ປະ​ທານ​ປະ​ເທດ ເລືອງ​ເກື່ອງ ພົບ​ປະ​ກັບ​ນັກ​ສິ​ລະ​ປະ​​ການ​ຢູ່​ໝູ່​ບ້ານ​ອາ​ຊີບ​ຫັດ​ຖະ​ກຳ​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ

14:12 | 11/06/2025

ຍສໝ - ໃນທຸກໄລຍະພັດທະນາຂອງປະເທດຊາດ, ໝູ່ບ້ານອາຊີບ ຍາມໃດກໍຮັບປະກັນຊີວິດແບບຍືນຍົງ, ແມ່ນເສົາຄ້ຳທີ່ສຳຄັນ, ໃກ້ຊິດສາມາດສຳຜັດໄດ້ຢ່າງງ່າຍດາຍທີ່ສຸດໃຫ້ແກ່ກຳລັງແຮງງານຊົນນະບົດ, ຮັບປະກັນການໜູນຊ່ວຍສັງຄົມ.

ປະ​ທານ​ປະ​ເທດ: ບົດບາດສ້າງ​ສັນ​ຕິ​ພາບ​ຂອງ​ການ​ທູດ​ຫວຽດ​ນາມ ​ໄດ້​ຮັບ​ການ​ສະ​ແດງ​ໃຫ້​ເຫັນ​ຕະຫຼອດໄປ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ປະ​ທານ​ປະ​ເທດ ເລືອງ​ເກື່ອງ ພົບ​ປະ​ກັບ​ນັກ​ສິ​ລະ​ປະ​​ການ​ຢູ່​ໝູ່​ບ້ານ​ອາ​ຊີບ​ຫັດ​ຖະ​ກຳ​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ
ທ່ານປະທານປະເທດ ເລືອງເກື່ອງ ກ່າວຄຳເຫັນທີ່ການພົບປະ. (ພາບ: VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ ສະຫະສະມາຄົມໝູ່ບ້ານອາຊີບ ຫວຽດນາມ (2005 – 2025), ຕອນບ່າຍນວັນທີ 10 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເລື່ອງເກື່ອງ ໄດ້ພົບປະກັບບັນດານັກສິລະປະການດີເດັ່ນໃນໝູ່ບ້ານອາຊີບຫັດຖະກຳດີເດັ່ນໃນທົ່ວປະເທດ ແລະ ການນຳສະຫະສະມາຄົມໝູ່ບ້ານອາຊີບ ຫວຽດນາມ, ເຊິ່ງຕາງໜ້າໃຫ້ແກ່ 5.400 ໝູ່ບ້ານອາຊີບຫັດຖະກຳໃນທົ່ວປະເທດ.

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ພົບ​ປະ​ກັບ​ນັກ​ສິ​ລະ​ປະ​​ການ​ຢູ່​ໝູ່​ບ້ານ​ອາ​ຊີບ​ຫັດ​ຖະ​ກຳ​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ
ທ່ານປະທານປະເທດ ເລືອງເກື່ອງ ຖ່າຍຮູບກັບບັນດານັກສິລະປະການດີເດັ່ນ. (ພາບ: VOV)

ທີ່ການພົບປະ, ທ່ານປະທານປະເທດ ເລືອງເກື່ອງ ຊີ້ແຈ້ງວ່າ ໃນທຸກໄລຍະພັດທະນາຂອງປະເທດຊາດ, ໝູ່ບ້ານອາຊີບ ຍາມໃດກໍຮັບປະກັນຊີວິດແບບຍືນຍົງ, ແມ່ນເສົາຄ້ຳທີ່ສຳຄັນ, ໃກ້ຊິດສາມາດສຳຜັດໄດ້ຢ່າງງ່າຍດາຍທີ່ສຸດໃຫ້ແກ່ກຳລັງແຮງງານຊົນນະບົດ, ຮັບປະກັນການໜູນຊ່ວຍສັງຄົມ. ດັ່ງນັ້ນ, ຫວຽດນາມ ຕ້ອງຍູ້ແຮງວຽກງານພັດທະນາໝູ່ບ້ານອາຊີບ ແລະ ເບິ່ງແຍງຍົກສູງຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢູ່ບົນດາໝູ່ບ້ານອາຊີບ. ທ່ານປະທານປະເທດ ເລືອງເກື່ອງ ຮຽກຮ້ອງວ່າ:

“ຕ້ອງຕັ້ງໜ້າເຜີຍແຜ່, ອັບເດັດຄວາມຮູ້, ບຳລຸງສ້າງ, ຝຶກອົບຮົມຍົກສູງສີມືແຮງງານຢ່າງມີລະບົບ, ມີແບບມີແຜນ; ເພີ່ມທະວີທັກສະ, ຄວາມຕ້ອງການຂອງຕະຫຼາດ, ປຸກລຸກຄວາມເກັ່ງກ້າສາມາດຫົວຄິດປະດິດສ້າງ, ປົກປ້ອງສິດຜົນປະໂຫຍດອັນຊອບທຳໃຫ້ແກ່ຜູ້ຜະລິດ; ສ້າງພື້ນທີ່, ສະພາບແວດລ້ອມສະດວກເພື່ອໃຫ້ນັກສິລະປະການ, ນາຍຊ່າງລຸ້ນຕ່າງໆ ແລະ ປະຊາຊົນໃນໝູ່ບ້ານອາຊີບພັດທະນາຄວາມສາມາດບົ່ມຊ້ອນໄດ້ຢ່າງສຸດຂີດ. ພ້ອມດຽວກັນນັ້ນ ຕ້ອງເອົາໃຈໃສ່ເປັນພິເສດເຖິງການປົກປັກຮັກສາສິ່ງແວດລ້ອມໃນບັນດາໝູ່ບ້ານ, ໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນຜັນຂະຫຍາຍຮູບແບບພັດທະນາເສດຖະກິດແບບຍືນຍົງ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເປັນມິດກັບສິ່ງແວດລ້ອມ; ພັດທະນາອາຊີບໄປຄຽງຄູ່ກັບການພັດທະນາແບບຍືນຍົງ”.

ຕາມ vovworld.vn

https://vovworld.vn/lo-LA/ຂາວເດນ/ປະທານປະເທດ-ເລອງເກອງ-ພບປະກບນກສລະປະການຢໝບານອາຊບຫດຖະກຳດເດນໃນທວປະເທດ-1399037.vov

ທ່ານ​ປະທານ​ປະ​ເທດ ເລືອງ​ເກື່ອງ ​ພົບປະເຈລະຈາກັບທ່ານ ​ປະທານາທິບໍດີ ບຣາຊິນ ທ່ານ​ປະທານ​ປະ​ເທດ ເລືອງ​ເກື່ອງ ​ພົບປະເຈລະຈາກັບທ່ານ ​ປະທານາທິບໍດີ ບຣາຊິນ

ຍສໝ - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ເລືອງ​ເກື່ອງ, ທ່ານ​ປະທານນາທິບໍດີ ສາທາລະນະລັດສະຫະພັນ ​ບຣາ​ຊິນ Luiz Inácio Lula da Silva ເປັນນຳໜ້າຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ປະເທດສາທາລະນະລັດສະຫະພັນ ​ບຣາ​ຊິນ ປະຕິບັດການໄປ​ຢ້ຽມ​ຢາມ​ທາງລັດໄປຍັງ ​ຫວຽດ​ນາມ ແຕ່​ວັນ​ທີ 27 – 29 ມີນາ 2025.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ຈະໄປຢ້ຽມ​ຢາມ ລາວ ແລະ ເປັນ​ປະ​ທານ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລາວ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ຈະໄປຢ້ຽມ​ຢາມ ລາວ ແລະ ເປັນ​ປະ​ທານ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລາວ

ຍສໝ - ຕາມ​​ແຈ້ງການຂອງ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ, ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີແຫ່ງ ສປປ ລາວ ສອນ​ໄຊ ສີ​ພັນ​ດອນ, ທ່ານ​ນາຍົກລັດຖະມົນຕີ ສສ ຫວຽດນາມ ຟ້າມມິງຈິງ ພ້ອມກັບຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ຫວຽດນາມ ​ຈະ​ໄປຢ້ຽມຢາມ ລາວ ​ແລະ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​​ກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລາວ ແຕ່​ວັນ​ທີ 09-10 ມັງກອນ 2025.

ຕາມ vovworld.vn

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