ຍສໝ - ໃນເດືອນກຸມພາ ປີ 2016, ຫຼັງຈາກການສໍາຫຼວດເປັນເວລາ 7 ເດືອນ ແລະໃຊ້ເວລາກໍ່ສ້າງ 800 ມື້, ໂຄງການກະເຊົ້າໄຟຟ້າ Fansipan ໄດ້ລົງທຶນ ແລະກໍ່ສ້າງໂດຍກຸ່ມ Sun ກໍ່ໄດ້ເປີດນໍາໃຊ້ຢ່າງເປັນທາງການ. ຮອດທ້າຍປີ 2016, ການທ່ອງທ່ຽວ ຊາປາ ເປັນເທື່ອທຳອິດບັນລຸໄດ້ນັກທ່ອງທ່ຽວມາທ່ຽວ 1,2 ລ້ານເທື່ອຄົນ. ໃນລະຫວ່າງປີ 2016-2019, ຈໍານວນນັກທ່ອງທ່ຽວເຂົ້າມາທ່ຽວແຂວງລາວກາຍ ເພີ່ມຂຶ້ນ 144%. ໃນທ້າຍປີ 2019, ລາຍຮັບຈາກການທ່ອງທ່ຽວຂອງແຂວງແມ່ນ 19.200 ຕື້ດົ່ງ, ສູງກວ່າປີ 2016 4 ເທົ່າ.
ນອກຈາກເຂົ້າຈີ່ ແລະ ເຝີ, Rough Guides ແນະນຳວ່າຄວນຊີມເຍື່ອງອາຫານເຂົ້າປຸ້ນປາຈືນ ຮ່າໂນ້ຍ, ໝີ່ກ໋ວາງ, ເຂົ້າຫັກຊ່າຍງ່ອນຕື່ມອີກ.
ລາຍການດັ່ງກ່າວ ເພື່ອແນໃສ່ໂຄສະນາອາຫານການກິນດ່ານັ້ງ ເຖິງປະຊາຊົນພາຍໃນປະເທດ ແລະເພື່ອນມິດສາກົນ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມລາຍການຈະມີກາລະໂອກາດໄດ້ຮັບຂອງຂວັນເມື່ອຕອບຖືກຕ້ອງບັນດາຄຳຖາມຂອງຄະນະຈັດຕັ້ງ.
ສະມາຄົມຊາວກະສິກອນເຊິ່ງແມ່ນຮູບແບບທີ່ເປັນເອກະລັກຂອງດິນແດນດອກບົວດົ່ງທາບເຊິ່ງແມ່ນບ່ອນຊາວກະສິກອນຫຼາຍຄົນພ້ອມກັນມີແນວຄວາມຄິດຮ່ວມ, ມີທິດທາງອັນດຽວກັນພ້ອມກັນປຶກສາຫາລືຍົກອອກບັນດາວິທີການແກ້ໄຂເພື່ອພ້ອມກັນກໍ່ສ້າງແລະພັດທະນາບ້ານເກີດເມືອງນອນ. ຈາກນັ້ນບັນດາຜະລິດຕະພັນຂອງດົ່ງທາບໄດ້ຖືກນຳໄປເຖິງເພື່ອນມິດທັງຢູ່ພາຍໃນແລະສາກົນ.
ຫວ່າງແລ້ວນີ້ ກົມການເມືອງສູນການພັກໄດ້ມີຄຳເຫັນສະຫຼຸບ “ຄົ້ນຄວ້າໃຫ້ທົດລອງນຳໃຊ້ ໜັງສືຜ່ານແດນວັກຊີນ ສຳລັບແຂກທ່ອງທ່ຽວສາກົນເຊິ່ງມາທ່ອງທ່ຽວຢູ່ບາງສູນທ່ອງທ່ຽວທີ່ມີຄວາມສາມາດຄວບຄຸມໂລກລະບາດໄດ້ຄືຝູກວັກແຂວງກຽນຢາງ”.
