ຍສໝ - ວັນທີ 26 ພະຈິກ, ທີ່ຮ່າໂນ້ຍ, ທ່ານ ເລ ແມ້ງ ຮຸ່ງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Don Farrell, ລັດຖະມົນຕີການຄ້າ ແລະ ການທ່ອງທ່ຽວອົດສະຕາລີ ໄດ້ເຫັນດີເປັນເອກະພາບກັນ ສືບຕໍ່ອຳນວຍຄວາມສະດວກໃຫ້ຜະລິດຕະຜົນກະສິກຳເຂົ້າເຖິງຕະຫຼາດ, ຂະຫຍາຍການຮ່ວມມືດ້ານພະລັງງານ, ແຮ່ທາດທີ່ຈຳເປັນ ແລະ ເສດຖະກິດດິຈິຕອນ, ພ້ອມທັງສົມທົບກັນຮັກສາຕ່ອງໂສ້ການສະໜອງທີ່ຍືນຍົງ.
ຍສໝ - ປີ APEC ຫວຽດນາມ 2027 ຄາດວ່າຈະມີຫຼາຍກວ່າ 200 ກິດຈະກຳຢູ່ 7 ແຂວງ, ນະຄອນ, ໃນນັ້ນມີ 11 ກອງປະຊຸມລະດັບລັດຖະມົນຕີ ແລະ ການສົນທະນາຂັ້ນສູງ. ຫວຽດນາມ ຈະສະເໜີບັນດາຂໍ້ລິເລີ່ມກ່ຽວກັບການຄ້າດິຈິຕອນ, ນະວັດຕະກຳ, ການເຊື່ອມໂຍງເສດຖະກິດ, ພ້ອມທັງຈັດຫຼາຍກິດຈະກຳວັດທະນະທຳ, ສິລະປະ ແນໃສ່ໂຄສະນາພາບພົດຂອງປະເທດຊາດໃຫ້ແກ່ເພື່ອນມິດສາກົນ.
ຍສໝ - ວັນທີ 26 ພະຈິກ, ທີ່ຮ່າໂນ້ຍ, ທ່ານ ໂງ ວັນ ຕວັນ, ລັດຖະມົນຕີກະຊວງການເງິນຫວຽດນາມ ແລະ ທ່ານ Don Farrell, ລັດຖະມົນຕີການຄ້າ ແລະ ການທ່ອງທ່ຽວອົດສະຕາລີ ໄດ້ເຫັນດີເປັນເອກະພາບກັນກ່ຽວກັບບັນດາບູລິມະສິດການຮ່ວມມືດ້ານການລົງທຶນ, ການຄ້າ, ວິທະຍາສາດ - ເຕັກໂນໂລຊີ ແລະ ພະລັງງານສະອາດ. ສອງປະເທດມຸ່ງໄປສູ່ເປົ້າໝາຍເພີ່ມການລົງທຶນສອງທິດທາງຂຶ້ນສອງເທົ່າໃນ 5 ປີຕໍ່ໜ້າ, ພ້ອມທັງສົມທົບກັນຜັນຂະຫຍາຍບັນດາກິດຈະກຳໃນປີ APEC 2027.
ຍສໝ - ວັນທີ 26 ພະຈິກ, ທີ່ນະຄອນຫຼວງເຊີອຸນ (ສ.ເກົາຫຼີ), ສະຫາຍ ຫງວຽນ ແທງ ງິ້, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະນະໂຍບາຍ ແລະ ຍຸດທະສາດສູນກາງ ໄດ້ສະເໜີໃຫ້ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ເກົາຫຼີ ຍົກສູງປະສິດທິຜົນວຽກງານປົກປ້ອງພົນລະເມືອງ, ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງຊຸມຊົນຊາວຫວຽດນາມ ແລະ ຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດ.
