ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີມາເລເຊຍ

16:30 | 25/06/2020

ຍສໝ - ຕອນບ່າຍວັນທີ 24 ມິຖຸນາ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບ ກັບທ່ານ Muhyiddin Yassin - ນາຍົກລັດຖະມົນຕີມາເລເຊຍ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ ແລະ ບັນດາບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ ໃນສະພາບການຂອງການແຜ່ລະບາດຂອງ COVID-19.

ທ ານຫງວຽນຊວນຟ ກ ນາຍ ກລ ດຖະມ ນຕ ຫວຽດນາມ ໄດ ໂອ ລ ມທາງໂທລະສ ບກ ບທ ານນາຍ ກລ ດຖະມ ນຕ ມາເລເຊຍ ທ່ານ ຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຄະນະຜູ້ແທນວິສາຫະກິດ ປະເທດຈີນ
ທ ານຫງວຽນຊວນຟ ກ ນາຍ ກລ ດຖະມ ນຕ ຫວຽດນາມ ໄດ ໂອ ລ ມທາງໂທລະສ ບກ ບທ ານນາຍ ກລ ດຖະມ ນຕ ມາເລເຊຍ ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ຕອບສຳພາດຕໍ່ສຳນັກຂ່າວຕ່າງປະເທດ ກ່ຽວກັບການປ້ອງກັນພະຍາດ COVID-19

ທີ່ການໂອ້ລົມທາງໂທລະສັບ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ຕີລາຄາສູງບັນດາມາດຕະການ ທີ່ລັດຖະບານມາເລເຊຍ ໄດ້ປະຕິບັດເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດCOVID-19 ດັ່ງກ່າວ.

ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ແບ່ງປັນປະສົບການຂອງຫວຽດນາມ ກ່ຽວກັບການປ້ອງກັນ ແລະ ຕ້ານພະຍາດ, ແລະ ຊຸກຍູ້ການພັດທະນາເສດຖະກິດໃນສະພາບປົກກະຕິໃໝ່; ຊົມເຊີຍການປະສານງານ ແລະ ການສະໜັບສະໜູນຂອງສອງປະເທດໃນການນຳສົ່ງພົນລະເມືອງກັບຄືນປະເທດ ໃນໄລຍະທີ່ຜ່ານມາ.

ທ ານຫງວຽນຊວນຟ ກ ນາຍ ກລ ດຖະມ ນຕ ຫວຽດນາມ ໄດ ໂອ ລ ມທາງໂທລະສ ບກ ບທ ານນາຍ ກລ ດຖະມ ນຕ ມາເລເຊຍ
ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີມາເລເຊຍ . (ພາບ: TTXVN)

ທ່ານນາຍົກລັດຖະມົນຕີຫວຽດນາມ ກໍ່ສະແດງຄວາມຂອບໃຈສຳຫຼັບການສະໜັບສະໜູນຂອງມາເລເຊຍ ກ່ຽວກັບຂໍ້ລິເລີ່ມຕ່າງໆຂອງຫວຽດນາມ ແລະ ຄວາມມານະພະຍາຍາມຂອງອາຊຽນໃນການຕອບໂຕ້ກັບການລະບາດ COVID-19.

ທ່ານ Muhyiddin Yassin - ນາຍົກລັດຖະມົນຕີມາເລເຊຍ ໄດ້ສະແດງຄວາມຊົມເຊີຍຫວຽດນາມ ເຊິ່ງໄດ້ປະຕິບັດສຳເລັດຜົນການຄວບຄຸມພະຍາດ COVID-19. ທ່ານ Muhyiddin Yassin ຕີລາຄາສູງບັນດາຂໍ້ລິເລີ່ມ ແລະ ບົດບາດຂອງຫວຽດນາມ ໃນການນຳພາອາຊຽນ ໃນການຫຼຸດຜ່ອນຜົນກະທົບດ້ານເສດຖະກິດ - ສັງຄົມຍ້ອນການລະບາດ COVID-19 ເຊິ່ງສອດຄ່ອງກັບຈິດໃຈຫົວຂໍ້ “ສະໜິດຕິດພັນ ແລະ ເປັນເຈົ້າການໃນປັບຕົວ”.

