ຫວຽດນາມ ຊຸກຍູ້ການຮ່ວມມືວັດທະນະທຳ - ສັງຄົມອາຊຽນ

14:10 | 09/07/2026

ຍສໝ - ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຫວຽດນາມ ໄດ້ປະກາດໃຊ້ແຜນດຳເນີນງານໄລຍະ 2026-2030 ເພື່ອຜັນຂະຫຍາຍແຜນຍຸດທະສາດປະຊາຄົມວັດທະນະທຳ - ສັງຄົມອາຊຽນ ໄລຍະ 2026-2035, ແນໃສ່ຍົກສູງບົດບາດຂອງຫວຽດນາມ ແລະ ເສີມສ້າງປະຊາຄົມອາຊຽນທີ່ສາມັກຄີ, ເຂັ້ມແຂງ ແລະ ພັດທະນາຢ່າງຍືນຍົງ.

ເອກອັກຄະລັດຖະທູດ ການາດາ: ຫວຽດນາມ ມີບົດບາດເປັນແກນນຳ ພາຍໃນ ASEAN ແລະ ເຂດມະຫາສະໝຸດອິນເດຍ - ປາຊີຟິກ
ເພື່ອນມິດສາກົນຕີລາຄາສູງຕໍ່ບົດບາດຂອງ ປະເທດ ຫວຽດນາມ ພາຍໃດການກຳນົດທິດທາງອະນາຄົດຂອງ ASEAN

ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໄດ້ປະກາດໃຊ້ຂໍ້ຕົກລົງເລກທີ 1541/QĐ-BVHTTDL ກ່ຽວກັບແຜນດຳເນີນງານໄລຍະ 2026-2030 ເພື່ອປະຕິບັດແຜນງານດຳເນີນງານຕາມແຜນຍຸດທະສາດປະຊາຄົມວັດທະນະທຳ - ສັງຄົມອາຊຽນ ຢູ່ຫວຽດນາມ ໄລຍະ 2026-2035.

ແຜນການນີ້ມຸ່ງຜັນຂະຫຍາຍແຜນງານຂອງປະຊາຄົມວັດທະນະທຳ - ສັງຄົມອາຊຽນ ຢ່າງຄົບຊຸດ ແລະ ມີປະສິດທິຜົນ ໃນບັນດາຂົງເຂດທີ່ຢູ່ພາຍໃຕ້ຂອບເຂດການຄຸ້ມຄອງລັດຂອງກະຊວງ. ຂະນະດຽວກັນ ກໍເນັ້ນການຢືນຢັນ ແລະ ຍົກສູງບົດບາດຂອງກະຊວງໃນຖານະອົງການປະສານງານຫຼັກສຳລັບການຮ່ວມມືສະເພາະຂະແໜງການ ດ້ານວັດທະນະທຳ, ຄອບຄົວ, ກິລາ ແລະ ຂໍ້ມູນຂ່າວສານ.

ບັນດາເປົ້າໝາຍ ແລະ ມາດຕະການທາງຍຸດທະສາດທີ່ກ່ຽວຂ້ອງຈະໄດ້ຮັບການຫັນເປັນໜ້າວຽກຕົວຈິງ, ເພື່ອປະກອບສ່ວນສ້າງປະຊາຄົມອາຊຽນທີ່ມີຄວາມຜູກພັນ, ເຂັ້ມແຂງ ແລະ ເຕີບໂຕຢ່າງຍືນຍົງ.

ກະຊວງຮຽກຮ້ອງໃຫ້ການຜັນຂະຫຍາຍແຜນດຳເນີນງານຕ້ອງດຳເນີນດ້ວຍຈິດໃຈເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະ ເສີມຂະຫຍາຍບົດບາດຂອງອົງການປະສານງານຫຼັກໃຫ້ໄດ້ສູງສຸດ. ບັນດາຫົວໜ່ວຍຕ້ອງເປັນເຈົ້າການເຊື່ອມໂຍງ ແລະ ເຂົ້າຮ່ວມກິດຈະກຳຕາມກົນໄກຮ່ວມມືສະເພາະຂະແໜງການຂອງອາຊຽນຢ່າງຕັ້ງໜ້າ.

