| IMF ປາຖະໜາເຂົ້າຮ່ວມບັນດາກິດຈະກຳ APEC 2027 APEC 2027: ຫວຽດນາມເຊື່ອມໂຍງບັນດາເສດຖະກິດ |
ຂໍ້ມູນດັ່ງກ່າວໄດ້ຮັບການປະກາດທີ່ກອງປະຊຸມຖະແຫຼງຂ່າວສາກົນກ່ຽວກັບປີ APEC ຫວຽດນາມ 2027 ໂດຍຄະນະກຳມະການແຫ່ງຊາດ APEC 2027 ຈັດຂຶ້ນໃນຕອນເຊົ້າວັນທີ 27 ພະຈິກ ທີ່ຮ່າໂນ້ຍ.
![]() |
| ພາບລວມກອງປະຊຸມຖະແຫຼງຂ່າວສາກົນກ່ຽວກັບປີ APEC ຫວຽດນາມ 2027, ຈັດຂຶ້ນໃນວັນທີ 27 ພະຈິກ ທີ່ຮ່າໂນ້ຍ. |
ສາມບູລິມະສິດການຮ່ວມມືຂອງ APEC 2027
ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ, ທ່ານ ຫງວຽນ ມິງ ຫວູ, ຮອງລັດຖະມົນຕີປະຈຳການກະຊວງການຕ່າງປະເທດ, ຫົວໜ້າຄະນະເລຂາແຫ່ງຊາດ APEC 2027 ໃຫ້ຮູ້ວ່າ ການທີ່ຫວຽດນາມເປັນເຈົ້າພາບຈັດ APEC ຄັ້ງທີ 3, ພາຍຫຼັງສອງຄັ້ງໃນປີ 2006 ແລະ 2017, ແມ່ນຂີດໝາຍສຳຄັນໃນໄລຍະເກືອບ 30 ປີ ແຫ່ງການເຂົ້າຮ່ວມເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC).
ຕາມທ່ານຮອງລັດຖະມົນຕີແລ້ວ, ເຫດການດັ່ງກ່າວສະແດງເຖິງຄວາມຕັດສິນໃຈໃນການເຊື່ອມໂຍງເຂົ້າກັບສາກົນ, ຍົກສູງບົດບາດຂອງຫວຽດນາມ ໃນວຽກງານການຕ່າງປະເທດຫຼາຍຝ່າຍ ແລະ ປະກອບສ່ວນເຂົ້າໃນການພັດທະນາຂອງພາກພື້ນອາຊີ - ປາຊີຟິກ.
ໂດຍສືບທອດບັນດາຜົນສຳເລັດຂອງ APEC 2026 ແລະ ມຸ່ງໄປສູ່ການປະຕິບັດວິໄສທັດ APEC Putrajaya 2040, ຫວຽດນາມ ໄດ້ເລືອກຫົວຂໍ້ “ຮ່ວມກັນສ້າງສັນຍຸກສະໄໝໃໝ່ແຫ່ງການເພິ່ງຕົນເອງ, ນະວັດຕະກຳ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ”.
ບົນພື້ນຖານດັ່ງກ່າວ, ຫວຽດນາມ ໄດ້ສະເໜີສາມບູລິມະສິດການຮ່ວມມື ລວມມີ: ຍົກສູງຜະລິດຕະພາບຂອງເສດຖະກິດ; ຊຸກຍູ້ການຄ້າ ແລະ ການລົງທຶນໃນພາກພື້ນ; ຍົກສູງຄວາມສາມາດເພິ່ງຕົນເອງ, ຄວາມຫ້າວຫັນຂອງເສດຖະກິດ ແລະ ຄຸນນະພາບຊີວິດຂອງປະຊາຊົນ.
ທ່ານ ຫງວຽນ ມິງ ຫວູ, ຮອງລັດຖະມົນຕີ ໄດ້ເນັ້ນໜັກວ່າ ຜ່ານສາມບູລິມະສິດນີ້, ຫວຽດນາມ ປາດຖະໜາຢາກຮ່ວມກັບບັນດາສະມາຊິກ APEC ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືທີ່ແທດຈິງ, ສ້າງບັນດາຂໍ້ລິເລີ່ມອັນລະອຽດ, ນຳເອົາຄຸນຄ່າໃນໄລຍະຍາວ ແລະ ປະກອບສ່ວນຫັນວິໄສທັດ Putrajaya 2040 ໃຫ້ກາຍເປັນຈິງ.
ເພື່ອຜັນຂະຫຍາຍບັນດາບູລິມະສິດ, ຫວຽດນາມ ຄາດວ່າຈະສະເໜີຫຼາຍຂໍ້ລິເລີ່ມກ່ຽວກັບການນຳໃຊ້ເຕັກໂນໂລຊີດິຈິຕອນໃນການຄ້າ, ແນໃສ່ຫຼຸດຜ່ອນຕົ້ນທຶນ ແລະ ອຳນວຍຄວາມສະດວກໃຫ້ແກ່ການຄ້າຂາຍລະຫວ່າງບັນດາກຸ່ມເສດຖະກິດສະມາຊິກ.
ບັນດາເນື້ອໃນຈຸດສຸມ ລວມມີ: ການຫັນວຽກງານພາສີໃຫ້ທັນສະໄໝ, ພັດທະນາການຄ້າແບບບໍ່ໃຊ້ເຈ້ຍ, ຂະຫຍາຍການນຳໃຊ້ເອກະສານຫຼັກຖານເອເລັກໂຕຣນິກ ແລະ ເພີ່ມຄວາມສາມາດໃນການເຊື່ອມໂຍງລະຫວ່າງບັນດາລະບົບການຄ້າດິຈິຕອນ.
