| ເກິ່ນເທີ ຈັດງານບຸນວັດທະນະທຳແມ່ນ້ຳ ແຕ່ວັນທີ 30 ທັນວາ ນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ: ຊ່ວຍໃຫ້ຄົນຮຸ່ນໜຸ່ມເຂົ້າໃຈຢ່າງເລິກເຊິ່ງເຖິງສາຍພົວພັນພິເສດ ຫວຽດນາມ - ລາວ |
ວັນທີ 26 ພະຈິກ, Oxfam ໄດ້ຈັດພິທີສະເຫຼີມສະຫຼອງຫຼາຍກວ່າ 30 ປີ ແຫ່ງການຄຽງຄູ່ກັບຫວຽດນາມ. ເຫດການດັ່ງກ່າວເປັນໂອກາດຫວນຄືນເບິ່ງບັນດາຜົນສຳເລັດການຮ່ວມມືລະຫວ່າງ Oxfam ກັບລັດຖະບານ, ບັນດາຄູ່ຮ່ວມມື ແລະ ຊຸມຊົນ, ພ້ອມທັງແລກປ່ຽນທິດທາງການເຄື່ອນໄຫວໃນໄລຍະພັດທະນາໃໝ່.
136 ໂຄງການ ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນເກືອບ 6 ລ້ານຄົນ
ຕາມ Oxfam ແລ້ວ, ອົງການໄດ້ເລີ່ມຕົ້ນໜູນຊ່ວຍຫວຽດນາມ ນັບແຕ່ປີ 1955 ຜ່ານບັນດາກິດຈະກຳສົງເຄາະມະນຸດສະທຳ. ນັບແຕ່ທ້າຍຊຸມປີ 1980, ຄຽງຄູ່ກັບພາລະກິດປ່ຽນແປງໃໝ່, Oxfam ໄດ້ຄ່ອຍໆຫັນໄປສູ່ບັນດາແຜນງານພັດທະນາ, ສຸມໃສ່ການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງລະບົບສະໜອງນ້ຳ, ຄັນຄູກັນນ້ຳ, ຊົນລະປະທານ, ທົດລອງຮູບແບບການປູກຝັງ ແລະ ສ້າງທັກສະໃຫ້ແກ່ປະຊາຊົນ.
ໜຶ່ງໃນບັນດາໂຄງການດີເດັ່ນແມ່ນການໜູນຊ່ວຍກໍ່ສ້າງຄັນຄູກັນນ້ຳທະເລຢູ່ເມືອງກີ່ແອັງ (ເກົ່າ), ແຂວງຮ່າຕິ້ງ. ໃນໄລຍະ 1989-1995, ທ້ອງຖິ່ນໄດ້ຮັບຜົນກະທົບຈາກພາຍຸຮຸນແຮງເກືອບ 20 ລູກ, ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ຊີວິດການເປັນຢູ່ ແລະ ການຜະລິດ. ດ້ວຍການສົມທົບກັນລະຫວ່າງອົງການປົກຄອງ, ປະຊາຊົນ, ຖັນແຖວນັກວິຊາການເຕັກນິກ ແລະ Oxfam ອັງກິດ ແລະ ອຽກລັງ, ໂຄງການດັ່ງກ່າວໄດ້ຊ່ວຍປົກປ້ອງປະຊາຊົນຫຼາຍກວ່າ 3.000 ຄອບຄົວ, ຟື້ນຟູເນື້ອທີ່ນາເຂົ້າຫຼາຍພັນເຮັກຕາທີ່ຖືກນ້ຳເຄັມຖ້ວມ ແລະ ຖືກຜົນກະທົບຈາກຄວາມເຄັມ.
![]() |
| ບັນດາຜູ້ແທນຢ້ຽມຊົມເຂດວາງສະແດງແນະນຳບັນດາແຜນງານ, ໂຄງການ ແລະ ຜົນການເຄື່ອນໄຫວຂອງ Oxfam ຢູ່ຫວຽດນາມ. |
ນັບແຕ່ຊຸມປີ 1990, ບັນດາອົງການສະມາຊິກຂອງ Oxfam ໄດ້ຜັດປ່ຽນກັນສ້າງຕັ້ງຫ້ອງການຕາງໜ້າຢູ່ຫວຽດນາມ. ຮອດທ້າຍທົດສະວັດດັ່ງກ່າວ, Oxfam ໄດ້ຄ່ອຍໆຫັນປ່ຽນຈາກບັນດາໂຄງການສະເພາະແຕ່ລະໂຄງການ ໄປສູ່ແຜນງານພັດທະນາຮອບດ້ານ ແລະ ໄລຍະຍາວ, ໂດຍເອົາໃຈໃສ່ຍົກສູງຄວາມສາມາດຂອງຊຸມຊົນ ແລະ ສົ່ງເສີມບົດບາດການເປັນເຈົ້າຂອງປະຊາຊົນ.
