ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ພັກ​ກຳ​ອຳ​ນາດ​ຢູ່ ໂມ​ຊຳ​ບິກ ແລະ ຫວຽດ​ນາມ

ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ພັກ​ກຳ​ອຳ​ນາດ​ຢູ່ ໂມ​ຊຳ​ບິກ ແລະ ຫວຽດ​ນາມ

ຍ​ສໝ - ທ່ານ ເລ​ຮູຍ​ຮ່​ວາງ​​ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ໂມ​ຊຳ​ບິກກໍ່​ແບ່ງ​ປັນ​ບັນ​ດາ​ໝາກ​ຜົນ ແລະ ບົດ​ຮຽນ​ໃນ​ການ​ປ້ອງ​ກັນ ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ຂ​ອງ​ຫວຽດ​ນາມ, ຢັ້ງ​ຢືນ​ນ້ຳ​ໃຈ​ສາ​ມັກ​ຄີ, ການ​ໜູນ​ຊ່ວຍ​ແບ່ງ​ປັນ​ຂອງ​ຫວຽດ​ນາມ ກັບ​ໂມ​ຊຳ​ບິກ​ໃນ​ສະ​ພາບ​ການ​ໂລກ​ລະ​ລາດ Covid – 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ.

ລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນລະຫວ່າງ ຫວຽດນາມ - ລາວ

ລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນລະຫວ່າງ ຫວຽດນາມ - ລາວ

ຍ​ສໝ - ກອງ​ລາດ​ຕະ​ເວນ​ຂອງ​ສອງ​ຝ່າຍ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກກ່ຽບ​ກັບ​ເງື່ອນ​ໄຂອາ​ກາດ​ແດດ​ຮ້ອນ,  ພູມປະເທດ​ທຸ​ລະ​ກັນ​ດານ ທີ່​ສຸດ​ເພື່ອ​ລາດ​ຕະ​ເວນ​ແຕ່​ປັກຫຼັກ​ໝາຍ​ເລກທີ 415 ຫາ ເລກ​ທີ 416 ແລະ ຖາງກ້ຽງເພື່ອ​ສາ​ມາດ​ສັ​ງ​ເກດ​ຢ່າງ​ງ່າຍ​ດາຍ​ຢູ່​ເຂ​ດ​ຊາຍ​ແດນ.

ເມັກຊິໂກ ປາດຖະໜາຢາກໃຫ້ ຫວຽດນາມ ແບ່ງປັນປະສົບການໃນການຮັບມືກັບ Covid-19

ເມັກຊິໂກ ປາດຖະໜາຢາກໃຫ້ ຫວຽດນາມ ແບ່ງປັນປະສົບການໃນການຮັບມືກັບ Covid-19

ຍສໝ - ຕອນເຊົ້າວັນທີ 17 ກໍລະກົດ, ທ່ານຮອງລັດຖະມົນຕີປະຈໍາກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ມີການໂອ້ລົມທາງອອນລາຍ ກັບ ທ່ານຮອງລັດຖະມົນຕີການຕ່າງປະເທດ ເມັກຊິໂກ Julio Ventura ເພື່ອປຶກສາຫາລືກ່ຽວກັບມາດຕະການຕ່າງໆເພື່ອຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃນສະພາບການສະເຫຼີມສະຫຼອງຄົບຮອບ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ເມັກຊິໂກ (1975 -2020).    

