| ການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຄົມຊາວຫວຽດນາມຢູ່ອົດສະຕາລີ ຊາວຫວຽດນາມອາໄສຢູ່ອົດສະຕາລີ ກໍ່ສ້າງໂຮງຮຽນທີ່ມີມູນຄ່າກວ່າ 1.1 ຕື້ດົ່ງໃຫ້ແກ່ເດັກນ້ອຍໃນເຂດພູດອຍດ້ຽນບຽນ. |
ໂດຍຕອບຮັບຄຳເຊີນຂອງທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງອົດສະຕາລີ ແລະ ທ່ານນາງ Cindy Kiro, ຜູ້ສຳເລັດຣາຊະການແຫ່ງນິວຊີແລນ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ພ້ອມຄະນະຜູ້ແທນຂັ້ນສູງຫວຽດນາມ ມີກຳນົດຢ້ຽມຢາມຂັ້ນລັດຢູ່ອົດສະຕາລີ ແລະ ນິວຊີແລນ ແຕ່ວັນທີ 9-14 ສິງຫາ 2026.
ກ່ອນການຢ້ຽມຢາມ, ທ່ານ ຟ້າມຮຸ່ງເຕິມ, ເອກອັກຄະລັດຖະທູດຫວຽດນາມ ປະຈຳອົດສະຕາລີ ໄດ້ໃຫ້ສຳພາດສື່ມວນຊົນກ່ຽວກັບຄວາມໝາຍ ແລະ ຄວາມຄາດຫວັງຕໍ່ການຢ້ຽມຢາມຄັ້ງນີ້. ທ່ານເຫັນວ່າ ນີ້ແມ່ນເຫດການການຕ່າງປະເທດທີ່ມີຄວາມໝາຍເປັນພິເສດ ໃນຂະນະທີ່ສາຍພົວພັນຫວຽດນາມ - ອົດສະຕາລີ ພວມເຂົ້າສູ່ບາດກ້າວພັດທະນາໃໝ່ ນັບແຕ່ສອງປະເທດຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນປີ 2024.
ໃນຖານະເປັນກິດຈະກຳການຕ່າງປະເທດລະດັບສູງສຸດຂອງພັກ ແລະ ລັດ, ທັງຍັງເປັນການຢ້ຽມຢາມຂັ້ນລັດຄັ້ງທຳອິດຂອງປະທານປະເທດຫວຽດນາມຢູ່ອົດສະຕາລີ, ການຢ້ຽມຢາມດັ່ງກ່າວຈຶ່ງຖືເປັນຂີດໝາຍສຳຄັນທາງປະຫວັດສາດ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ເຫດການນີ້ສະທ້ອນວິໄສທັດຍຸດທະສາດ, ຄວາມມຸ່ງໝັ້ນທາງການເມືອງ ແລະ ຄວາມໄວ້ເນື້ອເຊື່ອໃຈທີ່ເລິກເຊິ່ງຂຶ້ນລະຫວ່າງການນຳ ກໍຄືປະຊາຊົນສອງປະເທດ.
ຈຸດສຸມຂອງການຢ້ຽມຢາມແມ່ນການເສີມສ້າງຄວາມໄວ້ວາງໃຈທາງການເມືອງໃນລະດັບສູງສຸດ, ພ້ອມທັງຜັນຂະຫຍາຍຂໍ້ຕົກລົງ ແລະ ຄຳໝັ້ນສັນຍາພາຍໃຕ້ຂອບຄູ່ຮ່ວມຍຸດທະສາດຮອບດ້ານໃຫ້ເປັນຜົນງານທີ່ຊັດເຈນ. ຈາກພື້ນຖານມິດຕະພາບ ແລະ ການຮ່ວມມືທີ່ສ້າງສາມາກວ່າເຄິ່ງສະຕະວັດ, ສອງຝ່າຍມີຜົນປະໂຫຍດຍຸດທະສາດຮ່ວມກັນຫຼາຍດ້ານ ແລະ ເຫັນໄດ້ຊັດຍິ່ງຂຶ້ນເຖິງຄວາມຈຳເປັນໃນການປະສານງານເພື່ອຮັບມືບັນດາສິ່ງທ້າທາຍຮ່ວມ.
