ຍສໝ - ວັນທີ 2 ກໍລະກົດນີ້, ຢູ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານດິງມິນໂຄຍ - ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງລັດ ສຳລັບຊາວຫວຽດນາມຢູ່ຕ່າງປະເທດ ແລະ ທ່ານ Tanee Sangrat - ເອກອັກຄະລັດຖະທູດໄທ ປະຈຳ ຫວຽດນາມ ໄດ້ໂອ້ລົມສົນທະນາກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ.
ຍສໝ - ທ່ານ Tomasz Pawel Grodzk ໄດ້ອວຍພອນ ທ່ານເອກອັກຄະລັດຖະທູດ ໄດ້ສິ້ນສຸດອາຍຸການປະຕິບັດງານຢ່າງຈົບງາມ ດ້ວຍການປະກອບສ່ວນແທດຈິງຫຼາຍຢ່າງເຂົ້າການເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານລະຫ່ວາງສອງປະເທດ.
ຍສໝ - ວັນທີ 3 ກໍລະກົດ, ຢູ່ Paris, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ປາຣິດ ໄດ້ຕາງໜ້າໃຫ້ແກ່ອຳນາດການປົກຄອງ ຮ່າໂນ້ຍມອບຜູ້ອັດປາກ 150.000 ອັນ ໃຫ້ແກ່ອຳນາດການປົກຄອງ Ile-de-France.
ຍສໝ - ຫວຽດນາມ ແລະ ສະຫະລັດອາເມລິກາ ຈະຊຸກຍູ້ບັນດາຂົງເຂດການຮ່ວມມືໃຫ້ສອດຄ່ອງ ສຳຫຼັບການພົວພັນຮ່ວມກັນ, ໃນນັ້ນມີບຸລິມະສິດໃຫ້ແກ່ຂົງເຂດຜ່ານຜ່າຜົນສະທ້ອນຈາກສົງຄາມ ແລະ ປົກປັກຮັກສາສັນຕິພາບຂອງສະຫະປະຊາຊາດ.
ຍສໝ - ໃນການສົນທະນາທາງໂທລະສັບກັບ ທ່ານໂຕແອງຢຸງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ທ່ານນາງ Cristina Gallach Figueras - ລັດຖະມົນຕີກະຊວງການຕ່າງປະເທດສະເປນ ໄດ້ຕີລາຄາສູງຕໍ່ບັນດາມາດຕະການ, ຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຂອງລັດຖະບານຫວຽດນາມ ໃນການຄວບຄຸມສະພາບການ ແລະ ປ້ອງກັນການລະບາດຂອງພະຍາດ COVID-19.
ຍສໝ - ໃນບັນດາການໂທລະເລກຖາມຂ່າວ, ການນຳຫວຽດນາມ ໄດ້ສະແດງຄວາມເສົ້າສະຫຼົດໃຈໄປຍັງການນຳ ມຽນມາຕໍ່ໜ້າຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບຈາກໄພທຳມະຊາດ, ພ້ອມທັງສະແດງຄວາມສາມັກຄີ, ພ້ອມແລ້ວທີ່ຈະແບ່ງປັນຄວາມຫຍຸ້ງຍາກຂອງປະຊາຊົນຫວຽດນາມ ໃຫ້ແກ່ປະຊາຊົນມຽນມາ, ແລະ ເຊື່ອໝັ້ນວ່າ ມຽນມາຈະແກ້ໄຂຜົນຮ້າຍດັ່ງກ່າວໂດຍໄວ.
ຍສໝ - ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ລັດເຊຍ ຈະສືບຕໍ່ຂະຫຍາຍຕົວ, ຜ່ານຜ່າທຸກສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ...
ຍສໝ -
Metfone ແລະ ກະຊວງສາທາລະນະສຸກກຳປູເຈຍ ໄດ້ຕົກລົງເປັນເອກະພາບນຳໃຊ້ປະຕູຂໍ້ມູນຂ່າວກ່ຽວກັບສາທາລະນະສຸກ
ເພື່ອເຊື່ອມຕໍ່ລະຫວ່າງ ລັດຖະບານ ແລະ ກະຊວງສາທາລະນະສຸກກຳປູເຈຍ ແລະ ປະຊາຊົນ ເພື່ອໃຫ້ຄຳແນະນຳກ່ຽວກັບການຮັກສາສຸຂະພາບ ແລະ ອັບເດັດສະພາບການລະບາດໃນທົ່ວປະເທດກຳປູເຈຍ.
