ຫວຽດ​ນາມ - ຝ​ລັ່ງ ປັບ​ປຸງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ສາດ

17:35 | 14/07/2020

ຍ​ສໝ -  ວັນ​ທີ 14 ກໍ​ລະ​ກົດ, ປະ​ເທດ​ຝ​ລັ່ງ​ ໄດ້​ສະ​ເຫຼີມ​ສະ​ຫຼອງ 231 ປີ​ແຫ່ງວັນ​ຊາດ (14 ກໍ​ລະ​ກົດ 1789 – 14 ກໍ​ລະ​ກົດ 2020). ພ​າຍຫຼັງ 230 ປີ​ແຫ່ງ​ການ​ພັດ​ທະ​ນາ, ປັດ​ຈຸ​ບັນ, ສະ​ທາ​ລະ​ນະ​ລັດ​ຝ​ລັ່ງ​ແມ່ນ​ປະ​ເທດ​ສະ​ມາ​ຊິກຫຼັກ​ແຫຼ່ງ​ໃນ​ສະ​ຫະ​ພາບ​ເອ​ີ​ລົບ, ມີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ​ໃນ​ນັ້ນ​ມີ ຫວຽດ​ນາມ. ໃນ​ໄລ​ຍະ 47 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ຝ​ລັ່ງ​ໄດ້​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມມ​ຍຸດ​ທະ​ສາດ​ທີ່​ມີຫຼາຍ​ຂີດໝາຍ, ສ້າງ​ພື້ນ​ຖານ​ຢ່າງ​ໜັກ​ແໜ້ນ​ເພື່ອ​ມຸ່ງ​ໄປ​ສູ່​ອະ​ນາ​ຄົດ​ທີ່​ສົດ​ໃສ​ກ່​ວາ​ອີກ.

ຫວຽດ ນາມ ຝ ລ ງ ປ ບ ປ ງ ການ ພ ວ ພ ນ ຄ ຮ ວມ ມ ຍ ດ ທ ສາດ ກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ອອນ​ລາຍ​ກ່ຽວ​ກັບ EVFTA: ກາ​ລະ​ໂອ​ກາດ​ໃດ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຝ​ລັ່ງ
ຫວຽດ ນາມ ຝ ລ ງ ປ ບ ປ ງ ການ ພ ວ ພ ນ ຄ ຮ ວມ ມ ຍ ດ ທ ສາດ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດກຳ​ປູ​ເຈຍ ປະ​ຈຳ​ຫວຽດ​ນາມ
ຫວຽດ ນາມ ຝ ລ ງ ປ ບ ປ ງ ການ ພ ວ ພ ນ ຄ ຮ ວມ ມ ຍ ດ ທ ສາດ
ພາບ​ປະ​ກອບ

ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ລະ​ຫວ່າງ ຫວຽດ​ນາມ ແລະ ຝ​ລັ່ງ ບັນ​ລຸ​ໄດ້​ບັນ​ດາ​ຄວາມ​ຄືບ​ໜ້າ​ທີ່​ຕັ້ງ​ໜ້າ. ບໍ່​ພຽງ​ແຕ່​ໃນ​ຂົງ​ເຂດ​ການ​ເມືອງ, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ຝ​ລັ່ງ​ໄດ້​ຮັບ​ການ​ປັດ​ປຸງເທົ່າ​ນັ້ນ ຫາກ​ຍັງ​ເປີດ​ກ້​ວາງ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ກາ​ນ​ຮ່ວມ​ມື​ລະ​ຫວ່າງ ບັນ​ດາ​ທ້ອງ​ຖິ່ນ ແລະ ກາ​ນ​ທູດ​ປະ​ຊາ​ຊົນ​ອີກ​ດ້ວຍ.

