ຍສໝ - ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen ໄດ້ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ລັດຖະບານ ແລະ ປະຊາຊົນຫວຽດນາມຈະສືບຕໍ່ບັນລຸຜົນສຳເລັດຫຼາຍຢ່າງໃນການປ່ຽນແປງໃໝ່, ສ້າງສາ ແລະ ພັດທະນາປະເທດ.
ຍສໝ - ຕາມທ່ານ ຫງວຽນແທັງຈີ໊ ປະທານສະຫະພັນບັນດາອົງການມິດຕະພາບແຂວງເງ້ອານ ແລ້ວ, ໂດຍໄດ້ຮັບຄວາມເຫັນດີຈາກຄະນະກຳມະການປະຊາຊົນແຂວງ, ສະຫະພັນບັນດາອົງການມິດຕະພາບແຂວງໄດ້ສ້າງແຜນຮ່າງຈັດຕັ້ງກອງປະຊຸມມິດຕະພາບລະດູບານໃໝ່ດົງນາປີ 2021. ນີ້ແມ່ນ ໜຶ່ງ ໃນບັນດາ ໜ້າວຽກສຳຄັນໃນແຜນງານການຕ່າງປະເທດປະຊາຊົນປີ 2021 ຂອງແຂວງ.
ຍສໝ - ທີ່ການຕ້ອນຮັບ, ທ່ານນາງ ຫງວຽນເຟືອງງາ ໄດ້ປະກາດໃຫ້ທ່ານ Luis Pablo Maria Beltraminoເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ອາກຊັງຕິນ ກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ແນະນຳສັງລວມກ່ຽວກັບໂຄງປະກອບການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ.
ຍສໝ - ໃນຊຸມປີມໍ່ໆມານີ້, ບົນພື້ນຖານມິດຕະພາບທີ່ເປັນມູນເຊື້ອພິເສດລະຫວ່າງສອງພັກແລະສອງລັດຫວຽດນາມແລະລາວ, ສາຍພົວພັນລະຫວ່າງນະຄອນດານັງແລະບັນດາແຂວງຂອງລາວໄດ້ພັດທະນານັບມື້ນັບເລິກເຊິ່ງແລະກວ້າງຂວາງກວ່າເກົ່າໃນທຸກຂົງເຂດຄື: ການເມືອງ, ການປ້ອງກັນຄວາມສະຫງົບ, ເສດຖະກິດ, ການສຶກສາ, ວັດທະນະ ທຳ…
ໃນວັນທີ 6 ເມສາ 2021 ທີ່ກະຊວງການເງິນ ໄດ້ມີພິທີມອບ-ຮັບລັດຖະມົນຕີ ກະຊວງການເງິນຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງການເງິນ (ຜູ້ເກົ່າ) ແລະ ທ່ານ ບຸນໂຈມ ອຸບົນປະເສີດ (ຜູ້ໃໝ່) ໂດຍການເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຄະນະ ຈັດຕັ້ງສູນກາງພັກ, ພະນັກງານຫລັກແຫລ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ຍສໝ - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວປີ 2021, ໃນວັນທີ 6 ເມສາ, ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ແລະສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ສະຖານທູດລາວປະຈຳຮ່າໂນ້ຍ.
ຍສໝ - ເມື່ອບໍ່ດົນມານີ້, ກອງພົນ 968 ທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021.
ຍສໝ - ຊຸດບໍາລຸງສ້າງບັນຊາ-ເສນາທິການຂັ້ນສູງບັ້ນຮົບ, ຍຸດທະສາດ ໄລຍະສັ້ນ, ຊຸດທີ III ໃຫ້ກອງທັບປະຊາຊົນລາວ ຈັດຕັ້ງທີ່ວິທະຍາຄານປ້ອງກັນຊາດ ໃນໄລຍະ 4 ເດືອນ. ນັກສໍາມະນາກອນໄດ້ຄົ້ນຄວ້າບາງເນື້ອໃນ, ຄື: ປະຫວັດສາດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດຂອງຫວຽດນາມ, ລະບົບການເມືອງຂອງຫວຽດນາມ; ນະໂຍບາຍປ້ອງກັນຊາດ ແລະກໍາລັງແຮງດ້ານປ້ອງກັນຊາດຂອງຫວຽດນາມ; ທາດແທ້, ມູນເຊື້ອ ແລະການຈັດຕັ້ງຂອງກອງທັບປະຊາຊົນຫວຽດນາມ...
ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານມາຍດຶກງວຽນ, ຮອງເລຂາທິການ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ຮ່ວາເທາະໄຕໄດ້ເນັ້ນໜັກວ່າ ໜ່ວຍສະມາຄົມຕ້ອງມີຄວາມຮັບຜິດຊອບສືບທອດ ແລະ ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ຫວຽດນາມ - ກຳປູເຈຍ.
ຍສໝ - ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບວນຍວງ ໄດ້ສົ່ງຄຳຂອບອົກຂອບໃຈໄປຍັງວິທະຍາຄານປ້ອງກັນຫວຽດນາມ ເພື່ອໄດ້ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາພະນັກງານ, ນັກຮົບ, ນາຍທະຫານໃນກອງທັບລາວ ປະຕິບັດ ໜ້າທີ່ການເມືອງ ໃຫ້ສຳເລັດຜົນ.
