| ກອງທັບຫວຽດນາມ - ລາວ - ກຳປູເຈຍ ປະສານສົມທົບຝຶກຊ້ອມຮັບມືກັບພາຍຸໄຕ້ຝຸ່ນຮຸນແຮງພິເສດ ຊາວໜຸ່ມຫວຽດນາມ - ລາວ - ກຳປູເຈຍ ສະເໜີສ້າງຕັ້ງກອງທຶນອາສາສະໝັກຮ່ວມກັນ |
ຕອນເຊົ້າວັນທີ 8 ພະຈິກ, ສູນກາງຊາວໜຸ່ມຄອມມູນິດໂຮ່ຈີມິນ ໄດ້ປະສານສົມທົບກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສູນກາງສະຫະພັນສະມາຄົມຊາວໜຸ່ມກຳປູເຈຍ ຈັດພິທີເປີດງານມະຫະກຳຊາວໜຸ່ມຫວຽດນາມ - ກຳປູເຈຍ - ລາວ ປີ 2026 ຢູ່ແຂວງກວາງຫງາຍ.
ງານມະຫະກຳຄັ້ງນີ້ໄດ້ເຕົ້າໂຮມຜູ້ແທນຊາວໜຸ່ມຈາກສາມປະເທດເກືອບ 100 ທ່ານ, ພາຍໃຕ້ຫົວຂໍ້ “ສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາຢ່າງຍືນຍົງ”.
![]() |
| ພາບລວມບັນຍາກາດພິທີເປີດງານມະຫະກຳຊາວໜຸ່ມຫວຽດນາມ - ກຳປູເຈຍ - ລາວ ປີ 2026 ທີ່ແຂວງກວາງຫງາຍ. |
ສົ່ງເສີມບົດບາດຂອງຄົນຮຸ່ນໜຸ່ມໃນສາຍພົວພັນມິດຕະພາບສາມປະເທດ
ກ່າວຄຳເຫັນໃນພິທີເປີດ, ທ່ານ ອູ ຮວ້ນ, ກຳມະການສຳຮອງສູນກາງພັກ, ຮອງເລຂາປະຈຳຄະນະພັກແຂວງ, ປະທານຄະນະກຳມະການແນວໂຮມປິຕຸພູມຫວຽດນາມແຂວງກວາງຫງາຍ ໄດ້ເນັ້ນໜັກວ່າ ຫວຽດນາມ, ລາວ ແລະ ກຳປູເຈຍ ແມ່ນສາມປະເທດເພື່ອນບ້ານທີ່ມີມູນເຊື້ອຄວາມສາມັກຄີ ແລະ ມິດຕະພາບອັນຍາວນານ.
ໃນຂະບວນການຕໍ່ສູ້ເພື່ອປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປະຊາຊົນສາມປະເທດໄດ້ຮ່ວມເດີນທາງ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນສະເໝີມາ. ບັນດາຄຸນຄ່າເຫຼົ່ານັ້ນໄດ້ກາຍເປັນພື້ນຖານສຳຄັນໃຫ້ຄົນຮຸ່ນຕ່າງໆ ສືບຕໍ່ຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບ.
ຕາມທ່ານ ອູ ຮວ້ນ, ຊາວໜຸ່ມບໍ່ພຽງແຕ່ສືບທອດມູນເຊື້ອທີ່ຄົນຮຸ່ນກ່ອນໄດ້ສ້າງໄວ້ເທົ່ານັ້ນ, ແຕ່ຍັງປະກອບສ່ວນໂດຍກົງໃນການກຳນົດອະນາຄົດຂອງສາຍພົວພັນລະຫວ່າງສາມປະເທດ.
ທ່ານສະແດງຄວາມປາຖະໜາວ່າ ຜ່ານງານມະຫະກຳຄັ້ງນີ້, ຜູ້ແທນຊາວໜຸ່ມສາມປະເທດຈະມີໂອກາດເພີ່ມຂຶ້ນໃນການສ້າງມິດຕະພາບ, ສຳຜັດວັດທະນະທຳ, ແບ່ງປັນປະສົບການ ແລະ ສະເໜີບັນດາຂໍ້ລິເລີ່ມການຮ່ວມມືທີ່ເປັນຮູບປະທຳ.