ໃນໄລຍະ 2011-2016, ອົງການສະມາຊິກຂອງ Oxfam 7 ອົງການ ໄດ້ດຳເນີນການໂຮມເຂົ້າກັນ ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວ. ເດືອນເມສາ 2016, Oxfam ຢູ່ຫວຽດນາມ ໄດ້ເຄື່ອນໄຫວຢ່າງເປັນທາງການໃນຖານະຫ້ອງການຕາງໜ້າຂອງ Stichting Oxfam Novib ປະຈຳຫວຽດນາມ.
ໃນໄລຍະ 2016-2025, Oxfam ໄດ້ຜັນຂະຫຍາຍ 136 ໂຄງການ ດ້ວຍງົບປະມານລວມ 115 ລ້ານ USD, ນຳເອົາຜົນປະໂຫຍດໂດຍກົງມາໃຫ້ປະຊາຊົນເກືອບ 6 ລ້ານຄົນ.
ບັນດາແຜນງານໄດ້ສຸມໃສ່ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ເສີມສ້າງສິດອຳນາດ ແລະ ບົດບາດການນຳພາຂອງແມ່ຍິງ; ເພີ່ມທະວີຄວາມຮັບຜິດຊອບໃນການຊີ້ແຈງ ແລະ ການມີສ່ວນຮ່ວມຂອງປະຊາຊົນ; ພັດທະນາວິຖີການດຳລົງຊີວິດຢ່າງຍືນຍົງ, ຍົກສູງຄວາມສາມາດໃນການຮັບມື ແລະ ປັບຕົວຂອງຊຸມຊົນຕໍ່ໜ້າບັນດາຄວາມຜັນຜວນດ້ານເສດຖະກິດ, ສັງຄົມ ແລະ ດິນຟ້າອາກາດ.
ຜ່ານການຮ່ວມມືກັບອົງການປົກຄອງທ້ອງຖິ່ນ, ອົງການລັດ, ວິສາຫະກິດ, ອົງການສັງຄົມ ແລະ ບັນດາຄູ່ຮ່ວມມືສາກົນ, Oxfam ໄດ້ໜູນຊ່ວຍຫຼາຍຊຸມຊົນ, ໂດຍສະເພາະແມ່ນຜູ້ທຸກຍາກ, ແມ່ຍິງ, ປະຊາຊົນຊົນເຜົ່າສ່ວນໜ້ອຍ ແລະ ບັນດາກຸ່ມຄົນທີ່ມີຄວາມບອບບາງ, ໃຫ້ສາມາດປັບປຸງວິຖີການດຳລົງຊີວິດ ແລະ ຄວາມສາມາດໃນການເຂົ້າເຖິງກາລະໂອກາດການພັດທະນາ.
ສອງບູລິມະສິດທາງຍຸດທະສາດໃນໄລຍະໃໝ່
ທີ່ພິທີສະເຫຼີມສະຫຼອງ, ທ່ານນາງ ຫວູ ທິ ກວິ່ງ ຮວາ, ຜູ້ອຳນວຍການ Oxfam ປະຈຳຫວຽດນາມ ໃຫ້ຮູ້ວ່າ ອົງການໄດ້ໃຊ້ເວລາໜຶ່ງປີໃນການປຶກສາຫາລື, ສ້າງຍຸດທະສາດປະຈຳປະເທດ ໄລຍະ 2026-2031, ດ້ວຍວິໄສທັດຮອດປີ 2036.
ຕາມທ່ານນາງແລ້ວ, ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍບັນດາການຫັນປ່ຽນຢ່າງແຮງດ້ານເສດຖະກິດ, ການຫັນປ່ຽນສີຂຽວ ແລະ ການຫັນປ່ຽນເປັນດິຈິຕອນ. ຖ້າຫາກແຕ່ກ່ອນ ໜ້າທີ່ຈຸດສຸມແມ່ນການຫຼຸດຜ່ອນຄວາມທຸກຍາກ, ປັດຈຸບັນ ບັນຫາທີ່ຕັ້ງອອກແມ່ນເຮັດແນວໃດໃຫ້ຜົນສຳເລັດແຫ່ງການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ ນຳເອົາຜົນປະໂຫຍດມາໃຫ້ທຸກຄົນ.
