ສະເຫຼີມສະຫຼອງ 48 ປີແຫ່ງການພົວພັນທາງການທູດ ລະຫວ່າງຫວຽດນາມ ແລະ ອົດສະຕາລີ

13:15 | 03/04/2021

ຍສໝ - ຕາມທ່ານນາງກົງສຸນໃຫຍ່ອົດສະຕາລີ ປະຈຳນະຄອນໂຮ່ຈີມິນ, ໃນຕະຫຼອດ 48 ປີທີ່ຜ່ານມາ, ການຮ່ວມມືລະຫວ່າງອົດສະຕາລີ ແລະ ຫວຽດນາມໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງໃນຊຸມປີທີ່ຜ່ານມາ ແລະ ປະຈຸບັນພວມພັດທະນາຢ່າງແຮງທີ່ສຸດ.

ສະເຫ ມສະຫ ອງ 48 ປ ແຫ ງການພ ວພ ນທາງການທ ດ ລະຫວ າງຫວຽດນາມ ແລະ ອ ດສະຕາລ ເວທີປາໄສອາຊຽນ - ອົດສະຕາລີ ຄັ້ງທີ 33: ຮ່ວມມືເພື່ອການຟື້ນຟູ ແລະ ການເຕີບໂຕແບບຍືນຍົງ
ສະເຫ ມສະຫ ອງ 48 ປ ແຫ ງການພ ວພ ນທາງການທ ດ ລະຫວ າງຫວຽດນາມ ແລະ ອ ດສະຕາລ ເພື່ມທະວີການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອົດສະຕາລີ

ກ່າວຄຳເຫັນທີ່ພິທີ, ທ່ານນາງ Julianne Cowley - ກົງສຸນໃຫຍ່ອົດສະຕາລີປະຈຳນະຄອນໂຮ່ຈີມິນ ໄດ້ເນັ້ນໜັກວ່າ ພິທີສະເຫຼີມສະຫຼອງ 48 ປີແຫ່ງວັນສ້າງຕັ້ງການພົວພັນອົດສະຕາລີ - ຫວຽດນາມ ແມ່ນກາລະໂອກາດເພື່ອໃຫ້ສອງຝ່າຍຄວນເບິ່ງຄືນ ແລະ ສະແດງຄວາມຊົມເຊີຍ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດ ທີ່ກຳລັງມີບົດບາດສຳຄັນຫຼາຍຂຶ້ນໃນສະພາບການໂລກປັດຈຸບັນ.

ສະເຫ ມສະຫ ອງ 48 ປ ແຫ ງການພ ວພ ນທາງການທ ດ ລະຫວ າງຫວຽດນາມ ແລະ ອ ດສະຕາລ
ທ່ານນາງ Julianne Cowley - ກົງສຸນໃຫຍ່ອົດສະຕາລີປະຈຳນະຄອນໂຮ່ຈີມິນ. (ພາບ: TTXVN)

ຕາມທ່ານນາງກົງສຸນໃຫຍ່ອົດສະຕາລີ ປະຈຳນະຄອນໂຮ່ຈີມິນ, ໃນຕະຫຼອດ 48 ປີທີ່ຜ່ານມາ, ການຮ່ວມມືລະຫວ່າງອົດສະຕາລີ ແລະ ຫວຽດນາມໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງໃນຊຸມປີທີ່ຜ່ານມາ ແລະ ປະຈຸບັນພວມພັດທະນາຢ່າງແຮງທີ່ສຸດ. ສາຍພົວພັນຮ່ວມມືລະຫວ່າງສອງປະເທດ ແມ່ນສ້າງຂື້ນບົນພື້ນຖານຄວາມເຄົາລົບນັບຖື ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ມີຜົນປະໂຫຍດຮ່ວມ ແລະ ມີຄວາມໃກ້ຊິດສະໜິດສະໜົມ, ໄດ້ສະແດງໃຫ້ເຫັນຜ່ານການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສອງປະເທດ ໃນທຸກຂົງເຂດການເມືອງ, ເສດຖະກິດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ, ການທູດປະຊາຊົນ ແລະ ໂດຍສະເພາະໃນການສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນໃນການຈັດຕັ້ງປະຕິບັດການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19.

ຕາງໜ້າບັນດາການນຳນະຄອນໂຮ່ຈີມິນ ກ່າວຄຳເຫັນທີ່ພິທີ, ທ່ານ ເຈີນເຟືອກແອັງ, ຜູ້ອຳນວຍການໃຫຍ່ກົມການຕ່າງປະເທດນະຄອນໂຮ່ຈີມິນ ໄດ້ຢືນຢັນວ່າ, ໃນຕະຫຼອດ 48 ປີຜ່ານມາ, ສາຍພົວພັນລະຫວ່າງສອງປະເທດຫວຽດນາມ - ອົດສະຕາລີ ໄດ້ຮັບການພັດທະນາທີ່ເຂັ້ມແຂງ ໃນຫລາຍຂົງເຂດ, ເຊັ່ນ: ການເມືອງ, ການລົງທືນ, ການຄ້າ, ການສຶກສາ, ຄວາມໝັ້ນຄົງ ແລະ ການປ້ອງກັນປະເທດ.

