ຊົມຄວາມງາມຂອງປະເທດຊາດຜ່ານພາບສີຂັດມັນ | |
ຊາວຫວຽດນາມ ອາໄສຢູ່ພາກເໜືອລາວ ມອບເຄື່ອງຊ່ວຍເຫຼືອພ້ອມເງິນສົດເປັນມູນຄ່າ 135 ລ້ານກີບ ເພື່ອສະໜັບສະໜູນອໍານາດການປົກຄອງທ້ອງຖິ່ນຕ້ານພະຍາດໂຄວິດ-19 |
ໃນຫຼາຍປີທີ່ຜ່ານມາ ບັນດາທ້ອງຖິ່ນຢູ່ເຂດທາງທິດຕາເວັນຕົກສຽງເໜືອ ໄດ້ພັດທະນາບັນດາຮູບແບບການທ່ອງທ່ຽວ ບົນພື້ນຖານຂຸດຄົ້ນ ເສີມຂະຫຍາຍຄຸນຄ່າຂອງທິວທັດທຳມະຊາດ, ບັນດາມໍລະດົກທາງວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸໃນບໍລິເວນ. ໃນນັ້ນ ທ່ອງທ່ຽວຊຸມຊົນໄດ້ກາຍເປັນເຄື່ອງໝາຍທ່ອງທ່ຽວ ເຂດທາງທິດຕາເວັນຕົກສຽງເໜືອ. ບັນດາຜະລິດຕະພັນທ່ອງທ່ຽວຊຸມຊົນ ທີ່ພົ້ນເດັ່ນຢູ່ແຫ່ງນີ້ ລວມມີການໄປທັດສະນະສຶກສາ, ຊອກຮູ້ຢູ່ບັນດາໝູ່ບ້ານ ບັນດາເຜົ່າສ່ວນໜ້ອຍ; ຮັບປະທານອາຫານທ້ອງຖິ່ນ; ຢ້ຽມຊົມທິວທັດທຳມະຊາດ ຕາມລະດູການຜະລິດກະສິກຳ.
![]() |
ເຂດທາງທິດຕາເວັນຕົກສຽງເໜືອ ແມ່ນແຫ່ງທີ່ມີບັນດາທ່າໄດ້ປຽບເພື່ອພັດທະນາການທ່ອງທ່ຽວ ພິເສດແມ່ນການທ່ອງທ່ຽວຊຸມຊົນ. ພາບປະກອບ: |
ສະພາບພູມມີສັນຖານ ແລະ ອາກາດທີ່ເປັນເອກະລັກ ທິວທັດທຳມະຊາດຮົກເຮື້ອ, ພູຜາປ່າໄມ້ສະຫຼັບສັບຊ້ອນໃຫຍ່ໂຕມະໂຫຖານ ໄດ້ສ້າງເປັນທັດຊະນີຍະພາບທີ່ສວຍສົດງົດງາມ ແລະ ລະບົບຊີວະພາບທີ່ອຸດົມສົມບູນ. ພ້ອມກັນນັ້ນຄວາມຫຼາກຫຼາຍສີສັນຂອງການດຳເນີນຊີວິດ, ຮີດຄອງປະເພນີ ການປູກຝັງ, ງານບຸນ, ອາຫານການກິນ, ດົນຕີຂອງບັນດາເຜົ່າສ່ວນໜ້ອຍ ກໍ່ແມ່ນຄວາມດູດດື່ມສຳລັບແຂກທ່ອງທ່ຽວ. ດິນຟ້າອາກາດຢູ່ເຂດພູສູງ ກໍ່ຊ່ວຍໃຫ້ເຂດພູດອຍທາງທິດເໜືອ ມີບັນດາຄຸນຄ່າທາງດ້ານວັດຖຸສິ່ງຂອງ ແລະ ທັດຊະນີຍະພາບທາງດ້ານກະສິກຳຄື ຍາມດອກຄາຍ, ດອກໝັ້ນ...
![]() |
ເຂດທາງທິດຕາເວັນຕົກສຽງເໜືອ ແມ່ນແຫ່ງດຳລົງຊີວິດຂອງຫຼາຍຊົນເຜົ່າຄື ເຜົ່າ ໄຕ່, ນຸ່ງ, ຜູ້ໄທ່, ເມື່ອ, ມົ້ງ, ຢ້າວ, ກິ່ງ,... ດ້ວຍວັດທະນະທຳທີ່ອຸດົມສົມບູນ. ພາບປະກອບ |
ເຂດທາງທິດຕາເວັນຕົກສຽງເໜືອປະກອບດ້ວຍ 6 ແຂວງຄືຮວ່າບິ່ງ, ເຊີນລາ, ດ້ຽນບຽນ, ລາຍເຈົາ, ລ່າວກາຍ, ອຽນບ໊າຍ ມີຄວາມສາມາດບົ່ມຊ້ອນທາງດ້ານການທ່ອງທ່ຽວຢ່າງຫຼວງ ດ້ວຍທິດທັດທຳມະຊາດຢ່າງໃຫຍ່ໂຕມະໂຫຖານ ວັດທະນະທຳທີ່ເປັນເອກະລັກ ແລະ ປະຫວັດສາດທີ່ສະຫງ່າອົງອາດ.