ໂຮງຮຽນນາຍທະຫານສື່ສານ ຢູ່ ແຂວງແຄ໋ງຮວ່າ ສສ.ຫວຽດນາມ ໄດ້ຈັດຕັ້ງພິທີຮຽນຈົບໃຫ້ແກ່ບັນດານາຍທະຫານລາວ ແລະ ກໍາປູເຈຍ

ໂຮງຮຽນນາຍທະຫານສື່ສານ ຢູ່ ແຂວງແຄ໋ງຮວ່າ ສສ.ຫວຽດນາມ ໄດ້ຈັດຕັ້ງພິທີຮຽນຈົບໃຫ້ແກ່ບັນດານາຍທະຫານລາວ ແລະ ກໍາປູເຈຍ

ຍສໝ - ຫວ່າງແລ້ວນີ້, ໂຮງຮຽນນາຍທະຫານສື່ສານ ຢູ່ ແຂວງແຄ໋ງຮວ່າ ສສ.ຫວຽດນາມ ໄດ້ຈັດຕັ້ງພິທີຮຽນຈົບໃຫ້ແກ່ບັນດານາຍທະຫານລາວ ແລະກໍາປູເຈຍ.

ກາ​ຊັກ​ສະ​ຖານ​ຮັບ​ເອົາ​ວັດ​ຖຸ, ອຸ​ປະ​ກອນ​ການ​ແພດ​ໂດຍ​ຫວຽດ​ນາມ​ໜູນ​ຊ່ວຍ​ຕ້ານ​ໂລກ​ລະ​ບາດ Covid – 19

ກາ​ຊັກ​ສະ​ຖານ​ຮັບ​ເອົາ​ວັດ​ຖຸ, ອຸ​ປະ​ກອນ​ການ​ແພດ​ໂດຍ​ຫວຽດ​ນາມ​ໜູນ​ຊ່ວຍ​ຕ້ານ​ໂລກ​ລະ​ບາດ Covid – 19

ຍ​ສ​ໝ - ບັນ​ດາ​ອຸ​ປະ​ກອນ​ການ​ແພດ​ປົກ​ປ້ອງ​ສ່ວນ​ຕົວ​ໂດຍ​ຫວຽດ​ນາມ​ໜູນ​ຊ່ວຍ​ ໄດ້​ອຳ​ນາດ​ການ​ປົກ​ຄອງ ກາ​ຊັກ​ສະ​ຖານ ​ສົ່ງ​ໄປ​ຍັງ​ບັນ​ດາ​ຮາ​ກ​ຖານ​ການ​ແພດ​ທ້ອ​ງ​ຖິ່ນ​ແຂວງ Atyrau ທາງ​ພາກ​ຕາ​ເວັ​ນ​ຕົກ​ຂອງ​ປະ​ເທດນີ້.

ຢາ​ລາຍ​ເລີ່ມ​ປ​ະ​ຕິ​ບັດ​ໜ້າ​ທີ່​ສ້າງ​ແຂວງ​ກາຍ​ເປັນ​ເຂດ​ກຳ​ລັງ​ໜູນ​ໃນ​ເຂດ​ສາມ​ລ່ຽມ​ພັດ​ທະ​ນາ​ລະ​ຫວ່າງ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

ຢາ​ລາຍ​ເລີ່ມ​ປ​ະ​ຕິ​ບັດ​ໜ້າ​ທີ່​ສ້າງ​ແຂວງ​ກາຍ​ເປັນ​ເຂດ​ກຳ​ລັງ​ໜູນ​ໃນ​ເຂດ​ສາມ​ລ່ຽມ​ພັດ​ທະ​ນາ​ລະ​ຫວ່າງ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

ຍ​ສໝ - ການ​ສ້າງ​ແຜນ​ການ​ດ້ວຍ​ວິ​ໄສ​ທັດ ຮອດ​ປີ 2050, ຈະ​ຊ່ວຍ​ໃຫ້​ແຂວງ​ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ​ຂອງ​ຕົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເຊື່ອມ​ຕໍ່​ບັນ​ດາ​ແຫຼ່ງ​ກຳ​ລັງ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ເພື່ອ​ພັດ​ທະ​ນາ​​ເສດ​ຖະ​ກິດແບບ​ຍືນ​ຍົງ ​, ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ຊາຍ​ແດນ.