ທ່ານ ຟ້າມຮຸ່ງເຕິມ ກ່າວວ່າ ການຢ້ຽມຢາມຈະເປີດໂອກາດໃຫ້ການນຳສອງປະເທດຫາລືຢ່າງຮອບດ້ານກ່ຽວກັບບັນດາທິດທາງຍຸດທະສາດໃຫຍ່, ນັບແຕ່ເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນປ່ຽນດິຈິຕອນ, ການສຶກສາ - ຝຶກອົບຮົມ ໄປຈົນເຖິງປ້ອງກັນຊາດ, ຄວາມໝັ້ນຄົງ ແລະ ການແລກປ່ຽນປະຊາຊົນ.
ທ່າມກາງການປ່ຽນແປງຂອງເສດຖະກິດໂລກ, ການຂະຫຍາຍຂົງເຂດຮ່ວມມືໃໝ່, ການສ້າງຕ່ອງໂສ້ສະໜອງທີ່ຍືນຍົງ ແລະ ການເຊື່ອມໂຍງສອງເສດຖະກິດໃຫ້ແໜ້ນແຟ້ນກວ່າເກົ່າ ຖືເປັນປັດໄຈສຳຄັນໃນການສ້າງແຫຼ່ງເຕີບໂຕໃໝ່ໃຫ້ການຮ່ວມມືທະວິພາຄີ.
ຄວາມໝາຍຂອງການຢ້ຽມຢາມຍັງຂະຫຍາຍໄປເຖິງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ. ຫວຽດນາມ ແລະ ອົດສະຕາລີ ມີຜົນປະໂຫຍດຮ່ວມກັນໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ລະບຽບການພາກພື້ນທີ່ອີງໃສ່ກົດກະຕິກາ, ສະໜັບສະໜູນການແກ້ໄຂຄວາມເຫັນຕ່າງດ້ວຍວິທີການສັນຕິ ບົນພື້ນຖານກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ.
ພ້ອມກັນນັ້ນ, ການຢ້ຽມຢາມຍັງເປັນໂອກາດໃຫ້ສອງຝ່າຍຢືນຢັນຄຳໝັ້ນຕໍ່ລັດທິຫຼາຍຝ່າຍ, ເພີ່ມການປະສານງານຢູ່ບັນດາກົນໄກພາກພື້ນ ແລະ ສາກົນ, ສືບຕໍ່ຮ່ວມກັນແກ້ໄຂສິ່ງທ້າທາຍ ແລະ ສ້າງຄວາມເຊື່ອໝັ້ນລະຫວ່າງບັນດາປະເທດ.
ທ່ານເອກອັກຄະລັດຖະທູດສະແດງຄວາມເຊື່ອໝັ້ນວ່າ ຜົນສຳເລັດຂອງການຢ້ຽມຢາມຈະສ້າງແຮງຜັກດັນໃຫ້ຄູ່ຮ່ວມຍຸດທະສາດຮອບດ້ານຫວຽດນາມ - ອົດສະຕາລີ ກ້າວໜ້າຢ່າງຮອບດ້ານ, ເປັນຮູບປະທຳ ແລະ ໝັ້ນຄົງຍືນຍົງ, ພ້ອມທັງຢືນຢັນຄວາມສຳຄັນ ແລະ ທ່າແຮງຂອງສາຍພົວພັນນີ້ໃນເຄືອຂ່າຍຄູ່ຮ່ວມສາກົນຂອງແຕ່ລະປະເທດ.
ຈາກຄວາມໄວ້ວາງໃຈ ສູ່ຜົນງານຮ່ວມມືທີ່ຊັດເຈນ
ຕາມທ່ານ ຟ້າມຮຸ່ງເຕິມ ແລ້ວ, ພາຍຫຼັງກວ່າສອງປີແຫ່ງການຜັນຂະຫຍາຍຂອບຄູ່ຮ່ວມຍຸດທະສາດຮອບດ້ານ, ສາຍພົວພັນສອງປະເທດໄດ້ພັດທະນາໄປທັງໃນລວງກວ້າງ ແລະ ລວງເລິກ. ດ້ານການເມືອງ - ການທູດ ຍັງຄົງເປັນພື້ນຖານຫຼັກ ໂດຍມີການຮັກສາບັນດາການຢ້ຽມຢາມຂັ້ນສູງ, ການພົບປະ ແລະ ກົນໄກສົນທະນາຢ່າງເປັນປະຈຳ.
