ຄວາມງາມຂອງມັງແດນໃນທ່າມກາງພູຜາປ່າໄມ້ເຂດໄຕງວຽນ

06:38 | 05/05/2021

ມັງແດນເຂດປ່າທຳມະຊາດຂຶ້ນກັບເມືອງກອນຟຣົງແຂວງກອນຕູມໄດ້ຖືກທຳມະຊາດດົນບັນດານທັດຊະນີຍະພາບທີ່ສວຍສົດງົດງາມເຮັດໃຫ້ປະຊາຊົນທັງຫຼາຍຫຼົງໄຫຼ. ໃນທ່າມກາງອາກາດໜາວເຢັນ, ເຂດປ່າແປກຂຽວອຸ່ມທຸ່ມທີ່ກວ້າງໃຫຍ່ ແລະບັນດາເຮືອນວິນລາພວມຊ້ອນຕົວໃນກຸ່ມນ້ຳໝອກກົ້ວ, ມັງແດນອຸປະມາດັ່ງ ດ່າຫຼາດແຫ່ງທີສອງຢູ່ເຂດດິນພູພຽງທີ່ເຕັມໄປດ້ວຍແດດແລະລົມ. ພິເສດຢູ່ແຫ່ງນີ້ຍັງຈູດກອງໄຟເມື່ອຄ່ຳລົງມາ, ມີເຫຼົ້າໄຫພ້ອມກັບວາດຟ້ອນໃນທ່າມກາງສຽງຄ້ອງຂອງພໍ່ແມ່ພີ່ນ້ອງບັນດາເຜົ່າເມີນົງ, ເຊີດັງ, ເຮີເຣ.

7 ໂຄງການຂອງນັກຮຽນຫວຽດນາມ ເຂົ້າຮ່ວມການແຂ່ງຂັນວິທະຍາສາດເຕັກນິກສາກົນ 7 ໂຄງການຂອງນັກຮຽນຫວຽດນາມ ເຂົ້າຮ່ວມການແຂ່ງຂັນວິທະຍາສາດເຕັກນິກສາກົນ
ບໍລິສັດຫຼັກຊັບຫວຽດນາມ ຫຼາຍແຫ່ງໄດ້ສ້າງແຜນການເຕີບໂຕຢ່າງແຮງ ບໍລິສັດຫຼັກຊັບຫວຽດນາມ ຫຼາຍແຫ່ງໄດ້ສ້າງແຜນການເຕີບໂຕຢ່າງແຮງ
ເສັ້ນທາງໄປຍັງເຂດພູພຽງມັງແດນ
ເສັ້ນທາງໄປຍັງເຂດພູພຽງມັງແດນ

ເສັ້ນທາງພູທີ່ຄົດງໍໄປຍັງເຂດພູພຽງມັງແດນ ຖືກປົກຄຸມໄປດ້ວຍນ້ຳໝອກກົ້ວໄດ້ພາແຂກທ່ອງທ່ຽວໄປຍັງເຂດພູພຽງທີ່ກວ້າງໃຫຍ່ໄພສານແລະງົດງາມ, ມັງແດນໄດ້ປະກົດຕົວດ້ວຍປ່າແປກແດງທີ່ກວ້າງໃຫຍ່ໄພສານ. ຖ້າຫາກວ່າຕົ້ນແປກແດງທີ່ມີຄ່າຫາຍາກພຽງຄົງຕົວຢູ່ໃນຄວາມຊົງຈຳຂອງຊາວດ່າຫຼາດເທົ່ານັ້ນ, ມັງແດນພັດພວມຖືກອ້ອມຮອບດ້ວຍປ່າແປກແດງທີ່ກວ້າງໃຫຍ່. ຢູ່ມັງແດນມີໜອງນ້ຳທີ່ກວ້າງໃຫຍ່ຫຼາຍແຫ່ງຖືກປົກຄຸມໄປດ້ວຍຮົ່ມເຢັນຂອງຕົ້ນແປກ. ດິນແດນແຫ່ງນີ້ ຍັງຄົງຮັກສາຄວາມງາມແບບຮົກເຮື້ອດ້ວຍປ່າໄມ້, ຫ້ວຍນ້ຳລຳເຊ ແລະ ນ້ຳຕົກຕາດ. ນ້ຳຕົກຕາດປ່າຊີ ສວຍງາມໃຫຍ່ໂຕມະໂຫຖານສາມາດດຶງດູດໃຈແຂກທ່ອງທ່ຽວບໍ່ວ່າຜູ້ໃດທີ່ໄດ້ມາຮອດແຫ່ງນີ້. ນາງຫງວຽນຮວ່າງແຮັ້ງ ແຂກທ່ອງທ່ຽວມາຈາກຮ່າໂນ້ຍແບ່ງປັນວ່າ:

“ຂ້າພະເຈົ້າໄດ້ຍິນມີສະຖານທີ່ທ່ອງທ່ຽວມັງແດນແຕ່ດົນນານມາແລ້ວ, ດັ່ງນັ້ນເມື່ອມີໂອກາດໄປຮອດກອນຕູມ ກໍ່ຕ້ອງສັບຊ້ອນເວລາມານີ້. ທຸກຄົນເຄີຍປຽບທຽບກັບດ່າຫຼາດ ແຕ່ຢູ່ແຕ່ລະແຫ່ງກໍ່ມີຈຸດພິເສດສະເພາະຂອງໃຜຂອງມັນ. ຢູ່ ມັງແດນມີທັງປ່າໄມ້ ຫ້ວຍນ້ຳລຳເຊ ນ້ຳຕົກຕາດຄົບທຸກຢ່າງ”.

ບໍ່ພຽງແຕ່ມີຊື່ສຽງດ້ວຍທັດຊະນີຍະພາບທີ່ງົດງາມເທົ່ານັ້ນ ມັງແດນຍັງມີສະຖານທີ່ທ່ອງທ່ຽວລືຊື່ຫຼາຍແຫ່ງເຊິ່ງໄດ້ຈົດຈຳວິລະກຳຂອງກອງທັບແລະປະຊາຊົນ ກອນປຣົງ ໃນການຕໍ່ຕ້ານສອງຄັ້ງຕ້ານ ຝລັ່ງ ແລະ ອາເມລິກາ. ບັນດາຈຸດພິເສດສະເພາະທາງດ້ານວັດທະນະທຳພື້ນເມືອງ ຂອງບັນດາເຜົ່າສ່ວນໜ້ອຍກໍ່ໄດ້ປະກອບສ່ວນສ້າງຄວາມດູດດື່ມໃຫ້ແກ່ດິນແດນແຫ່ງນີ້. ໃນບໍລິເວນເມືອງກອນປຣົງມີ 5 ຊົນເຜົ່າຄື ເມີເນິມ, ກາດົງ, ເຊດັງ, ເຮີເຣ ແລະ ເຜົ່າກິ່ງ ດຳລົງຊີວິດຢູ່ຮ່ວມກັນ ດ້ວຍຄວາມປອງດອງສາມັກຄີ. ລຸງຫງວຽນວິງ ຊາວມັງແດນໃຫ້ຮູ້ວ່າ:

“ມີນາງສາວຊາວ ຝລັ່ງໄດ້ມາຢູ່ກອນຕູມ 6 ວັນ, ລາວໄດ້ຂຽນບົດໜັງສືພິມທີ່ພາດຫົວຂໍ້ວ່າ “ແດນສະຫວັນທີ່ຍັງເຫຼືອໃນໂລກມະນຸດ”, ໄປຮອດຫັ້ນໃນຮ່ອມພູກໍ່ມີເຮືອນມຸງຫຍ້າເຮັດດ້ວຍໄມ້ໄຜ່ບາງຫຼັງ ບໍ່ມີໄຟຟ້າໃຊ້, ເມື່ອຄ່ຳລົງມາກໍ່ຕ້ອງຈູດໄຟນັ່ງໂອ້ລົມກັນອ້ອມໄຫເຫຼົາຈົນຂ້ອນແຈ້ງ. ຕອນເຊົ້າມື້ຕໍ່ມາກໍ່ພ້ອມກັບເຈົ້າຂອງເຮືອນຕຳເຂົ້າ, ລູກຊາຍກໍ່ຕິດຕາມພໍ່ເຂົ້າໄປປ່າແກ້ແຮ້ວນົກກໍ່ພໍກິນໃນມື້. ຊີວິດຢູ່ທີ່ນີ້ກໍ່ທຳມະຊາດເຊັ່ນນັ້ນ”.