ໄຕນີງ ໄດ້ຮັບນັກສຶກສາກຳປູເຈຍເກືອບ 500 ຄົນ ກັບຄືນມາຮໍ່າຮຽນ

ໄຕນີງ ໄດ້ຮັບນັກສຶກສາກຳປູເຈຍເກືອບ 500 ຄົນ ກັບຄືນມາຮໍ່າຮຽນ

ຍສໝ - ຈຳນວນນັກສຶກສາ ກຳປູເຈຍ ທີ່ເຂົ້າເມືອງຫວຽດນາມ ໃນຄັ້ງນີ້ແມ່ນນັກສຶກສາຮຽນຢູ່ມະຫາວິທະຍາໄລແຫ່ງຕ່າງໆຂອງຫວຽດນາມ, ເຊັ່ນ: ມະຫາວິທະຍາໄລເສດຖະກິດແຫ່ງຊາດຮ່າໂນ້ຍ, ມະຫາວິທະຍາໄລບໍ່ແຮ່ ແລະ ທໍລະນີສາດຮ່າໂນ້ຍ, ມະຫາວິທະຍາໄລຂົນສົ່ງ, ມະຫາວິທະຍາໄລຈ່າວີງ, ມະຫາວິທະຍາໄລກິລານະຄອນໂຮ່ຈິມິນ…    

ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​​ສວຍ​ໃຊ້ EVFTA ສ່​ົງ​ອອກ​ໄປ​ຍັງ ໂຮນ​ລັງ

ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​​ສວຍ​ໃຊ້ EVFTA ສ່​ົງ​ອອກ​ໄປ​ຍັງ ໂຮນ​ລັງ

ຍ​ສໝ - ກົມ​ສົ່ງ​ເສີມ​ການ​ຄ້າ (ກະ​ຊວງ​ອຸ​ດ​ສາ​ຫະ​ກຳການ​ຄ້າ) ຫາ​ກໍ່​ສົ​ມ​ທົບ​ກັບ​ກົມ​ຕະຫຼາດ​ເອີ​ລົບ - ອາຟ​ຼິກ​ກາ (ກະ​ຊວງ​ອຸ​ດ​ສາ​ຫະ​ກຳການ​ຄ້າ), ຫ້ອງ​ການ​ການ​ຄ້າ​ຫວຽດ​ນາມ​ປະ​ຈຳ​ໂຮນ​ລັງ, ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ກິ​ລາ​ໂຮນ​ລັງ (FGSH) ໄດ້​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ການ​ພົວ​ພັນ​ຄ້າ​ຂາຍ​ທາງ​ອອນ​ລາຍ​ສິນ​ຄ້າ​ກິ​ລາ​ຫວຽດ​ນາມ - ໂຮນ​ລັງ 2020.

ພິທີ​ມອບ - ຮັບ​ອຸປະກອນ​ການ​ແພດ​ຂອງ​ພັກ, ລັດ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ​ ປະຊາຊົນ​ຫວຽດນາມ ​ໃຫ້ປະຊາຊົນ​ ກູ​ບາ

ພິທີ​ມອບ - ຮັບ​ອຸປະກອນ​ການ​ແພດ​ຂອງ​ພັກ, ລັດ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ​ ປະຊາຊົນ​ຫວຽດນາມ ​ໃຫ້ປະຊາຊົນ​ ກູ​ບາ

ຕອນເຊົ້າວັນທີ 16 ກໍລະກົດ, ຢູ່ຮ່າໂນ້ຍ ໄດ້ດໍາເນີນພິທີມອບ - ຮັບ ອຸປະກອນການແພດຂອງພັກ, ລັດ, ກະຊວງປ້ອງກັນປະເທດ ແລະ ປະຊາຊົນຫວຽດນາມ ມອບໃຫ້ປະຊາຊົນ ກູບາ ເຊິ່ງລວມມີ ຊຸດ Kit ວິໄຈເຊື້ອ, ຊຸດເກັບຕົວຢ່າງ, ຜ້າອັດປາກ - ອັດດັງ, ຊຸດປ້ອງກັນພະຍາດ... ດ້ວຍປະລິມານທັງໝົດ 3 ໂຕນ.