ສິ່ງທີ່ໜ້າສົນໃຈແມ່ນ ປະມານ 96% ຂອງເນື້ອໃນໃນແຜນດຳເນີນງານໄລຍະ 2024-2027 ໄດ້ສຳເລັດ ຫຼື ກຳລັງດຳເນີນໄປຕາມຄວາມຄືບໜ້າທີ່ກຳນົດໄວ້. ຜົນງານນີ້ສະທ້ອນຄວາມມຸ່ງໝັ້ນທາງການເມືອງ ແລະ ຄວາມສາມາດໃນການປະສານປະຕິບັດຂອງສອງຝ່າຍ.
ການຮ່ວມມືທາງເສດຖະກິດເປັນອີກຂົງເຂດໜຶ່ງທີ່ມີຜົນງານໂດດເດັ່ນ. ໃນ 6 ເດືອນຕົ້ນປີ 2026, ມູນຄ່າການຄ້າສອງຝ່າຍບັນລຸ 8,1 ຕື້ USD, ເພີ່ມຂຶ້ນເກືອບ 22% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ. ໃນນັ້ນ, ການສົ່ງອອກຂອງຫວຽດນາມໄປອົດສະຕາລີບັນລຸ 3,8 ຕື້ USD, ເພີ່ມຂຶ້ນກວ່າ 25%.
ປັດຈຸບັນ, ອົດສະຕາລີຢູ່ໃນກຸ່ມ 10 ຄູ່ຮ່ວມໃຫຍ່ທີ່ສຸດຂອງຫວຽດນາມ ໃນດ້ານການຄ້າ, ການທ່ອງທ່ຽວ ແລະ ການຊ່ວຍເຫຼືອເພື່ອການພັດທະນາຢ່າງເປັນທາງການ (ODA). ສິ່ງນີ້ສະທ້ອນໃຫ້ເຫັນຄວາມເກື້ອໜູນກັນທາງເສດຖະກິດທີ່ຊັດເຈນຂຶ້ນລະຫວ່າງສອງປະເທດ.
ໃນຂົງເຂດປ້ອງກັນຊາດ ແລະ ຄວາມໝັ້ນຄົງ, ສອງຝ່າຍສືບຕໍ່ຂະຫຍາຍການຮ່ວມມືບົນພື້ນຖານຄວາມໄວ້ວາງໃຈ ແລະ ຄວາມເຄົາລົບຕໍ່ກັນ. ການຈັດສົນທະນາຄວາມໝັ້ນຄົງຂັ້ນລັດຖະມົນຕີຫວຽດນາມ - ອົດສະຕາລີ ຄັ້ງທຳອິດຢູ່ Canberra ໃນປີ 2024 ແລະ ການທີ່ກອງທັບເຮືອຫວຽດນາມເຂົ້າຮ່ວມການຝຶກຊ້ອມ Kakadu ເປັນຄັ້ງທຳອິດ ຖືເປັນຂີດໝາຍທີ່ສຳຄັນ.
![]() |
| ທ່ານ ຟ້າມຮຸ່ງເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຫວຽດນາມ ປະຈຳ ອົດສະຕາລີ |
ພ້ອມກັນນັ້ນ, ວິທະຍາສາດ - ເຕັກໂນໂລຊີ ແລະ ນະວັດຕະກຳ ພວມກ້າວຂຶ້ນເປັນເສົາຄ້ຳການຮ່ວມມືທີ່ມີທ່າແຮງສູງ. ສອງປະເທດພວມຜັນຂະຫຍາຍໂຄງການ Aus4Innovation, ບົດບັນທຶກຄວາມເຂົ້າໃຈວ່າດ້ວຍນະວັດຕະກຳ ແລະ ການສ້າງຕັ້ງສູນເຕັກໂນໂລຊີຍຸດທະສາດຫວຽດນາມ - ອົດສະຕາລີ ຢູ່ຮ່າໂນ້ຍ, ໂດຍສຸມໃສ່ປັນຍາປະດິດ, 5G, 6G ແລະ ຊິບເຄິ່ງຊັກນຳໄຟຟ້າ.
ບັນດາແຜນງານເຫຼົ່ານີ້ຈະເປີດໂອກາດໃຫ້ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ວິສາຫະກິດຂອງສອງປະເທດເຊື່ອມຕໍ່ ແລະ ຮ່ວມມືກັນຫຼາຍຂຶ້ນ, ສ້າງມູນຄ່າເພີ່ມໃຫ້ສາຍພົວພັນທະວິພາຄີ.