ການ​ຮ່ວ​ມ​ມື​ດ້ານ​ເສດ​ຖະ​ກິດ ພັດ​ທະ​ນາ​ຢ່າງ​ແຮງ

ການ​ຮ່ວມມ​ື​ດ້ານ​ເສດ​ຖະ​ກິດ​ແມ່ນ​ຂົງ​ເຂດ​ບັນ​ລຸ​ໄດ້ຫຼາຍ​ຂີດ​ໝາຍ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ​ລະ​ຫວ່າງ ຫວຽດ​ນາມ - ຝ​ລັ່ງ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລະ​ຫວ່າງ ຫວຽດ​ນາມ - ຝ​ລັ່ງ​ໄດ້​ເພີ່ມ​ຂຶ້ນ​ທົບ 3 ເທົ່າ ແຕ່ ປະ​ມານ 1,6 ຕື້ USD ໃນ​ປີ 2009 ຂຶ້ນ​ເຖິງ 5,3ຕື້ USD ໃນ​ປີ 2019 (ຢືນ​ຢູ່​ອັນ​ດັບ​ທີ 3 ຢູ່​ເອີ​ລົບ ຖັດ​ຈາກ ເຢຍ​ລະ​ມັນ ແລະ ໂຮນ​ລັງ). ກ່ຽວ​ກັບ​ການ​ຮ່ວມ​ມື​ໂດຍ​ກົງ ໄລ່​ໝົດ​ເດືອນ​ພຶດ​ສະ​ພາ ປີ 2020, ຝ​ລັ່ງ ມີ 588 ໂຄງ​ການ​ລົງ​ທຶນ​ຢູ່​ຫວຽດ​ນາມ ດ້​ວຍຍອດ​ເງິນ​ລົງ​ທຶນ​ແມ່ນ 3,56 ຕື້ USD, ຢືນ​ຢູ່​ອັນ​ດັບ​ທີ 2 ໃນ​ຈຳ​ນວນ​ບັນ​ດາ​ນັກ​ລົງ​ທຶນ​ເອີ​ລົບ ຢູ່​ຫວຽດ​ນາມ (ຫຼັງ​ຈາກໂຮນ​ລັງ).

ໃນ​ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ພວມ​ມີ​ການ​ຜັນ​ແປ​ຢ່າງ​ຮ້າຍ​ແຮງ​ໃນ​ທົ່ວ​ໂລກ, ເພື່ອ​ສ້າງ​ເງື່ອນ​ໄຂ​ຊຸກ​ຍູ້​ການ​ຄ້າ, ຫວ່າງ​ແລ້​ວນ​ີ້, ຫວຽດ​ນາ​ມ, ຝ​ລັ່ງ ແລະ EU ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ທາງ​ອອນ​ລາຍ ກ່ຽວ​ກັບ​ສັນ​ຍາ​ການ​ຄ້າ​ເສ​ລ​ີ ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພ​າບ​ເອ​ີ​ລົບ (EVFTA). ກອງ​ປະ​ຊຸ​ມ​ໄດ້​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຝ​ລັ່ງ ສຳ​ຜັດ​ກັບ​ບັນ​ດາ​ນະ​ໂຍ​ບາ​ຍ​ການ​ຄ້າ ແລະ ການ​ລົງ​ທຶນ​ຂອງ​ຫວຽດ​ນາມ ທີ່​ມີ​ຜົນ​ສັກ​ສິດ ພາຍຫຼັງ ສັນ​ຍາ EVFTA ເຂົ້າ​ການ​ປະ​ຕິ​ບັດ, ບັນ​ດາ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ການ​ຕະຫຼາດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ດ້ວຍ​ພົນ​ລະ​ເມືອງ 100 ລ້ານ​ຄົນ ແລະ ແມ່ນ​ປະ​ຕູ​ເຂົ້າ​ອອກ​ຂອງ​ພາກ​ພື້ນ​ອາ​ຊຽນ ດ້ວຍ​ພົນ​ລ​ະ​ເມືອງ 600 ລ້ານ​ຄົນ.

ໃນເສດ​ຖະ​ກິດ, ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ​ສອງ​ປະ​ເທດ​ນັບ​ມື້​ນັບ​ກາຍ​ເປັນ​ເຈົ້າ​ພາບ​ສຳ​ຄັນ, ມີ​ຜົນ​ສະ​ທ້ອນ ແລະ ບົດ​ບາດ​ໃຫຍ່​ຕໍ່​ບັນ​ດາ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ. ອາດ​ເວົ້າ​ໄດ້​ວ່າ, ຮູບ​ແບບ​ກາ​ນ​ຮ​່ວ​ມ​ມືນີ້​ມີ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ, ມີ​ກົນ​ໄກ​ດີ​ທີ່​ສຸດ​ໃນ​ຕາ​ໜ່​າງ​ຮ່ວມ​ມື​ທ້ອງ​ຖິ່ນ​ລະ​ຫວ​່າງ ຫວຽດ​ນາມ ແລະ ຕ່າງ​ປະ​ເທດ. ຜ່ານ​ການ​ຮ່ວມ​ມື​ຂັ້ນ​ທ້ອງ​ຖິ່ນ, ມີຫຼາຍ​ໂຄງ​ການ​ລະ​ອຽດໃນຫຼາຍ​ຂົງ​ເຂດ​ໄດ້​ຮັບ​ການ​ຜັນ​ຂະ​ຫຍ​າຍ ແລະ ນຳ​ມາ​ເຊິ່ງ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ.