ຫວຽດນາມ ຢາກນຳການພົວພັນສອງປະເທດ ກັບນິວຊີແລນ ຂຶ້ນສູ່ລະດັບສູງໃໝ່

ຫວຽດນາມ ຢາກນຳການພົວພັນສອງປະເທດ ກັບນິວຊີແລນ ຂຶ້ນສູ່ລະດັບສູງໃໝ່

ຍ​ສ​ໝ -  ວັນທີ 22 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະມີການພົບປະເຈລະຈາຂັ້ນສຸດຍອດທາງອອນລາຍກັບທ່ານນາຍົກລັດຖະມົນຕີ ນິວຊີແລນ Jacida Ardern.

ສືບຕໍ່ນຳສົ່ງພົນລະເມືອງຫວຽດນາມ ຈາກ ສະຫະລັດອາເມລິກາ ກັບຄືນປະເທດ

ສືບຕໍ່ນຳສົ່ງພົນລະເມືອງຫວຽດນາມ ຈາກ ສະຫະລັດອາເມລິກາ ກັບຄືນປະເທດ

ຍສໝ - ບັນດາອົງການຜູ້ຕາງໜ້າຫວຽດນາມ ຢູ່ ສະຫະລັດອາເມລິກາ ໄດ້ສະໜັບສະໜູນ ພົນລະເມືອງຢ່າງຈິງຈັງ, ບາງຄົນຕ້ອງການຄວາມຊ່ວຍເຫລືອພິເສດ.

ວິສາຫະກິດຫວຽດນາມ ລົງທຶນຫຼາຍກ່ວາ 80 ລ້ານໂດລາສະຫະລັດ ຢູ່ ແຂວງຊຽງຂວາງ

ວິສາຫະກິດຫວຽດນາມ ລົງທຶນຫຼາຍກ່ວາ 80 ລ້ານໂດລາສະຫະລັດ ຢູ່ ແຂວງຊຽງຂວາງ

ຍສໝ - ໃນໄລຍະດຽວກັນ (2011-2020), ຍອດຈຳນວນເງິນຊ່ວຍເຫລືອລ້າຂອງລັດຖະບານຫວຽດນາມໃຫ້ແກ່ແຂວງຊຽງຂວາງບັນລຸ 258.72 ຕື້ກີບ, ໃນຈຳນວນທັງໝົດ 17 ໂຄງການ.    

ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ກູບ​າ

ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ກູບ​າ

ຍສ​ໝ -  ສ່ວນ​ທ່ານ ຢັ້ງ​ຢືນ​ວ່າ​ຜົນ​ສຳ​ເລັດ​ຂອງ​ຫວຽດ​ນາມ​ຕໍ່​ໂລກ​ລະ​ບາດ Covid – 19 ໄດ້​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ສຸດຍອດ​ຂອງ​ລັດ​ຖິ​ສັງ​ຄົມ​ໃນ​ການ​ຕໍ່​ສູ້​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ , ທ່ານ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ບັນ​ດາ​ການ​ນຳ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ຢ່າງ​ທັນ​ການ​ໃຫ້​ແກ່​ກູ​ບາ ໃນ​ວຽກ​ງານ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ກໍ່​ຄ​ື​ບັນ​ດາ​ຂົງ​ເຂດ​ທັງ​ໝົດ.