![]() |
ຄວາມຫຼາກຫຼາຍສີສັນຂອງການດຳເນີນຊີວິດ, ຮີດຄອງປະເພນີ ການປູກຝັງ, ງານບຸນ, ອາຫານການກິນ, ດົນຕີຂອງບັນດາເຜົ່າສ່ວນໜ້ອຍ ກໍ່ແມ່ນຄວາມດູດດື່ມສຳລັບແຂກທ່ອງທ່ຽວ. ພາບປະກອບ |
ເຂດທາງທິດຕາເວັນຕົກສຽງເໜືອ ແມ່ນແຫ່ງດຳລົງຊີວິດຂອງຫຼາຍຊົນເຜົ່າຄື ເຜົ່າ ໄຕ່, ນຸ່ງ, ຜູ້ໄທ່, ເມື່ອ, ມົ້ງ, ຢ້າວ, ກິ່ງ,... ດ້ວຍວັດທະນະທຳທີ່ອຸດົມສົມບູນ, ມີຫຼາຍຊົນເຜົ່າຍັງສາມາດເກັບຮັກສາສີສັນວັດທະນະທຳພື້ນເມືອງຂອງຕົນ ດ້ວຍຮີດຄອງປະເພນີ, ງານບຸນ, ຊຸດອາພອນປະຈຳເຜົ່າ, ເຄື່ອງດົນຕີ, ວາດຟ້ອນ, ງານບຸນຕ່າງໆ. ນີ້ກໍ່ແມ່ນຄວາມສາມາດບົ່ມຊ້ອນທາງດ້ານການທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວມັກຄົ້ນຫາ ແລະ ລົງຕົວຈິງ. ນີ້ກໍ່ແມ່ນປັດໄຈສ້າງເປັນຈຸດພິເສດສະເພາະຂອງຜະລິດຕະພັນທ່ອງທ່ຽວຊຸມຊົນ ຢູ່ເຂດທາງທິດຕາເວັນຕົກສຽງເໜືອ ຫວຽດນາມ.
![]() | ຫວຽດນາມຊ່ວຍເຫຼືອລາວໃນການປ້ອງກັນ ແລະສະກັດກັ້ນໂລກລະບາດ ໂຄວິດ-19 ຍສໝ - ທ່ານພົນຕີ ຄຳເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການແບ່ງປັນ, ການຊ່ວຍເຫຼືອຢ່າງທັນການຂອງກອງທັບປະຊາຊົນຫວຽດນາມ ສຳລັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງກະຊວງປ້ອງກັນປະເທດລາວ. |
![]() | EuroCham BCI: ຄວາມເຊື່ອໝັ້ນຕໍ່ສະພາບແວດລ້ອມດຳເນີນທຸລະກິດ ຂອງ ຫວຽດນາມ ສືບຕໍ່ໄດ້ຮັບການຟື້ນຟູ ຍສໝ - ຫວຽດນາມ ໄດ້ຮັບການຢັ້ງຢືນມີລະດັບການເຕີບໂຕເສດຖະກິດຢ່າງແຮງນັບແຕ່ຕົ້ນປີ 2021 ແລະ ໝາກຜົນດັ່ງກ່າວ ສ່ອງແສງໃຫ້ເຫັນຄວາມເຊື່ອໝັ້ນຂອງບັນດາວິສາຫະກິດ ເອີຣົບ. |
![]() | ພິທີມອບ-ຮັບອຸປະກອນການແພດ ໃຫ້ສະຫະພັນແມ່ຍິງ ແລະກອງບັນຊາການທະຫານຊາຍແດນແຂວງຫົວພັນ ລາວ ຍສໝ - ຈໍານວນອຸປະກອນດັ່ງກ່າວ ປະກອບມີ ຜ້າປິດປາກ 12.000 ອັນ, ນ້ຳຢາຂ້າເຊື້ອ 300 ຕຸກ, ຢາອົມ aquatap 1.000 ເມັດ, ເຄື່ອງແທກອຸນຫະພູມຮ່າງກາຍ ເພື່ອຕ້ານພະຍາດໂຄວິດ-19 5 ເຄື່ອງ. |
ໄຊພອນ