ທົ່ວໂລກໄດ້ຍ້ອງຍໍການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງຫວຽດນາມ, ເສດຖະກິດຫຽດນາມ ຮັກສາລະດັບເຕີບໂຕເປັນຢ່າງດີ.
ຍສໝ - ທ່າກ່ຳປັ່ນຫວູງອາງ ມີບົດບາດສຳຄັນຕໍ່ນະໂຍບາຍ ຂອງລັດຖະບານລາວ, ໃນການສຳຜັດກັບການເຄື່ອນໄຫວເດີນເຮືອ ແລະ ເພີ່ມທະວີການເຊື່ອມໂຍງຕໍ່ພາກພື້ນ, ພ້ອມທັງປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດລາວ ຜ່ານການພັດທະນາຂົງເຂດຄົມມະນາຄົມ ແລະ ຂົນສົ່ງ...
ຍສໝ - ໃນວັນທີ 05 ເມສາ 2021, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin.
ຍສໝ - ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ໄດ້ສົ່ງສານອວຍພອນໄປຍັງທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ໄອແລນ Simon Coveney.
ຍສໝ - ຫວ່າງແລ້ວນີ້, ຢູ່ດ່ານຊາຍແດນສາກົນ ເກົ່າແຈວ (ຮ່າຕິງ), ຄະນະປະຕິບັດງານແຂວງຮ່າຕິງ ໄດ້ໄປອວຍພອນບຸນປີໃໝ່ອຳນາດການປົກຄອງແຂວງບໍລິຄຳໄຊ ແລະ ປະຊາຊົນບັນດາເຜົ່າລາວ.
ຍສໝ - ນະທີ່ນີ້, ສະຫະພັນຊາວໜຸ່ມ ຫວຽດນາມ ແຂວງໄຕນີງ ໄດ້ມອບຜ້າອັດປາກດັງ 20.000 ອັນ, ນ້ຳຢາລ້າງມືຂ້າເຊື້ອ 1000 ຕຸກ ໃຫ້ແກ່ທ່ານ Toch Polyva ຮອງເຈົ້າແຂວງ Svay Rieng, ຮອງປະທານສະຫະພັນຊາວໜຸ່ມ ແຂວງ Svay Rieng, ເພື່ອແນໃສ່ໜູນຊ່ວຍແຂວງ Svay Riengໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
ເນື່ອງໃນໂອກາດບຸນປີໃໝ່ຂອງລາວ ແລະສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ (5-4-1961 / 5-4-2021), ວັນທີ 3 ເມສາ, ທີ່ດ່ານຊາຍແດນສາກົນໄຕຈາງ (ແຂວງດ້ຽນບຽນ), ຕໍາຫຼວດແຂວງດ້ຽນບຽນ ໄດ້ຈັດຕັ້ງພິທີມອບຂອງຂວັນໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບ 6 ແຂວງພາກເໜືອລາວ, ເຊິ່ງລວມມີຄອມປິວເຕີ 30 ໜ່ວຍ ແລະເຄື່ອງພິມ 30 ໜ່ວຍ.
ຍສໝ - ທ່ານພົນຕີ ຫວູຈຽນຖັງ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ ຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄໍ້າທີ່ສໍາຄັນຂອງການພົວພັນຫວຽດນາມ-ລາວ.
ຍສໝ - ຫວຽດນາມ ຖືເປັນສໍາຄັນ ແລະບຸລິມະສິດແຖວໜ້າໃຫ້ແກ່ການພົວພັນພິເສດກັບລາວ, ຖືນີ້ແມ່ນບັນຫາຍຸດທະສາດທີ່ມີຄວາມໝາຍເປັນຕາຍສໍາລັບສອງປະເທດ; ພ້ອມແລ້ວທີ່ຈະແບ່ງປັນ ແລະສະໜັບສະໜູນການນໍາ ແລະປະຊາຊົນລາວຢ່າງແຮງ ແລະຮອບດ້ານໃນພາລະກິດສ້າງສາປະເທດ ລາວ ຈະເລີນຮຸ່ງເຮືອງ ສີວິໄລ.
ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລືບັນຫາ ສໍາຄັນຈໍານວນໜຶ່ງ ເຊັ່ນ: ຂັ້ນຕອນການເພີ່ມອັດຕາ ການຖືຮຸ້ນຂອງລັດຖະບານລາວ ຈາກ 20% ຂຶ້ນເປັນ 60% ໃນບໍລິສັດຮຸ້ນ ສ່ວນທ່າເຮືອສາກົນ ລາວ-ຫວຽດນາມ, ເຊິ່ງສອງຝ່າຍຄາດວ່າ ຈະໃຫ້ສຳເລັດໃນໄຕມາດທີ 3 ຂອງປີນີ້.
ຍສໝ - ທ່ານ ເລຮວ່າຍຈູງ ແລະທ່ານນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມພາກພູມໃຈຕໍ່ການພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ທີ່ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ປະຊາຊົນສອງປະເທດ.