ພ້ອມກັນນັ້ນ, ຕ້ອງຮັບປະກັນການແລກປ່ຽນຂໍ້ມູນ ແລະ ການປະສານງານຢ່າງໃກ້ຊິດ, ຄ່ອງຕົວ ແລະ ເປັນເອກະພາບ ລະຫວ່າງກະຊວງກັບບັນດາທ້ອງຖິ່ນ ແລະ ອົງການທີ່ກ່ຽວຂ້ອງ ໃນການປະຕິບັດເປົ້າໝາຍຍຸດທະສາດໄລຍະ 2026-2030.

ແຕ່ລະໜ້າວຽກຕ້ອງກຳນົດໃຫ້ຊັດເຈນວ່າຫົວໜ່ວຍໃດເປັນເຈົ້າພາບ ແລະ ຫົວໜ່ວຍໃດເປັນຜູ້ປະສານງານ, ໂດຍຮັບປະກັນທັງຄວາມຄືບໜ້າ ແລະ ຄຸນນະພາບ. ນອກຈາກນັ້ນ, ຍັງຕ້ອງປະສານການລະດົມແຫຼ່ງຊັບພະຍາກອນສາກົນເຂົ້າໃນການຮ່ວມມື ແລະ ເຊື່ອມໂຍງໃຫ້ເກີດຜົນສູງສຸດ.

ການປະຕິບັດແຜນງານຈະຍຶດຕິດກັບແຜນດຳເນີນງານຂອງອາຊຽນ, ພ້ອມທັງປັບໃຫ້ເໝາະສົມກັບເງື່ອນໄຂຕົວຈິງຂອງຫວຽດນາມ, ເພື່ອໃຫ້ການຮ່ວມມືມີຄວາມຕໍ່ເນື່ອງ ແລະ ສາມາດຂະຫຍາຍຜົນໄດ້ໃນໄລຍະຍາວ.

ຍົກສູງບົດບາດ ຫວຽດນາມ ພາຍໃນການຮ່ວມມື ວັດທະນະທຳ - ສັງຄົມ ASEAN
ການຮ່ວມມືດ້ານວັດທະນະທຳ ພາຍໃນ ASEAN ໄດ້ຮັດແໜ້ນຄວາມສະໜິດແໜ້ນ ຂອງປະຊາຊົນ ຢູ່ບັນດາປະເທດສະມາຊິກ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ

ເສີມສ້າງເອກະລັກອາຊຽນຜ່ານວັດທະນະທຳ

ໃນຂົງເຂດວັດທະນະທຳ, ກະຊວງຈະຈັດຕັ້ງກິດຈະກຳເຜີຍແຜ່ເພື່ອຢືນຢັນເອກະລັກຮ່ວມຂອງອາຊຽນ. ກິດຈະກຳດັ່ງກ່າວຈະເນັ້ນການແນະນຳພາບລັກຂອງອາຊຽນ ຜ່ານວັນອາຊຽນ, ທຸງອາຊຽນ, ເພງປະຈຳອາຊຽນ ແລະ ສັນຍະລັກຂອງອາຊຽນ.

ຫວຽດນາມຈະຈັດ ຫຼື ເຂົ້າຮ່ວມການແຂ່ງຂັນ, ງານວາງສະແດງ, ສັບປະດາຮູບເງົາ ແລະ ເທດສະການສິລະປະຕ່າງໆ, ເພື່ອແນະນຳພາບລັກຂອງປະເທດຊາດ, ປະຊາຊົນຫວຽດນາມ ແລະ ປະຊາຄົມອາຊຽນ.

ຄຽງຄູ່ກັນນັ້ນ, ຈະຜັນຂະຫຍາຍບັນດາແຜນງານທີ່ມຸ່ງຍົກສູງພາບລັກ ແລະ ບົດບາດຂອງອາຊຽນໃນເວທີໂລກ ຜ່ານກິດຈະກຳດ້ານວັດທະນະທຳ, ສິລະປະ, ເທດສະການຮູບເງົາ ແລະ ງານວາງສະແດງ. ພ້ອມກັນນັ້ນ, ຈະປະສານງານເພື່ອເສີມສ້າງສຽງເວົ້າຮ່ວມຂອງອາຊຽນໃນບັນດາເວທີສາກົນ.

