ປະເທດສະເປນ ໄດ້ຕີລາຄາສູງຫວຽດນາມ ໃນການຄວບຄຸມພະຍາດ COVID-19

15:45 | 03/07/2020

ຍສໝ - ໃນການສົນທະນາທາງໂທລະສັບກັບ ທ່ານໂຕແອງຢຸງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ທ່ານນາງ Cristina Gallach Figueras - ລັດຖະມົນຕີກະຊວງການຕ່າງປະເທດສະເປນ ໄດ້ຕີລາຄາສູງຕໍ່ບັນດາມາດຕະການ, ຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຂອງລັດຖະບານຫວຽດນາມ ໃນການຄວບຄຸມສະພາບການ ແລະ ປ້ອງກັນການລະບາດຂອງພະຍາດ COVID-19.

ປະເທດສະເປນ ໄດ ຕ ລາຄາສ ງຫວຽດນາມ ໃນການຄວບຄ ມພະຍາດ covid 19 ນຳສົ່ງພົນລະເມືອງ ຫວຽດນາມ 200 ຄົນ ຈາກສີລັງກາ ແລະ ບັງກະລາເທດ ກັບຄືນປະເທດ ຢ່າງປອດໄພ
ປະເທດສະເປນ ໄດ ຕ ລາຄາສ ງຫວຽດນາມ ໃນການຄວບຄ ມພະຍາດ covid 19 ເພີ່ມພຸນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ ຫວຽດນາມ ແລະ ລັດເຊຍ

ເມື່ອບໍ່ດົນມານີ້, ທີ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດ, ທ່ານໂຕແອງຢຸງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການໂອ້ລົມສົນທະນາກັບ ທ່ານນາງ Cristina Gallach Figueras - ລັດຖະມົນຕີກະຊວງການຕ່າງປະເທດສະເປນ.

ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການກ່ຽວກັບການຮ່ວມມືໃນການປ້ອງກັນພະຍາດ COVID-19 ແລະ ທິດທາງການຮ່ວມມືສອງຝ່າຍ ເມື່ອສັນຍາ EVFTA ໄດ້ຮັບຮອງເອົາ ແລະ ປະຕິບັດຢ່າງເປັນທາງການ.

ປະເທດສະເປນ ໄດ ຕ ລາຄາສ ງຫວຽດນາມ ໃນການຄວບຄ ມພະຍາດ covid 19
ທ່ານໂຕແອງຢຸງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. (ພາບ: baoquocte)

ທ່ານນາງ Cristina Gallach Figueras - ລັດຖະມົນຕີກະຊວງການຕ່າງປະເທດສະເປນ ໄດ້ຕີລາຄາສູງບັນດາມາດຕະການ, ຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຂອງລັດຖະບານຫວຽດນາມ ໃນການຄວບຄຸມສະພາບການ ແລະ ປ້ອງກັນການລະບາດຂອງພະຍາດ COVID-19.

ພ້ອມກັນນັ້ນ, ທ່ານນາງ Cristina Gallach Figueras ໄດ້ສະແດງຄວາມຂອບອົກຂອບໃຈ ສຳຫຼັບຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນດ້ານຈິດໃຈ ແລະ ດ້ານວັດຖຸໃຫ້ແກ່ປະເທດສະເປນ ໃນໄລຍະເວລາທີ່ຫຍຸ້ງຍາກ. ທັງສອງຝ່າຍກໍ່ໄດ້ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ ແລະ ປະສົບການຢ່າງຈິງຈັງໃນການປ້ອງກັນ ແລະ ສະກັດກັ້ນ COVID-19.

ທ່ານໂຕແອງຢຸງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ມີຄວາມມຸ່ງຫວັງວ່າປະເທດສະເປນ ແບ່ງປັນປະສົບການ ແລະ ການຄົ້ນຄວ້າທີ່ກ່ຽວຂ້ອງກັບການປິ່ນປົວພະຍາດ COVID-19.

ສອງຝ່າຍເຫັນດີຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຕັ້ງໜ້າ, ເຫັນດີໃນການສືບຕໍ່ປັບປຸງປະສິດທິຜົນຂອງກົນໄກການຮ່ວມມືທີ່ມີຢູ່ແລ້ວ, ຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດການເມືອງ, ເສດຖະກິດ, ຄວາມປອດໄພ, ການປ້ອງກັນປະເທດ, ການສຶກສາ ແລະ ວັດທະນະທຳ...