ທ່ານ ຟ້າມຮຸ່ງເຕິມ ປະເມີນວ່າ ຈຸດເດັ່ນຂອງສາຍພົວພັນຫວຽດນາມ - ອົດສະຕາລີ ບໍ່ໄດ້ຢູ່ພຽງການຂະຫຍາຍຂົງເຂດຮ່ວມມືໃຫ້ຫຼາກຫຼາຍຂຶ້ນ, ແຕ່ຍັງແມ່ນການປ່ຽນແປງດ້ານຄຸນນະພາບ ຈາກການຮ່ວມມືຫຼາຍຂົງເຂດ ໄປສູ່ການເປັນຄູ່ຮ່ວມທີ່ມີລວງເລິກ, ອີງໃສ່ຄວາມໄວ້ວາງໃຈ, ຜົນປະໂຫຍດຍຸດທະສາດຮ່ວມກັນ ແລະ ວິໄສທັດລະຍະຍາວ.
ສ້າງແຮງເຕີບໂຕໃໝ່ຈາກເຕັກໂນໂລຊີ ແລະ ການເຊື່ອມໂຍງ
ເມື່ອກ່າວເຖິງອະນາຄົດຂອງສາຍພົວພັນສອງປະເທດ, ທ່ານເອກອັກຄະລັດຖະທູດ ຟ້າມຮຸ່ງເຕິມ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຂັ້ນລັດຂອງທ່ານ ໂຕເລິມ ຈະເພີ່ມແຮງຂັບເຄື່ອນໃຫ້ຄູ່ຮ່ວມຍຸດທະສາດຮອບດ້ານກ້າວສູ່ຂັ້ນພັດທະນາທີ່ຫ້າວຫັນກວ່າເກົ່າ.
ທ່ານເຫັນວ່າ ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນປ່ຽນດິຈິຕອນ ແລະ ເສດຖະກິດດິຈິຕອນ ຈະມີບົດບາດເປັນແຮງເຕີບໂຕໃໝ່. ອົດສະຕາລີມີຈຸດແຂງໃນການຄົ້ນຄວ້າ, ເຕັກໂນໂລຊີ, ລະບົບນິເວດນະວັດຕະກຳ ແລະ ບຸກຄະລາກອນຄຸນນະພາບສູງ; ສ່ວນຫວຽດນາມພວມເລັ່ງລັດການຫັນປ່ຽນດິຈິຕອນ ແລະ ພັດທະນາອຸດສາຫະກຳເຕັກໂນໂລຊີສູງ.
ການປະສົມປະສານຂໍ້ໄດ້ປຽບຂອງສອງຝ່າຍຈຶ່ງສາມາດເປີດທາງໃຫ້ການຮ່ວມມືດ້ານປັນຍາປະດິດ, ຊິບເຄິ່ງຊັກນຳໄຟຟ້າ, ຄວາມໝັ້ນຄົງທາງໄຊເບີ, ເຕັກໂນໂລຊີຊີວະພາບ, ກະສິກຳທັນສະໄໝ ແລະ ເຕັກໂນໂລຊີສີຂຽວ.
ອີກທິດທາງສຳຄັນແມ່ນການພັດທະນາຕ່ອງໂສ້ສະໜອງທີ່ຍືນຍົງ ແລະ ຍົກສູງຄວາມສາມາດຕ້ານທານຂອງເສດຖະກິດ. ອົດສະຕາລີມີທ່າແຮງດ້ານຊັບພະຍາກອນ, ພະລັງງານ ແລະ ເຕັກໂນໂລຊີ, ຂະນະທີ່ຫວຽດນາມມີຂໍ້ໄດ້ປຽບດ້ານການຜະລິດ, ຕະຫຼາດ ແລະ ທີ່ຕັ້ງພູມສາດຍຸດທະສາດ.
ຈາກພື້ນຖານນີ້, ສອງປະເທດສາມາດເພີ່ມການຮ່ວມມືໃນຂົງເຂດພະລັງງານສະອາດ, ແຮ່ທາດສຳຄັນ, ການຫັນປ່ຽນສີຂຽວ, ການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ ແລະ ການຮັບມືກັບການປ່ຽນແປງດິນຟ້າອາກາດ.
