ປະເທດໄທ ຫວັງວ່າຈະໄດ້ຮຽນຮູ້ປະສົບການກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດຂອງຫວຽດນາມ

19:00 | 04/07/2020

ຍສໝ - ວັນທີ 2 ກໍລະກົດນີ້, ຢູ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານດິງມິນໂຄຍ -  ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງລັດ ສຳລັບຊາວຫວຽດນາມຢູ່ຕ່າງປະເທດ ແລະ ທ່ານ Tanee Sangrat - ເອກອັກຄະລັດຖະທູດໄທ ປະຈຳ ຫວຽດນາມ ໄດ້ໂອ້ລົມສົນທະນາກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ.

ປະເທດໄທ ຫວ ງວ າຈະໄດ ຮຽນຮ ປະສ ບການກ ຽວກ ບວຽກງານຊາວຫວຽດນາມຢ ຕ າງປະເທດຂອງຫວຽດນາມ ສະມາຄົມນັກທຸລະກິດ ໄທ - ຫວຽດນາມ ຊ່ວຍເຫຼືອປະເທດໄທ ເອົາຊະນະຜົນສະທ້ອນຈາກ ໂລກພະຍາດໂຄວິດ -19
ປະເທດໄທ ຫວ ງວ າຈະໄດ ຮຽນຮ ປະສ ບການກ ຽວກ ບວຽກງານຊາວຫວຽດນາມຢ ຕ າງປະເທດຂອງຫວຽດນາມ ຊາວຫວຽດນາມ ຢູ່ ແຂວງອຸດອນທານີ,ປະເທດໄທ ມີຄວາມຮັບຜິດຊອບຕໍ່ຊຸມຊົນໃນການປ້ອງກັນແລະຄວບຄຸມຂອງ COVID-19

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ Tanee Sangrat - ເອກອັກຄະລັດຖະທູດໄທ ປະຈຳ ຫວຽດນາມ ໄດ້ສະແດງຄວາມປາດຖະໜາຢາກ ໄດ້ແບ່ງປັນປະສົບການສຳເລັດຜົນ ກ່ຽວກັບວຽກງານການລະດົມກຳລັງໃຈຂອງຊາວຫວຽດນາມຢູ່ຕ່າງປະເທດ ແລະ ຮຽນຮູ້ກ່ຽວກັບໜ້າທີ່, ບົດບາດ ແລະ ໂຄງປະກອບການປະຕິບັດງານ ຂອງຄະນະກຳມະການແຫ່ງລັດ ສຳລັບຊາວຫວຽດນາມຢູ່ຕ່າງປະເທດ.

ທ່ານເອກອັກຄະລັດຖະທູດ Tanee Sangrat ໃຫ້ຮູ້ວ່າ: ລັດຖະບານໄທ ປາດຖະໜາຢາກຮໍ່າຮຽນເອົາຜົນສຳເລັດຂອງຫວຽດນາມ ໃນວຽກງານຊາວຫວຽດນາມຢູ່ຕ່າງປະເທດ. ທ່ານ Tanee Sangrat ຍັງຢືນຢັນວ່າ ລັດຖະບານໄທຍາມໃດກໍ່ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ພົນລະເມືອງຕ່າງປະເທດ ທີ່ເຂົ້າມາອາໄສຢູ່ໄທ, ໂດຍບໍ່ມີການຈຳແນກສາສະໜາ ຫຼື ຊົນເຜົ່າ.

ປະເທດໄທ ຫວ ງວ າຈະໄດ ຮຽນຮ ປະສ ບການກ ຽວກ ບວຽກງານຊາວຫວຽດນາມຢ ຕ າງປະເທດຂອງຫວຽດນາມ
ປະເທດໄທ ຫວັງວ່າຈະໄດ້ຮຽນຮູ້ຜົນສຳເລັດຂອງຫວຽດນາມ ໃນວຽກງານພົນລະເມືອງຮ່ວມຊາດຢູ່ຕ່າງປະເທດ. (ພາບ: thoidai)

ທ່ານເອກອັກຄະລັດຖະທູດ Tanee Sangrat ໃຫ້ຮູ້ຕື່ມອີກວ່າ ປະຊາຄົມຊາວຫວຽດນາມຢູ່ໄທ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດຂອງໄທ ແລະ ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ໄທ. ທ່ານ Tanee Sangrat ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ອຳນວຍຄວາມສະດວກ ໃນການຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວລະຫວ່າງສອງປະເທດໂດຍໄວ ຫຼັງຈາກບັນດາຜົນໄດ້ຮັບຢ່າງຕັ້ງໜ້າ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19 ຂອງສອງປະເທດ.