ແຜນການຍັງໃຫ້ຄວາມສຳຄັນຕໍ່ການເຜີຍແຜ່ຄຸນຄ່າ ແລະ ບົດບາດຂອງມໍລະດົກວັດທະນະທຳໃນການສ້າງປະຊາຄົມອາຊຽນ. ບັນດາກິດຈະກຳຈະມຸ່ງເສີມສ້າງບົດບາດຂອງອາຊຽນໃນການຮ່ວມມືດ້ານມໍລະດົກກັບຄູ່ຮ່ວມມືສາກົນ, ປະສານການປະຕິບັດສົນທິສັນຍາສາກົນທີ່ບັນດາປະເທດອາຊຽນເປັນສະມາຊິກ, ລວມເຖິງການຈັດທຳເອກະສານສະເໜີມໍລະດົກວັດທະນະທຳຮ່ວມຫຼາຍປະເທດ.

ອີກໜຶ່ງເນື້ອໃນສຳຄັນແມ່ນການຜັນຂະຫຍາຍຂໍ້ລິເລີ່ມສົ່ງເສີມພື້ນຖານເສດຖະກິດສ້າງສັນອາຊຽນ (ACE), ຊຸກຍູ້ອຸດສາຫະກຳວັດທະນະທຳ ແລະ ສ້າງສັນ (CCI), ພ້ອມທັງຈັດກິດຈະກຳຍົກສູງຄວາມສາມາດ ແລະ ພັດທະນາບຸກຄະລາກອນໃນຂົງເຂດວັດທະນະທຳ ແລະ ອຸດສາຫະກຳສ້າງສັນ.

ຂະຫຍາຍການສື່ສານອາຊຽນໃນຍຸກດິຈິຕອນ

ໃນຂົງເຂດຂໍ້ມູນຂ່າວສານ ແລະ ການສື່ສານ, ກະຊວງຈະຈັດຕັ້ງກິດຈະກຳເພື່ອຍົກສູງຄວາມຮັບຮູ້ຂອງປະຊາຊົນຕໍ່ປະຊາຄົມອາຊຽນ ແລະ ເອກະລັກຮ່ວມຂອງພາກພື້ນ. ການສື່ສານຈະຕິດພັນກັບການເພີ່ມທະວີການເຊື່ອມຕໍ່ລະຫວ່າງປະຊາຊົນ, ສົ່ງເສີມວັດທະນະທຳແຫ່ງການປ້ອງກັນ ແລະ ເຜີຍແຜ່ຄຸນຄ່າທາງວັດທະນະທຳ.

ການໂຄສະນາເອກະລັກວັດທະນະທຳອາຊຽນ, ຄຸນຄ່າຮ່ວມ ແລະ ຜົນປະໂຫຍດຂອງປະຊາຄົມ ຈະໄດ້ຮັບການຊຸກຍູ້ຜ່ານບັນດາແພລດຟອມດິຈິຕອນ ແລະ ເຄືອຂ່າຍສັງຄົມທີ່ນິຍົມຢູ່ຫວຽດນາມ. ພ້ອມກັນນັ້ນ, ຈະເພີ່ມການປະຕິສຳພັນກັບປະຊາຊົນຜ່ານຊ່ອງທາງດິຈິຕອນ, ໂດຍສະເພາະກຸ່ມຊາວໜຸ່ມ.

ບັນດາສື່ມວນຊົນ ແລະ ແພລດຟອມດິຈິຕອນຈະໄດ້ຮັບການສົ່ງເສີມໃຫ້ເພີ່ມເວລາອອກອາກາດ, ຍົກສູງຄຸນນະພາບຂອງລາຍການ, ໜ້າຂ່າວ, ຄໍລຳສະເພາະ ແລະ ບົດຂ່າວກ່ຽວກັບການຮ່ວມມືອາຊຽນດ້ານວັດທະນະທຳ, ຄອບຄົວ, ກິລາ ແລະ ຂໍ້ມູນຂ່າວສານ.