ຍສໝ - ເມື່ອບໍ່ດົນມານີ້, ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ສົມທົບກັບສະຖານທູດຫວຽດນາມ ແລະອົງການຕາງໜ້າກະຊວງຕໍາຫຼວດຫວຽດນາມ ປະຈໍາ ລາວ ຈັດພິທີປິດຊຸດຮຽນພາສາຫວຽດນາມ ຫຼັກສູດຕໍ່ເນື່ອງຊຸດທີ III ໃຫ້ແກ່ພະນັກງານ, ນັກຮົບກະຊວງປ້ອງກັນຄວາມສະຫງົບລາວ 17 ຄົນ.
ຍສໝ - ສະຖານທູດຫວຽດນາມປະຈຳສະຫະລັດອາເມລິກາໄດ້ຈັດພິທີມອບຮັບຜ້າອັດປາກ 3.500 ອັນ ໃຫ້ຜູ້ຕາງໜ້າ ອໍານາດການປົກຄອງນະຄອນວໍຊິງຕັນເພື່ອປ້ອງກັນ ແລະ ຄວບຄຸມ COVID-19.
ຍສໝ - ທ່ານນາງ ຫງວຽນທິກິມເງິນ ກໍ່ສະເໜີໃຫ້ທ່ານເອກອັກຄະລັດຖະທູດມີຄວາມເອົາໃຈໃສ່ເຖິງການຊຸກຍູ້ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງປະຊາຄົມຊາວຫວຽດນາມອາໄສຢູ່ກຳປູເຈຍ ເພື່ອໃຫ້ພໍ່ແມ່ປະຊາຊົນມີມີຄວາມສະຖຽນລະພາບໃນການດຳລົງຊີວິດ, ປະກອບສ່ວນເຂົ້າການພັດທະນາຂອງກຳປູເຈຍ.
ຍສໝ - ທ່ານ Yamada Takio ເອກອັກຄະລັດຖະທູດຍີ່ປຸ່ນໄດ້ສະແດງຄວາມຊົບເຊີຍຕໍ່ເລື່ອງຫວຽດນາມໄດ້ປ້ອງກັນ, ສະກັດກັ້ນໂລກລະລາດ Covid – 19 ໄດ້ເປັນຢ່າງດີ, ແລະ ຖືວ່າ ພາຍຫຼັງ ຜົນສຳເລັດດັ່ງກ່າວ, ບັນດານັກລົງທຶນໃນທົ່ວໂລກຈະມີຄວາມເອົາໃຈໃສ່ເຖິງການມາລົງທຶນຢູ່ຫວຽດນາມ.
ຍສໝ - ທ່ານ ໂດມິງຮຸ່ງ ສະແດງຄວາມຊົມເຊີຍ ແລະ ຕ້ອນຮັບບັນດາວິສາຫະກິດ ອິດສາລາແອັນ ທີ່ມາສຳຫຼວດການຕະຫຼາດ, ຊອກຫາກາລະໂອກາດໃນການຮ່ວມມືດຳເນີນທຸລະກິດກັບບັນດາຄູ່ຮ່ວມມືຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 29 ມິຖຸນາ, ຄະນະນັກຮົບເກົ່າສະຫະລັດອາເມລິ ນຳໂດຍທ່ານ Matt Keenan ໄດ້ມີການພົບປະກັບສະມາຄົມນັກຮົບເກົ່າແຂວງແທງຮວາ. ທີ່ການພົບປະ, ສອງຝ່າຍໄດ້ເຫັນດີຊຸກຍູ້ການຮ່ວມມື, ຮໍາບາດແຜສົງຄາມ.
