ຫວຽດນາມ ເຂົ້າຮ່ວມງານວາງສະແດງ ແລະ ເວທີປາໄສປ້ອງກັນຊາດ ອິນໂດເນເຊຍ ຄັ້ງທີ 10

ຫວຽດນາມ ເຂົ້າຮ່ວມງານວາງສະແດງ ແລະ ເວທີປາໄສປ້ອງກັນຊາດ ອິນໂດເນເຊຍ ຄັ້ງທີ 10

ຍສໝ - ດ້ວຍຫົວຂໍ້ “ການພົວພັນຄູ່ຮ່ວມມືປ້ອງກັນຊາດເພື່ອສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກ”, ເວທີປາໄສແມ່ນເຫດການຍຸດທະສາດ ແນໃສ່ເພີ່ມທະວີການຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍໃນຂົງເຂດປ້ອງກັນຊາດ.

ສົມທົບກັນຢ່າງມີປະສິດທິຜົນໃນການຊຸກຍູ້ການແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ

ສົມທົບກັນຢ່າງມີປະສິດທິຜົນໃນການຊຸກຍູ້ການແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ

ຍສໝ - ຕອນບ່າຍວັນທີ 11 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອັງເຊີນ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບທ່ານ Choi Young Sam ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ຫວຽດນາມ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ສົມທົບ​ກັນ​ ​ເພື່ອ ເພີ່ມ​ທະວີ​ການ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​ແລະ ສ.​ເກົາຫຼີ.

ບານເຕະ - ຂົວເຊື່ອມຕໍ່ເພີ່ມທະວີການຮ່ວມມືສື່ມວນຊົນລະຫວ່າງ ຫວຽດນາມ ແລະ ໄທ

ບານເຕະ - ຂົວເຊື່ອມຕໍ່ເພີ່ມທະວີການຮ່ວມມືສື່ມວນຊົນລະຫວ່າງ ຫວຽດນາມ ແລະ ໄທ

ຍສໝ - ວັນທີ 8 ມິຖຸນາ, ຢູ່ສະໜາມກິລານະຄອນ ຕືເຊີນ (ແຂວງ ບັກນິງ) ໄດ້ດຳເນີນງານ ຊຸບເປີຄັບບານ​ເຕະສື່ມວນຊົນ ຫວຽດນາມ - ໄທ, ເຫດການເລີ່ມຕົ້ນການເຄື່ອນໄຫວຮ່ວມມື ພົບປະແລກປ່ຽນສື່ມວນຊົນລະຫວ່າງ 2 ປະເທດ.

ງານບຸນກິລາ EPS ຄັ້ງທີ 2: ເຊື່ອມໂຍງເຂົ້າກັບປະຊາຄົມຊາວຫວຽດນາມ, ເຜີຍແຜ່ຄມິດຕະພາບຫວຽດນາມ - ສ.ເກົາຫຼີ

ງານບຸນກິລາ EPS ຄັ້ງທີ 2: ເຊື່ອມໂຍງເຂົ້າກັບປະຊາຄົມຊາວຫວຽດນາມ, ເຜີຍແຜ່ຄມິດຕະພາບຫວຽດນາມ - ສ.ເກົາຫຼີ

ຍສໝ - ວັນ​ທີ 8 ມິຖຸນາ​ປີ 2025, ຫ້ອງ​ການ​ຄຸ້ມ​ຄອງ​ແຮງ​ງານ​ຫວຽດນາມ ປະຈຳ ສ.​ເກົາຫຼີ (EPS) ສົມທົບ​ກັບ​ສະຫະພັນ​ບານ​ເຕະ ຫວຽດນາມ ປະຈຳ ສ.​ເກົາຫຼີ (VFAK) ​ໄດ້​ຈັດ​ຕັ້ງ​ງານບຸນ​​​ກິລາ​ແຮງ​ງານ EPS ເປີດກວ້າງຄັ້ງ​ທີ 2 ຢູ່​ນະຄອນ Hwaseong. ເຫດການ​ໄດ້​ດຶງ​ດູດ​ຜູ້​ແທນ, ນັກ​ກິລາ 200 ກວ່າ​ຄົນ ​ແລະ ຊາວ​ຫວຽດນາມ ອາ​ໄສ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ສ.​ເກົາຫຼີ ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ປະກອບສ່ວນ​ເຂົ້າ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ຫວຽດນາມ - ສ.​ເກົາຫຼີ.