ຫວຽດນາມ ໄດ້ສົ່ງເສີມວຽກງານການບຳລຸງສ້າງນັກສຶກສາຕ່າງປະເທດລາວ ຢູ່ມະຫາວິທະຍາໄລທິດຕາເວັນຕົກສຽງເໜືອ

ຫວຽດນາມ ໄດ້ສົ່ງເສີມວຽກງານການບຳລຸງສ້າງນັກສຶກສາຕ່າງປະເທດລາວ ຢູ່ມະຫາວິທະຍາໄລທິດຕາເວັນຕົກສຽງເໜືອ

ຍສໝ - ປະຈຸບັນ, ມະຫາວິທະຍາໄລທິດຕາເວັນຕົກສຽງເໜືອ ມີນັກສຶກສາລາວ 836 ຄົນ ທີ່ກຳລັງສຶກສາຮ່ຳຮຽນໃນ 23 ພາກວິຊາປະລິນຍາຕີ ແລະ 3 ພາກວິຊາຈົບການສຶກສາພາຍຫຼັງປະລິນຍາຕີ, ເຊິ່ງມີສາຂາວິຊາຄື: ສ້າງຄູ, ເສດຖະສາດ, ກະສິກຳ ແລະ ປ່າໄມ້, ເຕັກໂນໂລຊີຂໍ້ມູນຂ່າວສານ.

ປະດັບຫຼຽນກາລະນຶກ “ເພື່ອຮຸ່ນໜຸ່ມ” ໃຫ້ທ່ານຮອງເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ

ປະດັບຫຼຽນກາລະນຶກ “ເພື່ອຮຸ່ນໜຸ່ມ” ໃຫ້ທ່ານຮອງເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ

ຍສໝ -  ທ່ານນາງ Nancy Coro Aguiar ເນັ້ນໜັກວ່າໃນໄລຍະການດຳລົງຕຳແໜ່ງ ເປັນເວລາ 4 ປີ, ທ່ານນາງໄດ້ເຫັນການແລກປ່ຽນການຮ່ວມມືສອງຝ່າຍ ເປັນປົກກະຕິ ຂອງອົງການຈັດຕັ້ງຄະນະຊາວໜຸ່ມຂອງສອງປະເທດ.

ຫວຽດນາມແລະ ອ​າກ​ຊັງ​ຕິນ ຍູ້ແຮງການຮ່ວມມືສອງຝ່າຍ

ຫວຽດນາມແລະ ອ​າກ​ຊັງ​ຕິນ ຍູ້ແຮງການຮ່ວມມືສອງຝ່າຍ

ຍ​ສ​ໝ - ທ່ານ Juan Valle Raleigh ອະດີດເອກອັກຄະລັດຖະທູດອາກຊັງຕີນ ປະຈຳ ຫວຽດນາມ ໄດ້ຢືນຢັນວ່າ ຫວຽດນາມແມ່ນຄູ່ຮ່ວມມືທີ່ສຳ ຄັນ ໃນນະໂຍບາຍການຕ່າງປະເທດຂອງປະເທດອາກຊັງຕີນ  ແລະເລື່ອງສອງປະເທດໄດ້ຍົກ​ລະ​ດັບ​ການພົວພັນຂຶ້ນ​ເປັນຄູ່ຮ່ວມມືຍຸດທະສາດເມື່ອ 10 ປີກ່ອນໄດ້ສ້າງພື້ນຖານໃນການສົ່ງເສີມໂຄງ​ການ​ດຳ​ເນີນ​ງານຮ່ວມມືທີ່ອຸດົມສົມບູນ, ໂດຍສະເພາະໃນດ້ານເສດຖະກິດການຄ້າ.

VUFO ຕີລາຄາສູງການປະກອບສ່ວນຂອງບັນດາເພື່ອນມິດ ສ.ເກົາຫຼີ

VUFO ຕີລາຄາສູງການປະກອບສ່ວນຂອງບັນດາເພື່ອນມິດ ສ.ເກົາຫຼີ

ຍສໝ - ທ່ານນາງ ຫງວຽນເຟືອງງາ  ເຊື່ອໝັ້ນວ່າອາຍຸການໃໝ່ຂອງທ່ານເອກອັກຄະລັດຖະທູດຈະປະສົບຜົນສຳເລັດ, ບັນລຸໄດ້ໝາກຜົນ ສຳຄັນຫຼາຍຢ່າງ, ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສ.ເກົາຫຼີ.    

