ປິດຊຸດບໍາລຸງສ້າງບັນຊາ-ເສນາທິການຂັ້ນສູງບັ້ນຮົບ, ຍຸດທະສາດໄລຍະສັ້ນ, ຊຸດທີ III ໃຫ້ກອງທັບປະຊາຊົນລາວ

10:12 | 07/04/2021

ຍສໝ - ຊຸດບໍາລຸງສ້າງບັນຊາ-ເສນາທິການຂັ້ນສູງບັ້ນຮົບ, ຍຸດທະສາດ ໄລຍະສັ້ນ, ຊຸດທີ III ໃຫ້ກອງທັບປະຊາຊົນລາວ ຈັດຕັ້ງທີ່ວິທະຍາຄານປ້ອງກັນຊາດ ໃນໄລຍະ 4 ເດືອນ. ນັກສໍາມະນາກອນໄດ້ຄົ້ນຄວ້າບາງເນື້ອໃນ, ຄື: ປະຫວັດສາດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດຂອງຫວຽດນາມ, ລະບົບການເມືອງຂອງຫວຽດນາມ; ນະໂຍບາຍປ້ອງກັນຊາດ ແລະກໍາລັງແຮງດ້ານປ້ອງກັນຊາດຂອງຫວຽດນາມ; ທາດແທ້, ມູນເຊື້ອ ແລະການຈັດຕັ້ງຂອງກອງທັບປະຊາຊົນຫວຽດນາມ...

ປະກາດລາຍຊື່ ຜູ້ໄດ້ຮັບເລືອກຕັ້ງເປັນ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ປະກາດລາຍຊື່ ຜູ້ໄດ້ຮັບເລືອກຕັ້ງເປັນ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II
ສ່ວນບຸກຄົນ 4 ຄົນ ແລະ ໝູ່ຄະນະໄດ້ຮັບໃບຍ້ອງຍໍຢູ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບ ຫວຽດນາມ ຢູແກຼນ ແຂວງເງະອານຊຸດ​ທີ  III ສ່ວນບຸກຄົນ 4 ຄົນ ແລະ ໝູ່ຄະນະໄດ້ຮັບໃບຍ້ອງຍໍຢູ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບ ຫວຽດນາມ ຢູແກຼນ ແຂວງເງະອານຊຸດ​ທີ III
ປິດຊຸດບໍາລຸງສ້າງບັນຊາ-ເສນາທິການຂັ້ນສູງບັ້ນຮົບ, ຍຸດທະສາດໄລຍະສັ້ນ, ຊຸດທີ III ໃຫ້ກອງທັບປະຊາຊົນລາວ

ປິດຊຸດບໍາລຸງສ້າງບັນຊາ-ເສນາທິການຂັ້ນສູງບັ້ນຮົບ, ຍຸດທະສາດໄລຍະສັ້ນໃຫ້ກອງທັບປະຊາຊົນລາວ

ຫວ່າງແລ້ວນີ້, ວິທະຍາຄານປ້ອງກັນຊາດ ໄດ້ຈັດພິທີປິດຊຸດບໍາລຸງສ້າງບັນຊາ-ເສນາທິການຂັ້ນສູງບັ້ນຮົບ, ຍຸດທະສາດໄລຍະສັ້ນ, ຊຸດທີ III ໃຫ້ກອງທັບປະຊາຊົນລາວ. ວິທະຍາຄານປ້ອງກັນຊາດ ໄດ້ມອບໃບປະກາດສະນີຍະບັດໃຫ້ນັກສໍາມະນາກອນ ທີ່ໄດ້ສໍາເລັດຊຸດບໍາລຸງສ້າງ ແລະມອບໃບຍ້ອງຍໍໃຫ້ນັກສໍາມະນາກອນທີ່ມີຜົນງານດີເດັ່ນ.

ຊຸດບໍາລຸງສ້າງບັນຊາ-ເສນາທິການຂັ້ນສູງບັ້ນຮົບ, ຍຸດທະສາດ ໄລຍະສັ້ນ, ຊຸດທີ III ໃຫ້ກອງທັບປະຊາຊົນລາວ ຈັດຕັ້ງທີ່ວິທະຍາຄານປ້ອງກັນຊາດ ໃນໄລຍະ 4 ເດືອນ. ນັກສໍາມະນາກອນໄດ້ຄົ້ນຄວ້າບາງເນື້ອໃນ, ຄື: ປະຫວັດສາດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດຂອງຫວຽດນາມ, ລະບົບການເມືອງຂອງຫວຽດນາມ; ນະໂຍບາຍປ້ອງກັນຊາດ ແລະກໍາລັງແຮງດ້ານປ້ອງກັນຊາດຂອງຫວຽດນາມ; ທາດແທ້, ມູນເຊື້ອ ແລະການຈັດຕັ້ງຂອງກອງທັບປະຊາຊົນຫວຽດນາມ; ນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ; ວັດທະນະທໍາການທະຫານຂອງຫວຽດນາມ; ບັນຫາຊົນຊາດ, ສາສະໜາ, ປະຊາທິປະໄຕ, ສິດທິມະນຸດຢູ່ຫວຽດນາມ; ສະພາບຄວາມໝັ້ນຄົງຢູ່ພາກພື້ນ ແລະຢູ່ໂລກໃນປັດຈຸບັນ ແລະທັດສະນະຂອງຫວຽດນາມ...

