ຫວຽດນາມ - ຕວກກີ: ຊຸກຍູ້ການພົວພັນສອງຝ່າຍ

15:34 | 27/06/2020

ຍສໝ - ຕອນບ່າຍວັນທີ 25 ມິຖຸນາ, ທ່ານດັ້ງມິງໂຄຍ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການໂອ້ລົມສົນທະນາກັບ ທ່ານ Sedat Unal - ຮອງລັດຖະມົນຕີກະຊວງການຕ່າງປະເທດຕວກກີ ເພື່ອປຶກສາຫາລືບັນດາມາດຕະການ ທີ່ຊຸກຍູ້ການພົວພັນສອງຝ່າຍ ໃນສະພາບການແຜ່ລະບາດຂອງພະຍາດ COVID-19.

ຫວຽດນາມ ຕວກກ ຊ ກຍ ການພ ວພ ນສອງຝ າຍ ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີມາເລເຊຍ
ຫວຽດນາມ ຕວກກ ຊ ກຍ ການພ ວພ ນສອງຝ າຍ ເອກອັກຄະລັດຖະທູດອັງກິດ: ຫວຽດນາມສາມາດ ນໍາໜ້າອາຊີຕາເວັນອອກສ່ຽງໃຕ້ໃນດ້ານພະລັງງານທີ່ຍືນຍົງ

ໃນການໂອ້ລົມສົນທະນາ, ທ່ານດັ້ງມິງໂຄຍ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ບັນດາມາດຕະການຮອບດ້ານຂອງລັດຖະບານຕວກກີ ໃນການສະກັດກັ້ນໂລກລະບາດ COVID-19 ແລະ ຫຼຸດຜ່ອນຜົນກະທົບດ້ານເສດຖະກິດ - ສັງຄົມໃຫ້ໜ້ອຍທີ່ສຸດ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນວ່າຫວຽດນາມພ້ອມແລ້ວທີ່ຈະແບ່ງປັນປະສົບການຂອງຕົນ ໃນການຮັບມືກັບການລະບາດຂອງພະຍາດ COVID-19 ແລະ ສະແດງຄວາມເຊື່ອວ່າ ລັດຖະບານຕວກກີ ຈະຄວບຄຸມການລະບາດດັ່ງກ່າວໃນໄວໆນີ້.

ຫວຽດນາມ ຕວກກ ຊ ກຍ ການພ ວພ ນສອງຝ າຍ
ທ່ານດັ້ງມິງໂຄຍ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. (ພາບ: baoquocte)

ທ່ານ Sedat Unal - ຮອງລັດຖະມົນຕີກະຊວງການຕ່າງປະເທດຕວກກີ ໄດ້ສະແດງຄວາມປະທັບໃຈຕໍ່ຜົນສຳເລັດຂອງຫວຽດນາມ ໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດ COVID-19, ແລະ ສະແດງຄວາມຂອບໃຈລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ແບ່ງປັນບັນດາຄວາມຫຍຸ້ງຍາກໃນປະຈຸບັນຂອງຕວກກີ.

ທ່ານ Sedat Unal - ຮອງລັດຖະມົນຕີກະຊວງການຕ່າງປະເທດຕວກກີ ກໍ່ຊົມເຊີຍຫວຽດນາມ ໄດ້ດຳລົງຕຳແໜ່ງເປັນປະທານອາຊຽນ 2020 ປະສົບຜົນສຳເລັດ, ຢັ້ງຢືນວ່າ ປະເທດຕວກກີປາດຖະໜາ ຢາກຊຸກຍູ້ການຮ່ວມມືກັບຫວຽດນາມ ໃນບັນດາເວທີປາໄສສາກົນ ແລະ ພາກພື້ນ.