ດອກບົວແມ່ນໜຶ່ງໃນບັນດາສັນຍາລັກທີ່ເປັນເອກະລັກສະເພາະຂອງເຂດດິນແດນ ດົງທາບ ຊືື່ງໄດ້ຮູ້ຈັກເຖິງແມ່ນມີບັນດາທົ່ງດອກບົວທີ່ກ້ວາງໃຫ່ຍໄພສານ. ໃນຊຸມປີທີ່ຜ່ານມາ, ຊາວກະສິກອນ ແລະ ທ້ອງຖິ່ນ ໄດ້ສ້າງ, ຂຸດຄົ້ນໄດ້ປະສິດທິຜົນດ້ານເສດຖະກິດຫຼາຍທົບຫຼາຍເທົ່າຈາກດອກບົວ ເມື່ອທຽວກັບການປູກເຂົ້າ. ມີ 20 ກ່ວາຜະລິດຕະພັນໄດ້ປຸງແຕ່ງຈາກຕົ້ນບົວ, ເປັນຕົ້ນແມ່ນ ບົວອົບເນີຍ, ນ້ຳນົມບົວ, ເຫຼົ້າບົວ, , ຊາຈາກບົວປະເພດຕ່າງໆ… ແລະ ຫຼາຍຄອບຄົວໄດ້ສ້າງຊີວິດການເປັນຢູເປັນປົກກະຕິຍ້ອນການປູກຕົ້ນບົວ.
Festival ຫວຽດນາມ ຄັ້ງທີ 2 ຈະດຳເນີນໃນລະຫວ່າງວັນທີ 16 – 18 ກໍລະກົດ ຢູ່ສູນ Paradiski, ຊຶ່ງແມ່ນສະຖານທີ່ຫຼິ້ນສະກີ ທີ່ມີຊື່ສຽງ ຂຶ້ນກັບເທດສະບານ La Plagne Tarentaise, ແຂວງ Savoie, ພາກຕາເວັນອອກສ່ຽງໃຕ້ ປະເທດ ຝລັ່ງ.
ຊາ ເຕິນເກືອງ ແມ່ນເຄື່ອງດື່ມທີ່ເປັນເອກະລັກພິເສດ, ເຄື່ອງໝາຍການຄ້າທີ່ມີຊື່ສຽງຂອງແຂວງ ທາຍງວຽນ ໄດ້ຮັບຄວາມນິຍົມຈາກຫຼາຍຄົນແຕ່ຫຼາຍປີມານີ້. ດ້ວຍພູມສັນຖານທີ່ເປັນໂນນພູຕ່ຳສະຫຼັບສັບຊ້ອນກັນ, ບັນດາໂນນຊາທີ່ຂຽວສົດງົດງາມນັ້ນ, ເຂດປູກຊາ ເຕິນເກືອງ ກໍ່ແມ່ນສະຖານທີ່ທ່ອງທ່ຽວຊີວະພາບທີ່ ໄດ້ດຶງດູດຄວາມສົນໃຈຈາກແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ.
ຍສໝ - ລາງວັນ World MICE Awards 2021 ນອນໃນກຸ່ມລາງວັນທີ່ໄດ້ຮັບການຂະຫຍາຍຈາກ World MICE Awards –ລາງວັນທີ່ມີຄວາມເຊື່ອໝັ້ນອັນດັບ 1 ໃນໂລກ.
ນັບແຕ່ວັນທີ 1 ມັງກອນປີ 2021 ເປັນຕົ້ນໄປ ຕາມມະຕິຂອງສະພາແຫ່ງຊາດ, ເມືອງເກາະຝູກ໋ວກແຂວງກຽນຢາງໄດ້ຮັບການຮັບຮອງແມ່ນນະຄອນຂຶ້ນກັບແຂວງຢ່າງເປັນທາງການ. ນີ້ກໍ່ແມ່ນເມືອງເກາະທຳອິດຂອງຫວຽດນາມກາຍເປັນນະຄອນ
ຫຼາຍຄົນມັກກິນເຂົ້າປຸ້ນງົວພາກໃຕ້ຫວຽດນາມ ຍ້ອນມັນແມ່ນເຍື່ອງອາຫານທີ່ກິນງ່າຍ ແລະ ລະດູໃດກໍ່ສາມາດກິນໄດ້.