ກ່ອນໜ້ານັ້ນ, ທ່ານພົນຕີ ຫວູຈ໊ຽນຖັງ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານການພົບປະກັບຊຸດບໍາລຸງສ້າງບັນຊາ-ເສນາທິການຂັ້ນສູງ ບັ້ນຮົບ, ຍຸດທະສາດກອງທັບປະຊາຊົນ ລາວ ໄລຍະສັ້ນ, ຊຸດທີ III. ທ່ານພົນຕີ ຫວູຈ໊ຽນຖັງ ໄດ້ຊົມເຊີຍຄະນະພະນັກງານກອງທັບປະຊາຊົນ ລາວ ຈໍານວນ 30 ທ່ານ ທີ່ໄດ້ປະຕິບັດສໍາເລັດຊຸດຮຽນຢູ່ວິທະຍາຄານປ້ອງກັນຊາດ. ທ່ານພົນຕີ ຫວູຈ໊ຽນຖັງ ຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄໍ້າທີ່ສໍາຄັນຂອງການພົວພັນຫວຽດນາມ-ລາວ. ບົນພື້ນຖານອະນຸສັນຍາໄລຍະ 2020-2024 ແລະແຜນການຮ່ວມມືແຕ່ລະປີ, ຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ-ລາວ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ, ໃນນັ້ນວຽກງານບໍາລຸງສ້າງຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ພິເສດຈາກສອງຝ່າຍ. ທ່ານພົນຕີ ຫວູຈ໊ຽນຖັ໊ງ ສະແດງຄວາມເຊື່ອໝັ້ນວ່າ, ບັນດາສະມາຊິກໃນຄະນະພາຍຫຼັງກັບເມືອປະເທດ ຈະໝູນໃຊ້ຄວາມຮູ້ຈາກຊຸດຮຽນເຂົ້າໃນຂົງເຂດວຽກງານຂອງຕົນ ແນໃສ່ປະກອບສ່ວນກໍ່ສ້າງກອງທັບປະຊາຊົນ ລາວ ໃຫ້ນັບມື້ນັບພັດທະນາຢ່າງໝັ້ນຄົງເຂັ້ມແຂງ.

ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານສະຖານທູດແຫ່ງ ລາວ ປະຈຳຫວຽດນາມ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານສະຖານທູດແຫ່ງ ລາວ ປະຈຳຫວຽດນາມ

ໃນວັນທີ 11 ມິຖຸນາ ຢູ່ຫ້ອງປະຊຸມສະຖານທູດລາວ ທີ່ຮ່າໂນ້ຍ, ຫວຽດນາມ ໄດ້ຈັດຂຶ້ນກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ສະຖານເອກອັກຄະລັດຖະທູດແຫ່ງ ສປປ.ລາວ ປະຈຳຫວຽດນາມ.

ທ່ານ ຫງວ໋ຽນ ຢວານ ກິ່ງ ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມມິດຕະພາບຫວຽດນາມ - ລາວ, ແຂວງ ຖ໋າຍຫງວຽນ ສະໄໝທີ III ທ່ານ ຫງວ໋ຽນ ຢວານ ກິ່ງ ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມມິດຕະພາບຫວຽດນາມ - ລາວ, ແຂວງ ຖ໋າຍຫງວຽນ ສະໄໝທີ III

ຍສໝ - ຜູ້ແທນຢ່າງເປັນທາງການຈຳນວນ 250 ຄົນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກກວ່າ 13,000 ຄົນ ໃນທົ່ວແຂວງໄດ້ເຂົ້າຮ່ວມກອງປະຊຸມຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ຄັ້ງທີ 3 ຢູ່ແຂວງ ຖ໋າຍຫງວຽນ.

ງານມະໂຫລານສຽງເພງມິດຕະພາບ ຫວຽດນາມ - ລາວ ຄັ້ງທີ III ງານມະໂຫລານສຽງເພງມິດຕະພາບ ຫວຽດນາມ - ລາວ ຄັ້ງທີ III

ວັນທີ 5 ຕຸລາ, ທີ່ນະຄອນຖ໋າຍງວຽນ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງຖ໋າຍງວຽນ ສົມທົບກັບພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວແຂວງຖ໋າຍງວຽນ ຈັດຕັ້ງງານມະໂຫລານສຽງເພງມິດຕະພາບ ຫວຽດນາມ - ລາວ ຄັ້ງທີ III, ປີ 2019.

ໄຊພອນ

ທ່ານອາດຈະມັກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.