ຮ່າຕິງອວຍພອນບຸນປີໃໝ່ອຳນາດການປົກຄອງ ແລະ ປະຊາຊົນແຂວງ ບໍລິຄຳໄຊ, ລາວ | |
ມອບຂອງຂວັນໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບ 6 ແຂວງພາກເໜືອລາວ |
![]() |
ເລື່ອງໂອນກຳມະສິດຫຸ້ນສ່ວນ 20% ໃຫ້ບໍລິສັດພັດທະນາທ່າກໍາປັ່ນຫວູງອາງລາວ-ຫວຽດນາມ ຈະສ້າງເງື່ອນໄຂຍູ້ໄວວິວັດການຜັນຂະຫຍາຍຍົກລະດັບທ່າກໍາປັ່ນຫວູງອາງ ໄລຍະທີ 1 (2021- 2023), ເປີດກວ້າງທ່າກໍາປັ່ນຫວູງອາງ 1, 2 ແລະ 3 ຕາມຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງລັດຖະບານລາວ-ຫວຽດນາມ |
ບໍລິສັດ Logistics ແຫ່ງລັດ ລາວ (LLSE) ຫາກໍ່ຕົກລົງໂອນ 20% ຫຸ້ນສ່ວນຂອງລັດຖະບານລາວ ໃນໂຄງການທ່າກ່ຳປັ່ນ ຫວຸງອາງ ໃຫ້ແກ່ບໍລິສັດ ພັດທະນາທ່າກ່ຳປັ່ນ ຫວຸງອາງ ລາວ - ຫວຽດນາມ (VDS), ກໍ່ຂຶ້ນກັບການກຳມະສິດຂອງລັດຖະບານ ລາວ.
ເລື່ອງໂອນກຳມະສິດຫຸ້ນສ່ວນ 20% ໃຫ້ບໍລິສັດພັດທະນາທ່າກໍາປັ່ນຫວູງອາງລາວ-ຫວຽດນາມ ຈະສ້າງເງື່ອນໄຂຍູ້ໄວວິວັດການຜັນຂະຫຍາຍຍົກລະດັບທ່າກໍາປັ່ນຫວູງອາງ ໄລຍະທີ 1 (2021- 2023), ເປີດກວ້າງທ່າກໍາປັ່ນຫວູງອາງ 1, 2 ແລະ 3 ຕາມຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງລັດຖະບານລາວ-ຫວຽດນາມ, ເພີ່ມຄວາມສາມາດສົ່ງຕໍ່ສິນຄ້າຢູ່ທ່າກໍາປັ່ນຫວູງອາງ, ມຸ່ງໄປເຖິງຄວາມສາມາດຮັບເອົາກໍາປັ່ນທີ່ມີບັນທຸກນ້ຳໜັກ 5.000-100.000 ໂຕນ ແລະສະໜອງບໍລິການໃຫ້ 50.000-1.200.000 container ດ້ວຍປະລິມານສິນຄ້າແຕ່ 3-20 ລ້ານໂຕນ ໃນປີ 2030.
ບໍລິສັດ VDS ລາວ ແມ່ນບໍລິສັດຮ່ວມທຸລະກິດລະຫວ່າງລັດຖະບານລາວ ແລະບໍລິສັດ Petro Trade. ກະຊວງການເງິນລາວ ຖືຫຸ້ນທຶນຂອງລັດ 51%, ໄລຍະເຄື່ອນໄຫວແມ່ນ 50 ປີ ແລະສາມາດຕໍ່ເວລາຕາມຂໍ້ຕົກລົງລະຫວ່າງສອງຝ່າຍ.
ທ່າກ່ຳປັ່ນຫວູງອາງ ມີບົດບາດສຳຄັນຕໍ່ນະໂຍບາຍ ຂອງລັດຖະບານລາວ, ໃນການສຳຜັດກັບການເຄື່ອນໄຫວເດີນເຮືອ ແລະ ເພີ່ມທະວີການເຊື່ອມໂຍງຕໍ່ພາກພື້ນ, ພ້ອມທັງປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດລາວ ຜ່ານການພັດທະນາຂົງເຂດຄົມມະນາຄົມ ແລະ ຂົນສົ່ງ, ການຄ້າ, ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ.
![]() | ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ຮັບຮອງເອົາມະຕິເລືອກຕັ້ງສະຫາຍ ຟ້າມມີງຈິງ ເປັນນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ອາຍຸການ 2016 - 2021 ຍສໝ - ທ່ານ ຟ້າມມີງຈິງ ນາຍົກລັດຖະມົນຕີ ໄດ້ສາບານຕົວວ່າ: "ພາຍໃຕ້ທຸງແດງດາວເຫຼືອງທີ່ສັກກາລະບູຊາຂອງຊາດ, ຕໍ່ໜ້າສະພາແຫ່ງຊາດ, ພໍ່ແມ່ປະຊາຊົນ ແລະຜູ້ມີສິດເລືອກຕັ້ງທົ່ວປະເທດ, ຂ້າພະເຈົ້າ - ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ສາບານຕົວ: ຈະຈົ່ງຮັກພັກດີຕໍ່ປະເທດຊາດ, ປະຊາຊົນ ແລະລັດຖະທໍາມະນູນແຫ່ງ ສສ ຫວຽດນາມ ຢ່າງເດັດຂາດ; ອອກແຮງປະຕິບັດສໍາເລັດໜ້າທີ່ເຊິ່ງພັກ, ລັດ ... |
![]() | ມອບຂອງຂວັນໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບ 6 ແຂວງພາກເໜືອລາວ ເນື່ອງໃນໂອກາດບຸນປີໃໝ່ຂອງລາວ ແລະສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ (5-4-1961 / 5-4-2021), ວັນທີ 3 ເມສາ, ທີ່ດ່ານຊາຍແດນສາກົນໄຕຈາງ (ແຂວງດ້ຽນບຽນ), ຕໍາຫຼວດແຂວງດ້ຽນບຽນ ໄດ້ຈັດຕັ້ງພິທີມອບຂອງຂວັນໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບ 6 ແຂວງພາກເໜືອລາວ, ເຊິ່ງລວມມີຄອມປິວເຕີ 30 ໜ່ວຍ ແລະເຄື່ອງພິມ 30 ໜ່ວຍ. |
![]() | ກຽມພ້ອມປະຕິບັດໜ້າທີ່ຮັກສາສັນຕິພາບ ສະຫະປະຊາຊາດ ຍສໝ - ດ້ວຍຄວາມມານະພະຍາຍາມຂອງກຸ່ມປະຕິບັດງານຫວຽດນາມ ທີ່ຄະນະປະຕິບັດງານຢູ່ຊູດັງໃຕ້ ແລະ ຄະນະໄປກ່ອນ, ພ້ອມກັບການໜູນຊ່ວຍຂອງຄະນະປະຕິບັດງານອື່ນໆ, ສິນຄ້າທີ່ຈໍາເປັນ, ເຄື່ອງອຸປະກອນການແພດຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໄດ້ສໍາເລັດການກວດກາ, ເຮັດລະບຽບການ, ພ້ອມແລ້ວທີ່ຈະຂົນສົ່ງໄປຍັງ Bentiu ໃນຊຸມວັນຈະມາເຖິງ. |
ໄຊພອນ