ຫວຽດນາມແລະ ອ​າກ​ຊັງ​ຕິນ ຍູ້ແຮງການຮ່ວມມືສອງຝ່າຍ

15:12 | 15/07/2020

ຍ​ສ​ໝ - ທ່ານ Juan Valle Raleigh ອະດີດເອກອັກຄະລັດຖະທູດອາກຊັງຕີນ ປະຈຳ ຫວຽດນາມ ໄດ້ຢືນຢັນວ່າ ຫວຽດນາມແມ່ນຄູ່ຮ່ວມມືທີ່ສຳ ຄັນ ໃນນະໂຍບາຍການຕ່າງປະເທດຂອງປະເທດອາກຊັງຕີນ  ແລະເລື່ອງສອງປະເທດໄດ້ຍົກ​ລະ​ດັບ​ການພົວພັນຂຶ້ນ​ເປັນຄູ່ຮ່ວມມືຍຸດທະສາດເມື່ອ 10 ປີກ່ອນໄດ້ສ້າງພື້ນຖານໃນການສົ່ງເສີມໂຄງ​ການ​ດຳ​ເນີນ​ງານຮ່ວມມືທີ່ອຸດົມສົມບູນ, ໂດຍສະເພາະໃນດ້ານເສດຖະກິດການຄ້າ.

ຫວຽດນາມແລະ ອ າກ ຊ ງ ຕ ນ ຍ ແຮງການຮ ວມມ ສອງຝ າຍ ສະມາຄົມມິດຕະພາບຫວຽດນາມ - ກູບາ: ສຸມໃສ່ 9 ກິດຈະກຳໃຫຍ່ໃນ 6 ເດືອນ ທ້າຍປີ 2020
ຫວຽດນາມແລະ ອ າກ ຊ ງ ຕ ນ ຍ ແຮງການຮ ວມມ ສອງຝ າຍ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນຫວຽດນາມ - ຝະລັ່ງ
ຫວຽດນາມແລະ ອ າກ ຊ ງ ຕ ນ ຍ ແຮງການຮ ວມມ ສອງຝ າຍ
​ພາບ​ປະ​ກອບ: TTXVN

ມະຫາວິທະຍາໄລ Buenos Aires ພຽງແຕ່ໄດ້ຮ່ວມມືກັບສະຖານທູດຫວຽດນາມປະຈຳ ອ​າກ​ຊັງ​ຕິນ ຈັດຕັ້ງກອງປະຊຸມສຳມະນາທາງອິນເຕີເນັດກ່ຽວກັບການ​ພົວ​ພັນມິດຕະພາບ ແລະ ຄວາມສາມາດບົ່ມຊ້ອນຂອງການຮ່ວມມືສອງຝ່າຍເນື່ອງໃນໂອກາດສະ​ເຫຼີມ​ສະຫຼອງ10 ປີ​ແຫ່ງວັນ​ສອງ​ປະ​ເທ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຍົກ​ການ​ພົ​ວ​ພັນ​ຂຶ້ນ​ລະ​ດັ​ບ​ຄູ່​ຮ່ວມມ​ຮອບ​ດ້ານ​ໃນ​ວັນ​ທີ 13 ກໍ​ລະ​ກົດ.

