ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ່ 2

21:54 | 09/09/2026

ຍສໝ​ - ດ້ວຍຄວາມຕັ້ງໃຈ ແລະ ແນວຄິດຂອງຕົນ, ບັນດານັກວິຊາການ, ຜູ້ອາວຸໂສ, ນັກທຸລະກິດ, ນັກທ່ອງທ່ຽວ, ນັກສິລະປິນ, ຊາວໜຸ່ມ, ຊາວຫວຽດນາມຢູ່ຕ່າງປະເທດ... ຕະຫຼອດຮອດບັນດານັກການທູດພາຍໃນ ແລະ ຕ່າງປະເທດ ໄດ້ປະກອບຄຳເຫັນ ແລະ ສະແດງຄວາມປາດຖະໜາຕໍ່ກອງປະຊຸມໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນອາຍຸການໃໝ່.

ຄວາມ​ຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ 1 ຂົວເຊື່ອມແຫ່ງຄວາມໄວ້ວາງໃຈ ເຊື່ອມຕໍ່ຫວຽດນາມກັບເພື່ອນມິດທົ່ວໂລກ
ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ່ 2

ນຳພາດ້ວຍພະລັງຂອງຊາວໜຸ່ມ ແລະ ວັດທະນະທຳ

ທ່ານນາງ ຄຳເຜົາ ເອີນທະວັນ, ເອກອັກຄະລັດຖະທູດລາວປະຈຳຫວຽດນາມ ເຫັນວ່າ ຄົນຮຸ່ນໜຸ່ມ ແລະ ບັນດາກິດຈະກຳແລກປ່ຽນວັດທະນະທຳ ຈະເປັນໜຶ່ງໃນວິທີການທີ່ມີປະສິດທິຜົນ ເພື່ອນຳພາມິດຕະພາບລະຫວ່າງສອງປະເທດໃນໄລຍະຕໍ່ໜ້າ.

ໃນການແລກປ່ຽນກັບວາລະສານ ຍຸກສະໄໝ, ທ່ານນາງເຫັນວ່າ ຈຳເປັນຕ້ອງສ້າງເງື່ອນໄຂໃຫ້ຊາວໜຸ່ມສອງປະເທດເຂົ້າຮ່ວມຫຼາຍຂຶ້ນໃນບັນດາໂຄງການແລກປ່ຽນນັກສຶກສາ, ຄ້າຍລະດູຮ້ອນ, ເວທີປາໄສຊາວໜຸ່ມ, ການແລກປ່ຽນວັດທະນະທຳ, ກິລາ, ອາສາສະໝັກ ແລະ ການເລີ່ມທຸລະກິດ. ຊຸກຍູ້ການຮ່ວມມືລະຫວ່າງບັນດາມະຫາວິທະຍາໄລ, ອົງການຊາວໜຸ່ມ ແລະ ເພີ່ມທະວີການເຊື່ອມໂຍງຜ່ານບັນດາແພລດຟອມດິຈິຕອນ ເພື່ອໃຫ້ຊາວໜຸ່ມສອງປະເທດແບ່ງປັນຄວາມຮູ້ ແລະ ປະສົບການ.

ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ່ 2
ທ່ານນາງ ຄຳເຜົາ ເອີນທະວັນ, ເອກອັກຄະລັດຖະທູດລາວປະຈຳຫວຽດນາມ. (ພາບ: ດິງຮວ່າ)

ທ່ານນາງ ຄຳເຜົາ ເອີນທະວັນ ເຫັນວ່າ ຈຳເປັນຕ້ອງສືບຕໍ່ປ່ຽນໃໝ່ເນື້ອໃນ ແລະ ວິທີການຮ່ວມມືປະຊາຊົນ, ເພີ່ມທະວີການນຳໃຊ້ເຕັກໂນໂລຊີດິຈິຕອນ, ພ້ອມທັງເປີດກວ້າງການແລກປ່ຽນລະຫວ່າງຊາວໜຸ່ມ, ວິສາຫະກິດ ແລະ ບັນດາອົງການສັງຄົມ.