ຂະນະດຽວກັນ, ຈະຈັດການຝຶກອົບຮົມ, ກອງສຳມະນາ, ເວທີປາໄສ ແລະ ການສົນທະນາສະເພາະຫົວຂໍ້ໃຫ້ແກ່ນັກຂ່າວ, ບັນນາທິການ, ອົງການສື່ມວນຊົນ ແລະ ວາລະສານ ເພື່ອເພີ່ມຄວາມຮູ້ກ່ຽວກັບປະຊາຄົມອາຊຽນ.

ກະຊວງຈະປະສານງານກັບກະຊວງການຕ່າງປະເທດ ແລະ ກະຊວງພາຍໃນ ເພື່ອຮັກສາ ແລະ ປັບປຸງເນື້ອໃນຂອງປະຕູຂໍ້ມູນອາຊຽນຫວຽດນາມ (https://aseanvietnam.vn), ພ້ອມທັງຊຸກຍູ້ການສື່ສານກ່ຽວກັບອາຊຽນ ຜ່ານບັນດາອົງການວາລະສານພາຍໃຕ້ກະຊວງ ແລະ ແພລດຟອມດິຈິຕອນທີ່ມີຜູ້ນິຍົມໃຊ້ຢ່າງກວ້າງຂວາງ.

ສົ່ງເສີມກິລາ ແລະ ຄຸນຄ່າຄອບຄົວ

ສຳລັບຂົງເຂດກາຍະສຶກສາ ແລະ ກິລາ, ແຜນການກຳນົດໃຫ້ຜັນຂະຫຍາຍບັນດາມາດຕະການຊຸກຍູ້ການເຂົ້າເຖິງກິລາຢ່າງທົ່ວເຖິງ, ຂະຫຍາຍການມີສ່ວນຮ່ວມຂອງຊຸມຊົນ, ໂດຍສະເພາະກຸ່ມປະຊາຊົນທີ່ດ້ອຍໂອກາດ.

ການພັດທະນາກິລາຜົນງານສູງຈະໄດ້ຮັບການສົ່ງເສີມຜ່ານການປ່ຽນແປງໃໝ່ເຕັກໂນໂລຊີ, ການນຳໃຊ້ວິທະຍາສາດ ແລະ ການຍົກສູງປະສິດທິຜົນຄຸ້ມຄອງ. ພ້ອມກັນນັ້ນ, ຈະຊຸກຍູ້ໃຫ້ປະຊາຊົນທຸກໄວເຂົ້າຮ່ວມຝຶກກາຍະສຶກສາ ແລະ ຫຼິ້ນກິລາຢ່າງກວ້າງຂວາງ.

ການອະນຸລັກ ແລະ ສົ່ງເສີມກິລາພື້ນເມືອງ ກໍເປັນໜຶ່ງໃນທິດທາງທີ່ໄດ້ຮັບຄວາມສຳຄັນ. ຜ່ານກິດຈະກຳເຫຼົ່ານີ້, ແຜນການມຸ່ງເສີມຂະຫຍາຍບົດບາດຂອງກິລາໃນການຊຸກຍູ້ສັນຕິພາບ, ຍົກສູງສຸຂະພາບຊຸມຊົນ, ສ້າງວິຖີຊີວິດທີ່ດີງາມ ແລະ ປະກອບສ່ວນຕໍ່ການພັດທະນາເສດຖະກິດ - ສັງຄົມ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ.

ໃນຂົງເຂດຄອບຄົວ, ກະຊວງຈະດຳເນີນກິດຈະກຳສື່ສານກ່ຽວກັບລະບົບຄຸນຄ່າແຫ່ງຊາດ, ຄຸນຄ່າວັດທະນະທຳ, ຄຸນຄ່າຄອບຄົວ ແລະ ມາດຕະຖານຂອງຄົນຫວຽດນາມ. ເປົ້າໝາຍແມ່ນເຜີຍແຜ່ຄຸນຄ່າທີ່ດີງາມ, ປູກຝັງຈິດໃຈຮັກຊາດ, ຄວາມມີເມດຕາ, ຄວາມອົດກັ້ນ, ຄວາມສາມັກຄີ ແລະ ຄວາມຮັບຜິດຊອບ.