ໃນສະພາບການທີ່ເສດຖະກິດພາກພື້ນ ແລະ ເສດຖະກິດທົ່ວໂລກ ກຳລັງປະສົບກັບສິ່ງທ້າທາຍຫຼາຍຢ່າງ, ສອງຝ່າຍໄດ້ເຫັນດີໃນການໃຫ້ວົງເງິນການຄ້າສອງຝ່າຍບັນລຸເປົ້າໝາຍ 15 ຕື້ໂດລາສະຫະລັດ, ພ້ອມກັນນັ້ນ ໄດ້ສືບຕໍ່ຊຸກຍູ້ການລົງທຶນຂອງສອງປະເທດ, ເພື່ອເຮັດໃຫ້ສອງປະເທດເປັນຄູ່ຮ່ວມມືເສດຖະກິດແຖວໜ້າຂອງເຊິ່ງກັນ ແລະ ກັນ.

ຜູ້ນຳສອງທ່ານ ກໍ່ໄດ້ເຫັນດີສືບຕໍ່ເພີ່ມທະວີການປະສານສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ. ທ່ານ Muhyiddin Yassin - ນາຍົກລັດຖະມົນຕີມາເລເຊຍ ໃຫ້ຄຳໝັ້ນສັນຍາສືບຕໍ່ການຮ່ວມມືສອງຝ່າຍຢ່າງແໜ້ນແຟ້ນ, ສະໜັບສະໜູນຫວຽດນາມ ໄດ້ສຳເລັດບົດບາດເປັນປະທານອາຊຽນ 2020 ແລະ ສະມາຊິກກຳມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021, ແລະ ທ່ານ Muhyiddin Yassin ໄດ້ຢັ້ງຢືນຈະເຂົ້າຮ່ວມ ແລະ ປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ດ້ວຍຮູບການອອນລາຍ.

ທ ານຫງວຽນຊວນຟ ກ ນາຍ ກລ ດຖະມ ນຕ ຫວຽດນາມ ໄດ ໂອ ລ ມທາງໂທລະສ ບກ ບທ ານນາຍ ກລ ດຖະມ ນຕ ມາເລເຊຍ ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍ ສະມັດຊາໃຫຍ່ອົງການອະນາໄມໂລກ ຄັ້ງທີ 73

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແມ່ນໜຶ່ງໃນບັນດາຜູ້ນຳຈຳນວນໜ້ອຍ ທີ່ໄດ້ຮັບການເຊື້ອເຊີນກ່າວຄຳປາໄສໃນກອງປະຊຸມປີນີ້ ໂດຍຜູ້ອຳນວຍການໃຫຍ່ອົງການ WHO. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຮັບຮູ້ໄພອັນຕະລາຍຂອງພະຍາດ COVID-19 ແຕ່ເບື້ອງຕົ້ນ ແລະ ໄດ້ລະດົມບັນດາແຫຼ່ງກຳລັງເພື່ອຕ້ານໂລກລະບາດ.

ທ ານຫງວຽນຊວນຟ ກ ນາຍ ກລ ດຖະມ ນຕ ຫວຽດນາມ ໄດ ໂອ ລ ມທາງໂທລະສ ບກ ບທ ານນາຍ ກລ ດຖະມ ນຕ ມາເລເຊຍ ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະ ກັນ ໃນການປ້ອງກັນການລະບາດພະຍາດ Covid-19

ຍສໝ - ໃນຕອນບ່າຍຂອງວັນທີ 17 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບ ທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດກູບາປະຈຳ ຫວຽດນາມ.

ທ ານຫງວຽນຊວນຟ ກ ນາຍ ກລ ດຖະມ ນຕ ຫວຽດນາມ ໄດ ໂອ ລ ມທາງໂທລະສ ບກ ບທ ານນາຍ ກລ ດຖະມ ນຕ ມາເລເຊຍ ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​​ຟຸກ ສົ່ງຈົດໝາຍ​ເຖິງ​ນາຍົກລັດຖະມົນຕີຍີ່ປຸ່ນ ​ແລະ ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ນາຍົກລັດຖະມົນຕີ​ເຊັກ​

ຍສໝ - ຕອນບ່າຍວັນທີ 23 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ເຊັກ Andrej Babis ເພື່ອປຶກສາຫາລືບາງມາດຕະການຮ່ວມມືໃນການປ້ອງກັນ ແລະ ຄວບຄຸມພະຍາດ Covid-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.