ຍສໝ - ວັນທີ 27 ພະຈິກ, ທີ່ສູນວາງສະແດງຫວຽດນາມ (VEC), ງານບຸນວັດທະນະທຳອາຫານສາກົນຮ່າໂນ້ຍ 2026 ໄດ້ໄຂຂຶ້ນ ໂດຍມີການເຂົ້າຮ່ວມຂອງພໍ່ຄົວ, ແມ່ຄົວທັງພາຍໃນ ແລະ ສາກົນເກືອບ 100 ຄົນ, ຫຼາຍກວ່າ 200 ຍີ່ຫໍ້ອາຫານ, ແນະນຳອາຫານຫຼາຍກວ່າ 2.000 ເຍື່ອງຈາກຫຼາຍປະເທດ, ສ້າງພື້ນທີ່ແລກປ່ຽນວັດທະນະທຳ, ສິລະປະ ແລະ ອາຫານການກິນ ຢູ່ໃຈກາງນະຄອນຫຼວງ.
ຍສໝ - ງານມະໂຫລານເຊີດຫຸ່ນສາກົນ 2026 ຈັດຂຶ້ນທີ່ຟູ໋ກວັກ (ອານຢາງ), ໂດຍເຕົ້າໂຮມນັກສິລະປິນ, ນັກສະແດງເກືອບ 250 ຄົນ ຈາກ 16 ຫົວໜ່ວຍສິລະປະຂອງ 13 ປະເທດໃນ 5 ທະວີບ. ດ້ວຍຫົວຂໍ້ “ພອນສະຫວັນເຊື່ອມໂຍງຫ້າທະວີບ”, ງານມະໂຫລານໄດ້ສ້າງເວທີແລກປ່ຽນ, ແນະນຳບັນດາເອກະລັກອັນໂດດເດັ່ນຂອງສິລະປະເຊີດຫຸ່ນຂອງບັນດາປະເທດ, ປະກອບສ່ວນປູກຝັງມິດຕະພາບລະຫວ່າງບັນດາຊາດ.
ຍສໝ - ວັນທີ 26 ພະຈິກ, ທີ່ຮ່າໂນ້ຍ, Oxfam ໄດ້ປະກາດຍຸດທະສາດການເຄື່ອນໄຫວຢູ່ຫວຽດນາມ ໄລຍະ 2026-2031, ວິໄສທັດຮອດປີ 2036, ໂດຍສຸມໃສ່ການຍົກສູງຄວາມສາມາດໃນການເປັນເຈົ້າຂອງປະຊາຊົນ ແລະ ພັດທະນາເສດຖະກິດແບບກວມລວມ. ພາຍຫຼັງມີໜ້າຢ່າງເປັນທາງການຢູ່ຫວຽດນາມ ຫຼາຍກວ່າ 30 ປີ, ອົງການດັ່ງກ່າວຢືນຢັນວ່າ ຈະສືບຕໍ່ຄຽງຄູ່ກັບຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍການພັດທະນາຮອດປີ 2045.
ຍສໝ - ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີລາວ ໄດ້ສະເໜີໃຫ້ສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ສະມາຄົມມິດຕະພາບ ລາວ - ຫວຽດນາມ ເອົາໃຈໃສ່ສຶກສາອົບຮົມຄົນຮຸ່ນໜຸ່ມໃຫ້ເຂົ້າໃຈຢ່າງເລິກເຊິ່ງ, ສືບທອດ ແລະ ສົ່ງເສີມມູນເຊື້ອສາຍພົວພັນພິເສດລະຫວ່າງສອງປະເທດ; ພ້ອມທັງຢືນຢັນວ່າ ລັດຖະບານລາວຈະສືບຕໍ່ສະໜັບສະໜູນ, ສ້າງເງື່ອນໄຂອັນສະດວກໃຫ້ສອງສະມາຄົມເຄື່ອນໄຫວຢ່າງມີປະສິດທິຜົນ.
ຍສໝ - ງານບຸນວັດທະນະທຳແມ່ນ້ຳເກິ່ນເທີ ຄັ້ງທີ II ປີ 2026 ຄາດວ່າຈະຈັດຂຶ້ນແຕ່ວັນທີ 30 ທັນວາ 2026 ຫາວັນທີ 4 ມັງກອນ 2027, ໂດຍມີບັນດາກິດຈະກຳສະແດງໂດຣນ, ນ້ຳພຸປະກອບດົນຕີ, ຈູດດອກໄມ້ໄຟ, ແຂ່ງຂັນເຮືອ, ສຳຜັດກັບອາຫານ ແລະ ວັດທະນະທຳແມ່ນ້ຳເຂດພາກຕາເວັນຕົກຂອງພາກໃຕ້ຫວຽດນາມ.
