ຮ່າ​ຕິງອວຍ​ພອນ​ບຸນ​ປີ​ໃໝ່​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ບໍ​ລິ​ຄຳ​ໄຊ, ລາວ

08:13 | 06/04/2021

ຍ​ສ​ໝ - ຫວ່າງ​ແລ້ວນີ້, ຢູ່​ດ່ານ​ຊາຍ​ແດນ​ສາ​ກົນ ເກົ່າ​ແຈວ (ຮ່າ​ຕິງ), ຄະ​ນະ​ປະ​ຕິ​ບັດ​ງານ​ແຂວງ​ຮ່າ​ຕິງ ໄດ້​ໄປ​ອວຍ​ພອນ​ບຸນ​ປີ​ໃໝ່​ອຳ​ນາດ​ການ​ປົກ​ຄອງ​ແຂວງ​ບໍ​ລິ​ຄຳ​ໄຊ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ລາວ.

ມອບຂອງຂວັນໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບ 6 ແຂວງພາກເໜືອລາວ ມອບຂອງຂວັນໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບ 6 ແຂວງພາກເໜືອລາວ
ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄໍ້າທີ່ສໍາຄັນຂອງການພົວພັນຫວຽດນາມ-ລາວ ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄໍ້າທີ່ສໍາຄັນຂອງການພົວພັນຫວຽດນາມ-ລາວ
ຮ່າ​ຕິງອວຍ​ພອນ​ບຸນ​ປີ​ໃໝ່​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ບໍ​ລິ​ຄຳ​ໄຊ, ລາວ
ການ​ນຳ​ແຂວງ​ຮ່າ​ຕິງອວຍ​ພອນ​ປີ​ໃໝ່​ການ​ນຳ​ແຂວງ​ບໍ​ລິ​ຄຳ​ໄຊ (ພາບ: bienphong.com.vn)

ຕາມ​ໜັງ​ສື​ພິມ​ຮ່າ​ຕິງ, ໂດຍ​ຕາງ​ໜ້າ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ​ຮ່າ​ຕິງ, ​ທ່ານ ຮ່​ວາງ​ຈຸງ​ຢຸງ ກຳ​ມະ​ການ​ສູນ​ກາງ​ພັກ, ເລ​ຂາ​ທິ​ການ​ອົງ​ຄະ​ນະ​ພັກ, ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງ ໄດ້​ສະ​ແດງ​ຄວາມ​ຍິນ​ດີ ແລະ ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ການ​ພົວ​ພັນ​​ມິດ​ຕະ​ພາບທີ່​ມາ​ແຕ່​ດົນ​ນານ, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ, ການ​ພົວ​ພັນ​ລະ​ຫວ່າງແຂວງ​ຮ່າ​ຕິງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ຮັບ​ການ​ປັບ​ປຸງ, ພັດ​ທະ​ນາ ຢ່າງ​ບໍ່​ຢຸດ​ຢັ້ງ, ນັບ​ມື້​ນັບ​ໝັ້ນ​ຄົງ, ເລິກ​ເຊິ່ງ ແລະ ແມ່ນ​ສັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ຄົນ​ລຸ້ນ​ຕໍ່ໆ​ໄປ​ໃນ​ອະ​ນາ​ຄົດ.

ທ່ານ​ຮ່​ວາງ​ຈຸງ​ຢຸງ ມີ​ຄວາມ​ປາດ​ຖະ​ໜາກວ່າ, ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ສອງ​ແຂວງ ຮ່າ​ຕິງ - ບໍ​ລິ​ຄຳ​ໄຊ ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ຝ່າຍ​ກາ​ຍ​ເປັນ​ຫົວ​ໜ່ວຍ​ແບບ​ຢ່າງກ່ຽວ​ກັບ​ການ​ຮ່ວມ​ມື​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ພິ​ເສດ, ສືບ​ຕໍ່​ຍູ້​ແຮງ​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ການ​ພົວ​ພັນ​ຮ່ວມ​ມື, ຄວາມ​ສາ​ມັກ​ຄີ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ​ໃນ​ປະ​ຊາ​ຊົນ​ທຸກ​ຖ້ວນ​ໜ້າ, ປະ​ຕິ​ບັດ​ຄຳ​ສັ່ງ​ສອນ​ຂອງ​ປະ​ທານ​ໂຮ່​ຈີ​ມິນ ແລະ ປະ​ທານ​ໄກ​ສອນ​ ພົມ​ວິ​ຫານ ໃຫ້​ເປັນ​ຢ່າງ​ດີ.

