ຖະແຫຼງການຮ່ວມຫວຽດນາມ - ອົດສະຕາລີ ຢືນຢັນຄວາມໄວ້ວາງໃຈທາງຍຸດທະສາດຢ່າງເລິກເຊິ່ງ

11:42 | 13/08/2026

ຍສໝ - ວັນທີ 12 ສິງຫາ, ທີ່ນະຄອນຫຼວງ Canberra, ອົດສະຕາລີ, ໃນຂອບເຂດການຢ້ຽມຢາມຂັ້ນລັດຕໍ່ອົດສະຕາລີຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ, ທ່ານ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີການຕ່າງປະເທດ ແລະ ທ່ານນາງ Penny Wong, ລັດຖະມົນຕີການຕ່າງປະເທດອົດສະຕາລີ, ໄດ້ຮ່ວມເປັນປະທານກອງປະຊຸມລັດຖະມົນຕີການຕ່າງປະເທດຫວຽດນາມ - ອົດສະຕາລີ ຄັ້ງທີ 8 (FMM-8).

ສື່ມວນຊົນອົດສະຕາລີກ່າວເຖິງທ່າແຮງໃໝ່ຂອງສາຍພົວພັນກັບຫວຽດນາມ ການນຳຫວຽດນາມ - ອົດສະຕາລີ ພົບປະກັບສື່ມວນຊົນ
ຖະແຫຼງການຮ່ວມຫວຽດນາມ - ອົດສະຕາລີ ຢືນຢັນຄວາມໄວ້ວາງໃຈທາງຍຸດທະສາດຢ່າງເລິກເຊິ່ງ
ລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ແລະ ລັດຖະມົນຕີການຕ່າງປະເທດອົດສະຕາລີ Penny Wong.

ທີ່ກອງປະຊຸມ, ລັດຖະມົນຕີທັງສອງທ່ານໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງ ແລະ ກວ້າງຂວາງ ກ່ຽວກັບການພົວພັນສອງຝ່າຍ ແລະ ບັນດາບັນຫາພາກພື້ນ, ສາກົນທີ່ທັງສອງຝ່າຍສົນໃຈ. ສອງຝ່າຍຕີລາຄາສູງການຈັດ FMM-8 ໃນຂອບເຂດການຢ້ຽມຢາມຂັ້ນລັດ, ສືບຕໍ່ບັນດາການແລກປ່ຽນຂັ້ນສູງ ແລະ ບັນດາຜົນສຳເລັດສຳຄັນທີ່ບັນລຸໄດ້, ໃນນັ້ນມີການຮັບຮອງສາມຖະແຫຼງການຮ່ວມ, ສະແດງເຖິງຄວາມໄວ້ວາງໃຈທາງຍຸດທະສາດຢ່າງເລິກເຊິ່ງ, ຜົນປະໂຫຍດທີ່ສອດຄ່ອງກັນ ແລະ ວິໄສທັດທີ່ເປັນອັນໜຶ່ງອັນດຽວກັນລະຫວ່າງສອງປະເທດ.

ລັດຖະມົນຕີທັງສອງທ່ານຊົມເຊີຍການຜັນຂະຫຍາຍແຜນງານປະຕິບັດງານຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ອົດສະຕາລີ ໄລຍະ 2024-2027 ຢ່າງມີປະສິດທິຜົນ, ໂດຍທັງຫົກເສົາຄ້ຳລ້ວນແຕ່ບັນລຸຜົນງານພົ້ນເດັ່ນ. ການຮ່ວມມືດ້ານປ້ອງກັນຊາດ - ຄວາມໝັ້ນຄົງນັບມື້ນັບເຂົ້າສູ່ລວງເລິກ; ການຄ້າສອງສົ້ນເພີ່ມຂຶ້ນສອງເທົ່າໃນໄລຍະ 5 ປີ, ບັນລຸກວ່າ 14 ຕື້ USD ໃນປີ 2025; ການຮ່ວມມືດ້ານການສຶກສາ - ຝຶກອົບຮົມ, ການພັດທະນາ, ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການແລກປ່ຽນປະຊາຊົນ ສືບຕໍ່ໄດ້ຮັບການຂະຫຍາຍ.