ນອກຈາກນັ້ນ, ທ່ານ Tanee Sangrat ປາດຖະໜາວ່າ ລັດຖະບານຫວຽດນາມ ຈະຂະຫຍາຍທຶນການສຶກສາສຳລັບ ນັກສຶກສາໄທ ເຊິ່ງໄດ້ໄປຮຽນພາສາຫວຽດຢູ່ຫວຽດນາມ

ທ່ານດິງມິນໂຄຍ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ສະແດງຄວາມຂອບໃຈ ທ່ານເອກອັກຄະລັດຖະທູດ ທີ່ໃຫ້ຄວາມສົນໃຈຕໍ່ສະພາບການນະໂຍບາຍຂອງປະເທດຫວຽດນາມ ສຳຫຼັບຊາວຫວຽດນາມຢູ່ຕ່າງປະເທດ, ແລະ ທ່ານດິງມິນໂຄຍ ກໍ່ສະແດງຄວາມຂອບໃຈ ລັດຖະບານໄທທີ່ໄດ້ອຳນວຍຄວາມສະດວກໃນການອອກເອກະສານນິຕິກຳ ໃຫ້ພົນລະເມືອງຜູ້ເຖົ້າຄົນຫວຽດນາມຢູ່ຕ່າງປະເທດ.

ທ່ານດິງມິນໂຄຍ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກໍ່ຫວັງວ່າລັດຖະບານໄທ ຈະສືບຕໍ່ສ້າງເງື່ອນໄຂສະດວກ ເພື່ອໃຫ້ຊຸມຊົນຊາວຫວຽດນາມ ທີ່ໄດ້ດຳລົງຊີວິດຢູ່ໄທ.

ປະເທດໄທ ຫວ ງວ າຈະໄດ ຮຽນຮ ປະສ ບການກ ຽວກ ບວຽກງານຊາວຫວຽດນາມຢ ຕ າງປະເທດຂອງຫວຽດນາມ ແລກປ່ຽນປະສົບການຮັກສາສັນຕິພາບຂອງສະຫະປະຊາຊາດ ລະຫວ່າງຫວຽດນາມ ແລະ ສະຫະລັດອາເມລິກາ

ຍສໝ - ຫວຽດນາມ ແລະ ສະຫະລັດອາເມລິກາ ຈະຊຸກຍູ້ບັນດາຂົງເຂດການຮ່ວມມືໃຫ້ສອດຄ່ອງ ສຳຫຼັບການພົວພັນຮ່ວມກັນ, ໃນນັ້ນມີບຸລິມະສິດໃຫ້ແກ່ຂົງເຂດຜ່ານຜ່າຜົນສະທ້ອນຈາກສົງຄາມ ແລະ ປົກປັກຮັກສາສັນຕິພາບຂອງສະຫະປະຊາຊາດ.

ປະເທດໄທ ຫວ ງວ າຈະໄດ ຮຽນຮ ປະສ ບການກ ຽວກ ບວຽກງານຊາວຫວຽດນາມຢ ຕ າງປະເທດຂອງຫວຽດນາມ ບັນດາການເຄື່ອນໄຫວຕ່າງໆຂອງ ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິ້ກິມເງິນ ໃນຂອບເຂດກອງປະຊຸມ AIPA 40 ຢູ່ປະເທດໄທ

ວັນທີ 25 ສິງຫາ 2019, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິ້ກີມເງິນ ນຳຫນ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ເດີນທາງອອກຈາກຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA 40 ຢູ່ປະເທດໄທ.

ປະເທດໄທ ຫວ ງວ າຈະໄດ ຮຽນຮ ປະສ ບການກ ຽວກ ບວຽກງານຊາວຫວຽດນາມຢ ຕ າງປະເທດຂອງຫວຽດນາມ ຮອງນາຍົກລັດຖະມົນຕີ, ທ່ານ ຝ້າມ ບິ່ງ ມີງ ຕ້ອນຮັບ ເອກອັກຄະລັດຖະທູດປະເທດໄທ ປະຈຳຫວຽດນາມ ທ່ານ Tanee Sangrat

ຍສໝ - ໃນຕອນບ່າຍວັນທີ 24 ມິຖຸນາ ຢູ່ສໍານັກງານໃຫຍ່ຂອງກະຊວງການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ ຝ້າມ ບິ່ງ ມີງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດໄທປະຈໍາຫວຽດນາມ ທ່ານ Tanee Sangrat

ຄຳຮຸ່ງ

302 Found

Found

The document has moved here.