ດ້ວຍເປົ້າໝາຍປະກອບສ່ວນສ້າງຫວຽດນາມທີ່ມີຄວາມສະເໝີພາບ, ກວມລວມ, ຈະເລີນຮຸ່ງເຮືອງ ແລະ ມີຄວາມສາມາດໃນການປັບຕົວ, Oxfam ໄດ້ກຳນົດສອງບູລິມະສິດທາງຍຸດທະສາດ.
ທີໜຶ່ງ, ພັດທະນາຄວາມສາມາດ, ທັກສະ ແລະ ຍົກສູງບົດບາດການເປັນເຈົ້າຂອງປະຊາຊົນ, ຊຸມຊົນ, ໂດຍສະເພາະແມ່ນຊາວໜຸ່ມ, ແມ່ຍິງ ແລະ ບັນດາກຸ່ມຄົນທີ່ຍັງປະສົບກັບອຸປະສັກໃນການເຂົ້າເຖິງກາລະໂອກາດການພັດທະນາ.
ທີສອງ, ຊຸກຍູ້ເສດຖະກິດແບບກວມລວມ ຜ່ານບັນດາຂໍ້ລິເລີ່ມດ້ານການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ, ເສດຖະກິດໝູນວຽນ, ການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ, ລະບົບສະບຽງອາຫານທີ່ຍືນຍົງ, ການຫັນປ່ຽນສີຂຽວ ແລະ ການຫັນປ່ຽນເປັນດິຈິຕອນແບບກວມລວມ.
ນອກຈາກນັ້ນ, Oxfam ຈະສືບຕໍ່ດຳເນີນບັນດາກິດຈະກຳມະນຸດສະທຳ, ໜູນຊ່ວຍປະຊາຊົນໃນການຮັບມືກັບວິກິດການດ້ານດິນຟ້າອາກາດ ແລະ ບັນດາຜົນກະທົບກະທັນຫັນອື່ນໆ.
ທ່ານນາງ ຫວູ ທິ ກວິ່ງ ຮວາ ຢືນຢັນວ່າ ບັນດາຜົນສຳເລັດທີ່ບັນລຸໄດ້ໃນຕະຫຼອດຫຼາຍກວ່າ 30 ປີຜ່ານມາ ແມ່ນໝາກຜົນແຫ່ງຄວາມໄວ້ວາງໃຈ ແລະ ການຮ່ວມມືລະຫວ່າງ Oxfam ກັບບັນດາຄູ່ຮ່ວມມື. ໃນໄລຍະຕໍ່ໜ້າ, ອົງການປາດຖະໜາຢາກສືບຕໍ່ປະກອບສ່ວນເຂົ້າໃນຂະບວນການພັດທະນາຂອງຫວຽດນາມ, ມຸ່ງໄປສູ່ການເຕີບໂຕແບບກວມລວມ, ການແບ່ງປັນຄວາມຈະເລີນຮຸ່ງເຮືອງ ແລະ ຍົກສູງຄວາມສາມາດໃນການຮັບມືຂອງຊຸມຊົນ.
ກ່າວຄຳປາໄສທີ່ພິທີ, ທ່ານ Amitabh Behar, ຜູ້ອຳນວຍການບໍລິຫານ Oxfam ສາກົນ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດດ້ານການພັດທະນາຂອງຫວຽດນາມ, ໂດຍສະເພາະແມ່ນບັນດາການປ່ຽນແປງໃນທາງບວກຢູ່ບັນດາຊຸມຊົນປະຊາກອນ.
ທ່ານໄດ້ຮັບຮູ້ຄວາມພະຍາຍາມຂອງລັດຖະບານ, ປະຊາຊົນຫວຽດນາມ ພ້ອມທັງການໜູນຊ່ວຍຂອງບັນດາຄູ່ຮ່ວມມື ແລະ ຜູ້ໃຫ້ທຶນ ໃນຂະບວນການເຄື່ອນໄຫວຂອງ Oxfam ຢູ່ຫວຽດນາມ.
ຕາມທ່ານ Amitabh Behar ແລ້ວ, Oxfam ສືບຕໍ່ວາງເປົ້າໝາຍໜູນຊ່ວຍບັນດາຜູ້ດ້ອຍໂອກາດ ແລະ ຜູ້ທີ່ມີຄວາມບອບບາງທີ່ສຸດ, ຮັບປະກັນໃຫ້ພວກເຂົາມີສິດມີສຽງ ແລະ ໄດ້ເຂົ້າຮ່ວມໃນຂະບວນການພັດທະນາ. ທ່ານຢືນຢັນວ່າ ອົງການຈະສືບຕໍ່ພະຍາຍາມໃນ 20 ປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນຫວຽດນາມ ແລະ ປະຊາຊົນໃນທົ່ວໂລກ.