ທ່ານ ລັດຖະມົນຕີ ເລຮວ່າຍຈຸງ ເນັ້ນໜັກວ່າ ຕ້ອງຫັນບັນດາຄຳໝັ້ນສັນຍາ ແລະ ທິດທາງຂອງການນຳຂັ້ນສູງໃຫ້ເປັນຜົນງານທີ່ເປັນຮູບປະທຳໂດຍໄວ; ສະເໜີໃຫ້ສອງກະຊວງການຕ່າງປະເທດສົ່ງເສີມບົດບາດເປັນຈຸດປະສານງານໃນການກວດກາຄືນຄວາມຄືບໜ້າ, ກຳນົດບຸລິມະສິດ, ຊຸກຍູ້ການຜັນຂະຫຍາຍ ແລະ ແກ້ໄຂຂໍ້ຫຍຸ້ງຍາກ. ລັດຖະມົນຕີ Penny Wong ຢືນຢັນວ່າ ອົດສະຕາລີໃຫ້ຄວາມສຳຄັນຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ, ຕີລາຄາສູງບັນດາບາດກ້າວພັດທະນາຢ່າງແທ້ຈິງຂອງການພົວພັນສອງປະເທດ; ປາດຖະໜາຢາກຮ່ວມກັບຫວຽດນາມນຳໃຊ້ຄຸນລັກສະນະເກື້ອກູນກັນລະຫວ່າງສອງພື້ນຖານເສດຖະກິດໃຫ້ດີກວ່າເກົ່າ, ເຮັດໃຫ້ການຮ່ວມມືປ້ອງກັນຊາດ - ຄວາມໝັ້ນຄົງເລິກເຊິ່ງກວ່າເກົ່າ ແລະ ຂະຫຍາຍບັນດາຂົງເຂດຮ່ວມມືໃໝ່, ໂດຍສະເພາະການເຊື່ອມໂຍງລະບົບຕ່ອງໂສ້ສະໜອງ, ການລົງທຶນຄຸນນະພາບສູງ, ເສດຖະກິດສີຂຽວ, ເສດຖະກິດດິຈິຕອນ, ພະລັງງານໃໝ່, ບັນດາຂະແໜງອຸດສາຫະກຳແຫ່ງອະນາຄົດ ແລະ ເຊື່ອມຕໍ່ລະບົບນິເວດນະວັດຕະກຳ.

ແລກປ່ຽນກ່ຽວກັບສະພາບການພາກພື້ນ ແລະ ສາກົນ, ລັດຖະມົນຕີທັງສອງທ່ານໄດ້ແບ່ງປັນວິໄສທັດກ່ຽວກັບຄວາມສຳຄັນຂອງການສ້າງໂຄງສ້າງພາກພື້ນທີ່ເປີດກວ້າງ, ກວມລວມ, ໂປ່ງໃສ ແລະ ອີງໃສ່ກົດລະບຽບ, ໃນນັ້ນທຸກປະເທດລ້ວນແຕ່ມີໂອກາດປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ. ສອງຝ່າຍເນັ້ນໜັກບົດບາດໃຈກາງຂອງ ASEAN, ເຫັນດີເພີ່ມທະວີການປະສານງານຢູ່ ASEAN, ສະຫະປະຊາຊາດ, APEC ແລະ ບັນດາເວທີຫຼາຍຝ່າຍ.

ທ່ານນາງ ລັດຖະມົນຕີ Penny Wong ຢືນຢັນວ່າ ອົດສະຕາລີໃຫ້ຄວາມສຳຄັນຕໍ່ອາຊີຕາເວັນອອກສ່ຽງໃຕ້ ແລະ ບົດບາດໃຈກາງຂອງ ASEAN; ຕີລາຄາສູງຖານະ ແລະ ບົດບາດທີ່ນັບມື້ນັບສຳຄັນຂອງຫວຽດນາມໃນ ASEAN ແລະ ບັນດາກົນໄກພາກພື້ນ; ສະໜັບສະໜູນຫວຽດນາມປະຕິບັດສຳເລັດບົດບາດເຈົ້າພາບ APEC 2027, ຜ່ານນັ້ນປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການເຕີບໂຕແບບຍືນຍົງ ແລະ ການເຊື່ອມໂຍງພາກພື້ນ.

ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍຢືນຢັນຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ເສລີພາບໃນການເດີນເຮືອ ແລະ ການບິນ; ແກ້ໄຂບັນດາບັນຫາບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ ປີ 1982 (UNCLOS 1982).

ຖະແຫຼງການຮ່ວມຫວຽດນາມ - ອົດສະຕາລີ ຢືນຢັນຄວາມໄວ້ວາງໃຈທາງຍຸດທະສາດຢ່າງເລິກເຊິ່ງ
ລັດຖະມົນຕີທັງສອງທ່ານໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງ ແລະ ກວ້າງຂວາງ ກ່ຽວກັບການພົວພັນສອງຝ່າຍ ແລະ ບັນດາບັນຫາພາກພື້ນ, ສາກົນທີ່ທັງສອງຝ່າຍສົນໃຈ.

ໃນໂອກາດນີ້, ທ່ານ ລັດຖະມົນຕີ ເລຮວ່າຍຈຸງ ໄດ້ມີກອງປະຊຸມເຮັດວຽກກັບກະຊວງການຕ່າງປະເທດ ແລະ ການຄ້າອົດສະຕາລີ, ແລກປ່ຽນປະສົບການກ່ຽວກັບການນຳໃຊ້ປັນຍາປະດິດ (AI) ໃນວຽກງານການທູດ. ລັດຖະມົນຕີແບ່ງປັນວ່າ ຫວຽດນາມພວມກ້າວເຂົ້າສູ່ໄລຍະພັດທະນາທີ່ສຳຄັນ, ຜັນຂະຫຍາຍຮູບແບບການພັດທະນາໃໝ່ ດ້ວຍຄວາມຕັດສິນໃຈກາຍເປັນປະເທດພັດທະນາແລ້ວໃນປີ 2045. ໃນສະພາບການດັ່ງກ່າວ, ວຽກງານການຕ່າງປະເທດນັບມື້ນັບມີບົດບາດຍຸດທະສາດ, ເປັນປະຈຳ ໃນການລະດົມ ແລະ ສ້າງແຫຼ່ງກຳລັງຮັບໃຊ້ການພັດທະນາປະເທດ; ການທູດຮັບໃຊ້ການພັດທະນາຖືກກຳນົດເປັນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງຂະແໜງການທູດ. ລັດຖະມົນຕີປາດຖະໜາໃຫ້ອົດສະຕາລີສືບຕໍ່ແບ່ງປັນປະສົບການ, ສະໜັບສະໜູນກະຊວງການຕ່າງປະເທດຫວຽດນາມໃນການຍົກສູງຄວາມສາມາດຂອງພະນັກງານ, ມຸ່ງໄປສູ່ການສ້າງການທູດທີ່ເປັນມືອາຊີບ, ຮອບດ້ານ ແລະ ທັນສະໄໝ.

ທ່ານ ລັດຖະມົນຕີ ເລຮວ່າຍຈຸງ ເນັ້ນໜັກວ່າ AI ພວມສ້າງການປ່ຽນແປງຢ່າງເລິກເຊິ່ງຕໍ່ເສດຖະກິດ, ສັງຄົມ, ການບໍລິຫານ ແລະ ການພົວພັນສາກົນ. ໃນຂົງເຂດການທູດ, AI ເປີດໂອກາດໃຫ້ຍົກສູງຄວາມສາມາດໃນການວິເຄາະນະໂຍບາຍ, ຄາດຄະເນຍຸດທະສາດ ແລະ ສະໜອງບໍລິການສາທາລະນະ, ພ້ອມກັນນັ້ນກໍວາງອອກບັນດາສິ່ງທ້າທາຍໃໝ່. ລັດຖະມົນຕີສະເໜີໃຫ້ອົດສະຕາລີແບ່ງປັນປະສົບການກ່ຽວກັບການສ້າງຂອບການບໍລິຫານ AI, ການນຳໃຊ້ AI ໃນການວາງແຜນນະໂຍບາຍຕ່າງປະເທດ ແລະ ກິດຈະກຳການທູດ, ຍົກສູງຄວາມສາມາດດ້ານດິຈິຕອນໃຫ້ແກ່ພະນັກງານການທູດ, ພ້ອມທັງຊຸກຍູ້ການນຳໃຊ້ AI ຢ່າງປອດໄພ, ມີຄວາມລັບປອດໄພ ແລະ ມີຄວາມຮັບຜິດຊອບ.