ກ່າວຄຳເຫັນທີ່ກອງປະຊຸມສຳ​ມາ​ນາ, ທ່ານ Juan Valle Raleigh ອະດີດເອກອັກຄະລັດຖະທູດອາກຊັງຕີນ ປະຈຳ ຫວຽດນາມ ໄດ້ຢືນຢັນວ່າ ຫວຽດນາມແມ່ນຄູ່ຮ່ວມມືທີ່ສຳຄັນ ໃນນະໂຍບາຍການຕ່າງປະເທດຂອງປະເທດອາກຊັງຕີນ ແລະ ເລື່ອງສອງປະເທດໄດ້ຍົກ​ລະ​ດັບ​ການພົວພັນຂຶ້ນ​ເປັນຄູ່ຮ່ວມມືຍຸດທະສາດເມື່ອ 10 ປີກ່ອນໄດ້ສ້າງພື້ນຖານໃນການສົ່ງເສີມໂຄງ​ການ​ດຳ​ເນີນ​ງານຮ່ວມມືທີ່ອຸດົມສົມບູນ, ໂດຍສະເພາະໃນດ້ານເສດຖະກິດການຄ້າ. ທ່ານກໍ່​ຖື​ວ່າ ພື້ນ​ຖານເສດຖະກິດຂອງສອງປະເທດຕ້ອງ​ເພີ່ມ​ທະ​ວີ​ຄວາມ​ຈ​ຳ​ເປັນ​ໃຫ້​ແກ່​ກັນ, ເປີດໂອກາດຫຼາຍຢ່າງໃຫ້ແກ່ການພົວພັນການຮ່ວມມືສອງຝ່າຍ, ພ້ອມ​ທັງ​ສະ​ແດງຄວາມຫວັງວ່າ ດ້ວຍການພົວພັນຮອບດ້ານ ແລະ ໃກ້ຊິດ​ຄືໃນປະຈຸບັນ. ສອງ​ຝ່າຍ​ຈະ​ມຸ່ງ​ໄປ​ສູ່​ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ລະ​ດັບ​ຍຸດ​ທະ​ສາດ​ໃນ​ອະ​ນາ​ຄົດ​ຈະ​ມາ​ເຖິງ.

ທ່ານກໍ່ໄດ້ຕີລາຄາສູງບົດບາດ ແລະ ຖານະຂອງຫວຽດນາມຢູ່ອາຊີແລະໂລກ ກໍ່ຄືການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມໃນບັນດາບັນຫາທົ່ວໂລກ, ພິເສດແມ່ນໃນໄລຍະປະຈຸບັນເມື່ອ ຫວຽດນາມພວມດຳລົງຕຳແໜ່ງປະທານໝູນ ວຽນອາຊຽນ ແລະສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.

ຫວຽດນາມແລະ ອ າກ ຊ ງ ຕ ນ ຍ ແຮງການຮ ວມມ ສອງຝ າຍ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນຫວຽດນາມ - ຝະລັ່ງ

ຍ​ສ​ໝ - ສະຖານກົງສຸນໃຫຍ່ຝຣັ່ງປະຈຳ ນະຄອນໂຮ່ຈີມິນຈະສືບຕໍ່ມານະພະຍາຍາມປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດ.

ຫວຽດນາມແລະ ອ າກ ຊ ງ ຕ ນ ຍ ແຮງການຮ ວມມ ສອງຝ າຍ ທ່ານນາຍົກລັດຖະມົນຕີເຫັນດີຟື້ນຟູບັນດາສາຍ​ການບິນລະຫວ່າງຫວຽດນາມ ແລະຈີນ

ຍ​ສໝ - ທ່ານນາຍົກລັດຖະມົນຕີຫງວຽນ​ຊວັນ​ຟຸກໄດ້ເຫັນດີຟື້ນຟູການຂົນສົ່ງທາງອາກາດລະຫວ່າງຫວຽດນາມ ແລະຈີນ. ດ້ວຍຄວາມຖີ່ ແລະເງື່ອນໄຂຂອງການຂົນສົ່ງຜູ້ໂດຍສານແມ່ນອີງ​ຕາມ​ການ​ເຫັນ​ດີ​ເປັນ​ເອ​ກະ​ພາບລະ​ຫວ່າງ ຫວຽດ​ນາມ ແລ​ະ​​ຈີນ.

ຫວຽດນາມແລະ ອ າກ ຊ ງ ຕ ນ ຍ ແຮງການຮ ວມມ ສອງຝ າຍ ການພົວພັນຫວຽດນາມ - ອາເມລິກາ ຈະສືບຕໍ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ

ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ Washington, ໃນວັນທີ 11 ກໍລະກົດ, ທ່ານ Jim Risch - ປະທານກຳມາທິການການຕ່າງປະເທດສະພາສູງອາເມລິກາ, ສະມາຊິກສະພາສູງອາເມລິກາ ໄດ້ອອກຖະແຫຼງການສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ອາເມລິກາ.

ບຸນ​ຄົງ

302 Found

Found

The document has moved here.