![]() |
| ບັນດາຜູ້ແທນປະກອບພິທີປະກາດຍຸດທະສາດປະຈຳປະເທດຂອງ Oxfam ຢູ່ຫວຽດນາມ ໄລຍະ 2026-2031, ວິໄສທັດຮອດປີ 2036. |
ສາມຂໍ້ສະເໜີການຮ່ວມມືຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ
ກ່າວຄຳປາໄສທີ່ພິທີສະເຫຼີມສະຫຼອງ, ທ່ານ ຫງວຽນ ງອກ ຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ, ຮອງຫົວໜ້າຄະນະກຳມະການວຽກງານບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງ Oxfam ໃນການຍົກສູງຄວາມສາມາດເພິ່ງຕົນເອງຂອງຊຸມຊົນ, ໜູນຊ່ວຍປະຊາຊົນໃນການປັບຕົວຕໍ່ການປ່ຽນແປງ ແລະ ນຳເອົາສຽງຂອງຊຸມຊົນໃຫ້ເຂົ້າໃກ້ກັບຂະບວນການວາງນະໂຍບາຍຫຼາຍຂຶ້ນ.
ຕາມທ່ານແລ້ວ, ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ໄດ້ບັນລຸບັນດາຄວາມກ້າວໜ້າທີ່ສຳຄັນດ້ານເສດຖະກິດ - ສັງຄົມ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ. ໃນບັນດາຜົນສຳເລັດເຫຼົ່ານັ້ນ ມີການປະກອບສ່ວນຂອງບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ໃນນັ້ນມີ Oxfam.
ບັນດາກິດຈະກຳຂອງ Oxfam ຍັງໄດ້ປະກອບສ່ວນປູກຝັງມິດຕະພາບລະຫວ່າງປະຊາຊົນຫວຽດນາມ ແລະ ໂຮນລັງ, ຮັດແໜ້ນສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ, ໂດຍສະເພາະໃນຂົງເຂດການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ, ການຄຸ້ມຄອງແຫຼ່ງນ້ຳ ແລະ ກະສິກຳແບບຍືນຍົງ.
ທ່ານ ຫງວຽນ ງອກ ຮຸ່ງ ຢືນຢັນວ່າ ຫວຽດນາມ ສືບຕໍ່ໃຫ້ຄວາມສຳຄັນ, ຊົມເຊີຍການປະກອບສ່ວນຂອງບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ພ້ອມທັງຊຸກຍູ້ບັນດາແຜນງານທີ່ສອດຄ່ອງກັບທິດທາງການພັດທະນາ, ກົດໝາຍ ແລະ ຄວາມຕ້ອງການຕົວຈິງຂອງທ້ອງຖິ່ນ.
ໃນໄລຍະໃໝ່, ທ່ານໄດ້ສະເໜີໃຫ້ສາຍພົວພັນຮ່ວມມືກັບ Oxfam ຄ່ອຍໆຫັນປ່ຽນຈາກການໜູນຊ່ວຍດ້ານມະນຸດສະທຳ ແລະ ການຊ່ວຍເຫຼືອແບບດັ້ງເດີມ ໄປສູ່ສາຍພົວພັນຄູ່ຮ່ວມມືທີ່ສະເໝີພາບ, ຮ່ວມກັນສ້າງສັນ, ສົມທົບປະສົບການສາກົນ, ການຄົ້ນຄວ້ານະໂຍບາຍໂດຍອີງໃສ່ຫຼັກຖານ ກັບບົດບາດການເປັນເຈົ້າຂອງທ້ອງຖິ່ນ.
ເນື່ອງໃນໂອກາດ Oxfam ປະກາດຍຸດທະສາດໃໝ່, ທ່ານ ຫງວຽນ ງອກ ຮຸ່ງ ໄດ້ສະເໜີ ສາມທິດທາງບູລິມະສິດໃນການຮ່ວມມື.
ທີໜຶ່ງ, ພັດທະນາສີຂຽວ ແລະ ຍົກສູງຄວາມສາມາດໃນການຮັບມື, ໂດຍສຸມໃສ່ກະສິກຳນິເວດ, ຕ່ອງໂສ້ຄຸນຄ່າທີ່ຍືນຍົງ, ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ.