ຮ່າ​ຕິງອວຍ​ພອນ​ບຸນ​ປີ​ໃໝ່​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ບໍ​ລິ​ຄຳ​ໄຊ, ລາວ
​ພາບ​ປະ​ກອບ: Baohatinh.vn

ທ່ານ​ໃຫ້​ຮູ້​ວ່າ: ໄລ​ຍະ​ຜ່ານ​ມາ, ເຖິງວ່າ​ໂລກ​ລະ​ບາດ​ໂຄວິດ - 19 ມີ​ການ​ຜັນ​ແປ່​ຢ່າງ​ສັບ​ສົນ​ທີ່​ສຸດ ແຕ່​ແຂວງ​ຮ່າ​ຕິງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ​ຍັງ​ພົບ​ປະ​ກັນ, ແລ​ກ​ປ່ຽນ, ແບ່ງ​ປັນ, ຮ່ວມ​ມື​ນຳ​ກັນ​ເປັນ​ປະ​ຈຳ​ໃນຫຼາຍ​ຂົງ​ເຂດ. ສອ​ງ​ຝ່າຍ​ຍັງ​ມີ​ການ​ພົບ​ປະ​ກັນ​ໃນ​ຈຸດ​ເວ​ລາ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ສອງ​ແຂວງ. ກ່ອນນີ້ ເກືອບ 2 ເດືອນ, ຢູ່​ດ່ານ​ຊາຍ​ແດນ​ເກົ່າ​ແຈວ, ແຂວງ​ຮ່າ​ຕິງ ມີ​ຄວາມ​ເປັນ​ກຽດ​ຢ່າງ​ຍິ່ງ​ເມື່ອ​ໄດ້​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ, ເຈົ້າ​ແຂວງບໍ​ລິ​ຄຳ​ໄຊ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ແຂວງ​ໄປ​ອວຍ​ພອນ​ປີ​ໃໝ່​ແຂວງ​ຮ່າ​ຕິງ.

ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ 2021 ຂອງ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ, ທ່ານ​ຮ່​ວາງ​ຈຸງ​ຢູງ ອວຍ​ພອນ​ບັນ​ດາ​ສະ​ຫານ​ໃນ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ບັນ​ດ​າ​ເຜົ່າ​ແຂວງ​ບໍ​ລິ​ຄຳ​ໄຊ​ຈົ່ງ​ມີ​ສຸ​ຂະ​ພາ​ບ​ທີ່​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ, ປະ​ສົ​ບ​ຜົນ​ສຳ​ເລັດ ແລະ ອຸ​ທິດ​ສ່ວນຫຼາຍ​ກ່​ວາ​ອີກ​ໃຫ້​ແກ່​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດຊາດ ແລະ ການ​ພົວ​ພັນ​ມິດ​ຕະ​ພາບ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ. ອວຍ​ພອນ​ໃຫ້​ນ້ຳ​ໃຈ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ​ລ​ະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ​ເວົ້າ​ລວມ, ແຂວງ​ຮ່າ​ຕິ້ງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ​ເວົ້າ​ສະ​ເພາະ​ນັ​ບ​ມື້​ນັບ​ແຕກດອກ​ອອກ​ຜົນ, ໝັ້ນ​ຄົງ​ທະ​ນົງ​ແກ່ນ​ຕະຫຼອດ​ການ.

ມອບຂອງຂວັນໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບ 6 ແຂວງພາກເໜືອລາວ ມອບຂອງຂວັນໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບ 6 ແຂວງພາກເໜືອລາວ

ເນື່ອງໃນໂອກາດບຸນປີໃໝ່ຂອງລາວ ແລະສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ (5-4-1961 / 5-4-2021), ວັນທີ 3 ເມສາ, ທີ່ດ່ານຊາຍແດນສາກົນໄຕຈາງ (ແຂວງດ້ຽນບຽນ), ຕໍາຫຼວດແຂວງດ້ຽນບຽນ ໄດ້ຈັດຕັ້ງພິທີມອບຂອງຂວັນໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບ 6 ແຂວງພາກເໜືອລາວ, ເຊິ່ງລວມມີຄອມປິວເຕີ 30 ໜ່ວຍ ແລະເຄື່ອງພິມ 30 ໜ່ວຍ.

ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄໍ້າທີ່ສໍາຄັນຂອງການພົວພັນຫວຽດນາມ-ລາວ ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄໍ້າທີ່ສໍາຄັນຂອງການພົວພັນຫວຽດນາມ-ລາວ

ຍສໝ - ທ່ານພົນຕີ ຫວູຈຽນຖັງ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ ຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄໍ້າທີ່ສໍາຄັນຂອງການພົວພັນຫວຽດນາມ-ລາວ.

ມອບເງິນຈໍານວນ 590 ລ້ານດົ່ງໃຫ້ໂຮງຮຽນປະຖົມສົມບູນມິດຕະພາບແຂວງ ຈໍາປາສັກ ລາວ ມອບເງິນຈໍານວນ 590 ລ້ານດົ່ງໃຫ້ໂຮງຮຽນປະຖົມສົມບູນມິດຕະພາບແຂວງ ຈໍາປາສັກ ລາວ

ຍສໝ - ປັດຈຸບັນ, ໂຮງຮຽນມີນັກຮຽນເກືອບ 500 ຄົນ, ໃນນັ້ນ 50% ແມ່ນລູກນ້ອງຄົນລາວ, ນັກຮຽນໄດ້ຮຽນພາສາຫວຽດນາມ ຕັ້ງແຕ່ ປໍ 1, ຕາມປື້ມຕໍາລາຮຽນພາສາຫວຽດນາມ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.