ບັນດາກິດຈະກຳຍັງມຸ່ງສົ່ງເສີມການເຄົາລົບຄວາມຫຼາກຫຼາຍທາງວັດທະນະທຳ, ສ້າງຄົນຫວຽດນາມໃຫ້ພັດທະນາຢ່າງຮອບດ້ານ ແລະ ມີຈິດສຳນຶກຮັບຜິດຊອບຕໍ່ຄອບຄົວ, ຊຸມຊົນ, ສັງຄົມ ແລະ ປະເທດຊາດ.

ນອກຈາກນັ້ນ, ຈະເສີມຂະຫຍາຍບົດບາດຂອງຄອບຄົວໃນການສຶກສາ, ຍົກສູງຄວາມຮັບຮູ້ ແລະ ທັກສະດ້ານດິຈິຕອນ. ພ້ອມກັນນັ້ນ, ຈະເພີ່ມການສື່ສານກ່ຽວກັບສິດຂອງກຸ່ມດ້ອຍໂອກາດພາຍໃນຄອບຄົວ, ສ້າງໂອກາດ ແລະ ຮັບປະກັນສະຫວັດດີການສັງຄົມຢ່າງທົ່ວເຖິງ.

ສອດແຊກນະໂຍບາຍ ແລະ ລະດົມຊັບພະຍາກອນ

ກ່ຽວກັບການສອດແຊກນະໂຍບາຍ, ການສະຫຼຸບປະເມີນຜົນ ແລະ ການລາຍງານ, ກະຊວງຈະກວດຄືນບັນດາແຜນງານ, ຍຸດທະສາດ, ມາດຕະຖານ ແລະ ຂໍ້ຜູກພັນສາກົນທີ່ຫວຽດນາມເຂົ້າຮ່ວມ ໂດຍອີງໃສ່ເປົ້າໝາຍຂອງແຜນຍຸດທະສາດປະຊາຄົມວັດທະນະທຳ - ສັງຄົມອາຊຽນ ໄລຍະ 2026-2035.

ຈາກນັ້ນ, ຈະຄັດເລືອກມາດຕະການທີ່ເໝາະສົມເພື່ອບັນຈຸເຂົ້າໃນແຜນງານດຳເນີນງານ, ແຜນໄລຍະຍາວ ແລະ ແຜນປະຈຳປີຂອງກະຊວງ, ຮັບປະກັນໃຫ້ການປະຕິບັດມີຄວາມສອດຄ່ອງ ແລະ ຕໍ່ເນື່ອງ.

ກະຊວງຈະຈັດທຳບົດລາຍງານສະຫຼຸບ ແລະ ປະເມີນຜົນ, ປັບປຸງຂໍ້ມູນກ່ຽວກັບການຮ່ວມມືອາຊຽນເປັນປະຈຳ ໃນບັນດາຂົງເຂດວັດທະນະທຳ, ຂໍ້ມູນຂ່າວສານ, ຄອບຄົວ ແລະ ກິລາ. ຂະນະດຽວກັນ, ຈະສະເໜີແຜນປະຕິບັດບັນດາຖະແຫຼງການ ແລະ ຂໍ້ຕົກລົງຂອງກອງປະຊຸມລັດຖະມົນຕີສະເພາະຂະແໜງການອາຊຽນ ດ້ານວັດທະນະທຳ, ກິລາ ແລະ ຂໍ້ມູນຂ່າວສານ.