ກະຊວງການຕ່າງປະເທດ ແລະ ການຄ້າອົດສະຕາລີປະກາດສະໜັບສະໜູນກະຊວງການຕ່າງປະເທດຫວຽດນາມ 3 ທຶນການສຶກສາລະດັບປະລິນຍາເອກໃນຂົງເຂດ AI; ສອງຝ່າຍເຫັນດີຊຸກຍູ້ການແລກປ່ຽນນະໂຍບາຍ, ການຝຶກອົບຮົມ ແລະ ການຮ່ວມມືລະຫວ່າງບັນດາຫົວໜ່ວຍທີ່ກ່ຽວຂ້ອງ, ພ້ອມທັງຄົ້ນຄວ້ານຳເອົາ AI ເຂົ້າເປັນເນື້ອໃນແລກປ່ຽນເປັນປະຈຳໃນຂອບ FMM ແລະ ບັນດາກົນໄກຮ່ວມມືລະຫວ່າງສອງກະຊວງ.

ຫວຽດນາມ - ອົດສະຕາລີ ມຸ່ງໄປສູ່ການຮ່ວມມືທີ່ແທດຈິງ ແລະ ມີປະສິດທິຜົນ ຫວຽດນາມ - ອົດສະຕາລີ ມຸ່ງໄປສູ່ການຮ່ວມມືທີ່ແທດຈິງ ແລະ ມີປະສິດທິຜົນ
ຍສໝ - ການຢ້ຽມຢາມຂັ້ນລັດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຢູ່ ອົດສະຕາລີ ແມ່ນຂີດໝາຍປະຫວັດສາດ, ສະທ້ອນເຖິງວິໄສທັດຍຸດທະສາດ, ຄວາມຕັດສິນໃຈທາງການເມືອງ ແລະ ຄວາມໄວ້ເນື້ອເຊື່ອໃຈທີ່ນັບມື້ນັບເລິກເຊິ່ງລະຫວ່າງການນຳ ແລະ ປະຊາຊົນສອງປະເທດ, ພ້ອມທັງເປີດໂອກາດໃໝ່ໆ ເພື່ອຊຸກຍູ້ການພົວພັນສອງຝ່າຍໃຫ້ພັດທະນາຢ່າງຮອບດ້ານ, ແທດຈິງ ແລະ ມີປະສິດທິຜົນຍິ່ງຂຶ້ນ.
ຫວຽດນາມ - ອົດສະຕາລີ ຊຸກຍູ້ເຕັກໂນໂລຊີ RNA ຊີວະການແພດ ຫວຽດນາມ - ອົດສະຕາລີ ຊຸກຍູ້ເຕັກໂນໂລຊີ RNA ຊີວະການແພດ
ຍສໝ - ວັນທີ 9/8/2026, ພາຍໃຕ້ການເປັນສັກຂີພິຍານຂອງກົງສຸນໃຫຍ່ຫວຽດນາມປະຈຳ Sydney, ສະຖາບັນຄົ້ນຄວ້າ ເຕິມແອງ ແລະ ສະຖາບັນຄົ້ນຄວ້າ RNA ແຫ່ງມະຫາວິທະຍາໄລ New South Wales ຂອງອົດສະຕາລີ ໄດ້ລົງນາມຮ່ວມມືດ້ານການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີ RNA, ເປີດທ່າແຮງໃນການນຳໄປປະຍຸກໃຊ້ເພື່ອຜະລິດຢາ ແລະ ວັກຊີນຮຸ່ນໃໝ່.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