ຫວຽດ​ນາມ ໝາຍ​ໝັ້ນ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ​ພ້ອມ​ແລ້ວຮ່ວມ​ເດີນ​ທາງ​ໃນ​ຄວາມ​ພະ​ຍາ​ຍາມ​ປົກ​ປັກ​ຮັກ​ສາ​ມະ​ຫາ​ສະ​ໝຸດ​ຂອງ​ທົ່ວ​ໂລກ

ຫວຽດ​ນາມ ໝາຍ​ໝັ້ນ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ​ພ້ອມ​ແລ້ວຮ່ວມ​ເດີນ​ທາງ​ໃນ​ຄວາມ​ພະ​ຍາ​ຍາມ​ປົກ​ປັກ​ຮັກ​ສາ​ມະ​ຫາ​ສະ​ໝຸດ​ຂອງ​ທົ່ວ​ໂລກ

ຍສໝ - ວັນທີ 9 ມິຖຸນາ ກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 (UNOC 3) ຖືກໄຂຂຶ້ນຢູ່ Nice, ຝລັ່ງ ແລະ ແກ່ຍາວຮອດວັນທີ 13 ມິຖຸນາ ດ້ວຍການເຂົ້າຮ່ວມຂອງປະມຸກລັດ ແລະ ລັດຖະບານຂອງເກືອບ 70 ປະເທດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມ, ເພື່ອແນໃສ່ຢັ້ງຢືນສານທີ່ວ່າ ຫວຽດນາມ ຍາມໃດກໍເປັນເຈົ້າການໃນການອະນຸລັກຮັກສາ ແລະ ນຳໃຊ້ທະເລ, ຊັບພະຍາກອນທະເລແບບຍືນຍົງ ແລະ ພ້ອມແລ້ວປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງສາກົນໃນຂົງເຂດນີ້.

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ພົບ​ປະ​ກັບ​ນັກ​ສິ​ລະ​ປະ​​ການ​ຢູ່​ໝູ່​ບ້ານ​ອາ​ຊີບ​ຫັດ​ຖະ​ກຳ​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ພົບ​ປະ​ກັບ​ນັກ​ສິ​ລະ​ປະ​​ການ​ຢູ່​ໝູ່​ບ້ານ​ອາ​ຊີບ​ຫັດ​ຖະ​ກຳ​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ

ຍສໝ - ໃນທຸກໄລຍະພັດທະນາຂອງປະເທດຊາດ, ໝູ່ບ້ານອາຊີບ ຍາມໃດກໍຮັບປະກັນຊີວິດແບບຍືນຍົງ, ແມ່ນເສົາຄ້ຳທີ່ສຳຄັນ, ໃກ້ຊິດສາມາດສຳຜັດໄດ້ຢ່າງງ່າຍດາຍທີ່ສຸດໃຫ້ແກ່ກຳລັງແຮງງານຊົນນະບົດ, ຮັບປະກັນການໜູນຊ່ວຍສັງຄົມ.

ທ່ານເລຂາທິການໃຫຍ່ ໂຕເລີມ ຕ້ອນຮັບປະທານຮັບຜິດຊອບການບໍລິຫານທົ່ວໂລກ, ກຸ່ມບໍລິສັດ Qualcomm

ທ່ານເລຂາທິການໃຫຍ່ ໂຕເລີມ ຕ້ອນຮັບປະທານຮັບຜິດຊອບການບໍລິຫານທົ່ວໂລກ, ກຸ່ມບໍລິສັດ Qualcomm

ຍສໝ​ -​ ຕອນບ່າຍວັນທີ 10 ມິຖຸນານີ້, ຢູ່ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ໂຕເລີມ ໄດ້ໃຫ້ການຕ້ອນຮັບທ່ານ Alex Rogers ປະທານຮັບຜິດຊອບການບໍລິຫານທົ່ວໂລກ, ກຸ່ມບໍລິສັດ Qualcomm

ເປີດ​ຕົວ​ປື້ມ​ຮູບ​ພາບ​ສອງ​ພາ​ສາຫົວ​ທຳ​ອິດ​ກ່ຽວ​ກັບ 100 ປີ​ແຫ່ງສື່ມວນຊົນປະ​ຕິ​ວັດ​ຫວຽດ​ນາມ

ເປີດ​ຕົວ​ປື້ມ​ຮູບ​ພາບ​ສອງ​ພາ​ສາຫົວ​ທຳ​ອິດ​ກ່ຽວ​ກັບ 100 ປີ​ແຫ່ງສື່ມວນຊົນປະ​ຕິ​ວັດ​ຫວຽດ​ນາມ

