ຍສໝ - ທີ່ກອງປະຊຸມພົບປະປະຈຳປີ 2025 ລະຫວ່າງ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ກວາງນາມ ແລະ ຄະນະກຳມະການແນວໂຮມ ລາວ ສ້າງຊາດ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 12 ມິຖຸນາ, ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນມີ: ບຳລຸງສ້າງຊັບພະຍາກອນມະນຸດ; ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນ; ການປະສານງານໂຄສະນາເພື່ອສ້າງຄວາມຮັບຮູ້ຂອງປະຊາຊົນ ...
ຍສໝ - ວັນທີ 13 ມິຖຸນາ, ຢູ່ນະຄອນ Porto (ປອກຕຸຍການ), ໄດ້ດຳເນີນພິທີເປີດຕົວສະມາຄົມມິດຕະພາບ ປອກຕຸຍການ - ຫວຽດນາມ (ສະມາຄົມ) ຢ່າງເປັນທາງການ.
ຍສໝ - ໃນຕະຫຼອດຫຼາຍປີຜ່ານມາ, ພຸດທະສາສະນິກກະຊົນຂອງວັດ ເຟີດຕິກ ຍາມໃດ ກໍ່ຮັກສາເຮືອນຄົວແຫ່ງການກຸສົນໄວ້ຕະຫຼອດເວລາ, ນຳເອົາເຂົ້າປຽກໄປແຈກຢາຍໃຫ້ຄົນ ເຈັບຢູ່ຕາມໂຮງໝໍແຫ່ງຕ່າງໆຢູ່ລາວດ້ວຍມືຕົນເອງ.
ຍສໝ - ຫວຽດນາມ ໄດ້ກາຍເປັນປະເທດຄູ່ຮ່ວມມືກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ ດ້ວຍຄວາມປາດຖະໜາຢາກປະກອບສ່ວນ, ຍົກສູງສຽງເວົ້າ ແລະ ບົດບາດຂອງບັນດາປະເທດພວມພັດທະນາ, ຊຸກຍູ້ຄວາມສາມັກຄີສາກົນ, ລັດທິຫຼາຍຝ່າຍກວມລວມ, ຮອບດ້ານບົນຈິດໃຈເຄົາລົບກົດໝາຍສາກົນ.
ຍສໝ - ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາອົງຄະນະພັກ, ອຳນາດການປົກຄອງທຸກຂັ້ນສືບຕໍ່ເສີມຂະຫຍາຍຈິດໃຈເປັນເຈົ້າການ, ມີຫົວຄິດປະດິດສ້າງ, ມີໄຫວພິບ ແລະ ມີຈິດໃຈຮັບຜິດຊອບສູງຕໍ່ປະຊາຊົນ, ຕໍ່ປະເທດຊາດ, ຕ້ອງຮັບຟັງຄຳເຫັນຂອງປະຊາຊົນ, ຕິດແທດຕົວຈິງ, ເພີ່ມທະວີຕົວຈິງ, ມຸ່ງໄປເຖິງພື້ນຖານ, ສຳຜັດກັບຕົວຈິງຢ່າງຮອບດ້ານ.
ຍສໝ - ແຕ່ວັນທີ 13-14 ມິຖຸນາ 2025, ຄະນະປະຕິບັດງານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໂດຍທ່ານປະທານຄະນະກຳມະການ ຫງວຽນຈຸງກຽນ ນຳໜ້າໄດ້ໄປຢ້ຽມຢາມ ສ.ເກົາຫຼີ ເພື່ອຜັນຂະຫຍາຍການເຄື່ອນໄຫວໜູນຊ່ວຍ ແລະ ຂົນຂວາຍປະຊາຄົມ. ຢູ່ທີ່ນີ້, ຄະນະໄດ້ມີການພົບປະກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດເກືອບ 20 ຄົນ ເຊິ່ງແມ່ນຜູ້ຕາງໜ້າຂອງບັນດາສະມາຄົມໃຫຍ່ ແລະ ຢ້ຽມຢາມບັນດາວິສາຫະກິດທີ່ດີເດັ່ນຂອງ ຫວຽດນາມ.
ຍສໝ - ວັນທີ 12 ມິຖຸນາ ຢູ່ນະຄອນ ດ່າໜັງ, World Vision International ປະຈຳ ຫວຽດນາມ ໄດ້ສົມທົບກັບ ສະຫະພາບ ເອີຣົບ (EU) ໄດ້ໄຂໂຄງການ “ຍົກສູງຄວາມສາມາດໃນການເຊື່ອມໂຍງສັງຄົມສຳລັບເດັກອໍທິດສະຕິກ ແລະ ພິການທີ່ສະຕິປັນຍາ” (ECAID) ຢ່າງເປັນທາງການ, ມຸ່ງໄປເຖິງຊຸກຍູ້ການມີສ່ວນຮ່ວມຢ່າງສະເໝີພາບ ແລະ ຄົບຖ້ວນຂອງກຸ່ມດ້ອຍຖືກເສຍຫາຍນີ້ໃນຊີວິດຊຸມຊົນ.
