດານັກລົງທຶນຕ່າງປະເທດຢູ່ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ທ່ານ Philipp Rosler ລະດົມບັນດາບໍລິສັດໃຫຍ່ຂອງໂລກ ມາລົງທືນຢູ່ຫວຽດນາມ; ຕີລາຄາສູງ ບັນດາໂຄງການລົງທຶນຂອງບັນດານັກລົງທຶຢູ່ຫວຽດນາມ, ພິເສດແມ່ນການທ່ອງທ່ຽວ ເຊິ່ງແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງເສດຖະກິດ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ຊ ມເຊ ຍບ ນດາວ ສາຫະກ ດເຢຍລະມ ນ ມາລ ງທ ນຢ ຫວຽດນາມ ພັກກອມມູນິດເຢຍລະມັນ ໄດ້ບໍລິຈາກເງິນຊ່ວຍເຫຼືອປະຊາຊົນພາກກາງຫວຽດນາມ ເພື່ອຜ່ານຜ່າຜົນສະທ້ອນຈາກໄພທຳມະຊາດ

ຍສໝ - ໃນວັນທີ 25 ພະຈິກ, ທີ່ສຳນັກງານໃຫຍ່ຂອງສະຖານທູດຫວຽດນາມ ປະຈຳ Berlin (ເຢຍລະມັນ), ທ່ານເອກອັກຄະລັດຖະທູດ ຫງວຽນມິງວູ້ ໄດ້ມີການຕ້ອນຮັບ ທ່ານ Patrik Köbele - ປະທານພັກກອມມູນິດເຢຍລະມັນ (DKP) ແລະ ທ່ານ Stefan Kühner - ສະມາຊິກພັກກອມມູນິດເຢຍລະມັນ ເຊິ່ງມາບໍລິຈາກເງິນເພື່ອສະໜັບສະໜູນປະຊາຊົນ ...

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ຊ ມເຊ ຍບ ນດາວ ສາຫະກ ດເຢຍລະມ ນ ມາລ ງທ ນຢ ຫວຽດນາມ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ພັກ​ປະ​ຊາ​ທິ​ປະ​ໄຕສັງ​ຄົມ ເຢຍ​ລະ​ມັນ ເຂົ້າ​ຮ່ວມ ການ​ໂອ້​ລົມ​ສົນ​ທະ​ນາ​ແລກ​ປ່ຽນທາງ​ອອນ​ລາ​ຍ

ຍ​ສ​ໝ - ສອງຝ່າຍຢັ້ງຢືນວ່າ ຈະພ້ອມກັນມານະພະຍາຍາມເພື່ອສາມາດດຳເນີນການເຈລະຈາທິດສະດີ ຄັ້ງທີ 7 ລະຫວ່າງສອງພັກໃນປີ 2021; ຖືການເຈລະຈາທິດສະດີແມ່ນກົນໄກສຳຄັນ ແນໃສ່ຊຸກຍູ້ປະສິດທິຜົນຂອງການພົວພັນຮ່ວມມືລະຫວ່າງສອງພັກໃນຊຸມປີຜ່ານມາ ແລະ ພິເສດແມ່ນໃນໄລຍະຈະມາເຖິງ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ຊ ມເຊ ຍບ ນດາວ ສາຫະກ ດເຢຍລະມ ນ ມາລ ງທ ນຢ ຫວຽດນາມ ປະຊາຄົມຊາວຫວຽດນາມ ອາໄສ ໄທ ບໍລິຈາກເງິນ ໄດ້ປະມານ 3,7 ຕື້ດົ່ງ ສະໜັບສະໜູນພໍ່ແມ່ປະຊາຊົນພາກກາງ ສສ.ຫວຽດນາມ

ຍສໝ - ວັນທີ 1 ພະຈິກ, ສະຖານທູດຫວຽດນາມ ປະຈໍາ ລາຊະອານາຈັກໄທ ໄດ້ຈັດຕັ້ງພິທີຮັບເງິນບໍລິຈາກຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ທີ່ສະໜັບສະໜູນພໍ່ແມ່ປະຊາຊົນພາກກາງ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນໍ້າຖ້ວມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.