ບັນດາຂົງເຂດທີ່ໄດ້ຮັບການຊຸກຍູ້ໃຫ້ຂະຫຍາຍການຮ່ວມມື ປະກອບມີ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນປ່ຽນດິຈິຕອນ, ການເລີ່ມຕົ້ນທຸລະກິດ, ການປົກປັກຮັກສາສິ່ງແວດລ້ອມ ແລະ ກິດຈະກຳອາສາສະໝັກເພື່ອຊຸມຊົນ.
ກ່າວຄຳເຫັນໃນລາຍການ, ທ່ານນາງ ໂຮ່ ຮົ່ງ ຫງວຽນ, ເລຂາສູນກາງຊາວໜຸ່ມ, ປະທານສະພາທີມງານເຍົາວະຊົນສູນກາງ ເຫັນວ່າ ງານມະຫະກຳຄັ້ງນີ້ດຳເນີນຂຶ້ນໃນສະພາບການທີ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສາມປະເທດສືບຕໍ່ໄດ້ຮັບການເສີມສ້າງ.
ຕາມທ່ານນາງ, ກິດຈະກຳນີ້ບໍ່ພຽງແຕ່ຊ່ວຍເພີ່ມທະວີການແລກປ່ຽນ ແລະ ຄວາມຜູກພັນລະຫວ່າງຊາວໜຸ່ມເທົ່ານັ້ນ, ແຕ່ຍັງສ້າງພື້ນຖານໃຫ້ແກ່ບັນດາໂຄງການຮ່ວມມືທີ່ມຸ່ງສູ່ກິດຈະກຳລະນຶກໃນປີ 2027.
ດ້ວຍຫົວຂໍ້ກ່ຽວກັບການສ້າງເຂດຊາຍແດນແຫ່ງສັນຕິພາບ ແລະ ການພັດທະນາຢ່າງຍືນຍົງ, ງານມະຫະກຳໄດ້ເນັ້ນໜັກເຖິງບົດບາດຂອງຊາວໜຸ່ມໃນການເສີມສ້າງຄວາມສາມັກຄີລະຫວ່າງຊຸມຊົນປະຊາຊົນຂອງບັນດາປະເທດເພື່ອນບ້ານ.
ເສັ້ນຊາຍແດນລະຫວ່າງບັນດາປະເທດບໍ່ພຽງແຕ່ເປັນເສັ້ນກຳນົດອະທິປະໄຕທາງດິນແດນເທົ່ານັ້ນ, ແຕ່ຍັງເປັນບ່ອນທີ່ຊີວິດຂອງປະຊາຊົນບັນດາຊົນເຜົ່າມີຄວາມຜູກພັນກັນ, ເປັນບ່ອນຮັກສາບັນດາຄຸນຄ່າ ແລະ ຮ່ອງຮອຍແຫ່ງສາຍພົວພັນມິດຕະພາບລະຫວ່າງຫວຽດນາມ, ລາວ ແລະ ກຳປູເຈຍ.
![]() |
| ບັນດາການນຳ ແລະ ຜູ້ແທນຊາວໜຸ່ມຫວຽດນາມ, ກຳປູເຈຍ ແລະ ລາວ ຖ່າຍຮູບທີ່ລະນຶກຮ່ວມກັນໃນພິທີເປີດງານມະຫະກຳຊາວໜຸ່ມສາມປະເທດ ປີ 2026. |
ນຳໃຊ້ເຕັກໂນໂລຊີດິຈິຕອນໃນການເຊື່ອມຕໍ່ຜູ້ແທນຊາວໜຸ່ມ
ຈຸດໃໝ່ປະການໜຶ່ງຂອງງານມະຫະກຳປີ 2026 ແມ່ນການທີ່ຄະນະຈັດງານໄດ້ແນະນຳແອັບພລິເຄຊັນປຶ້ມຄູ່ມືຜູ້ແທນງານມະຫະກຳຊາວໜຸ່ມຫວຽດນາມ - ກຳປູເຈຍ - ລາວ.