ສະມາຄົມມິດຕະພາບຫວຽດນາມ - ກູບາ: ສຸມໃສ່ 9 ກິດຈະກຳໃຫຍ່ໃນ 6 ເດືອນ ທ້າຍປີ 2020

ສະມາຄົມມິດຕະພາບຫວຽດນາມ - ກູບາ: ສຸມໃສ່ 9 ກິດຈະກຳໃຫຍ່ໃນ 6 ເດືອນ ທ້າຍປີ 2020

ຍສໝ - ໃນອະນາຄົດອັນໃກ້ນີ້, ສະມາຄົມມິດຕະພາບຫວຽດນາມ - ກູບາ ຈະຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງ ແລະ ມີປະສິດທິຜົນຫຼາຍຢ່າງເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ກູບາ.

ລັດຖະບານຫວຽດນາມ ສະໜັບສະໜູນ 50.000 ໂດລາສະຫະລັດ ເພື່ອຊ່ວຍເຫຼືອມຽນມາ ໃນການຕໍ່ສູ້ຕ້ານກັບ COVID-19

ລັດຖະບານຫວຽດນາມ ສະໜັບສະໜູນ 50.000 ໂດລາສະຫະລັດ ເພື່ອຊ່ວຍເຫຼືອມຽນມາ ໃນການຕໍ່ສູ້ຕ້ານກັບ COVID-19

ຍສໝ - ສາດສະດາຈານ, ປອ Zaw Than Htun, ຫົວໜ້າກົມຄົ້ນຄວ້າສາທາລະນະສຸກ, ກະຊວງສາທາລະນະສຸກ ແລະ ກິລາມຽນມາ ໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງປະເທດ, ຄວາມຮັກແພງອັນລ້ຳຄ່າຂອງຫວຽດນາມ ສຳ ລັບມຽນມາ.

ຫວຽດ​ນາມ - ຝ​ລັ່ງ ປັບ​ປຸງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ສາດ

ຫວຽດ​ນາມ - ຝ​ລັ່ງ ປັບ​ປຸງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ສາດ

ຍ​ສໝ -  ວັນ​ທີ 14 ກໍ​ລະ​ກົດ, ປະ​ເທດ​ຝ​ລັ່ງ​ ໄດ້​ສະ​ເຫຼີມ​ສະ​ຫຼອງ 231 ປີ​ແຫ່ງວັນ​ຊາດ (14 ກໍ​ລະ​ກົດ 1789 – 14 ກໍ​ລະ​ກົດ 2020). ພ​າຍຫຼັງ 230 ປີ​ແຫ່ງ​ການ​ພັດ​ທະ​ນາ, ປັດ​ຈຸ​ບັນ, ສະ​ທາ​ລະ​ນະ​ລັດ​ຝ​ລັ່ງ​ແມ່ນ​ປະ​ເທດ​ສະ​ມາ​ຊິກຫຼັກ​ແຫຼ່ງ​ໃນ​ສະ​ຫະ​ພາບ​ເອ​ີ​ລົບ, ມີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ​ໃນ​ນັ້ນ​ມີ ຫວຽດ​ນາມ. ໃນ​ໄລ​ຍະ 47 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ຝ​ລັ່ງ​ໄດ້​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມມ​ຍຸດ​ທະ​ສາດ​ທີ່​ມີຫຼາຍ​ຂີດໝາຍ, ສ້າງ​ພື້ນ​ຖານ​ຢ່າງ​ໜັກ​ແໜ້ນ​ເພື່ອ​ມຸ່ງ​ໄປ​ສູ່​ອະ​ນາ​ຄົດ​ທີ່​ສົດ​ໃສ​ກ່​ວາ​ອີກ.

