ເພີ່ມທະວີຮ່ວມມືດ້ານເຕັກໂນໂລຊີຂ່າວສານ ລະຫວ່າງຫວຽດນາມ-ການາດາ

06:30 | 27/06/2020

ຍສໝ - ໃນວັນທີ 24 ເດືອນມິຖຸນາ, ທ່ານເຟມີ ໂອໂລຣຸນໂຕບາ ຜູ້ອຳນວຍການ ສະພາການຄ້າ ການາດາ-ຫວຽດນາມ ກ່າວເນັ້ນວ່າ ສະເພາະ ຂົງເຂດເຕັກໂນໂລຊີ, ຫວຽດນາມ ແລະ ການາດາ ໄດ້ມີຄວາມບົ່ມຊ້ອນ ໃນການຮ່ວມມື ບົນພື້ນຖານສາມເສົາຄ້ຳ.

ເພ ມທະວ ຮ ວມມ ດ ານເຕ ກໂນໂລຊ ຂ າວສານ ລະຫວ າງຫວຽດນາມ ການາດາ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບ
ເພ ມທະວ ຮ ວມມ ດ ານເຕ ກໂນໂລຊ ຂ າວສານ ລະຫວ າງຫວຽດນາມ ການາດາ ກອງປະຊຸມຄະນະກໍາມະການຮ່ວມມືລວມ ອາຊຽນ - ການາດາ ຄັ້ງທີ 8

ກຸ່ມບໍລິສັດ Bloomberg ໄດ້ຕີລາຄາວ່າ ກອງປະຊຸມ Collision ເປັນໜຶ່ງ ໃນກອງປະຊຸມ ເຕັກໂນໂລຊີ ຂະໜາດໃຫຍ່ສຸດ ຂອງໂລກ. ກອງປະຊຸມ Collision ຜ່ານທາງອອນລາຍ ໄດ້ຈັດຂຶ້ນເປັນເວລາ 3 ວັນ ນັບແຕ່ ວັນທີ 23-25 ເດືອນມິຖຸນາ ພາຍໃຕ້ຫົວຂໍ້ວ່າ “2020 Collision From Home,” ຊື່ງສາມາດດຶງດູດ ບັນດາຜູ້ແທນ ເຂົ້າຮ່ວມ ຫລາຍກວ່າ 32.000 ຄົນ ທີ່ມາຈາກ 140 ກວ່າປະເທດ. ຜູ້ແທນຫລາຍກວ່າ 600 ຄົນ, ໃນນັ້ນ ລວມມີ ທ່ານຈັສຕິນທຣູໂດ ນາຍົກ ລັດຖະມົນຕີການາດາ, ທ່ານເຕໂດຣ ອາດານົມ ເກເບຣເຢຊັສ ຜູ້ອຳນວຍການໃຫຍ່ ອົງການ ອະນາໄມໂລກ ແລະ ອື່ນໆ ຈະສະເໜີເຖິງບັນດາ ຫົວຂໍ້ ກ່ຽວກັບ ເຕັກໂນໂລຊີ ແລະ ສື່ສານ ເຕັກນິກດີຈີຕອນ, ສິລະປະດົນຕີ, ການເມືອງ, ວັດທະນະທຳ ແລະ ອື່ນໆ ໂດຍມີ 25 ວິສາຫະກິດ ຫວຽດນາມເຂົ້າຮ່ວມ ໃນກອງປະຊຸມຄັ້ງນີ້ ເປັນຕົ້ນ ບັນດາ ວິສາຫະກິດເຄື່ອນໄຫວ ໃນຂົງເຂດ ເຕັກໂນໂລຊີ ຂ່າວສານ, ການຄ້າເອເລັກໂຕຣນິກ ແລະ ບັນດາມະຫາວິທະຍາໄລຕ່າງໆ.