ແອັບພລິເຄຊັນດັ່ງກ່າວໄດ້ລວມຂໍ້ມູນກ່ຽວກັບລາຍການ, ຕາຕະລາງເວລາ ແລະ ສະຖານທີ່ຈັດບັນດາກິດຈະກຳໄວ້ໃນບ່ອນດຽວ, ໂດຍມີການປັບປຸງຂໍ້ມູນຢ່າງຕໍ່ເນື່ອງ ເພື່ອໃຫ້ຜູ້ແທນສາມາດຕິດຕາມໄດ້ຢ່າງສະດວກ ແລະ ເປັນຝ່າຍລິເລີ່ມເຂົ້າຮ່ວມກິດຈະກຳ.
ນອກຈາກໜ້າທີ່ສະໜອງຂໍ້ມູນແລ້ວ, ແອັບພລິເຄຊັນຍັງຊ່ວຍໃຫ້ຜູ້ແທນສາມາດເຊື່ອມຕໍ່ກັບເພື່ອນມິດຈາກສາມປະເທດໃນໄລຍະດຳເນີນງານມະຫະກຳ.
ໃນໂອກາດນີ້, ສູນກາງຊາວໜຸ່ມຄອມມູນິດໂຮ່ຈີມິນ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສູນກາງສະຫະພັນສະມາຄົມຊາວໜຸ່ມກຳປູເຈຍ ໄດ້ມອບຂອງຂວັນທີ່ລະນຶກຂອງສາມປະເທດໃຫ້ແກ່ກັນ.
ກິດຈະກຳດັ່ງກ່າວສະແດງເຖິງນ້ຳໃຈມິດຕະພາບ, ຄວາມເຄົາລົບນັບຖື ແລະ ຈິດໃຈແຫ່ງຄວາມຜູກພັນລະຫວ່າງບັນດາອົງການຊາວໜຸ່ມ, ພ້ອມທັງປະກອບສ່ວນຮັກສາບັນດາໂຄງການແລກປ່ຽນ ແລະ ການຮ່ວມມືລະຫວ່າງຄົນຮຸ່ນໜຸ່ມຫວຽດນາມ, ລາວ ແລະ ກຳປູເຈຍ.
ຍສໝ - ການຢ້ຽມຢາມຢ່າງເປັນທາງການຢູ່ລາວ ແລະ ກຳປູເຈຍ ແຕ່ວັນທີ 8 - 10/10 ຂອງທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປີດໂອກາດໃນການຊຸກຍູ້ການເຊື່ອມໂຍງດ້ານການຄ້າ, ການລົງທຶນ, ໂຄງລ່າງພື້ນຖານ ແລະ ການຜະລິດລະຫວ່າງສາມປະເທດ. ການນຳໃຊ້ຈຸດແຂງທີ່ສາມາດເກື້ອກູນກັນຂອງແຕ່ລະເສດຖະກິດ, ການແກ້ໄຂອຸປະສັກໃນການຮ່ວມມື ແລະ ການສ້າງຕ່ອງໂສ້ມູນຄ່າຂ້າມຊາຍແດນ ຄາດວ່າຈະສ້າງແຫຼ່ງກຳລັງເພີ່ມເຕີມໃຫ້ແກ່ການເຕີບໂຕໃນໄລຍະຍາວ. |
ຍສໝ - ຕອນບ່າຍວັນທີ 14/10, ທີ່ຮ່າໂນ້ຍ, ການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນຊາດສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດຂຶ້ນ ເພື່ອແລກປ່ຽນກ່ຽວກັບສະພາບການໂລກ ແລະ ພາກພື້ນ, ຕີລາຄາຜົນການຮ່ວມມືໃນໄລຍະຜ່ານມາ ແລະ ເອກະພາບບັນດາທິດທາງການປະສານສົມທົບໃນໄລຍະຕໍ່ໄປ. ບັນດາຝ່າຍໄດ້ເນັ້ນໜັກເຖິງບົດບາດຂອງການຮ່ວມມືດ້ານປ້ອງກັນຊາດ ໃນການເສີມຂະຫຍາຍຄວາມໄວ້ວາງໃຈທາງການເມືອງ, ເພີ່ມທະວີຄວາມສາມັກຄີ ແລະ ປະກອບສ່ວນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ. |
ຄຳສີ