ທ່ານນາງເອກອັກຄະລັດຖະທູດ ຄາດຫວັງວ່າ ໃນອາຍຸການ 2026-2031, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈະສືບຕໍ່ສົ່ງເສີມບົດບາດເປັນຂົວເຊື່ອມອັນສຳຄັນລະຫວ່າງປະຊາຊົນຫວຽດນາມ ແລະ ລາວ, ເປັນເຈົ້າການຊຸກຍູ້ບັນດາໂຄງການຮ່ວມມືທີ່ເປັນຮູບປະທຳ ແລະ ມີປະສິດທິຜົນ. ພ້ອມກັນນັ້ນ, ເພີ່ມທະວີການປະສານສົມທົບກັບບັນດາອົງການມິດຕະພາບຂອງລາວ, ຜັນຂະຫຍາຍຕື່ມບັນດາກິດຈະກຳແລກປ່ຽນ, ແບ່ງປັນປະສົບການ ແລະ ຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍຕ່າງສົນໃຈ.

ທ່ານນາງເອກອັກຄະລັດຖະທູດ ສະເໜີໃຫ້ສະຫະພັນບັນດາອົງການມິດຕະພາບຫວຽດນາມ ເອົາໃຈໃສ່ວຽກງານໂຄສະນາ, ສຶກສາອົບຮົມປະເພນີມິດຕະພາບພິເສດ ຫວຽດນາມ - ລາວ ໃຫ້ແກ່ຄົນຮຸ່ນໜຸ່ມ, ປະກອບສ່ວນຮັກສາ ແລະ ສົ່ງເສີມຊັບສົມບັດອັນລ້ຳຄ່າຂອງສອງຊາດ.

ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ່ 2
ທ່ານນາງ ຄຳເຜົາ ເອີນທະວັນ ມອບໃບຍ້ອງຍໍໃຫ້ແກ່ນັກສຶກສາລາວທີ່ສຶກສາຢູ່ຫວຽດນາມ ແລະ ມີຜົນການຮຽນດີເດັ່ນ.

ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2026-2031, ທ່ານນາງ ຄຳເຜົາ ເອີນທະວັນ ອວຍພອນໃຫ້ກອງປະຊຸມໃຫຍ່ປະສົບຜົນສຳເລັດຢ່າງຈົບງາມ. ທ່ານນາງສະແດງຄວາມເຊື່ອໝັ້ນວ່າ ສະຫະພັນຈະສືບຕໍ່ສົ່ງເສີມປະເພນີ, ປ່ຽນໃໝ່, ຍົກສູງປະສິດທິຜົນກິດຈະກຳການຕ່າງປະເທດປະຊາຊົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງຫວຽດນາມກັບບັນດາປະເທດໃນທົ່ວໂລກ, ໃນນັ້ນມີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ່ 2

ເວທີປາໄສປະຊາຊົນ ຫວຽດນາມ - ຣັດເຊຍ:

ໄດ້ເປີດກວ້າງພື້ນທີ່ການຮ່ວມມືທີ່ເປັນຮູບປະທຳ ແລະ ມີຊີວິດຊີວາໃຫ້ແກ່ສອງຝ່າຍ

ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ່ 2
ທ່ານ Vyacheslav Kalganov, ຮອງປະທານຄະນະກຳມະການການຕ່າງປະເທດ Saint Petersburg (ສະຫະພັນຣັດເຊຍ). (ພາບ: ດິງຮວ່າ)

ຕາມທ່ານ Vyacheslav Kalganov, ຮອງປະທານຄະນະກຳມະການການຕ່າງປະເທດ Saint Petersburg (ສະຫະພັນຣັດເຊຍ), ເວທີປາໄສປະຊາຊົນ ຫວຽດນາມ - ຣັດເຊຍ ຄັ້ງທີໜຶ່ງ ໄດ້ບັນລຸເປົ້າໝາຍສຳຄັນ, ພິເສດແມ່ນສ້າງກົນໄກຮ່ວມເພື່ອເຊື່ອມໂຍງບັນດາທ້ອງຖິ່ນ, ວິສາຫະກິດ, ສະຖາບັນການສຶກສາ, ສາທາລະນະສຸກ ແລະ ອົງການສັງຄົມຂອງສອງປະເທດ. ຕາມທ່ານ, ໝາກຜົນນີ້ໄດ້ເປີດບົດໃໝ່ໃນສາຍພົວພັນປະຊາຊົນສອງປະເທດ, ຫັນບັນດາແນວຄິດ ແລະ ຂໍ້ຕົກລົງຢູ່ເວທີປາໄສ ໃຫ້ກາຍເປັນບັນດາໂຄງການອັນເປັນຮູບປະທຳ ແລະ ມີຄວາມຕໍ່ເນື່ອງ.