ການ​ທູດ​ປະ​ຊາ​ຊົນ, ການ​ຮ່ວມ​ມື​ຂັ້ນ​ທ້ອງ​ຖິ່ນ ບັນ​ລຸ​ໄດ້ຫຼາຍ​ຂີດ​ໝາຍ​ສຳ​ຄັນ

ໃນ​ໄລ​ຍະ 47 ປີ​ທີ່​ຜ່ານ​ມາ, ການ​ທູດ​ປະ​ຊາ​ຊົນ​ລະ​ຫວ່າງ ສອງ​ປະ​ເທດ​ມີ​ການ​ພັດ​ທະ​ນາ​ຢ່າງ​ແຮງ, ​ໂດຍ​ແມ່ນຈຸດ​ພົ້ນ​ເດັ່ນ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ຝ​ລັ່ງ. ມີ​ການ​ການ​ສອບ​ເສັງ​ຊອກ​ຫາ​ຄວາມ​ຮູ້​ກ່ຽວ​ກັບ​ປະ​ເທດ​ຝ​ລັ່ງ, ງານ​ມາ​ໂຫລານ​ສະ​ແດງ​ສີ​ລະ​ປະ​ພາ​ສາ​ຝ​ລັ່ງ ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ໃນ​ວົງ​ການ​ໄວ​ໜຸ່ມ​ຫວຽດ​ນາມ ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ຊາວ​ຫວຽດ​ນາມ​ມີ​ຄວາມ​ເຂົ້າ​ໃຈຫຼາຍ​ກ່​ວາ​ກ່ຽວ​ກັບ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງວັດ​ທະ​ນະ​ທຳ​ຝ​ລັ່ງ.

ກໍ່​ໃນ​ການ​ທູດ​ປະ​ຊາ​ຊົນ​ທີ່​ຜ່ານ​ມາ, ມີ​ອົງ​ການ, ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ​ຫວຽດ​ນາມ ໄດ້​ໜູນ​ຊ່ວຍ​ວັດ​ຖຸ, ອຸ​ປະ​ກອນ​ການ​ແພດ (ຜ້າ​ອັດ​ປາກ - ດັງ, ຊຸກ​ປ້ອງ​ກັນ​ເຊື້ອ…) ໃຫ້​ແກ່​ປະ​ຊາ​ຊົນ​ຝ​ລັ່ງ​ໃນ​ການ​ຕ້ານ​ໂລກ​ລະ​ບາດ Covid – 19. ທ່ານ ກົງ​ສູນ​ໃຫຍ່​ຝ​ລັ່ງ​ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຕີ​ລາ​ຄ​າ​ການ​ກະ​ທຳ​ອັນ​ສູງ​ສົ່ງ​ນີ້​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ພ້ອມ​ທັງ​ຢັ້ງ​ຢືນ​ວ່າ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຝ​ລັ່ງ - ຫວຽດ​ນາມ​ໃຫ້ຫຼາຍ​ກ່​ວາ​ອີກ…

ຝ​ລັ່ງ ແລະ ຫວຽດ​ນາມ​ໄດ້​ຜ່ານ​ຜ່າຫຼາຍ​ໄລ​ຍະ ທີ່​ຂຶ້ນໆ​ລົງໆ​ຂອງປະ​ຫ​ວັດ​ສາດ​, ພ້ອມ​ກັນ​ຜ່ານ​ຜ່າ​ຄວາມ​ຂັດ​ແຍ້ງ​ກັນເພື່ອ​ກາຍ​ເປັນ​ເພື່ອນ​ມິດ​ທີ່​ດີ ແລະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ສູງ. ປັດ​ຈຸ​ບັນ, ການ​ພົວ​ພັນ​ນີ້​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ພຸນ​ຄຸ​ນ​ສ້າງ​ຈາກ​ທ​ັງ​ສອງ​ປະ​ເທດ ຕາມ​ລັກ​ສະ​ນະ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.