ຍສໝ - ວັນ​ທີ 10 ມິຖຸນາ ຢູ່​ຮ່າ​ໂນ້ຍ, ປຶ້ມ​ຮູບພາບ“100 ປີ​ແຫ່ງ​ສື່ມວນຊົນປະ​ຕິ​ວັດ​ຫວຽດ​ນາມ (1925-2025)” ໄດ້​ຮັບ​ການ​ເປີດຕົວ​ຕໍ່​ປະ​ຊາ​ຊົນ​ຢ່າງ​ເປັນ​ທາງ​ການ. ປຶ້ມ​ດັ່ງກ່າວ​ແມ່ນ​ເອກະສານ​ອັນ​ລ້ຳ​ຄ່າ, ບັນທຶກ​ການ​ເຄື່ອນ​ໄຫວ​ພັດທະນາ 100 ປີ​ຂອງ​ພື້ນຖານສື່ມວນຊົນປະ​ຕິ​ວັດຫວຽດນາມ, ​ໄດ້​​ຮຽບຮຽງ​ດ້ວຍ​ພາສາ​ຫວຽດນາມ ​ແລະ ອັງກິດ ​ເພື່ອ​ຮັບ​ໃຊ້​ຜູ້​ອ່ານ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ສື່​ມວນ​ຊົນ ດ້ວຍບັນດາວິທີ​ແກ້​ໄຂ​ໃນ​ການ​ຕໍ່ສູ້​ຕ້ານ ​ແລະ ປະຕິ​ເສດ​ການ​ຂຸດ​ຄົ້ນ​ບັນດາ​ບັນຫາ​ຊົນ​ເຜົ່າ ​ແລະ ສາສະໜາ

ສື່​ມວນ​ຊົນ ດ້ວຍບັນດາວິທີ​ແກ້​ໄຂ​ໃນ​ການ​ຕໍ່ສູ້​ຕ້ານ ​ແລະ ປະຕິ​ເສດ​ການ​ຂຸດ​ຄົ້ນ​ບັນດາ​ບັນຫາ​ຊົນ​ເຜົ່າ ​ແລະ ສາສະໜາ

ຍສໝ -​ ​ໃນ​ສະພາບ​ແວດ​ລ້ອມ​ຂອງ​ສື່​ດິ​ຈິ​ຕອນ​ໃນ​ປະຈຸ​ບັນ, ສື່​ມວນ​ຊົນ​ຖື​ວ່າ​ແມ່ນ​ກຳລັງ​ຕົ້ນຕໍ​ໃນ​ການ​ຊອກ​ຮູ້, ຕໍ່ສູ້, ປະຕິ​ເສດ​ທັດສະນະ​ທີ່​ຜິດພາດ, ກົນອຸບາຍ, ວິທີ​ການ, ກົນ​ໄກ​ສວຍ​ໃຊ້​ບັນດາ​ບັນຫາ​ຊົນ​ເຜົ່າ, ສາສະໜາ... ໜ້າທີ່​ຂອງ​ສື່​ມວນ​ຊົນ​ແມ່ນ​ຂໍ້ມູນ, ທິດທາງຄວາມ​ເຫັນ​ຂອງ​ປະຊາຊົນ, ປົກ​ປັກ​ຮັກສາ​ຮາກ​ຖານ​ອຸດົມ​ການ​ຂອງ​ພັກ, ປົກ​ປັກ​ຮັກສາ​ລະບອບ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ທຳນອງຫວຽດນາມ - ອາຣັບບີ ຊາອູດິ ດັງອອກຢູ່ໃນໃຈຂອງຍີ່ປຸ່ນ

ທຳນອງຫວຽດນາມ - ອາຣັບບີ ຊາອູດິ ດັງອອກຢູ່ໃນໃຈຂອງຍີ່ປຸ່ນ

ຍສໝ - ເປັນ​ຄັ້ງ​ທຳ​ອິດ, ດົນຕີ​ມູນເຊື້ອ​ຂອງ ຫວຽດນາມ ​ແລະ ອາຣັບບີ ຊາອູດິ ​ໄດ້ພ້ອມກັນ​ດັງອອກ​ຢູ່ ຍີ່ປຸ່ນ ​ໃນ​ລາຍການ​ພົບ​ປະ​ແລກປ່ຽນທີ່ດີເດັ່ນພິເສດ ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ ຢູ່ EXPO 2025 Osaka, Kansai, ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ໝູ່ປະຊາຊົນ​ສາກົນ.

