VUFO ຕີລາຄາສູງການປະກອບສ່ວນຂອງບັນດາເພື່ອນມິດ ສ.ເກົາຫຼີ

14:31 | 15/07/2020

ຍສໝ - ທ່ານນາງ ຫງວຽນເຟືອງງາ  ເຊື່ອໝັ້ນວ່າອາຍຸການໃໝ່ຂອງທ່ານເອກອັກຄະລັດຖະທູດຈະປະສົບຜົນສຳເລັດ, ບັນລຸໄດ້ໝາກຜົນ ສຳຄັນຫຼາຍຢ່າງ, ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສ.ເກົາຫຼີ.    

vufo ຕ ລາຄາສ ງການປະກອບສ ວນຂອງບ ນດາເພ ອນມ ດ ສ ເກ າຫ ສະມາຄົມມິດຕະພາບຫວຽດນາມ - ກູບາ: ສຸມໃສ່ 9 ກິດຈະກຳໃຫຍ່ໃນ 6 ເດືອນ ທ້າຍປີ 2020
vufo ຕ ລາຄາສ ງການປະກອບສ ວນຂອງບ ນດາເພ ອນມ ດ ສ ເກ າຫ ພິທີມອບຮັບຜ້າອັດປາກ 20.000 ອັນ ໃຫ້ແກ່ປະຊາຄົມຊາວຫວຽດນາມ ຢູ່ ສ.ເກົາຫຼີ
vufo ຕ ລາຄາສ ງການປະກອບສ ວນຂອງບ ນດາເພ ອນມ ດ ສ ເກ າຫ
ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ແລະ ທ່ານ Park Noh-wan ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ.(ພາບ: ຕວນຫວຽດ)

ນັ້ນແມ່ນຄຳຢືນຢັນຂອງ ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ເນື່ອງໃນໂອກາດ ທ່ານ ທ່ານ Park Noh-wan ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເກົາຫຼີ ປະຈຳ ຫວຽດນາມ ໄດ້​​ເຂົ້າຢ້ຽມຂ່ຳນັບ ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໃນຕອນເຊົ້າວັນທີ 14 ກໍລະກົດນີ້.

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ Park Noh-wan ໄດ້ຊົມເຊີຍບັນດາໝາກຜົນທີ່ໜ້າປະທັບໃຈເຊິ່ງຫວຽດນາມບັນລຸໄດ້ໃນການຕໍ່ສູ້ຕ້ານກັບ COVID-19. ຫວຽດນາມໄດ້ກັບຄືນສູ່ຊີວິດປົກກະຕິ ແລະ ໃນເກືອບ 3 ເດືອນບໍ່ມີການຕິດເຊື້ອໃໝ່ໃນຊຸມຊົນ ແລະ ໂດຍສະເພາະແມ່ນບໍ່ມີຜູ້ເສຍຊີວິດ. ສ.ເກົາຫຼີ ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ຜົນ ສຳເລັດຂອງຫວຽດນາມໃນການຕໍ່ສູ້ຕ້ານກັບ COVID-19. ລັດຖະບານ ສ.ເກົາຫຼີ ກໍ່ພວມພະຍາຍາມສະກັດກັ້ນ COVID -19 ເພື່ອບັນລຸໄດ້ໝາກຜົນຄືກັບຫວຽດນາມ.

vufo ຕ ລາຄາສ ງການປະກອບສ ວນຂອງບ ນດາເພ ອນມ ດ ສ ເກ າຫ
ບັນດາຜູ້ແທນໄດ້ຖ່າຍຮູບເປັນທີ່ລະລຶກ.(ພາບ: ຕວນຫວຽດ)

ທີ່ການພົບປະ, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ຊົມເຊີຍ ທ່ານ Park Noh-wan ສຳລັບຕຳແໜ່ງໃໝ່ໃນຖານະຕຳແໜ່ງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເກົາຫຼີ ປະຈຳ ຫວຽດນາມ. ທ່ານນາງ ຫງວຽນເຟືອງງາ ເຊື່ອໝັ້ນວ່າອາຍຸການໃໝ່ຂອງທ່ານເອກອັກຄະລັດຖະທູດຈະປະສົບຜົນສຳເລັດ, ບັນລຸໄດ້ໝາກຜົນ ສຳຄັນຫຼາຍຢ່າງ, ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສ.ເກົາຫຼີ.

ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ຮັບຮູ້ການປະກອບສ່ວນຂອງບັນດາອົງການບໍ່ຂຶ້ນກັບລັດຖະບານ ສ.ເກົາຫຼີ ທີ່ໄດ້ຊ່ວຍເຫຼືອຫວຽດນາມກ່ອນໜ້າ COVID-19, ເຊັ່ນ: ການຮໍາບາດແຜສົງຄາມ, ລົບລ້າງຄວາມອຶດຫິວ ແລະ ຫຼຸດຜ່ອນຄວາມທຸກຍາກ, ທັກສະໃນການຝຶກອົບຮົມ, ໂດຍສະເພາະດ້ານສາທາລະນະສຸກ... ໃນໄລຍະເກີດການລະບາດຂອງ COVID-19, ບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານ ສ.ເກົາຫຼີ ກໍ່ໄດ້ສະໜັບສະໜູນ ຫວຽດນາມ ຢ່າງຈິງຈັງ.

vufo ຕ ລາຄາສ ງການປະກອບສ ວນຂອງບ ນດາເພ ອນມ ດ ສ ເກ າຫ ພິທີມອບຮັບຜ້າອັດປາກ 20.000 ອັນ ໃຫ້ແກ່ປະຊາຄົມຊາວຫວຽດນາມ ຢູ່ ສ.ເກົາຫຼີ

ຍສໝ - ທ່ານຮອງລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ບັນດາການເຄື່ອນໄຫວທີ່ມີຄວາມໝາຍ ຕໍ່ບ້ານເກີດເມືອງນອນຂອງສູນພຸດທະສາສະໜາ ຫວຽດນາມ ແລະ ສະມາຄົມພຸດທະສາສະໜາ ຫວຽດນາມ ຢູ່ ສ. ເກົາຫຼີ ສຳລັບຊາວຫວຽດນາມຢູ່ຕ່າງປະເທດ.

vufo ຕ ລາຄາສ ງການປະກອບສ ວນຂອງບ ນດາເພ ອນມ ດ ສ ເກ າຫ ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ເລີ່ມ​ເຄື່ອນ​ໄຫວ​​ລາຍ​ການ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ອາ​ຊຽນ​ໃນ​ການກວດ​ຫາ​ເຊື້ອ Covid – 19 ໂດຍ​ໄວ

ຍ​ສໝ - ທ່ານ​ເຈິ່ນ​ດຶກ​ບິ່ງ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ​ອາ​ຊຽ​ນ ຢັ້ງ​ຢືນ​ວ່າ ເລື່ອງ ສ.ເກົາຫຼ ​ີ​ໜູ​ນ​ຊ່ວຍ​ບັນ​ດາ​ອຸ​ປະ​ກອນ​ວິ​ເຄາະ ແລະ ​ເຄື່ອງ​ປົກ​ປ້ອງ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽ​ນ​ແນ່ນອນ​ວ່າ ຈະ​ຊ່ວຍ​ສະ​ກັດ​ກັ້ນ​ການ​ແຜ່​ລາມ​ຂອງ​ເຊື້ອ​ໄວ​ຣ​ັດ​ໃນ​ພາກ​ພື້ນ.

vufo ຕ ລາຄາສ ງການປະກອບສ ວນຂອງບ ນດາເພ ອນມ ດ ສ ເກ າຫ ຕ່ຽນຢາງ ປາດຖະໜາວ່າ VKBIA ແມ່ນຂົວເຊື່ອມຕໍ່ການຮ່ວມມືກັບບັນດາທ້ອງຖິ່ນຂອງ ສ.ເກົາຫຼີ

ຍສໝ - ຕອນເຊົ້າວັນທີ 10 ມິຖຸນາ, ຢູ່ ສຳນັກງານໃຫຍ່ຄະນະກຳມະການປະຊາຊົນແຂວງຕ່ຽນຢາງ, ສະມາຄົມນັກທຸລະກິດ ແລະ ການລົງທືນຫວຽດນາມ - ສ.ເກົາຫຼີ (VKBIA) ໄດ້ມາຢ້ຽມຢາມ, ເຮັດວຽກ ແລະ ຊອກຫາກາລະໂອກາດການຮ່ວມມື ແລະ ການລົງທຶນ ກັບຜູ້ນຳແຂວງ.

ໄຊພອນ

ເຫດການ
302 Found

Found

The document has moved here.