ການນຳຫວຽດນາມ ສົ່ງສານອວຍພອນໄປຍັງການ​ນຳ ​ອາ​ເມ​ລິກ​າ

18:06 | 11/07/2020

ຍ​ສໝ -  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກໍໄດ້ແລກປ່ຽນສານອວຍພອນກັບ ປະທານາທິບໍດີ ອາເມລິກາ Donald Trump; ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລກປ່ຽນສານອວຍພອນກັບ ທ່ານປະທານສະພາສູງ Michael Pence ແລະ ທ່ານນາງປະທານສະພາຕໍ່າ Nancy Pelosi.

ການນຳຫວຽດນາມ ສ ງສານອວຍພອນໄປຍ ງການ ນຳ ອາ ເມ ລ ກ າ ການພົວພັນລະຫວ່າງຫວຽດນາມ - ອາເມລິກາ ໃນປັດຈຸບັນ ເມື່ອທຽບໃສ່່ກັບ 25 ປີ ກ່ອນນີ້ ແມ່ນແຕກຕ່າງກັນຫຼາຍ
ການນຳຫວຽດນາມ ສ ງສານອວຍພອນໄປຍ ງການ ນຳ ອາ ເມ ລ ກ າ ທ່ານ ຮ່າກິມງອກ ໂອ້ລົມທາງໂທລະສັບກັບທ່ານ Ami Bera ສະມາຊິກສະພາຕ່ຳອາເມລິກາ
ການນຳຫວຽດນາມ ສ ງສານອວຍພອນໄປຍ ງການ ນຳ ອາ ເມ ລ ກ າ
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ:baoquocte.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງການພົວພັນທາງການທູດລະຫວ່າງ ຫວຽດນາມ - ອາເມລິກາ ເປັນປົກກະຕິ (12/07/1995 – 12/07/2020), ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ແລກປ່ຽນສານອວຍພອນກັບທ່ານປະທານາທິບໍດີ ອາເມລິກາ Donald Trump.

ໃນສານ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຢັ້ງຢືນວ່າ ໃນໄລຍະ 25 ປີຜ່ານມາ, ການພົວພັນສອງຝ່າຍ ລະຫວ່າງ ຫວຽດນາມ - ອາເມລິກາ ໄດ້ຜ່່ານຜ່າຄວາມຫ່າງໄກດ້ານພູມີສາດ ແລະ ຄວາມແຕກໂຕນກັນ ເພື່ອພັດທະນາຢ່າງຕັ້ງໜ້າ ແລະ ມີສະຖຽນລະພາບ, ນໍາ ອາເມລິກາ ກາຍເປັນຄູ່ຮ່ວມມືແຖວໜ້າຂອງຫວຽດນາມໃນຫຼາຍຂົງເຂດ. ຫວຽດນາມ ເຊື່ອໝັ້ນວ່າດ້ວຍເນື້ອໃນຈິດໃຈປະອະດີດຕະການໄວ້, ຜ່ານຜ່າຄວາມແຕກໂຕນ, ເສີມຂະຫຍາຍຈຸດທີ່ຄ້າຍຄືກັນ, ມຸ່ງໄປສູ່ອະນາຄົດ, ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ນັບມື້ນັບກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ, ໝັ້ນແກ່ນ, ຮັບໃຊ້ຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະ ປະກອບສ່ວນເຂົ້າໃນຄວາມໝັ້ນຄົງ, ສັນຕິພາບ ແລະ ວັດທະນາຖາວອນຂອງພາກພື້ນ ແລະ ໃນໂລກ.

ສ່ວນໃນຈົດໝາຍຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຊີ້ແຈ້ງວ່າ, ການພັດທະນາການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດແມ່ນຄວາມສໍາເລັດທີ່ມະຫັດສະຈັນ. ການຮ່ວມມືໃນທຸກວັນນີ້ ໄດ້ສ້າງພື້ນຖານໃຫ້ແກ່ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ເອື້ອອໍານວຍໃຫ້ສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ໂດຍໄດ້ພິສູດໃຫ້ເຫັນໃນການພົວພັນດ້ານການຄ້ານັບມື້ນັບເພີ່ມຂຶ້ນ, ການເຊື່ອມຕໍ່ລະຫວ່າງປະຊາຊົນສອງປະເທດ, ການຮ່ວມມືຍຸດທະສາດ, ພ້ອມກັນແກ້ໄຂບັນດາບັນຫາມະນຸດສະທໍາ ແລະ ຜົນຕາມມາພາຍຫຼັງສົງຄາມ. ອາເມລິກາ ຮັກສາຄໍາໝັ້ນສັນຍາ ເພີ່ມທະວີ ແລະ ເປີດກວ້າງການພົວພັນລະຫວ່າງສອງປະເທດກວ່າອີກ ບົນພື້ນຖານວິໄສທັດແບ່ງປັນກ່ຽວກັບພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ແລະ ວັດທະນາຖາວອນ ກໍຄືເຄົາລົບອະທິປະໄຕຂອງກັນ ແລະ ລະບຽບກົດໝາຍ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກໍໄດ້ແລກປ່ຽນສານອວຍພອນກັບ ປະທານາທິບໍດີ ອາເມລິກາ Donald Trump; ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລກປ່ຽນສານອວຍພອນກັບ ທ່ານປະທານສະພາສູງ Michael Pence ແລະ ທ່ານນາງປະທານສະພາຕໍ່າ Nancy Pelosi.

ການນຳຫວຽດນາມ ສ ງສານອວຍພອນໄປຍ ງການ ນຳ ອາ ເມ ລ ກ າ ການພົວພັນລະຫວ່າງຫວຽດນາມ - ອາເມລິກາ ໃນປັດຈຸບັນ ເມື່ອທຽບໃສ່່ກັບ 25 ປີ ກ່ອນນີ້ ແມ່ນແຕກຕ່າງກັນຫຼາຍ

ຍສໝ - ໃນຊຸມປີມໍ່ໆມານີ້, ຫວຽດນາມໄດ້ກາຍເປັນປະເທດສົ່ງອອກເກີນດຸນຢ່າງລຽນຕິດ ແລະ ອາເມລິກາ ໄດ້ກາຍເປັນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງ ຫວຽດນາມ.

ການນຳຫວຽດນາມ ສ ງສານອວຍພອນໄປຍ ງການ ນຳ ອາ ເມ ລ ກ າ ທ່ານ ຮ່າກິມງອກ ໂອ້ລົມທາງໂທລະສັບກັບທ່ານ Ami Bera ສະມາຊິກສະພາຕ່ຳອາເມລິກາ

ຍສໝ - ເມື່ອບໍ່ດົນມານີ້, ຢູ່ວໍຊິງຕັນດີຊີ, ທ່ານ ຮ່າກິມງອກ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳອາເມລິກາ ໄດ້ມີການໂອ້ລົມທາງໂອທລະສັບກັບທ່ານ Ami Bera ສະມາຊິກສະພາຕ່ຳອາເມລິກາ (ປະຊາທິປະໄຕ - California), ປະທານອຸນະກຳມະການ ອາຊີ - ປາຊີຟິກ ແລະ ຕ້ານການເຜີຍແຜ່ອາວຸດນິວເຄຼຍ, ກຳມະການການພົວພັນ ທາງການ ທູດສະພາຕ່ຳກ່ຽວກັບການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ...

ການນຳຫວຽດນາມ ສ ງສານອວຍພອນໄປຍ ງການ ນຳ ອາ ເມ ລ ກ າ ການຮ່ວມມືດ້ານປະຊາຊົນຫວຽດນາມ - ອາເມລິກາ ໃນການຊອກຫາທະຫານຫວຽດນາມເສຍສະຫຼະ ແລະ ຫາຍສາບສູນໃນປາງສົງຄາມ ຢູ່ ຫວຽດນາມ

ຍສໝ - ພາຍໃນປີ 2020, ສອງປະເທດ ຫວຽດນາມ ແລະ ສະຫະລັດອາເມລິກາ ມີໂອກາດທີ່ຈະຫວນຄິດເຖິງຫຼາຍເຫດການທີ່ໜ້າຈົດຈຳ ໃນສາຍພົວພັນລະຫວ່າງຫວຽດນາມ ແລະ ສະຫະລັດອາເມລິກາ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.