ແຜ່​ຂະ​ຫຍາຍ​ພື້ນ​ທີ່​ວັດ​ທະ​ນະ​ທໍາ​ໂຮ່​ຈີ​ມິນ​ຈາກ​ບັນ​ດາ​ອົງ​ການ​ຜູ້​ຕາງ​ຫນ້າ​ຂອງ​ຫວຽດ​ນາມ​ຢູ່​ ຕ່າງ​ປະ​ເທດ

ແຜ່​ຂະ​ຫຍາຍ​ພື້ນ​ທີ່​ວັດ​ທະ​ນະ​ທໍາ​ໂຮ່​ຈີ​ມິນ​ຈາກ​ບັນ​ດາ​ອົງ​ການ​ຜູ້​ຕາງ​ຫນ້າ​ຂອງ​ຫວຽດ​ນາມ​ຢູ່​ ຕ່າງ​ປະ​ເທດ

ຍສໝ - ວັນ​ທີ 9 ມິຖຸນາ 2025, ຢູ່​ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ສາ​ກົນ ດ້ວຍ​ຫົວ​ຂໍ້​ວ່າ “​ພື້ນທີວັດທະນະທຳ​ໂຮ່ຈິ​ມິນ ຢູ່​ບັນດາ​ອົງການ​ຜູ້ຕາງໜ້າ​ຫວຽດນາມ ຢູ່​ຕ່າງປະ​ເທດ”. ເຫດການດັ່ງກ່າວໄດ້ປະກອບສ່ວນຊີ້ແຈ້ງພາລະບົດບາດ, ມາດຕະຖານເນື້ອໃນ ແລະ ວິທີການຜັນຂະຫຍາຍຕົວແບບພື້ນທີ່ ໂຮ່ຈີມິນ ໃນໄລຍະໃໝ່, ເພື່ອເຜີຍແຜ່ອຸດົມການ, ຄຸນສົມບັດສິນທຳ, ມໍລະດົກວັດທະນະທຳຂອງປະທານ ໂຮ່ຈີມິນ ເຖິງເພື່ອນມິດສາກົນຢ່າງມີຫົວຄິດປະດິດສ້າງ, ມີປະສິດທິຜົນ ແລະ ເໝາະສົມກັບແຕ່ລະປະເທດປະຈຳຖີ່ນ

ສື່​ມວນ​ຊົນ​ເສີມຂະຫຍາຍ​ບົດບາດ​ເປັນນຳໜ້າ​ໃນ​ການ​ປະຕິບັດ​ມະຕິເລກທີ 68.

ສື່​ມວນ​ຊົນ​ເສີມຂະຫຍາຍ​ບົດບາດ​ເປັນນຳໜ້າ​ໃນ​ການ​ປະຕິບັດ​ມະຕິເລກທີ 68.

ຍສໝ - ວັນທີ 9 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ (HCMC) ໄດ້ດຳເນີນກອງປະຊຸມສຳມະນາ “ບົດບາດຂອງສື່​ມວນ​ຊົນ​ໃນການເຜີຍແຜ່ມະຕິເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ”. ບັນດາ​ຜູ້​ແທນ​ໄດ້​ມີ​ຄວາມ​ເຫັນ​ຄື​ກັນ​ວ່າ ສື່​ມວນ​ຊົນ​ຕ້ອງ​ມຸ່ງ​ໄປ​ເຖິງ​ນະ​ໂຍບາຍ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຊຸກຍູ້​ການ​ກະທຳ ​ແລະ ກາຍ​ເປັນ​ຂົວ​ຕໍ່​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ​ພັກ, ລັດ ​ແລະ ປະຊາຊົນ ​ແລະ ວິສາຫະກິດ.