ທີສອງ, ຊຸກຍູ້ການເຕີບໂຕແບບກວມລວມ ແລະ ຄວາມເປັນທຳໃນສັງຄົມ, ໂດຍເອົາໃຈໃສ່ເສີມສ້າງສິດອຳນາດດ້ານເສດຖະກິດຂອງແມ່ຍິງ, ໜູນຊ່ວຍປະຊາຊົນຊົນເຜົ່າສ່ວນໜ້ອຍ ແລະ ບັນດາກຸ່ມຄົນທີ່ມີຄວາມບອບບາງ, ຫຼຸດຜ່ອນຊ່ອງຫວ່າງດ້ານການພັດທະນາລະຫວ່າງບັນດາເຂດ.
ທີສາມ, ເພີ່ມທະວີການສົນທະນາ ແລະ ການຮ່ວມມືຢ່າງແທດຈິງກັບບັນດາອົງການລັດ, ອົງການປົກຄອງທ້ອງຖິ່ນ, ອົງການສະມາຊິກຂອງແນວໂຮມປິຕຸພູມຫວຽດນາມ ແລະ ບັນດາຄູ່ຮ່ວມມືພາຍໃນປະເທດ ເພື່ອສ້າງບັນດາວິທີແກ້ໄຂທີ່ສອດຄ່ອງກັບລະບອບສະຖາບັນ ແລະ ສະພາບຕົວຈິງຂອງຫວຽດນາມ.
ທ່ານ ຫງວຽນ ງອກ ຮຸ່ງ ຢືນຢັນວ່າ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ຄະນະກຳມະການວຽກງານບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຈະສືບຕໍ່ເປັນຄູ່ຮ່ວມມືທີ່ໜ້າເຊື່ອຖື, ໜູນຊ່ວຍເຊື່ອມໂຍງ Oxfam ກັບບັນດາອົງການ, ການຈັດຕັ້ງ ແລະ ຊຸມຊົນຢູ່ຫວຽດນາມ, ພ້ອມທັງສົມທົບກັນແກ້ໄຂບັນດາຄວາມຫຍຸ້ງຍາກໃນຂະບວນການຜັນຂະຫຍາຍກິດຈະກຳ.
ໃນໂອກາດນີ້, Oxfam ໄດ້ຮັບໃບຍ້ອງຍໍຂອງຄະນະປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຍ້ອນມີການປະກອບສ່ວນຢ່າງຕັ້ງໜ້າຕໍ່ການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ ໄລຍະ 1996-2026.
ອົງການຍັງໄດ້ຮັບໃບຍ້ອງຍໍຂອງປະທານຄະນະກຳມະການປະຊາຊົນແຂວງກວ໋າງຈິ ຍ້ອນມີຜົນງານໃນການຜັນຂະຫຍາຍແຜນງານຊຸກຍູ້, ຂົນຂວາຍການຊ່ວຍເຫຼືອຈາກບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄລຍະ 2020-2025 ແລະ ໃບຍ້ອງຍໍຂອງປະທານຄະນະກຳມະການປະຊາຊົນນະຄອນເຫວ້ ຍ້ອນມີຜົນງານດີເດັ່ນໃນວຽກງານບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄລຍະ 2024-2026.
ຍສໝ - ວັນທີ 25 ພະຈິກ, ທີ່ແຂວງຄຳມ່ວນ (ລາວ), ນັກຮຽນ 30 ຄົນ ຈາກໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ທົ້ງເຍິດ ໄດ້ເຂົ້າຮ່ວມການແຂ່ງຂັນ “ນ້ອງຮັກພາສາຫວຽດ” ສົກຮຽນ 2026-2027. ຜ່ານບັນດາພາກການແຂ່ງຂັນດ້ານຄວາມຮູ້, ພອນສະຫວັນ ແລະ ການແລກປ່ຽນວັດທະນະທຳ, ນັກຮຽນສອງປະເທດມີໂອກາດເພີ່ມເຕີມໃນການຝຶກຝົນພາສາຫວຽດ, ຮຽນຮູ້ວັດທະນະທຳ ແລະ ຮ່ວມກັນປູກຝັງມິດຕະພາບ ຫວຽດນາມ - ລາວ. |
ຍສໝ - ໃນການຢ້ຽມຢາມຫວຽດນາມ, ທ່ານ Don Farrell, ລັດຖະມົນຕີການຄ້າ ແລະ ການທ່ອງທ່ຽວອົດສະຕາລີ ຈະເຂົ້າຮ່ວມກອງປະຊຸມຄັ້ງທີ 11 ຂອງຄະນະກຳມະການສັນຍາການເປັນຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມມະຫາສະໝຸດປາຊີຟິກ (CPTPP), ພ້ອມທັງແລກປ່ຽນກ່ຽວກັບການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການຫັນປ່ຽນໄປສູ່ພະລັງງານສະອາດລະຫວ່າງສອງປະເທດ. |
ຄຳສີ