ພວກເຮົາເຫັນວ່າ ກ່ອນອື່ນໝົດ ຈຳເປັນຕ້ອງສົ່ງເສີມເຄືອຂ່າຍທ້ອງຖິ່ນ. Saint Petersburg ໄດ້ສ້າງຕັ້ງສາຍພົວພັນເມືອງແຮກສ່ຽວກັບຫຼາຍທ້ອງຖິ່ນຂອງຫວຽດນາມ ເຊັ່ນ: ຮ່າໂນ້ຍ, ນະຄອນໂຮ່ຈິມິນ, ແຄັງຮວ່າ, ຫາຍຟ່ອງ, ດ້ຽນບຽນ... ພວກເຮົາຮັກສາການພົວພັນກັບປະຊາຄົມຊາວຫວຽດນາມຢູ່ສະຫະພັນຣັດເຊຍ ແລະ ບັນດາຄູ່ຮ່ວມຢູ່ຫວຽດນາມ. ບົນພື້ນຖານຂໍ້ສະເໜີຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນຣັດເຊຍ, ພວກເຮົາສືບຕໍ່ຊອກຫາບັນດາຄູ່ຮ່ວມໃໝ່.

ການສຶກສາແມ່ນຂົງເຂດທີ່ມີຫຼາຍທ່າແຮງ. ກ່ອນໜ້ານີ້, ການຮ່ວມມືສ່ວນໃຫຍ່ສຸມໃສ່ການສົ່ງນັກສຶກສາຫວຽດນາມໄປສຶກສາຢູ່ຣັດເຊຍ. ປັດຈຸບັນ, ຄຽງຄູ່ກັບການພັດທະນາຂອງຫວຽດນາມ, ພວກເຮົາເຫັນວ່າ ຈຳເປັນຕ້ອງສ້າງເງື່ອນໄຂໃຫ້ນັກສຶກສາຣັດເຊຍມາຫວຽດນາມ ເພື່ອຮຽນພາສາຫວຽດນາມ ແລະ ສຶກສາໃນສາຂາວິຊາທີ່ເໝາະສົມ.

ສາທາລະນະສຸກກໍແມ່ນຂົງເຂດທີ່ສາມາດນຳມາເຊິ່ງໝາກຜົນອັນເປັນຮູບປະທຳ. ຣັດເຊຍມີຈຸດແຂງດ້ານມະເຮັງວິທະຍາ, ພະຍາດຫົວໃຈ ແລະ ຫຼອດເລືອດ, ເວຊະສາດຜູ້ສູງອາຍຸ ແລະ ບາງຂົງເຂດການແພດສະໄໝໃໝ່. ໃນຂະນະທີ່ ການແພດແຜນດັ້ງເດີມຂອງຫວຽດນາມມີຫຼາຍຄຸນຄ່າ ແລະ ສາມາດໄດ້ຮັບຄວາມສົນໃຈຢູ່ຣັດເຊຍ. ສອງຝ່າຍສາມາດແລກປ່ຽນຊ່ຽວຊານ, ບຳລຸງສ້າງແພດໝໍ ແລະ ຈັດບັນດາໂຄງການຮ່ວມມືລະຫວ່າງໂຮງໝໍ ແລະ ສະຖາບັນຄົ້ນຄວ້າ.

ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ່ 2
ພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ລະຫວ່າງໂຮງໝໍ Hữu Nghị (ຫວຽດນາມ) ແລະ ສູນມະເຮັງ Napalkov (ສະຫະພັນຣັດເຊຍ), ເດືອນ 9/2025. (ພາບ: ດິງຮວ່າ)

ການຮ່ວມມືດ້ານເສດຖະກິດ ຈຳເປັນຕ້ອງສືບຕໍ່ຕິດພັນກັບການຕ່າງປະເທດປະຊາຊົນ. ໃນຕົວຈິງ, ມີວິສາຫະກິດຫວຽດນາມຈຳນວນໜຶ່ງໄດ້ລົງທຶນຢູ່ Saint Petersburg ແລະ ແຂວງ Leningrad ໃນຂົງເຂດໂຮງແຮມ, ຕັດຫຍິບ, ກະສິກຳ ແລະ ປຸງແຕ່ງຜະລິດຕະພັນກະສິກຳ. ໃນປີ 2026, ໂຮງແຮມຂະໜາດໃຫຍ່ແຫ່ງໜຶ່ງ ໄດ້ເປີດນຳໃຊ້ຢູ່ໃຈກາງ Saint Petersburg. ໂຄງການນີ້ຜັນຂະຫຍາຍໂດຍບໍລິສັດ “ຍຸກຄຳ”, ເຊິ່ງນຳພາໂດຍນັກທຸລະກິດຫວຽດນາມ ເຢືອງຈີ໊ກຽນ. ບັນດາເວທີປາໄສທຸລະກິດ, ງານພົບປະວິສາຫະກິດ ແລະ ກິດຈະກຳເຊື່ອມໂຍງໃນຂອບເຂດການຕ່າງປະເທດປະຊາຊົນ ສາມາດປະກອບສ່ວນເປີດກວ້າງການລົງທຶນ ແລະ ສ້າງແຫຼ່ງກຳລັງເພີ່ມຕື່ມ.

ຄົນຮຸ່ນໜຸ່ມກໍແມ່ນບູລິມະສິດໜຶ່ງ. ປັດຈຸບັນ ມີນັກຮຽນ ແລະ ນັກສຶກສາຫວຽດນາມປະມານ 500 ຄົນ ພວມສຶກສາຢູ່ Saint Petersburg. ພວກເຂົາບໍ່ພຽງແຕ່ເຂົ້າຮ່ວມກອງປະຊຸມ ແລະ ກິດຈະກຳວັດທະນະທຳ, ຫາກຍັງຮ່ວມກັບນະຄອນໃນບັນດາໂຄງການອາສາສະໝັກ, ປົກປ້ອງສິ່ງແວດລ້ອມ ແລະ ແລກປ່ຽນກັບນັກສຶກສາຈາກບັນດາປະເທດ ASEAN.

ໃນຫຼາຍກິດຈະກຳ, ຊາວໜຸ່ມຫວຽດນາມແມ່ນກຳລັງແກນຫຼັກ, ປະກອບສ່ວນເຊື່ອມໂຍງນັກສຶກສາຣັດເຊຍກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ນີ້ແມ່ນແຫຼ່ງກຳລັງທີ່ຈຳເປັນຕ້ອງສົ່ງເສີມໃຫ້ແຂງແຮງຍິ່ງຂຶ້ນ ຜ່ານບັນດາໂຄງການແລກປ່ຽນນັກສຶກສາ, ຄ້າຍລະດູຮ້ອນ, ກິດຈະກຳອາສາສະໝັກ, ການຄົ້ນຄວ້າວັດທະນະທຳ ແລະ ບັນດາໂຄງການຮ່ວມ.

ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ່ 2
ທ່ານ ຮສ.ປອ. Alfred Gerstl, ປະທານສະມາຄົມ ໂອຕຣິດ - ຫວຽດນາມ. (ພາບ: ດິງຮວ່າ)

3 ກຳລັງແກນຫຼັກຂອງສາຍພົວພັນປະຊາຊົນ ຫວຽດນາມ - ໂອຕຣິດ

ທ່ານ ຮສ.ປອ. Alfred Gerstl, ປະທານສະມາຄົມ ໂອຕຣິດ - ຫວຽດນາມ, ສະເໜີໃຫ້ເພີ່ມທະວີການເຊື່ອມໂຍງບັນດາສະຖາບັນວິຊາການ, ຄົນຮຸ່ນໜຸ່ມ ແລະ ວິສາຫະກິດ, ຜ່ານນັ້ນ ພັດທະນາບັນດາສາຍພົວພັນຮ່ວມມືໄລຍະຍາວລະຫວ່າງຫວຽດນາມ ແລະ ໂອຕຣິດ.