ເປັນຄັ້ງທຳອິດທີ່ງານໂຄສະນາອາຫານທະເລ ຫວຽດນາມ ຢູ່ງານບຸນວັດທະນະທຳອາຫານ Prague 2025

ເປັນຄັ້ງທຳອິດທີ່ງານໂຄສະນາອາຫານທະເລ ຫວຽດນາມ ຢູ່ງານບຸນວັດທະນະທຳອາຫານ Prague 2025

​ຍສໝ - ເປັນ​ຄັ້ງ​ທຳ​ອິດ, ບັນດາ​ຜະລິດ​ຕະພັນ​ອາຫານ​ທະ​ເລ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ແນະນຳ​ຢ່າງ​ກ້ວາງ​ຂວາງ​ຕໍ່​ໝູ່ປະຊາຊົນສາທາລະນະ​ລັດ ເຊັກ​ໂກ ​ໃນ​ຂອບ​ເຂດ​ງານ​ບຸນ​ວັດ​ທະ​ນະ​ທຳ​ອາຫານ Prague 2025 - ເປັນເຫດການ​​ພົບ​ປະ​ແລກປ່ຽນ​ສາກົນ​ຂະໜາດ​ໃຫຍ່, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ກ່ວາ 20.000 ເທື່ອຄົນ. ດ້ວຍ 5 ​ຮ້ານ​ວາງສະ​ແດງ​ຢູ່​ສະໜາມ​ຫຼວງ Victory, ຫວຽດນາມ ​ໄດ້​ເຜີຍແຜ່ພາບ​ພົດ​ຂອງ​ປະ​ເທດ​ດ້ວຍ​ບັນດາ​ເຍື່ອງ​ອາ​ຫານ, ຜະລິດ​ຕະພັນ​ກະ​ເສດ ແລະ ບັນດາຜະລິດ​ຕະພັນ​ວັດທະນະທຳ​ພື້ນ​ເມືອງ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ເຊັກ​ໂກ.

ເພີ່ມທະວີການສົມທົບກັນລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນຫວຽດນາມ - ລາວ

ເພີ່ມທະວີການສົມທົບກັນລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນຫວຽດນາມ - ລາວ

ຍສໝ - ວັນ​ທີ 5 ມິຖຸນາ​ນີ້, ຄ້າຍທະຫານປ້ອງກັນຊາຍແດນ​ດ່ານ​ສາກົນ ນໍ້າກັ້ນ (​ທະຫານປ້ອງກັນຊາຍແດນ ​ເຫງ້ອານ) ​ໄດ້​ສົມທົບ​ກັບ​ກອງຮ້ອຍ​ປ້ອງ​ກັນ​ຊາຍ​ແດນ 221 (ກອງ​ບັນຊາ​ການ​ທະຫານ​ແຂວງ​ຊຽງ​ຂວາງ, ລາວ) ​ໄດ້​ດຳ​ເນີນ​ການ​ລາດຕະ​ເວນ​ສອງ​ຝ່າຍ​ຢູ່​ດ່ານ​ຊາຍ​ແດນ​ແຕ່​ຫຼັກ 403 ຫາ​ຫຼັກ 404.

ຫວຽດ​ນາມ ລົງ​ນາມ​ໃນ​ບັນ​ດາ​ຂໍ້​ຕົກ​ລົງ​ນຳ​ເຂົ້າຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ມີ​ມູນ​ຄ່າ​ເກືອບ 3 ຕື້ USD ​ຈາກ ອາ​ເມ​ລິ​ກາ

ຫວຽດ​ນາມ ລົງ​ນາມ​ໃນ​ບັນ​ດາ​ຂໍ້​ຕົກ​ລົງ​ນຳ​ເຂົ້າຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ມີ​ມູນ​ຄ່າ​ເກືອບ 3 ຕື້ USD ​ຈາກ ອາ​ເມ​ລິ​ກາ

ຍສໝ - “ບັນດາວິສາຫະກິດ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳຫຼາຍສະບັບເພື່ອເພີ່ມທະວີການຊື້ຜະລິດຕະພັນກະເສດຈາກ ອາເມລິກາ ດ້ວຍຕົວເລກທີ່ໜ້າປະທັບໃຈ ເກືອບ 3 ຕື້ USD, ລື່ນກາຍຕົວເລກທີ່ໄດ້ວາງອອກໃນເບື້ອງຕົ້ນ, ແມ່ນ 2 ຕື້ USD, ຜ່ານນັ້ນປະກອບສ່ວນສຳຄັນເພື່ອສ້າງຄວາມດຸ່ນດ່ຽງໃນດຸນການຄ້າລະຫວ່າງສອງປະເທດ."