ອາຊີບຖັກແສ່ວຕັດຫຍິບຊຸດອາພອນປະຈຳເຜົ່າມົ້ງຢູ່ເມືອງ ເວິນໂຮ່ ແຂວງ ເຊີນລາ ໄດ້ມີມາແຕ່ດົນນານ. ພໍ່ແມ່ພີ່ນ້ອງເຜົ່າມົ້ງ ເຄີຍຕັດຫຍິບຊຸດອາພອນເອງ ໃຫ້ແກ່ຄອບຄົວຂອງຕົນ ພິເສດໃນໂອກາດບຸນເຕັດ, ສະມາຊິກແຕ່ລະຄົນໃນຄອບຄົວ ກໍ່ມີຊຸດອາພອນທີ່ຕັດຫຍິບເອງ ແຕ່ໜຶ່ງ ຫາສອງຊຸດ. ປັດຈຸບັນອາຊີບຕັດຫຍິບຊຸດອາພອນປະຈຳເຜົ່າມົ້ງ ຢູ່ເມືອງ ເວິນໂຮ່ ໄດ້ຮັບການຮັກສາໄວ້ ຈາກອຳນາດການປົກຄອງ ແລະ ປະຊາຊົນ ແລະ ການເຄື່ອນໄຫວກໍ່ໄດ້ມີຂຶ້ນຢ່າງເປັນປົກກະຕິ.
ດ້ວຍຍອດເນື້ອທີ່ວາງແຜນຜັງຂຶ້ນເຖິງ 206.150 ເຮັກຕາ ແລະ ມີທັດຊະນີຍະພາບທຳມະຊາດທີ່ເປັນເອກະລັກສະເພາະ ພ້ອມກັບຊາວທ້ອງຖິ່ນ ມີສີສັນວັດທະນະທຳຫຼາຍຮູບຫຼາຍແບບ, ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ໄດ້ຮັບການກຳນົດທິດກາຍເປັນໜຶ່ງ ໃນບັນດາກຳລັງໜູນ ເພື່ອພັດທະນາການທ່ອງທ່ຽວ ໃນເຂດພູດອຍທາງພາກເໜືອ ຫວຽດນາມ ຊຸກຍູ້ການພັດທະນາເສດຖະກິດ ສັງຄົມຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ແລະ ຮັບປະກັນການປ້ອງຫກັນຊາດ ປ້ອງກັນຄວາມສະຫງົບ
ມັງແດນເຂດປ່າທຳມະຊາດຂຶ້ນກັບເມືອງກອນຟຣົງແຂວງກອນຕູມໄດ້ຖືກທຳມະຊາດດົນບັນດານທັດຊະນີຍະພາບທີ່ສວຍສົດງົດງາມເຮັດໃຫ້ປະຊາຊົນທັງຫຼາຍຫຼົງໄຫຼ. ໃນທ່າມກາງອາກາດໜາວເຢັນ, ເຂດປ່າແປກຂຽວອຸ່ມທຸ່ມທີ່ກວ້າງໃຫຍ່ ແລະບັນດາເຮືອນວິນລາພວມຊ້ອນຕົວໃນກຸ່ມນ້ຳໝອກກົ້ວ, ມັງແດນອຸປະມາດັ່ງ ດ່າຫຼາດແຫ່ງທີສອງຢູ່ເຂດດິນພູພຽງທີ່ເຕັມໄປດ້ວຍແດດແລະລົມ. ພິເສດຢູ່ແຫ່ງນີ້ຍັງຈູດກອງໄຟເມື່ອຄ່ຳລົງມາ, ມີເຫຼົ້າໄຫພ້ອມກັບວາດຟ້ອນໃນທ່າມກາງສຽງຄ້ອງຂອງພໍ່ແມ່ພີ່ນ້ອງບັນດາເຜົ່າເມີນົງ, ເຊີດັງ, ເຮີເຣ.
ຍສໝ - ເຂດທາງທິດຕາເວັນຕົກສຽງເໜືອປະກອບດ້ວຍ 6 ແຂວງຄືຮວ່າບິ່ງ, ເຊີນລາ, ດ້ຽນບຽນ, ລາຍເຈົາ, ລ່າວກາຍ, ອຽນບ໊າຍ ມີຄວາມສາມາດບົ່ມຊ້ອນທາງດ້ານການທ່ອງທ່ຽວຢ່າງຫຼວງ ດ້ວຍທິດທັດທຳມະຊາດຢ່າງໃຫຍ່ໂຕມະໂຫຖານ ວັດທະນະທຳທີ່ເປັນເອກະລັກ ແລະ ປະຫວັດສາດທີ່ສະຫງ່າອົງອາດ.