ສະຫະພັນບັນດາອົງການມິດຕະພາບຫວຽດນາມ ສາມາດສືບຕໍ່ຊຸກຍູ້ການພົວພັນຜ່ານການສ້າງບັນດາຫົວຂໍ້ສະເພາະ, ເຕົ້າໂຮມບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ອົງການວິສາຫະກິດ ແລະ ອົງການສັງຄົມຂອງຫວຽດນາມ, ໂດຍສຸມໃສ່ບັນດາຂົງເຂດ ເຊັ່ນ: ນະວັດຕະກຳ, ການຫັນປ່ຽນດິຈິຕອນ, ການພັດທະນາແບບຍືນຍົງ, ສາທາລະນະສຸກ, ການສຶກສາ ແລະ ມໍລະດົກວັດທະນະທຳ.

ສະມາຄົມ ໂອຕຣິດ - ຫວຽດນາມ ຍັງເຫັນວ່າ ຄົນຮຸ່ນໜຸ່ມຄວນກາຍເປັນໜຶ່ງໃນເສົາຄ້ຳຂອງການຮ່ວມມືໃນອະນາຄົດ. ບັນດາໂຄງການແລກປ່ຽນນັກສຶກສາ, ການຝຶກງານ, ໂຄງການຄົ້ນຄວ້າຮ່ວມ, ໂຮງຮຽນລະດູຮ້ອນ ແລະ ໂຄງການພັດທະນາຄວາມສາມາດການນຳຂອງຊາວໜຸ່ມ ຈະສ້າງສາຍພົວພັນອັນຍາວນານ ແລະ ມີຄຸນຄ່າລະຫວ່າງບັນດາຊ່ຽວຊານຮຸ່ນຕໍ່ໄປຂອງໂອຕຣິດ ແລະ ຫວຽດນາມ. ການເຂົ້າຮ່ວມຂອງວິສາຫະກິດກໍຈຳເປັນຕ້ອງໄດ້ຮັບການຊຸກຍູ້ຢ່າງເປັນລະບົບຫຼາຍຂຶ້ນ. ບັນດາວິສາຫະກິດນັບມື້ນັບຮັບຮູ້ວ່າ ການຮ່ວມມືສາກົນບໍ່ພຽງແຕ່ຂຶ້ນກັບໂອກາດທາງເສດຖະກິດ, ຫາກຍັງອີງໃສ່ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ສາຍພົວພັນທີ່ໜ້າເຊື່ອຖື. ໃນດ້ານນີ້, ບັນດາເວທີປາໄສວິສາຫະກິດ ແລະ ການສົນທະນາກ່ຽວກັບນະວັດຕະກຳ ສາມາດກາຍເປັນອົງປະກອບສຳຄັນຂອງການຕ່າງປະເທດປະຊາຊົນ.

ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ່ 2
ທ່ານ ເຈິ່ນຕ໊ວນແອັງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ແລະ ທ່ານ ຮສ.ປອ. Alfred Gerstl, ປະທານສະມາຄົມ ໂອຕຣິດ - ຫວຽດນາມ ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືລະຫວ່າງສອງສະມາຄົມ, ເດືອນ 5/2026. (ພາບ: ດິງຮວ່າ)

ເຊື່ອມໂຍງສອງສະມາຄົມ, ເປີດກວ້າງເຄືອຂ່າຍການຮ່ວມມື

ຕາມທ່ານ ຮສ.ປອ. Alfred Gerstl, ໜຶ່ງໃນໝາກຜົນສຳຄັນຂອງການຮ່ວມມືລະຫວ່າງສະມາຄົມ ໂອຕຣິດ - ຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ແມ່ນສອງຝ່າຍໄດ້ສ້າງຕັ້ງສາຍພົວພັນໃນລະດັບອົງການ, ພ້ອມທັງເປີດກວ້າງເຄືອຂ່າຍເຊື່ອມໂຍງກັບບັນດາມະຫາວິທະຍາໄລ, ນັກຄົ້ນຄວ້າ, ອົງການການທູດ, ວິສາຫະກິດ ແລະ ອົງການວັດທະນະທຳຂອງສອງປະເທດ.