ເພ ມທະວ ຮ ວມມ ດ ານເຕ ກໂນໂລຊ ຂ າວສານ ລະຫວ າງຫວຽດນາມ ການາດາ
ກອງປະຊຸມອອນລາຍ Collision From Home 2020. (ພາບ: TTXVN)

ທ່ານເຟມີ ໂອໂລຣຸນໂຕບາ ກ່າວວ່າ ຫວຽດນາມ ແລະ ການາດາ ມີຄວາມສາມາດບົ່ມຊ້ອນ ບົນພື້ນຖານ 3 ເສົາຄ້ຳ ຄື: ການແລກປ່ຽນ ຊັບພະຍາກອນມະນຸດ ໃນການເຄື່ອນໄຫວ ຄົ້ນຄ້ວາ ແລະ ພັດທະນາ ເຕັກໂນໂລຊີ ຕົ້ນຕໍ; ການຈັດຕັ້ງ ຍຸດທະສາດ ກັບ ບັນດາ ອົງການຈັດຕັ້ງ ພາກເອກະຊົນ, ບັນດາ start-up ຫລື ບັນດາ ມະຫາວິທະຍາໄລ ເພື່ອພັດທະນາ ເຕັກໂນໂລຊີໃໝ່ ຫລື ປະຕີຮູບ ເຕັກໂນໂລຊີ ໃຫ້ມີຄວາມວ່ອງໄວ; ຫວຽດນາມ-ການາດາ ຖ່າຍທອດ ເຕັກໂນໂລຊີໃນທຸກໆຂົງເຂດ ເພື່ອມຸ່ງໄປສູ່ເປົ້າໝາຍລວມ. ນັບແຕ່ຫວຽດນາມ ແລະ ການາດາ ເລີ່ມສ້າງຕັ້ງການພົວພັນການທູດໃນປີ 1973 ຈົນເຖິງ ສອງປະເທດເຂົ້າຮ່ວມ ໃນການລົງນາມ ສັນຍາຄູ່ຮ່ວມມື ຢ່າງຮອບດ້ານ ແລະ ຄວາມຄືບໜ້າ ຜ່ານປາຊີຟິກ (CPTPP) ໂດຍມີ ມູນຄ່າປະມານ 8 ຕື້ໂດລາການາດາ (ເທົ່າກັບ 6 ຕື້ໂດລາສະຫະລັດ) ໃນປີ 2019. ທ່ານເຟມີ ໂອໂລຣຸນໂຕບາ ກ່າວວ່າ ການພົວພັນດັ່ງກ່າວ ໄດ້ກາຍເປັນ ພື້ນຖານ ຢ່າງແຂງແຮງ ເພື່ອໃຫ້ສອງປະເທດ ຮ່ວມມືກັນ ໃນບັນດາ ການລິ່ເລີ່ມ ກ່ຽວກັບ ເຕັກໂນໂລຊີ, ພ້ອມກັນນັ້ນ ຍັງໄດ້ຮຽກຮ້ອງເຖິງ ການໃຫ້ຄຳໝັ້ນສັນຍາ ຈາກແຕ່ລະຝ່າຍທ່ີເຂົ້າຮ່ວມໃນຄັ້ງນີ້.

ທ່ານ ຫງວຽນເຟືອງ ຜູ້ອຳນວຍການບໍລິຫານ FPT Canada ຂອງຫວຽດນາມ ກ່າວວ່າ ການາດາ ເປັນປະເທດ ມະຫາອຳນາດ ດ້ານເຕັກໂນໂລຊີ ຂ່າວສານ ແລະ ເປັນເຄືອຂ່າຍຂະໜາດໃຫຍ່ໃນບັນດາມະຫາວິທະຍາໄລ, ສະຖາບັນ ການຄົ້ນຄ້ວາ ໃນຂົງເຂດນີ້. ໃນໄລຍະຜ່ານມາ, FPT ໄດ້ລົງນາມ ສັນຍາຮ່ວມມື ຢ່າງຮອບດ້ານ ກັບ MILA, ສະຖາບັນ ຄົ້ນຄ້ວາ ເຕັກໂນໂລຊີ AL ແຖວໜ້າຂອງໂລກ. ທ່ານຄາດວ່າ ບັນດາ ວິສາຫະກິດຫວຽດນາມ ໃນຂົງເຂດເຕັກໂນໂລຊີ ຂ່າວສານ ອາດຈະຮ່ວມມືບຳລຸງສ້າງ, ການຖ່າຍທອດ ເຕັກໂນໂລຊີ ສຳຄັນ ກັບ ບັນດາມາດຕະການ, ມະຫາວິທະຍາໄລ ຢູ່ປະເທດການາດາ.