ຍສໝ - ໃນການຢ້ຽມຢາມຫວຽດນາມ, ທ່ານ Don Farrell, ລັດຖະມົນຕີການຄ້າ ແລະ ການທ່ອງທ່ຽວອົດສະຕາລີ ຈະເຂົ້າຮ່ວມກອງປະຊຸມຄັ້ງທີ 11 ຂອງຄະນະກຳມະການສັນຍາການເປັນຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມມະຫາສະໝຸດປາຊີຟິກ (CPTPP), ພ້ອມທັງແລກປ່ຽນກ່ຽວກັບການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການຫັນປ່ຽນໄປສູ່ພະລັງງານສະອາດລະຫວ່າງສອງປະເທດ.
ຍສໝ - ວັນທີ 25 ພະຈິກ, ທີ່ແຂວງຄຳມ່ວນ (ລາວ), ນັກຮຽນ 30 ຄົນ ຈາກໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ທົ້ງເຍິດ ໄດ້ເຂົ້າຮ່ວມການແຂ່ງຂັນ “ນ້ອງຮັກພາສາຫວຽດ” ສົກຮຽນ 2026-2027. ຜ່ານບັນດາພາກການແຂ່ງຂັນດ້ານຄວາມຮູ້, ພອນສະຫວັນ ແລະ ການແລກປ່ຽນວັດທະນະທຳ, ນັກຮຽນສອງປະເທດມີໂອກາດເພີ່ມເຕີມໃນການຝຶກຝົນພາສາຫວຽດ, ຮຽນຮູ້ວັດທະນະທຳ ແລະ ຮ່ວມກັນປູກຝັງມິດຕະພາບ ຫວຽດນາມ - ລາວ.
ຍສໝ - ວັນທີ 25 ພະຈິກ, ທີ່ຮ່າໂນ້ຍ, ສະມາຄົມເສດຖະກິດ, ວັດທະນະທຳ ສ.ເກົາຫຼີ - ຫວຽດນາມ (KOVECA) ໄດ້ສະແດງຄວາມປາດຖະໜາຢາກເຊື່ອມໂຍງກັບບັນດາຄູ່ຮ່ວມມືຫວຽດນາມ ໃນບັນດາຂົງເຂດທີ່ມີທ່າແຮງ, ພ້ອມທັງສົມທົບຈັດບັນດາກິດຈະກຳແລກປ່ຽນວັດທະນະທຳ, ສິລະປະ ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 35 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ສ.ເກົາຫຼີ.
ຍສໝ - ວັນທີ 26 ພະຈິກ, ທີ່ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VIII ຂອງສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ສະໄໝ 2026-2031 ໄດ້ເລືອກຕັ້ງຄະນະບໍລິຫານງານຊຸດໃໝ່ ປະກອບມີ 36 ກຳມະການ, ກຳນົດທິດທາງປັບປຸງໃໝ່ການເຄື່ອນໄຫວ, ເພີ່ມທະວີການເຊື່ອມໂຍງຮ່ວມມືໃນຂົງເຂດເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີ, ການສຶກສາ ແລະ ວັດທະນະທຳ.
ຍສໝ - ແຕ່ວັນທີ 22-24 ພະຈິກ, ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳຂອນແກ່ນ (ໄທ) ໄດ້ສົມທົບຈັດບັນດາກິດຈະກຳແນະນຳວັດທະນະທຳ, ສິລະປະ ແລະ ອາຫານຫວຽດນາມ ໃນຂອບເຂດງານບຸນສາກົນສີຖານ 2026, ປະກອບສ່ວນໂຄສະນາເຜີຍແຜ່ເອກະລັກຂອງຊາດ ແລະ ເຊື່ອມໂຍງປະຊາຊົນສອງປະເທດ.
ຍສໝ - ວັນທີ 25 ພະຈິກ, ທີ່ຮ່າໂນ້ຍ, ທ່ານ Pierre Du Ville, ຫົວໜ້າຄະນະຜູ້ແທນ Wallonie-Bruxelles (ແບນຊິກ) ປະຈຳຫວຽດນາມ ໄດ້ສະແດງຄວາມພ້ອມໃນການເຊື່ອມໂຍງບັນດາອົງການວັດທະນະທຳເອີຣົບ, ລະດົມແຫຼ່ງກຳລັງໜູນຊ່ວຍຫວຽດນາມ ອະນຸລັກຮັກສາ ແລະ ສົ່ງເສີມບັນດາຮູບແບບສິລະປະການສະແດງພື້ນເມືອງ ເຊັ່ນ: ຕວ່ງ, ແຈ່ວ, ກ໋າຍເລືອງ.