ພ້ອມກັນນັ້ນ, ສອງຝ່າຍເຫັນດີປະສານສົມທົບຢ່າງແໜ້ນແຟ້ນ ຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ ເມື່ອຫວຽດນາມດຳລົງຕຳແໜ່ງເປັນປະທານອາຊຽນ 2020 ແລະ ສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021.

ເນື່ອງໃນໂອກາດນີ້, ທ່ານໂຕແອງຢຸງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງປະສົບການ ແລະ ເຕັກໂນໂລຢີຂອງປະເທດສະເປນ ໃນດ້ານພື້ນຖານໂຄງລ່າງ, ການຄຸ້ມຄອງແຫຼ່ງນໍ້າ ແລະ ໃຫ້ຄຳໝັ້ນສັນຍາວ່າ ລັດຖະບານຫວຽດນາມ ຈະສ້າງສິ່ງອໍານວຍຄວາມສະດວກ ໃຫ້ແກ່ນັກລົງທຶນທີ່ມາຈາກປະເທດສະເປນ ເຊິ່ງພວມລົງທຶນເຂົ້າຫວຽດນາມ.

ປະເທດສະເປນ ໄດ ຕ ລາຄາສ ງຫວຽດນາມ ໃນການຄວບຄ ມພະຍາດ covid 19 ລັດ Guerrero ຂອງເມັກຊິໂກ ສະແດງຄວາມຂອບໃຈຫວຽດນາມ ທີ່ໄດ້ສະໜັບສະໜູນ ອະປະກອນການແພດເພື່ອປ້ອງກັນພະຍາດ COVID-19

ຍສໝ - ເມື່ອບໍ່ດົນມານີ້, ທ່ານ Héctor Astudillo - ວ່າການລັດ Guerrero ຂອງເມັກຊິໂກ, ໄດ້ໃຫ້ການຕ້ອນຮັບ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ສະຖານທູດຫວຽດນາມ ປະຈຳແມັກຊີໂກ ທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານອຸປະກອນການແພດ ໃຫ້ແກ່ພໍ່ແມ່ປະຊາຊົນຂອງລັດ Guerrero ເພື່ອປ້ອງກັນພະຍາດ COVID-19.

ປະເທດສະເປນ ໄດ ຕ ລາຄາສ ງຫວຽດນາມ ໃນການຄວບຄ ມພະຍາດ covid 19 ຫວຽດນາມ ຢືນຢັນຫຼັກໝັ້ນສະໜັບສະໜູນຂໍ້ຕົກລົງທາງດ້ານນິວເຄຼຍ ປີ 2015

ຍສໝ - ເມື່ອບໍ່ດົນມານີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບສະພາບການຈັດຕັ້ງປະຕິບັດມະຕິເລກທີ 2231 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນ 6 ເດືອນ ວ່າດ້ວຍການສະໜັບສະໜູນຂໍ້ຕົກລົງກ່ຽວກັບແຜນການປະຕິບັດງານທົ່ວໄປຢ່າງຮອບດ້ານ ປີ 2015 (JCPOA).

ປະເທດສະເປນ ໄດ ຕ ລາຄາສ ງຫວຽດນາມ ໃນການຄວບຄ ມພະຍາດ covid 19 ຫວຽດນາມ ກໍາແໜ້ນກາລະໂອກາດເພື່ອຊຸກຍູ້ການເອົາໃຈໃສ່ເຖິງຜົນປະໂຫຍດ ແລະບຸລິມະສິດຢູ່ສະພາຄວາມໝັ້ນຄົງ ສປຊ

ຍສໝ - ໃນໄລຍະ 6 ເດືອນຕົ້ນປີ 2020, ໃນຖານະບົດບາດເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ໄດ້ເຂົ້າຮ່ວມບົນຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ຕັ້ງໜ້າ, ມີຄວາມຮັບຜິດຊອບ, ມີຄວາມດຸນດ່ຽງ, ສະແດງໃຫ້ເຫັນຢ່າງຈະແຈ້ງຫຼັກໝັ້ນສະໜັບສະໜູນການເຄົາລົບກົດບັດ ສປຊ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.