ສະແດງຄວາມຮູ້ບຸນຄຸນ​ບັນດາ​ນັກ​ຂ່າວ​ທີ່​ເພີ່ມພຸນຄຸນສ້າງສາຍ​ພົວພັນ​ມິດຕະພາບ​ຫວຽດນາມ - ກູ​ບາ

ສະແດງຄວາມຮູ້ບຸນຄຸນ​ບັນດາ​ນັກ​ຂ່າວ​ທີ່​ເພີ່ມພຸນຄຸນສ້າງສາຍ​ພົວພັນ​ມິດຕະພາບ​ຫວຽດນາມ - ກູ​ບາ

ຍສໝ -​ ວັນທີ 6 ມິຖຸນາ, ຢູ່ຮ່າໂນ້ຍ, ສະຖານທູດ ສາທາລະນະລັດ ກູບາ ປະຈຳ ຫວຽດນາມ ສົມທົບກັບສະມາຄົມນັກຂ່າວ ຫວຽດນາມ ແລະ ສະຖາປັນສື່ມວນຊົນ ແລະ ເຜີຍແຜ່ ໄດ້ຈັດຕັ້ງການພົບປະກັບພະນັກງານ, ນັກຂ່າວ ຫວຽດນາມ ທີ່ເຄີຍໄປສຶກສາ ຫຼື ປະຕິບັດງານຢູ່ ກູບາ.

ຫວຽດນາມ - ສ.ເຊັກ​ໂກ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ຄົ້ນ​ຄ້ວາ ​ແລະ ນະວັດຕະກຳ

ຫວຽດນາມ - ສ.ເຊັກ​ໂກ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ຄົ້ນ​ຄ້ວາ ​ແລະ ນະວັດຕະກຳ

ຍສໝ - ວັນທີ 6 ມິຖຸນາ, ຢູ່ນະຄອນຫຼວງ Prague (ສາທາລະນະລັດ ເຊັກໂກ) ໄດ້ດຳເນີນກອງປະຊຸມໂຕະມົນກ່ຽວກັບການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ, ເປັນຂີດໝາຍບາດກ້າວສຳຄັນຂອງການພົວພັນຄູ່ຮ່ວມມືໃນຂົງເຂດການສຶກສາ ແລະ ຄົ້ນຄວ້າ.

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ວຽກ​ງານ​​ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ​​ຕ້ອງ​ເປີດ​ເສັ້ນ​ທາງ​ໃຫ້​ແກ່​ຂໍ້​ລະ​ເລີ່ມ​ພັດ​ທະ​ນາ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ວຽກ​ງານ​​ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ​​ຕ້ອງ​ເປີດ​ເສັ້ນ​ທາງ​ໃຫ້​ແກ່​ຂໍ້​ລະ​ເລີ່ມ​ພັດ​ທະ​ນາ

ຍສໝ - ທ່ານເລຂາທິການໃຫຍ່ ໂຕເລິມ ຫົວໜ້າຄະນະຊີ້ນຳ ເນັ້ນໜັກວ່າ ຮັບປະກັນບັນດາມາດຕະການປັບປຸງລະບອບລະບຽບການກົດໝາຍໃຫ້ສົມບູນແບບຕ້ອງມີລັກສະນະຕົວຈິງ ແລະ ວິທະຍາສາດສູງ.

ຫຼາຍຈຸດ​ທີ່ປະກາຍແຈ້ງດ້ານເສດຖະກິດໃນ 5 ເດືອນຕົ້ນປີ 2025

ຫຼາຍຈຸດ​ທີ່ປະກາຍແຈ້ງດ້ານເສດຖະກິດໃນ 5 ເດືອນຕົ້ນປີ 2025

ຍສໝ - ຕອນ​ບ່າຍ​ວັນ​ທີ 4 ມິຖຸນາ​ນີ້, ຢູ່​ຮ່າ​ໂນ້ຍ, ຫ້ອງ​ວ່າການ​ລັດຖະບານ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​ປະຈຳ​ເດືອນ​ພຶດສະພາ​ຂອງ​ລັດຖະບານ, ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ສະພາບ​ເສດຖະກິດ​ສັງຄົມ​ໃນ​ເດືອນ​ພຶດສະພາ ​ແລະ 5 ​ເດືອນ​ຕົ້ນ​ປີ. ​ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກໍ່ຕາມ, ​ແຕ່​ສະພາບ​ການ​ເສດຖະກິດ-ສັງຄົມ​ໃນ 5 ​ເດືອນ​ຕົ້ນ​ປີ 2025 ສືບ​ຕໍ່​ມີ​ທ່າ​ອ່ຽງ​ໃນ​ແງ່​ດີ, ​ໃນ​ແຕ່​ລະ​ເດືອນ​ມີ​ທ່າ​ອ່ຽງດີ​ຂຶ້ນ​ກວ່າ​ເດືອນ​ກ່ອນ.

|< < 1 2 3 4 5 > >|
ເຫດການ