ບັນດາໝູ່ບ້ານຊາວເມີນົງ ຢູ່ ມັງແດນໃຕ້ແສງແດດຍາມສາຍັນ ແລະເມື່ອບົດເພງ “ກິນເຂົ້າໃໝ່” ໄດ້ກັງວານຂຶ້ນ ເຈືອຈານກັບເຄື່ອງສຽງດົນຕີພື້ນເມືອງກໍ່ໄດ້ເປັນການເປີດສາກໃຫ້ແກ່ຄ່ຳຄືນດຳເນີນຊີວິດວັດທະນະທຳຂອງຊາວເຜົ່າເມີນົງ ຢູ່ສາລາບ້ານ. ພໍ່ແມ່ນພີ່ນ້ອງຊາວເຜົ່າເມີນົງໄດ້ພ້ອມກັນຂັບຮ້ອງເພື່ອສະແດງຄວາມຮູ້ບຸນຄຸນຕໍ່ເທວະດາຟ້າແຖນທີ່ໄດ້ໃຫ້ລະດູການຜະລິດເຂົ້າໄດ້ຮັບຜົນດີ ແລະ ຂັບຮ້ອງເຊື້ອເຊີນພໍ່ແມ່ພີ່ນ້ອງມາຮ່ວມພາເຂົ້າສາມັກຄີ. ເຈົ້າເຫຼົ່າອາເດິແຣນ ໃຫ້ຮູ້ວ່າທຸກໆຄົນຈະມາຊຸມນຸມກັນຢ່າງມ່ວນຊື່ນໃນທ່າມກາງສຽງຂັບຮ້ອງທີ່ຄຶກຄື້ນມ່ວນຊື່ນ. ເຈົ້າເຫຼົ່າອາເດິແຣນ ເວົ້າວ່າ:

“ການເຄື່ອນໄຫວໃນຄ່ຳຄືນແມ່ນເຮັດອະນາໄມ ກະກຽມມາຢູ່ເຮືອນໃໝ່, ກິນເຂົ້າໃໝ່. ຊາວບ້ານໄດ້ພ້ອມກັນດື່ມເຫຼົ້າໄຫ, ຕີຄ້ອງຟ້ອນລຳທຳເພງ”.

ໃນທ່າມກາງເຂດພູຜາປ່າໄມ້ ໄຕງວຽນ, ຢູ່ອ້ອມກອງໄຟພວມລຸກໄໝ້, ເມື່ອທຸກໆຄົນໄດ້ນັ່ງອ້ອມໄຫເຫຼົ້າ ແລະ ຈິດໃຈຂອງຄົນເຮົາກໍ່ຄືສະໜິດຕິດພັນຕາມວາດຟ້ອນໃນທ່າມກາງສຽງຄ້ອງຂອງບັນດາຜູ້ເປັນເຈົ້າຂອງດິນແດນທີ່ງົດງາມນີ້. ທັງໝົດເຫຼົ່ານັ້ນໄດ້ສ້າງເປັນພາບພົດຂອງມັງແດນທີ່ສວຍສົດງົດງາມແຫ່ງເທບນິຍາຍ.

ເສດຖະກິດຫວຽດນາມ ສືບຕໍ່ສາມາດຮັກສາໄດ້ທ່າເຕີບໂຕ ເສດຖະກິດຫວຽດນາມ ສືບຕໍ່ສາມາດຮັກສາໄດ້ທ່າເຕີບໂຕ

ຍສໝ - ປີ 2020, ພື້ນຖານເສດຖະກິດຫວຽດນາມ ສືບຕໍ່ໄດ້ຮັບການປັບປຸງຍ້ອນການສົ່ງອອກສິນຄ້າ ແລະເຄື່ອງຕໍ່າແຜ່ນຕັດຫຍິບ ແລະສາມາດຮັກສາໄດ້ທ່າເຕີບໂຕ.

ອິນເດຍ  ໄດ້ຕີລາຄາສູງບົດບາດຕັ້ງໜ້າຂອງຫວຽດນາມ ໃນສະພາຄວາມໝັ້ນຄົງ ອິນເດຍ ໄດ້ຕີລາຄາສູງບົດບາດຕັ້ງໜ້າຂອງຫວຽດນາມ ໃນສະພາຄວາມໝັ້ນຄົງ

ຍສໝ - ຫົວໜ້າຄະນະຜູ້ຕາງໜ້າອິນເດຍ ແລະ ລາວ ປະຈຳສະຫະປະຊາຊາດ ໄດ້ຕີລາຄາສູງຕໍ່ບົດບາດທີ່ຕັ້ງໜ້າ ກໍ່ຄື ໂອກາດທີ່ຈະຮ່ວມມືກັບຫວຽດນາມ.

ເພີ່ມທະວີການພົວພັນລະຫວ່າງຫວຽດນາມ ແລະ ແຂວງ British Columbia ຂອງການາດາ ເພີ່ມທະວີການພົວພັນລະຫວ່າງຫວຽດນາມ ແລະ ແຂວງ British Columbia ຂອງການາດາ

ຍສໝ - ໃນປີ 2020, ເຖິງວ່າໄດ້ຮັບຜົນກະທົບຈາກການແຜ່ລະບາດ COVID-19, ການຄ້າລະຫວ່າງຫວຽດນາມ ແລະ ແຂວງ British Columbia ຂອງການາດາ ຍັງບັນລຸເກືອບ 2 ຕື້ CAD (ປະມານ 1,6 ຕື້ໂດລາສະຫະລັດ).

vovworld.vn

ເຫດການ
302 Found

Found

The document has moved here.