ສຳລັບວຽກງານລະດົມຊັບພະຍາກອນ, ແຜນການໃຫ້ຄວາມສຳຄັນກັບການສະແຫວງຫາແຫຼ່ງທຶນຈາກກອງທຶນພາຍໃນອາຊຽນ, ບັນດາອົງການພາຍໃນປະເທດ, ອົງການສາກົນ ແລະ ຄູ່ຮ່ວມມືຂອງອາຊຽນ. ນອກຈາກນັ້ນ, ຈະເພີ່ມການລະດົມແຫຼ່ງທຶນຈາກສັງຄົມ ເພື່ອຈັດການສະແດງສິລະປະ, ເຫດການວັດທະນະທຳ ແລະ ງານວາງສະແດງ.

ໃນດ້ານບຸກຄະລາກອນ, ກະຊວງຈະເສີມສ້າງຖັນແຖວຜູ້ຮັບຜິດຊອບວຽກງານຮ່ວມມືອາຊຽນໂດຍສະເພາະ, ເພີ່ມການຝຶກອົບຮົມ ແລະ ອັບເດດຄວາມຮູ້ວິຊາສະເພາະ ລວມທັງທັກສະພາສາຕ່າງປະເທດໃຫ້ແກ່ພະນັກງານດ້ານການຮ່ວມມືສາກົນ. ພ້ອມກັນນັ້ນ, ຈະສົ່ງພະນັກງານທີ່ຮັບຜິດຊອບເຂົ້າຮ່ວມກອງປະຊຸມ ແລະ ກອງສຳມະນາວິຊາສະເພາະຂອງອາຊຽນ, ເພື່ອຍົກສູງຄວາມສາມາດໃນການປະສານງານ ແລະ ຜັນຂະຫຍາຍການຮ່ວມມື.

ປະຊາຊົນຫຼາຍພັນຄົນເຂົ້າຮ່ວມ ເທສະການວັດທະນະທຳ ຫວຽດນາມ ຢູ່ທີ່ Wroclaw, ປະເທດ ໂປໂລຍ ປະຊາຊົນຫຼາຍພັນຄົນເຂົ້າຮ່ວມ ເທສະການວັດທະນະທຳ ຫວຽດນາມ ຢູ່ທີ່ Wroclaw, ປະເທດ ໂປໂລຍ

ຍສໝ - ຢູ່ທ່າມກາງເນື້ອທີ່ອັນເກົ່າແກ່ຂອງ ສູນກາງຕົວເມືອງໂບຮານ Wroclaw (ປະເທດ ໂປໂລຍ), ເທສະການວັດທະນະທຳ ຫວຽດນາມ ໄດ້ດຶງດູດປະຊາຊົນທ້ອງຖິ່ນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມຢ່າງຫຼວງຫຼາຍ ດ້ວຍບັນດາການເຄື່ອນໄຫວດ້ານວັດທະນະທຳ, ສິລະປະ ແລະ ອາຫານການກິນອັນໂດດເດັ່ນ, ປະກອບສ່ວນໂຄສະນາພາບພົດປະເທດຊາດ, ຊາວ ຫວຽດນາມ ສູ່ເພື່ອນມິດສາກົນ.

ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ຮັບການປະດັບຫຼຽນໄຊ ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ຮັບການປະດັບຫຼຽນໄຊ “ວີລະຊົນ ເວເນຊູເອລາ ”

ຍສໝ - ໃນຕອນເຊົ້າວັນທີ 6 ກໍລະກົດ ຕາມເວລາທ້ອງຖິ່ນ, ໂດຍໄດ້ຮັບການມອບສິດຈາກລັດຖະບານ ເວເນຊູເອລາ, ພັນໂທ ຣາອູນ Raúl Serrano Chacón ສັງກັດກອງບັນຊາການທະຫານຮັກສາການປະທານາທິບໍດີ - ຜູ້ປະສານງານຄະນະກູ້ໄພກູ້ຊີບ ຫວຽດນາມ - ໄດ້ເປັນປະທານພິທີມອບຫຼຽນໄຊ “ວີລະຊົນ ເວເນຊູເອລາ” ຊັ້ນໜຶ່ງ ໃຫ້ແກ່ ຄະນະກູ້ໄພກູ້ຊີບ ຫວຽດນາມ ...

ຄຳສີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