ກົມໃຫຍ່ພະລາທິການກອງທັບປະຊາຊົນລາວຂອບໃຈຕໍ່ການໜູນຊ່ວຍ, ຊ່ວຍເຫຼືອຂອງກອງທັບປະຊາຊົນຫວຽດນາມ ຕໍ່ກັບກອງທັບປະຊາຊົນລາວ

ກົມໃຫຍ່ພະລາທິການກອງທັບປະຊາຊົນລາວຂອບໃຈຕໍ່ການໜູນຊ່ວຍ, ຊ່ວຍເຫຼືອຂອງກອງທັບປະຊາຊົນຫວຽດນາມ ຕໍ່ກັບກອງທັບປະຊາຊົນລາວ

ຍສໝ - ເມື່ອບໍ່ດົນມານີ້, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງພະລາທິການກອງທັບ ຄົບຮອບ 70 ປີ (11-7-1950/11-7-2020).

ສັນຍາ EVFTA ເປີດກາລະໂອກາດ ເພື່ອດຳເນີນທຸລະກິດໃຫ້ແກ່ປະເທດເບວຢ້ຽມ ແລະ ຫວຽດນາມ

ສັນຍາ EVFTA ເປີດກາລະໂອກາດ ເພື່ອດຳເນີນທຸລະກິດໃຫ້ແກ່ປະເທດເບວຢ້ຽມ ແລະ ຫວຽດນາມ

ຍສໝ - ສັນຍ EVFTA ທີ່ມີຜົນບັງຄັບນຳໃຊ້ໃນວັນທີ 1 ສິງຫາ ເຊິ່ງຈະນຳມາບັນດາຜົນສະທ້ອນທີ່ດີໃຫ້ແກ່ບັນດານັກສົ່ງອອກ ຂອງປະເທດເບວຢ້ຽມ ໃນຂະນະທີ່ການເຕີບໂຕຂອງເສດຖະກິດຫວຽດນາມ ເຕັມໄປດ້ວຍຄວາມຫວັງ ບໍ່ຫົວຊາຕໍ່ການແຜ່ລະບາດຂອງພະຍາດ COVID​-19.

ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນຫວຽດນາມ - ຝະລັ່ງ

ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນຫວຽດນາມ - ຝະລັ່ງ

ຍ​ສ​ໝ - ສະຖານກົງສຸນໃຫຍ່ຝຣັ່ງປະຈຳ ນະຄອນໂຮ່ຈີມິນຈະສືບຕໍ່ມານະພະຍາຍາມປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດ.

ທ່ານ Dominic Raab ລັດຖະມົນຕີການຕ່າງປະເທດອັງກິດສະ​ແດງ​ຄວາມ​ຊົ​ມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ຂອງ ຫວຽດ​ນາມ​ໃນ​ການ​ປ້ອງ​ກັນ, ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19

ທ່ານ Dominic Raab ລັດຖະມົນຕີການຕ່າງປະເທດອັງກິດສະ​ແດງ​ຄວາມ​ຊົ​ມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ຂອງ ຫວຽດ​ນາມ​ໃນ​ການ​ປ້ອງ​ກັນ, ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19

ຍ​ສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງແບ່ງປັນບັນດາຄວາມມານະພະຍາຍາມ ແລະຂໍ້ລິເລີ່ມຕ່າງໆເພື່ອຊຸກຍູ້ການຮ່ວມມືສາກົນຂອງລັດຖະບານອັງກິດໃນການຮັບ​ມືກັບໂລກ​ລະ​ບາດ Covid-19, ແລະ ທ່ານ​ກໍ່ຢືນຢັນວ່າຫວຽດນາມພ້ອມແລ້ວທີ່ຈະຮ່ວມມືຢ່າງໃກ້ຊິດກັບອັງກິດໃນຄວາມພະຍາຍາມເຫຼົ່ານີ້.