ຍສໝ - ວັນທີ 11 ມິຖຸນານີ້, ຄະນະເຄື່ອນໄຫວອາສາສະໝັກລະດູຮ້ອນນະຄອນໂຮ່ຈິມິນ ຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) 025 ໄດ້ມີການເຄື່ອນໄຫວທຳອິດຢູ່ແຂວງອັດຕະປື, ປະເທດລາວ.
ຍສໝ - ວັນທີ 10 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກູບາ ເລກວາງລອງ ໄດ້ໄປຢ້ຽມຢາມ ແລະ ຮັບຮູ້ໝາກຜົນແຫ່ງການປະຕິບັດໂຄງການຮ່ວມມື ຫວຽດນາມ - ກູບາ ກ່ຽວກັບການພັດທະນາການຜະລິດເຂົ້າສານ ໄລຍະ 2019-2023 (ໄລຍະ 5) ຢູ່ຟາມ José Martí, ເມືອງ Calimete, ແຂວງ Matanzas.
ຍສໝ - ນັບແຕ່ວັນທີ 9 ຫາ ວັນທີ 20 ມິຖຸນາ, ໂຮງຮຽນລະດູຮ້ອນຍົກສູງກ່ຽວກັບທິດສະດີ ກວນເຕີມ ແລະ ກຳລັງແຮງດຶງດູດ ກວນເຕີມ 2025 ໄດ້ໄຂຂຶ້ນຢູ່ສູນວິທະຍາສາດສາກົນ ແລະ ການສຶກສາລະຫວ່າງຂະແໜງການ (ICISE), ນະຄອນ ກຸຍເຍີນ (ແຂວງ ບິງດິ້ງ). ດ້ວຍການເຂົ້າຮ່ວມຂອງນັກວິທະຍາສາດ ກວ່າ 60 ທ່ານທີ່ມາຈາກ 22 ປະເທດ ແລະ ເຂດແຄ້ວນ, ເຫດການດັ່ງກ່າວໄດ້ຕີລາຄາວ່າແມ່ນບາດກ້າວສຳຄັນເພື່ອຍົກສູງທີ່ຕັ້ງວິທະຍາສາດພື້ນຖານຂອງຫວຽດນາມໃນເວທີສາກົນ.
ຍສໝ - ດ້ວຍຫົວຂໍ້ “ການພົວພັນຄູ່ຮ່ວມມືປ້ອງກັນຊາດເພື່ອສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກ”, ເວທີປາໄສແມ່ນເຫດການຍຸດທະສາດ ແນໃສ່ເພີ່ມທະວີການຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍໃນຂົງເຂດປ້ອງກັນຊາດ.
ຍສໝ - ຕອນບ່າຍວັນທີ 11 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອັງເຊີນ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບທ່ານ Choi Young Sam ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ຫວຽດນາມ. 2 ຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນ ເພື່ອ ເພີ່ມທະວີການແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ.
ຍສໝ - ວັນທີ 8 ມິຖຸນາ, ຢູ່ສະໜາມກິລານະຄອນ ຕືເຊີນ (ແຂວງ ບັກນິງ) ໄດ້ດຳເນີນງານ ຊຸບເປີຄັບບານເຕະສື່ມວນຊົນ ຫວຽດນາມ - ໄທ, ເຫດການເລີ່ມຕົ້ນການເຄື່ອນໄຫວຮ່ວມມື ພົບປະແລກປ່ຽນສື່ມວນຊົນລະຫວ່າງ 2 ປະເທດ.
ຍສໝ - ວັນທີ 8 ມິຖຸນາປີ 2025, ຫ້ອງການຄຸ້ມຄອງແຮງງານຫວຽດນາມ ປະຈຳ ສ.ເກົາຫຼີ (EPS) ສົມທົບກັບສະຫະພັນບານເຕະ ຫວຽດນາມ ປະຈຳ ສ.ເກົາຫຼີ (VFAK) ໄດ້ຈັດຕັ້ງງານບຸນກິລາແຮງງານ EPS ເປີດກວ້າງຄັ້ງທີ 2 ຢູ່ນະຄອນ Hwaseong. ເຫດການໄດ້ດຶງດູດຜູ້ແທນ, ນັກກິລາ 200 ກວ່າຄົນ ແລະ ຊາວຫວຽດນາມ ອາໄສ, ຮ່ຳຮຽນ ແລະ ເຮັດວຽກຢູ່ ສ.ເກົາຫຼີ ເປັນຈຳນວນຫຼວງຫຼາຍ, ປະກອບສ່ວນເຂົ້າໃນການເຊື່ອມໂຍງເຂົ້າກັບປະຊາຄົມ ແລະ ເພີ່ມທະວີການພົວພັນມິດຕະພາບ ຫວຽດນາມ - ສ.ເກົາຫຼີ.