ສະແດງຄວາມເຫັນດີເຫັນພ້ອມກັບການຕີລາຄາຂອງສະຖານກົງສຸນອົດສະຕາລີ, ທ່ານຜູ້ອຳນວຍການໃຫຍ່ກົມການຕ່າງປະເທດນະຄອນໂຮ່ຈີມິນ ເຈີນເຟືອກແອັງ ໄດ້ກ່າວວ່າ, ສາຍພົວພັນລະຫວ່າງນະຄອນໂຮ່ຈີມິນ ແລະ ອົດສະຕາລີຍັງມີຫຼາຍຂົງເຂດທີ່ຈະພັດທະນາ, ເຊັ່ນ: ຂົງເຂດການຄ້າ, ການສຶກສາ ແລະ ບຳລຸງສ້າງ, ນະຄອນສະຫຼາດ, ການເງິນ - ການທະນາຄານ, ການພັດທະນາຕົວເມືອງແບບຍືນຍົງ.

ການພັດທະນາຢ່າງຂະຫຍັນຂັນເຄື່ອນ ໃນການພົວພັນລະຫວ່າງນະຄອນໂຮ່ຈີມິນ ແລະ ອົດສະຕາລີ ຈະປະກອບສ່ວນເຂົ້າໃນການປະຕິບັດແຜນການປະຕິບັດຕົວຈິງ ເພື່ອຈັດຕັ້ງປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອົດສະຕາລີ ໄລຍະ 2020-2023. ການພົວພັນລະຫວ່າງນະຄອນໂຮ່ຈີມິນ ແລະ ອົດສະຕາລີພັດທະນາຢ່າງແຮງດ້ວຍວົງເງິນການຄ້າສອງຝ່າຍບັນລຸກວ່າ 1 ຕື້ USD.

ສະເຫ ມສະຫ ອງ 48 ປ ແຫ ງການພ ວພ ນທາງການທ ດ ລະຫວ າງຫວຽດນາມ ແລະ ອ ດສະຕາລ ຫວຽດ​ນາມ ຢັ້ງ​ຢືນເຄື່ອງໝາຍການຄ້າອົດ​ສະ​ຕາ​ລີ

ຍ​ສ​ໝ - ທ່ານ ຮ່ວາງລວດ, ບໍລິສັດນຳເຂົ້າສົ່ງອອກ M, ໃຫ້ຮູ້ວ່າ: ນັບມື້ນັບມີສິນຄ້າ ຫວຽດນາມ ຫຼາຍຢ່າງນຳເຂົ້າມາ ອົດສະຕາລີ ແລະ ໄດ້ຈຳໝ່າຍໃນບັນດາລະບົບຮ້ານສັບພະສິນຄ້າ ອາຊີ ໃນລັດ.

ສະເຫ ມສະຫ ອງ 48 ປ ແຫ ງການພ ວພ ນທາງການທ ດ ລະຫວ າງຫວຽດນາມ ແລະ ອ ດສະຕາລ ເວທີປາໄສອາຊຽນ - ອົດສະຕາລີ ຄັ້ງທີ 33: ຮ່ວມມືເພື່ອການຟື້ນຟູ ແລະ ການເຕີບໂຕແບບຍືນຍົງ

ຍສໝ - ຫວ່າງແລ້ວນີ້, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ທ່ານ ຫງວຽນກວກຢູ້ງ, ຫົວໜ້າ SOM ອາຊຽນ ຫວຽດນາມ ພ້ອມກັບບັນດາຫົວໜ້າ SOM ອາຊຽນ, ແລະ ທ່ານ Justin Hayhurst ຮອງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ ເຂົ້າຮ່ວມເວທີປາໄສ ອາຊຽນ - ອົດສະຕາລີ ຄັ້ງທີ 33 ...

ສະເຫ ມສະຫ ອງ 48 ປ ແຫ ງການພ ວພ ນທາງການທ ດ ລະຫວ າງຫວຽດນາມ ແລະ ອ ດສະຕາລ ການປຶກສາຫາລືດ້ານການເມືອງຄັ້ງທີ 13 ລະຫວ່າງຫວຽດນາມ - ສິງກະໂປ

ຍສໝ - ເມື່ອບໍ່ດົນມານີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ ແລະ ທ່ານເລຂາທິການຜູ້ປະຈຳການກະຊວງການຕ່າງປະເທດ ສິງກະໂປ Chee Wee Kiong ໄດ້ເປັນປະທານກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 13 ລະຫວ່າງສອງປະເທດ ດ້ວຍຮູບແບບຖ່າຍທອດສົດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.