ທ່ານ ຟ້າມຮຸ່ງເຕິມ ເນັ້ນວ່າ ທ່າມກາງການຜັນແປອັນສັບສົນຂອງສະພາບການໂລກ ແລະ ພາກພື້ນ, ສອງປະເທດຄວນສືບຕໍ່ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງການເມືອງ, ຮັກສາການແລກປ່ຽນຂັ້ນສູງ ແລະ ນຳໃຊ້ຈຸດແຂງທີ່ເກື້ອໜູນກັນຂອງສອງເສດຖະກິດ ເພື່ອຫຼາກຫຼາຍຕ່ອງໂສ້ສະໜອງ ແລະ ເສີມສ້າງຄວາມສາມາດປັບຕົວຕໍ່ການປ່ຽນແປງຂອງເສດຖະກິດໂລກ.
ຄຽງຄູ່ກັນນັ້ນ, ການຮ່ວມມືດ້ານປ້ອງກັນຊາດ - ຄວາມໝັ້ນຄົງ ຍັງສາມາດຂະຫຍາຍໃນບັນດາຂົງເຂດຮັກສາສັນຕິພາບຂອງສະຫະປະຊາຊາດ, ຄວາມໝັ້ນຄົງທາງທະເລ, ການຊ່ວຍເຫຼືອດ້ານມະນຸດສະທຳ, ຄວາມໝັ້ນຄົງທາງໄຊເບີ ແລະ ການປ້ອງກັນອາຊະຍາກຳຂ້າມຊາດ. ສອງຝ່າຍຍັງຄວນເພີ່ມການປະສານງານໃນກົນໄກຫຼາຍຝ່າຍ ເຊັ່ນ ASEAN, EAS, APEC ແລະ ສະຫະປະຊາຊາດ ເພື່ອຊຸກຍູ້ການສົນທະນາ, ເສີມສ້າງຄວາມໄວ້ວາງໃຈ ແລະ ສົ່ງເສີມລັດທິຫຼາຍຝ່າຍ.
ທ່ານເອກອັກຄະລັດຖະທູດຢືນຢັນວ່າ ດ້ວຍຄວາມໄວ້ເນື້ອເຊື່ອໃຈທາງການເມືອງທີ່ນັບມື້ນັບແໜ້ນແຟ້ນ, ຈຸດແຂງທາງເສດຖະກິດທີ່ເກື້ອໜູນກັນ ແລະ ຄວາມມຸ່ງໝັ້ນຂອງການນຳສອງປະເທດ, ຫວຽດນາມ ແລະ ອົດສະຕາລີ ຈະສືບຕໍ່ເປັນຄູ່ຮ່ວມສຳຄັນຂອງກັນແລະກັນ. ຄວາມຮ່ວມມືທີ່ເລິກເຊິ່ງ, ແທ້ຈິງ ແລະ ມີປະສິດທິຜົນຍິ່ງຂຶ້ນ ຈະບໍ່ພຽງແຕ່ນຳຜົນປະໂຫຍດມາສູ່ສອງປະເທດ ແຕ່ຍັງປະກອບສ່ວນຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາທີ່ຍືນຍົງຂອງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ກໍຄືທົ່ວໂລກ.
ຍສໝ - ໃນເກືອບ 3 ທົດສະວັດແຫ່ງການເຄື່ອນໄຫວຢູ່ຫວຽດນາມ, ອົງການ ChildFund ອົດສະຕາລີ ໄດ້ປະຕິບັດ 297 ໂຄງການ ດ້ວຍຍອດຈຳນວນເງິນເກືອບ 72 ລ້ານໂດລາອົດສະຕາລີ, ເທົ່າກັບກວ່າ 1.200 ຕື້ດົ່ງ. ໂຄງການດັ່ງກ່າວກວມເອົາຫຼາຍຂົງເຂດເຊັ່ນ: ການປົກປ້ອງເດັກ, ການສຶກສາ, ສາທາລະນະສຸກ, ນ້ຳສະອາດ, ການຫາລ້ຽງຊີບ... ໂດຍຜ່ານນັ້ນ ນຳເອົາໂອກາດການພັດທະນາທີ່ປອດໄພ ແລະ ຍືນຍົງໃຫ້ແກ່ເດັກນ້ອຍຫຼາຍລ້ານຄົນ. |
ຍສໝ - ວັນທີ 22 ຕຸລານີ້, ຢູ່ນະຄອນເກີນເທີ, ວັນບຸນເຊື່ອມຕໍ່ການລົງທຶນດ້ານດິນຟ້າອາກາດໄດ້ໄຂຂຶ້ນໃນຂອບເຂດໂຄງການພື້ນທີ່ຮ່ວມມືວິສາຫະກິດ (BPP) ໂດຍລັດຖະບານອົດສະຕາລີ ອຸປະຖຳ. |
ມິງດຶກ