ນອກຈາກນັ້ນ, ທ່ານນາງຈູເລຍຫງວຽນ ຜູ້ອຳນວຍການສະພາການຄ້າ ການາດາ-ຫວຽດນາມ ໃຫ້ຮູ້ວ່າ ນີ້ຖືເປັນອົງການ ທ່ີບໍ່ຫວັງຜົນກຳໄລ ໄດ້ເຂົ້າສູ່ການເຄື່ອນໄຫວ ໃນໄລຍະ 10 ປີ, ສະພາການຄ້າການາດາ-ຫວຽດນາມ ໄດ້ພະຍາຍາມ ສົ່ງເສີມ ຢ່າງຕັ້ງໜ້າ ກ່ຽວກັບ ການຄ້າ ແລະ ການລົງທຶນ ລະຫວ່າງ ການາດາ ແລະ ຫວຽດນາມ ໂດຍປະສານງານ ຮ່ວມກັບ ອຳນາດການປົກຄອງຕ່າງໆ ໃນການຈັດກິດຈະກຳ ໂຄສະນາ ຕະຫລາດ ຫວຽດນາມ ແລະ ການເຊື່ອມຈອດ ບັນດາ ວິສາຫະກິດ ຂອງ ສອງປະເທດ. ປີນີ້, ສະພາບການລະບາດ ຂອງ ພະຍາດໂຄວິດ-19, ສະພາການຄ້າການາດາ-ຫວຽດນາມ ຍັງສືບຕໍ່ພະຍາຍາມເຊື່ອມຈອດ ໂດຍມີ 25 ວິສາຫະກິດຫວຽດນາມ ແລະ ບາງອົງການຈັດຕັ້ງ ທ່ີຂຶ້ນກັບ ຂົງເຂດເຕັກໂນໂລຊີການຄ້າເຂົ້າຮ່ວມໃນກອງປະຊຸມຄັ້ງນີ້.

ເພ ມທະວ ຮ ວມມ ດ ານເຕ ກໂນໂລຊ ຂ າວສານ ລະຫວ າງຫວຽດນາມ ການາດາ ທ່ານຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ຫງວຽນວັນແທ່ງ ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມມິດຕະພາບຫວຽດນາມ - ລັດເຊຍ

ຍສໝ - ວັນທີ 25 ມິຖຸນາ, ທີ່ຮ່າໂນ້ຍ, ກະຊວງຕຳຫຼວດ ແລະ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດພິທີປະກາດການສ້າງຕັ້ງ ແລະ ກອງປະຊຸມໃຫຍ່ຄັ້ງທຳອິດ, ອາຍຸການ 2020-2025 ສາຂາສະມາຄົມມິດຕະພາບຫວຽດນາມ - ລັດເຊຍ.

ເພ ມທະວ ຮ ວມມ ດ ານເຕ ກໂນໂລຊ ຂ າວສານ ລະຫວ າງຫວຽດນາມ ການາດາ ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີມາເລເຊຍ

ຍສໝ - ຕອນບ່າຍວັນທີ 24 ມິຖຸນາ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບ ກັບທ່ານ Muhyiddin Yassin - ນາຍົກລັດຖະມົນຕີມາເລເຊຍ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ ແລະ ບັນດາບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ ໃນສະພາບການຂອງການແຜ່ລະບາດຂອງ COVID-19.

ເພ ມທະວ ຮ ວມມ ດ ານເຕ ກໂນໂລຊ ຂ າວສານ ລະຫວ າງຫວຽດນາມ ການາດາ ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມເປັນປະທານກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຟ້າມ​ບິ່ງ​ມິງ ​ຊີ້​ແຈ້ງວ່າ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຍັງ​ບໍ່​ມີ​ສັນ​ຍານຫຼຸດ​ລົງ, ອາຊຽນ​ ພວມ​ຢູ່​ໃນ​ໄລ​ຍະ​ສຳ​ຄັນ​ ທັງມີ​ສິ່ງ​ທ້າ​ທາຍ ທັງ​ມີ​ກາ​ລະ​ໂອ​ກາດ, ເພາະ​ສ​ະ​ນັ້ນ, ບັນ​ດາ​ປະ​ເທດ​ອາ​ຊຽນ​ຕ້ອງ​ສືບ​ຕໍ່​ເດີນ​ຕາມ​ບັນ​ດາ​ເປົ້າ​ໝາຍ​ສ້າງ​ສາ​ປະ​ຊາ​ຄົມ​ອາ​ຊຽນ 2025.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.