ໃນການໂອ້ລົມສົນທະນາ ສອງຝ່າຍໄດ້ສະແດງຄວາມຍິນດີທີ່ເຫັນວ່າ ການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ ໃນແຕ່ລະໄລຍະ, ໂດຍສະເພາະໃນທາງດ້ານເສດຖະກິດ ໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າ; ເຫັນດີສືບຕໍ່ປັບປຸງປະສິດທິຜົນການຮ່ວມມືໃນຂົງເຂດການເມືອງ - ການທູດ, ການຄ້າ, ການລົງທຶນ, ວັດທະນະທຳ - ທ່ອງທ່ຽວ, ການສຶກສາ - ບຳລຸງສ້າງ…

ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີ ດັ້ງມິງໂຄຍ ໄດ້ຂອບອົກຂອບໃຈ ແລະ ຮຽກຮ້ອງໃຫ້ລັດຖະບານຕວກກີ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງຫວຽດນາມ ທີ່ດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ປະເທດຕວກກີ ໄດ້ມີຄວາມປອດໄພໃນສະພາບການລະບາດຂອງ ພະຍາດ COVID-19 ຍັງມີຄວາມສັບສົນຢູ່.

ຫວຽດນາມ ຕວກກ ຊ ກຍ ການພ ວພ ນສອງຝ າຍ ນັກທຸລະກິດຫວຽດນາມມອບຜ້າອັດປາກ 300.000 ອັນ ໃຫ້ແກ່ປະຊາຊົນເຢຍລະມັນ

ຍສໝ - ເມື່ອການລະບາດຂອງ ພະຍາດ Covid-19 ເກີດຂື້ນຢູ່ຫວຽດນາມ, ເພື່ອຕອບສະໜອງຄຳຮຽກຮ້ອງຂອງລັດຖະບານ, ເພິ່ນໄດ້ປະກອບສ່ວນ 2 ຕື້ດົ່ງເພື່ອພ້ອມກັບປະຊາຊົນຫວຽດນາມຕໍ່ສູ້ກັບການລະບາດຂອງພະຍາດ Covid-19. ເປັນແບບຢ່າງຂອງຄວາມໃຈບຸນຂອງເພິ່ນໄດ້ຮັບການຍອມຮັບຈາກຜູ້ນຳ ແລະ ປະຊາຊົນຫວຽດນາມ.

ຫວຽດນາມ ຕວກກ ຊ ກຍ ການພ ວພ ນສອງຝ າຍ ຫວຽດນາມ ແລະ ປະເທດອື່ນໆ ປະຕິບັດການປ່ຽນແປງຢ່າງຕັ້ງໜ້າ ໃຫ້ແກ່ເດັກນ້ອຍຢູ່ໃນເຂດທີ່ມີຂໍ້ຂັດແຍ່ງ

ຍສໝ - ທ່ານ ດັ່ງດິງກ້ວຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ບັນດາປະເທດ ແລະ ສະຫະປະຊາຊາດ ເຊິ່ງຕິດຕາມກວດກາຢ່າງໃກ້ຊິດກ່ຽວກັບຜົນກະທົບຂອງການລະບາດ ແລະ ການປະສານງານປະຕິບັດຢ່າງທັນການ ເພື່ອຫຼຸດຜ່ອນຜົນກະທົບຕໍ່ເດັກນ້ອຍ.

ຫວຽດນາມ ຕວກກ ຊ ກຍ ການພ ວພ ນສອງຝ າຍ ກຳປູເຈຍ ຍົກເລີກໜັງສືຈົດໝາຍທາງການ ທີ່ຈຳກັດການເດີນທາງຂ້າມຊາຍແດນຂອງພົນລະເມືອງ ກຳປູເຈຍ ແລະ ຫວຽດນາມ

ຍສໝ - ເມື່ອບໍ່ດົນມານີ້, ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນກຳປູເຈຍ ໄດ້ປະກາດຍົກເລີກໜັງສືຈົດໝາຍທາງການ ທີ່ຈຳກັດການເດີນທາງຂ້າມຊາຍແດນຂອງພົນລະເມືອງ ກຳປູເຈຍ ແລະ ຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.