ສະ​ມາ​ຊິກສະ​ພາສູງ​ອາ​ເມ​ລິ​ກາ​ອອກ​ຖະ​ແຫຼງ​ການ​ຢັ້ງ​ຢືນ 25 ປີ​ແຫ່ງວັນ​ຫັນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດານມ - ອາ​ເມ​ລິ​ກາ​ເປັນ​ປົກ​ກະ​ຕິ

ສະ​ມາ​ຊິກສະ​ພາສູງ​ອາ​ເມ​ລິ​ກາ​ອອກ​ຖະ​ແຫຼງ​ການ​ຢັ້ງ​ຢືນ 25 ປີ​ແຫ່ງວັນ​ຫັນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດານມ - ອາ​ເມ​ລິ​ກາ​ເປັນ​ປົກ​ກະ​ຕິ

ຍ​ສ​ໝ - ຕາມ ທ່ານ Cory Gardner ແລ້ວ, ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ, ອາເມລິກາ​ຂໍ​ສະ​ແດງ​ຄວາມ ຊົມເຊີຍຕໍ່ ຫວຽດນາມໃນ​ບົດ​ບາດເປັນປະທານອາຊຽນ.

ການພົວພັນຫວຽດນາມ - ອາເມລິກາ ຈະສືບຕໍ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ

ການພົວພັນຫວຽດນາມ - ອາເມລິກາ ຈະສືບຕໍ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ

ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ Washington, ໃນວັນທີ 11 ກໍລະກົດ, ທ່ານ Jim Risch - ປະທານກຳມາທິການການຕ່າງປະເທດສະພາສູງອາເມລິກາ, ສະມາຊິກສະພາສູງອາເມລິກາ ໄດ້ອອກຖະແຫຼງການສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ອາເມລິກາ.

ຫວຽດນາມ ໄດ້ສະໜັບສະໜູນເຂົ້າສານ ໃຫ້ແກ່ປະຊາຊົນພາກເໜືອຂອງປະເທດລາວ

ຫວຽດນາມ ໄດ້ສະໜັບສະໜູນເຂົ້າສານ ໃຫ້ແກ່ປະຊາຊົນພາກເໜືອຂອງປະເທດລາວ

ຍສໝ - ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະຖານກົງສຸນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ - ປະເທດລາວ ນຳພາໂດຍທ່ານສະຖານກົງສຸນໃຫຍ່ ຫງວຽນດັ່ງຮຸ່ງ, ໄດ້ເດີນທາງໄປເຮັດວຽກຢູ່ 3 ແຂວງພາກເໜືອຂອງປະເທດລາວ ເພື່ອສົ່ງເສີມການຮ່ວມມື, ຊຸກຍູ້ການລົງທືນ ແລະ ສະໜັບສະໜູນປະຊາຊົນທຸກຍາກຢູ່ພາກເໜືອປະເທດລາວ.

ການນຳຫວຽດນາມ ສົ່ງສານອວຍພອນໄປຍັງການ​ນຳ ​ອາ​ເມ​ລິກ​າ

ການນຳຫວຽດນາມ ສົ່ງສານອວຍພອນໄປຍັງການ​ນຳ ​ອາ​ເມ​ລິກ​າ

ຍ​ສໝ -  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກໍໄດ້ແລກປ່ຽນສານອວຍພອນກັບ ປະທານາທິບໍດີ ອາເມລິກາ Donald Trump; ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລກປ່ຽນສານອວຍພອນກັບ ທ່ານປະທານສະພາສູງ Michael Pence ແລະ ທ່ານນາງປະທານສະພາຕໍ່າ Nancy Pelosi.

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ

ຍສໝ - ເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ ລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໃນສະພາບການໃໝ່, ທ່ານ ເຈີນກວກເວືອງ ໄດ້ຮຽກຮ້ອງໃຫ້ທ່ານ Yamada - ເອກອັກຄະລັດຖະທູດຍີ່ປຸ່ນ ຊຸກຍູ້ການພົວພັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານເສດຖະກິດ, ການລົງທືນ, ແລະ ການຄ້າ; ພ້ອມກັນນັ້ນ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດເພື່ອຮັບມືກັບພະຍາດ COVID-19.

|< < 1 2 3 4 5 > >|
302 Found

Found

The document has moved here.