ຫວຽດ ນາມ ຝ ລ ງ ປ ບ ປ ງ ການ ພ ວ ພ ນ ຄ ຮ ວມ ມ ຍ ດ ທ ສາດ ກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ອອນ​ລາຍ​ກ່ຽວ​ກັບ EVFTA: ກາ​ລະ​ໂອ​ກາດ​ໃດ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຝ​ລັ່ງ

ຍ​ສ​ໝ - ທີ່ກອງ​ປະ​ຊຸມ, ທ່ານ ​ເຈິ່ນ​ຕວັນ​ແອັງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ໄດ້​ຍົກ​ອອກ​ບາງ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ຍາດ​ແຍ່ງ​ທ່າ​ແຮງ​ໃຫ້​ດີ​ທີ່​ສຸດ, ຜ່ານ​ຜ່າ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ໃນ​ປັດ​ຈຸ​ບັນ, ໃນ​ນັ້ນ​ໄດ້​ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂ​ດ​ທີ່​ເປັນ​ທ່າ​ແຮງ​ຂອງ​ຝ​ລັ່ງ​ຄື: ພະ​ລັງ​ງານ, ເຕັກ​ໂນ​ໂລ​ຢີ​ສູງ, ກະ​ສິ​ກຳ, ປຸ່​ງ​ແຕ່ງ…

ຫວຽດ ນາມ ຝ ລ ງ ປ ບ ປ ງ ການ ພ ວ ພ ນ ຄ ຮ ວມ ມ ຍ ດ ທ ສາດ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດກຳ​ປູ​ເຈຍ ປະ​ຈຳ​ຫວຽດ​ນາມ

ຍ​ສໝ - ທ່ານ​ນາງ​ ຫງວຽນ​ທິ​ກິມ​ເງິນ​ ກໍ່​ສະ​ເໜີ​ໃຫ້​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ກາ​ນ​ຊຸກ​ຍູ້​ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ຂ​ໍ້​ຕິດ​ຂັດ​ຂອງ​ປະ​ຊາ​ຄົມ​ຊາວຫວຽດ​ນາມ​ອາ​ໄສ​ຢູ່​ກຳ​ປູ​ເຈຍ ເພື່ອ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ມີ​ມີ​ຄວາມ​ສະ​ຖຽນ​ລະ​ພາບ​ໃນ​ການ​ດຳ​ລົງ​ຊີ​ວິດ​, ປະ​ກອບ​ສ່ວນ​ເຂົ້າ​ການ​ພັ​ດ​ທະ​ນາ​ຂອງ​ກຳ​ປູ​ເຈຍ.

ຫວຽດ ນາມ ຝ ລ ງ ປ ບ ປ ງ ການ ພ ວ ພ ນ ຄ ຮ ວມ ມ ຍ ດ ທ ສາດ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນ ປະ​ຈຳ​ຫວຽດ​ນາມ

ຍ​ສ​ໝ - ທ່ານ​ Yamada Takio ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນ​ໄດ້​ສະ​ແດງ​ຄວາມ​ຊົບ​ເຊີຍ​ຕໍ່​ເລື່ອງ​ຫວຽດ​ນາມ​ໄດ້​ປ້ອງ​ກັນ​, ສະ​ກັດ​ກັ້ນ​ໂລ​ກ​ລະ​ລາດ Covid – 19 ໄດ​້​ເປັນ​ຢ່າງ​ດີ, ແລະ ຖື​ວ່າ ພາຍຫຼັງ ​ຜົນ​ສຳ​ເລັດ​ດັ່ງ​ກ່າວ, ບ​ັນ​ດາ​ນັກ​ລົງ​ທຶນ​ໃນ​ທົ່ວ​ໂລກ​ຈະ​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ການ​ມາ​ລົງ​ທຶນ​ຢູ່​ຫວຽດ​ນາມ.

ບຸນຄົງ

ເຫດການ
302 Found

Found

The document has moved here.