ຍສໝ - ວັນທີ 9 ມິຖຸນາ ກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 (UNOC 3) ຖືກໄຂຂຶ້ນຢູ່ Nice, ຝລັ່ງ ແລະ ແກ່ຍາວຮອດວັນທີ 13 ມິຖຸນາ ດ້ວຍການເຂົ້າຮ່ວມຂອງປະມຸກລັດ ແລະ ລັດຖະບານຂອງເກືອບ 70 ປະເທດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມ, ເພື່ອແນໃສ່ຢັ້ງຢືນສານທີ່ວ່າ ຫວຽດນາມ ຍາມໃດກໍເປັນເຈົ້າການໃນການອະນຸລັກຮັກສາ ແລະ ນຳໃຊ້ທະເລ, ຊັບພະຍາກອນທະເລແບບຍືນຍົງ ແລະ ພ້ອມແລ້ວປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງສາກົນໃນຂົງເຂດນີ້.
ຍສໝ - ໃນທຸກໄລຍະພັດທະນາຂອງປະເທດຊາດ, ໝູ່ບ້ານອາຊີບ ຍາມໃດກໍຮັບປະກັນຊີວິດແບບຍືນຍົງ, ແມ່ນເສົາຄ້ຳທີ່ສຳຄັນ, ໃກ້ຊິດສາມາດສຳຜັດໄດ້ຢ່າງງ່າຍດາຍທີ່ສຸດໃຫ້ແກ່ກຳລັງແຮງງານຊົນນະບົດ, ຮັບປະກັນການໜູນຊ່ວຍສັງຄົມ.
ຍສໝ - ຕອນບ່າຍວັນທີ 10 ມິຖຸນານີ້, ຢູ່ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ໂຕເລີມ ໄດ້ໃຫ້ການຕ້ອນຮັບທ່ານ Alex Rogers ປະທານຮັບຜິດຊອບການບໍລິຫານທົ່ວໂລກ, ກຸ່ມບໍລິສັດ Qualcomm
ຍສໝ - ວັນທີ 10 ມິຖຸນາ ຢູ່ຮ່າໂນ້ຍ, ປຶ້ມຮູບພາບ“100 ປີແຫ່ງສື່ມວນຊົນປະຕິວັດຫວຽດນາມ (1925-2025)” ໄດ້ຮັບການເປີດຕົວຕໍ່ປະຊາຊົນຢ່າງເປັນທາງການ. ປຶ້ມດັ່ງກ່າວແມ່ນເອກະສານອັນລ້ຳຄ່າ, ບັນທຶກການເຄື່ອນໄຫວພັດທະນາ 100 ປີຂອງພື້ນຖານສື່ມວນຊົນປະຕິວັດຫວຽດນາມ, ໄດ້ຮຽບຮຽງດ້ວຍພາສາຫວຽດນາມ ແລະ ອັງກິດ ເພື່ອຮັບໃຊ້ຜູ້ອ່ານທັງພາຍໃນ ແລະ ຕ່າງປະເທດ.
ຍສໝ - ໃນສະພາບແວດລ້ອມຂອງສື່ດິຈິຕອນໃນປະຈຸບັນ, ສື່ມວນຊົນຖືວ່າແມ່ນກຳລັງຕົ້ນຕໍໃນການຊອກຮູ້, ຕໍ່ສູ້, ປະຕິເສດທັດສະນະທີ່ຜິດພາດ, ກົນອຸບາຍ, ວິທີການ, ກົນໄກສວຍໃຊ້ບັນດາບັນຫາຊົນເຜົ່າ, ສາສະໜາ... ໜ້າທີ່ຂອງສື່ມວນຊົນແມ່ນຂໍ້ມູນ, ທິດທາງຄວາມເຫັນຂອງປະຊາຊົນ, ປົກປັກຮັກສາຮາກຖານອຸດົມການຂອງພັກ, ປົກປັກຮັກສາລະບອບ, ປົກປັກຮັກສາປະເທດຊາດ.
ຍສໝ - ເປັນຄັ້ງທຳອິດ, ດົນຕີມູນເຊື້ອຂອງ ຫວຽດນາມ ແລະ ອາຣັບບີ ຊາອູດິ ໄດ້ພ້ອມກັນດັງອອກຢູ່ ຍີ່ປຸ່ນ ໃນລາຍການພົບປະແລກປ່ຽນທີ່ດີເດັ່ນພິເສດ ເຊິ່ງໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ EXPO 2025 Osaka, Kansai, ໄດ້ດຶງດູດຄວາມສົນໃຈຈາກໝູ່ປະຊາຊົນສາກົນ.