2 ຝ່າຍລ້ວນແຕ່ເຫັນດີເປັນເອກະພາບຢືນຢັນວ່າ, ພາຍຫຼັງໄລຍະ 25 ປີແຫ່ງການຫັນການພົວພັນເປັນປົກກະຕິ, ດ້ວຍຄວາມມານະພະຍາຍາມຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງບັນດາການນຳ 2 ປະເທດເວົ້າລວມ.
ຍສໝ - ຕາມທ່ານນາງກົງສຸນໃຫຍ່ອົດສະຕາລີ ປະຈຳນະຄອນໂຮ່ຈີມິນ, ໃນຕະຫຼອດ 48 ປີທີ່ຜ່ານມາ, ການຮ່ວມມືລະຫວ່າງອົດສະຕາລີ ແລະ ຫວຽດນາມໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງໃນຊຸມປີທີ່ຜ່ານມາ ແລະ ປະຈຸບັນພວມພັດທະນາຢ່າງແຮງທີ່ສຸດ.
ຍສໝ - ໂດຍຕ້ອນຮັບເອກອັກຄະລັດຖະທູດ ສິງກະໂປ ແລະ ບັນດາທູດການຕ່າງປະເທດ ລວມມີທ່ານນາງ ຫງວຽນເຟືອງງານ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO), ທ່ານ ຫງວຽນດຶກຮຸ່ງ, ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ, ຮອງປະທານທັງເປັນເລຂາທິການໃຫຍ່ສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ...
ຍສໝ - ທີ່ການພົບປະກັບທ່ານ ຮອງລັດຖະມົນຕີການຕ່າງປະເທດ F.A. Sidikov, ສອງຝ່າຍໄດ້ສະແດງຄວາມຍິນດີຕໍ່ບັນດາຜົນສຳເລັດໃນການພັດທະນາເສດຖະກິດຂອງແຕ່ລະປະເທດໃນໄລຍະທີ່ຜ່ານມາ, ພິເສດແມ່ນທັງຫວຽດນາມ ແລະ ອຸດເບກິດສະຖານລ້ວນແຕ່ຮັກສາໄດ້ທ່າເຕີບໂຕຕາມລຳດັບແມ່ນ 2,9% ແລະ 1,6% ໂດຍບໍ່ຫົວຊາຕໍ່ຜົນຕາມມາຂອງໂລກລະບາດໂຄວິດ - 19.
ຍສໝ - ນີ້ແມ່ນຄັ້ງທີ 2 ຫວຽດນາມ ດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງ ສປຊ ໃນອາຍຸ 2020 – 2021. ຄັ້ງທີ 1 ແມ່ນເດືອນມັງກອນປີ 2020.
ຍສໝ - ເຂົ້າຮ່ວມພິທີມີຜູ້ຕາງໜ້າຫ້ອງວ່າການລັດຖະບານ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ບັນດາກະຊວງການປ້ອງກັນຊາດ, ກະຊວງຕຳຫຼວດ ແລະ ກະຊວງການເງິນ.
ຍສໝ - ທ່ານພັນໂທ Loic Roy, ທູດການປ້ອງກັນຊາດຂອງສະຖານທູດ ການາດາ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ບັນດາການເຄື່ອນໄຫວທຳການກຸສົນດ້ວຍຄວາມສະໝັກໃຈໃນການຢ້ຽມຢາມຄືຂອງກຳປັ່ນທະຫານເຮືອ Regina ສະແດງໃຫ້ເປັນການພົວພັນຄູ່ຮ່ວມມືສາມັກຄີ, ຄວາມມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ການາດາ. ປັດຈຸບັນ, ສອງປະເທດ ພວມຮ່ວມມືເປັນຢ່າງດີໃນຂົງເຂດປ້ອງກັນຊາດ.
ຍສໝ - ທ່ານ John Kerry ທູດພິເສດຂອງປະທານາທິບໍດີ ອາເມລິກາ ຢັ້ງຢືນວ່າ ອາເມລິກາ ສືບຕໍ່ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ ແລະຈະສືບຕໍ່ເພີ່ມທະວີການຮ່ວມມື ແລະໜູນຊ່ວຍບັນດາປະເທດກໍາລັງພັດທະນາ, ໃນນັ້ນມີ ຫວຽດນາມ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ຍສໝ - ຫວ່າງແລ້ວນີ້, ຢູ່ສະຖາບັນການທູດລາຊະກຸມມານ Saud Al-Faisal Diplomatic Academy (IDS) ຢູ່ Riyadh, Saudi Arabia ໄດ້ຈັດຕັ້ງພິທີລົງນາມໃນໂຄງການ “ຮ່ວມມືລະຫວ່າງສະຖາບັນການທູດຫວຽດນາມ ແລະ ກະຊວງການຕ່າງປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ສະຖາບັນການທູດລາຊະກຸມມານ Saud Al-Faisal, ກະຊວງການຕ່າງປະເທດແຫ່ງລາຊະອານາຈັກ Saudi Arabia.