ຍສໝ - ວັນທີ 23/11, ຢູ່ນະຄອນຫຼວງ ອາແທນ, ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ເກຣັກ ໄດ້ຈັດຕັ້ງລາຍການ “Meet VIETNAM” ເນື່ອງໃນໂອກາດວັນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ວັນວັດທະນະທຳຫວຽດນາມ, ເຊິ່ງໄດ້ດຶງດູດການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດ, ເພື່ອນມິດຊາວເກຣັກ ເປັນຈຳນວນຫຼວງຫຼາຍ ພ້ອມດ້ວຍຜູ້ຕາງໜ້າບັນດາອົງການສື່ມວນຊົນປະເທດເຈົ້າພາບ.
ຍສໝ - ວັນທີ 25/11, ຢູ່ນະຄອນຫຼວງ ດີລີ, ທ່ານ ຟ້າມ ບິ່ງ ດ່າມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຕີມໍ-ເລສເຕ ໄດ້ເຮັດວຽກກັບຜູ້ຕາງໜ້າອົງການອະນາໄມໂລກ (WHO) ແລະ ອົງການຮ່ວມມືສາກົນສາທາລະນະລັດ ເກົາຫຼີ (KOICA) ເພື່ອເສີມຂະຫຍາຍຄວາມສາມາດດ້ານວິຊາສະເພາະ, ເຕັກໂນໂລຊີຂອງຫວຽດນາມ ແລະ ຊຸກຍູ້ການຮ່ວມມືພັດທະນາຢູ່ໃນພື້ນທີ່.
ຍສໝ - ວັນທີ 22 ພະຈິກ, ທີ່ແຂວງສະກົນນະຄອນ (ໄທ), ຊາວຫວຽດນາມປະມານ 500 ຄົນ ພ້ອມດ້ວຍບັນດາຜູ້ແທນ ໄດ້ເຂົ້າຮ່ວມພິທີລະນຶກວັນຄູຫວຽດນາມ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ທີ່ໄດ້ຮັກສາ ແລະ ຖ່າຍທອດພາສາຫວຽດໃຫ້ແກ່ຊາວຫວຽດນາມຮຸ່ນຕ່າງໆຢູ່ໄທ ຕະຫຼອດຫຼາຍປີຜ່ານມາ.
ຍສໝ - ຫວຽດນາມ ແລະ ລາວ ກຳລັງສຸມໃສ່ປະຕິບັດບັນດາໂຄງການເຊື່ອມໂຍງດ້ານຄົມມະນາຄົມ, ພະລັງງານ ແລະ ພັດທະນາຕ່ອງໂສ້ສະໜອງຮ່ວມກັນ, ມຸ່ງສູ່ເປົ້າໝາຍຍົກມູນຄ່າການຄ້າສອງຝ່າຍໃຫ້ບັນລຸ 10 ຕື້ USD, ພ້ອມທັງຫັນເນື້ອໃນຂອງ “ຄວາມຜູກພັນທາງຍຸດທະສາດ” ໃນສາຍພົວພັນສອງປະເທດໃຫ້ເປັນຮູບປະທຳ.
ຍສໝ - ແຕ່ວັນທີ 24-25/11, ຢູ່ນະຄອນອິສຕັນບູລ (ຕວກກີ), ຄະນະຜູ້ແທນຫວຽດນາມ ນຳໂດຍທ່ານນາງ ຫງວຽນ ມິງ ຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ Halal ໂລກ ຄັ້ງທີ 12, ສະເໜີ 5 ທິດທາງການຮ່ວມມື ແລະ ເປັນສັກຂີພິຍານໃນພິທີລົງນາມບັນດາຂໍ້ຕົກລົງດ້ານມາດຕະຖານ ແລະ ການຮັບຮອງ Halal, ສ້າງເງື່ອນໄຂໃຫ້ສິນຄ້າຫວຽດນາມເຂົ້າເຖິງຕະຫຼາດສາກົນ.