ບົດບັນທຶກຄວາມເຂົ້າໃຈທີ່ສອງສະມາຄົມລົງນາມຢູ່ຮ່າໂນ້ຍ ໃນເດືອນ 5/2026 ໄດ້ສ້າງຂອບສຳລັບການຮ່ວມມືໄລຍະຍາວ. ໃນຊຸມປີຕໍ່ໜ້າ, ສອງຝ່າຍຄາດວ່າຈະສຸມໃສ່ 4 ຂົງເຂດຄື: ການຮ່ວມມືທາງວິຊາການ, ການແລກປ່ຽນຊາວໜຸ່ມ, ການສົນທະນາດ້ານວັດທະນະທຳ ແລະ ການເຊື່ອມໂຍງວິສາຫະກິດ.

ສອງສະມາຄົມພວມຄົ້ນຄວ້າບາງກິດຈະກຳ ເຊັ່ນ: ຈັດກອງປະຊຸມຮ່ວມ, ເຊື່ອມໂຍງບັນດາມະຫາວິທະຍາໄລ, ການສົນທະນາລະຫວ່າງຊ່ຽວຊານ ແລະ ຜັນຂະຫຍາຍບັນດາໂຄງການວັດທະນະທຳ.

ຕາມທ່ານ Alfred Gerstl, ດ້ວຍເຄືອຂ່າຍ ແລະ ປະສົບການໃນການເຊື່ອມໂຍງບັນດາອົງການມິດຕະພາບ, ມະຫາວິທະຍາໄລ, ອຳນາດການປົກຄອງທ້ອງຖິ່ນ ພ້ອມກັບບັນດາຄູ່ຮ່ວມອື່ນໆ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ສາມາດຊ່ວຍສ້າງບັນດາສາຍພົວພັນຄູ່ຮ່ວມໃໝ່ ແລະ ຫັນບັນດາແນວຄິດຮ່ວມມືໃຫ້ກາຍເປັນບັນດາໂຄງການອັນເປັນຮູບປະທຳ.

ສະມາຄົມມິດຕະພາບ ລາວ - ຫວຽດນາມ ຊົມເຊີຍກອງປະຊຸມໃຫຍ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ ສະມາຄົມມິດຕະພາບ ລາວ - ຫວຽດນາມ ຊົມເຊີຍກອງປະຊຸມໃຫຍ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ
ຍສໝ - ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2026-2031, ສະມາຄົມມິດຕະພາບ ລາວ - ຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍ. ໂທລະເລກໄດ້ຕີລາຄາສູງບັນດາການປະກອບສ່ວນຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນພາລະກິດປົກປ້ອງ, ສ້າງສາ ແລະ ພັດທະນາປະເທດ, ເພື່ອສັນຕິພາບ, ມິດຕະພາບ, ເອກະລາດຂອງຊາດ ແລະ ຄວາມສາມັກຄີສາກົນ.
ສ້າງຂົວເຊື່ອມມິດຕະພາບ ຫວຽດນາມ - ຈີນ ເພີ່ມຕື່ມ ສ້າງຂົວເຊື່ອມມິດຕະພາບ ຫວຽດນາມ - ຈີນ ເພີ່ມຕື່ມ
ຍສໝ -​ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2026-2031, ສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ ໄດ້ສົ່ງຈົດໝາຍຊົມເຊີຍ. ໃນຈົດໝາຍ, ສະມາຄົມໄດ້ຕີລາຄາສູງບັນດາການປະກອບສ່ວນຂອງສະຫະພັນໃນການຊຸກຍູ້ສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ, ພ້ອມທັງປາດຖະໜາໃຫ້ສອງຝ່າຍສືບຕໍ່ຈັດບັນດາໂຄງການແລກປ່ຽນ, ສ້າງຂົວເຊື່ອມການຮ່ວມມື ຫວຽດນາມ - ຈີນ ເພີ່ມຕື່ມ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