ຍສໝ - ໃນບົດລາຍງານຂອງປະທານສະມາຄົມຊາວຫວຽດນາມ ປະຈຳ ສາທາລະນະລັດເຊັກ, ໃນໄລຍະທີ່ຜ່ານມາ, ປະຊາຄົມຊາວຫວຽດນາມ ຢູ່ສາທາລະນະລັດເຊັກ ໄດ້ມອບເຄື່ອງຊ່ວຍເຫຼືອດ້ານການເງິນ, ຜ້າອັດປາກ ແລະ ອຸປະກອນການແພດທີ່ມີມູນຄ່າທັງ ໝົດ ປະມານ 5 ລ້ານ Korun (ເທົ່າກັບ 5 ຕື້ດົ່ງ).
ຍສໝ - ທ່ານ Gareth Ward ເອກອັກຄະລັດຖະທູດອັງກິດ ປະຈໍາ ຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ຖັນແຖວແພດໝໍ ແລະພາລະກອນການແພດຢູ່ໂຮງໝໍເຂດຮ້ອນນະຄອນໂຮ່ຈີມິນ ຍ້ອນໄດ້ມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນໃນການຊ່ວຍເຫຼືອ, ເບິ່ງແຍງດູແລ ແລະປິ່ນປົວໃຫ້ແກ່ຄົນເຈັບທີ 91, ນັກບິນຊາວອັງກິດ ໃນໄລຍະຜ່ານມາ.
ຍສໝ - ໃນອາຍຸການຜ່ານມາ, ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດົ່ງນາຍ ໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ປະກອບສ່ວນປັບປຸງສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີຫວຽດນາມ-ລາວ; ຢ້ຽມຢາມ, ລະດົມກຳລັງໃຈ ແລະມອບຂອງຂວັນ, ທຶນການສຶກສາໃຫ້ແກ່ນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ແຂວງດົ່ງນາຍ...
ຍສໝ - ໃນຕອນເຊົ້າວັນທີ 27 ມິຖຸນາ 2020, ຢູ່ຮ່າໂນ້ຍ ໄດ້ດໍາເນີນພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ-ໂຊວຽດ-ວັນມູນເຊື້ອສະມາຄົມມິດຕະພາບຫວຽດນາມ-ລັດເຊຍ (23-5-1950 / 23-5-2020) ແລະສະເຫຼີມສະຫຼອງ 70 ປີແຫ່ງການສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ-ສະຫະພັນລັດເຊຍ (30-1-1950 / 30-1-2020).
ຍສໝ - ໃນບົດຂຽນກ່ຽວກັບບົດບາດເປັນການນຳອາຊຽນຂອງຫວຽດນາມ ໄດ້ເອົາລົງໃນໜັງສືພິມ Nikkei Asia Review ໃນວັນທີ 25 ມິຖຸນາ, ນັກຊ່ຽວຊານໄດ້ຂຽນວ່າ ຫວຽດນາມປະຕິບັດການຕໍ່ສູ້ກັບໂລກລະບາດໄດ້ເປັນຢ່າງດີ ແລະ ໄດ້ຮັບການເຄົາລົບຈາກບັນດາປະເທດສະມາຊິກອາຊຽນຄືສິງກະໂປ, ໄທ ແລະ ມາເລເຊຍ.
ຍສໝ - ຕອນບ່າຍວັນທີ 25 ມິຖຸນາ, ທ່ານດັ້ງມິງໂຄຍ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການໂອ້ລົມສົນທະນາກັບ ທ່ານ Sedat Unal - ຮອງລັດຖະມົນຕີກະຊວງການຕ່າງປະເທດຕວກກີ ເພື່ອປຶກສາຫາລືບັນດາມາດຕະການ ທີ່ຊຸກຍູ້ການພົວພັນສອງຝ່າຍ ໃນສະພາບການແຜ່ລະບາດຂອງພະຍາດ COVID-19.
ຍສໝ - ໃນວັນທີ 24 ເດືອນມິຖຸນາ, ທ່ານເຟມີ ໂອໂລຣຸນໂຕບາ ຜູ້ອຳນວຍການ ສະພາການຄ້າ ການາດາ-ຫວຽດນາມ ກ່າວເນັ້ນວ່າ ສະເພາະ ຂົງເຂດເຕັກໂນໂລຊີ, ຫວຽດນາມ ແລະ ການາດາ ໄດ້ມີຄວາມບົ່ມຊ້ອນ ໃນການຮ່ວມມື ບົນພື້ນຖານສາມເສົາຄ້ຳ.
ຍສໝ - ຕາມນັກຂ່າວ ສຳນັກຂ່າວສານ ສິງກະໂປ, ເວັບໄຊ rsis.edu.sg ໃນວັນທີ 24 ມິຖຸນາ ໄດ້ເອົາລົງບົດຂຽນທີ່ໃຫ້ຂໍ້ສັງເກດກ່ຽວກັບບົດບາດຂອງຫວຽດນາມໃນການຊຸກຍູ້ອາຊຽນສະໜິດຕິດພັນ ແລະ ເປັນເຈົ້າການໃນການຮັບມື.
ຍສໝ - ວັນທີ 25 ມິຖຸນາ, ທີ່ຮ່າໂນ້ຍ, ກະຊວງຕຳຫຼວດ ແລະ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດພິທີປະກາດການສ້າງຕັ້ງ ແລະ ກອງປະຊຸມໃຫຍ່ຄັ້ງທຳອິດ, ອາຍຸການ 2020-2025 ສາຂາສະມາຄົມມິດຕະພາບຫວຽດນາມ - ລັດເຊຍ.
ທີ່ກອງປະຊຸມບໍ່ເປັນທາງການລັດຖະມົນຕີການຕ່າງປະເທດອາຊຽນ, ບັນດາລັດຖະມົນຕີໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການຂອງພາກພື້ນ ແລະ ໃນໂລກ.
ຍສໝ - ຕອນບ່າຍວັນທີ 24 ມິຖຸນາ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບ ກັບທ່ານ Muhyiddin Yassin - ນາຍົກລັດຖະມົນຕີມາເລເຊຍ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ ແລະ ບັນດາບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ ໃນສະພາບການຂອງການແຜ່ລະບາດຂອງ COVID-19.
ຍສໝ - ທ່ານ ທອງຜ່ານ ສະຫວັນເພັດ ເຊື່ອໝັ້ນວ່າພາຍໃຕ້ການນຳພາຂອງຫວຽດນາມ, ອາຊຽນຈະກ້າວໄປເຖິງຜົນສຳເລັດ ແລະ ລາວຍາມໃດກໍ່ສະໜັບສະໜູນ ແລະ ໜູນຊ່ວຍເພື່ອໃຫ້ຫວຽດນາມປະຕິບັດບົດບາດເປັນປະທານອາຊຽນໃຫ້ສຳລັດຜົນ.
ຍສໝ - ໃນຂອບເຂດກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 24 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານກອງປະຊຸມສະມັດຊາການເມືອງ - ຄວາມໝັ້ນຄົງ ອາຊຽນຄັ້ງທີ 21.
ຍສໝ - ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມແລ້ວ, ຫວຽດນາມ ໄດ້ລົງມືກະກຽມໃຫ້ແກ່ປີປະທານອາຊຽນ 2020 ແຕ່ດົນແລ້ວ. ເມື່ອໂລກລະບາດ Covid – 19 ຫາກໍ່ເກີດຂຶ້ນ, ຫວຽດນາມໄດ້ປ່ຽນແປງບັນດາວິທິການໃຫ້ເໝາະສົມກັບສະພາບການໃໝ່ໂດຍໄວ.
ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຟ້າມບິ່ງມິງ ຊີ້ແຈ້ງວ່າໃນສະພາບການໂລກລະບາດ Covid – 19 ຍັງບໍ່ມີສັນຍານຫຼຸດລົງ, ອາຊຽນ ພວມຢູ່ໃນໄລຍະສຳຄັນ ທັງມີສິ່ງທ້າທາຍ ທັງມີກາລະໂອກາດ, ເພາະສະນັ້ນ, ບັນດາປະເທດອາຊຽນຕ້ອງສືບຕໍ່ເດີນຕາມບັນດາເປົ້າໝາຍສ້າງສາປະຊາຄົມອາຊຽນ 2025.
ຍສໝ - ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ບຣາຊິນ ພັດທະນາຢ່າງໝັ້ນຄົງ. ບຣາຊິນ ແມ່ນຄູ່ການຄ້າໃຫຍ່ທີສອງຂອງຫວຽດນາມໃນພາກພື້ນທະວີບອາເມລິກາ (ຫລັງຈາກສະຫະລັດອາເມລິກາ).