ຫວຽດນາມ ຍັງຄາດວ່າຈະຈັດສັບປະດາດິຈິຕອນ APEC ແລະ ກອງປະຊຸມລັດຖະມົນຕີດ້ານດິຈິຕອນ ແລະ ປັນຍາປະດິດ.
ນອກຈາກນັ້ນ, ບັນດາແຜນງານຮ່ວມມືຈະສຸມໃສ່ສາມເສົາຄ້ຳແຫ່ງການເຊື່ອມໂຍງ ລວມມີ: ໂຄງລ່າງພື້ນຖານ, ລະບົບສະຖາບັນ ແລະ ມະນຸດ; ຍົກສູງຄວາມສາມາດໃນການແຂ່ງຂັນຂອງຂະແໜງການບໍລິການ, ອຳນວຍຄວາມສະດວກໃຫ້ແກ່ການສະໜອງບໍລິການຂ້າມຊາຍແດນ, ໂດຍສະເພາະແມ່ນບັນດາການບໍລິການເທິງແພລດຟອມດິຈິຕອນ.
ຫຼາຍກວ່າ 200 ກິດຈະກຳ ສົມທົບກັບການໂຄສະນາວັດທະນະທຳຫວຽດນາມ
ຕາມແຜນການ, ຫຼາຍກວ່າ 200 ກິດຈະກຳໃນຂອບເຂດປີ APEC ຫວຽດນາມ 2027 ຈະໄດ້ຮັບການຈັດຂຶ້ນຢູ່ 7 ທ້ອງຖິ່ນ ລວມມີ: ຢາລາຍ, ແຄ໋ງຮວ່າ, ຮ່າໂນ້ຍ, ດ່ານັງ, ນະຄອນໂຮ່ຈີມິນ, ກວ໋າງນິງ ແລະ ອານຢາງ.
ໃນນັ້ນ, 11 ກອງປະຊຸມລະດັບລັດຖະມົນຕີ ແລະ ການສົນທະນາຂັ້ນສູງ ຈະສຸມໃສ່ບັນດາຂົງເຂດການຄ້າ, ການເງິນ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການຫັນປ່ຽນເປັນດິຈິຕອນ, ປັນຍາປະດິດ, ການສຶກສາ, ເຕັກໂນໂລຊີ ແລະ ອຸດສາຫະກຳວັດທະນະທຳ, ການສ້າງສັນ.
ເຫດການທີ່ສຳຄັນທີ່ສຸດແມ່ນສັບປະດາກອງປະຊຸມສຸດຍອດ APEC 2027, ຄາດວ່າຈະຈັດຂຶ້ນໃນເດືອນພະຈິກ 2027 ທີ່ຟູ໋ກວັກ, ແຂວງອານຢາງ.
ການເປັນເຈົ້າພາບຈັດສັບປະດາກອງປະຊຸມສຸດຍອດ ໄດ້ຮັບການຄາດຫວັງວ່າ ຈະສ້າງແຮງຊຸກດັນໃຫ້ຟູ໋ກວັກພັດທະນາໂຄງລ່າງພື້ນຖານຢ່າງຄົບຊຸດ, ຍົກສູງຄວາມສາມາດໃນການເຊື່ອມໂຍງກັບສາກົນ, ມຸ່ງໄປສູ່ການກາຍເປັນສູນກາງເສດຖະກິດ, ການບໍລິການ ແລະ ການທ່ອງທ່ຽວແຫ່ງໜຶ່ງຂອງພາກພື້ນ.
ຄຽງຄູ່ກັບບັນດາກິດຈະກຳຮ່ວມມືດ້ານເສດຖະກິດ, ຫວຽດນາມ ໄດ້ກຳນົດໃຫ້ປີ APEC 2027 ເປັນໂອກາດແນະນຳເອກະລັກວັດທະນະທຳ, ບັນດາຜົນສຳເລັດດ້ານການພັດທະນາ ແລະ ພາບພົດຂອງປະເທດຊາດ, ຄົນຫວຽດນາມ ໃຫ້ແກ່ເພື່ອນມິດສາກົນ.
ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະອະນຸກຳມະການໂຄສະນາ ແລະ ວັດທະນະທຳ ໃຫ້ຮູ້ວ່າ ວັດທະນະທຳຈະເປັນເນື້ອໃນທີ່ດຳເນີນຕະຫຼອດ ແລະ ເຊື່ອມໂຍງບັນດາກອງປະຊຸມ ແລະ ເຫດການໃນປີ APEC 2027.
ຕາມທ່ານນາງ ເລ ທິ ທູ ຮັ່ງ ແລ້ວ, ຫວຽດນາມ ປາດຖະໜາຢາກຈັດບັນດາລາຍການວັດທະນະທຳ, ສິລະປະອັນໂດດເດັ່ນ ແນໃສ່ແນະນຳຍອດຍິ່ງວັດທະນະທຳແຫ່ງຊາດ, ພ້ອມທັງມີການເຂົ້າຮ່ວມຂອງບັນດາກຸ່ມເສດຖະກິດສະມາຊິກ APEC.
ບັນດາກິດຈະກຳທີ່ພວມໄດ້ຮັບການວາງແຜນ ລວມມີ: ສັບປະດາວັດທະນະທຳ, ວັນວັດທະນະທຳ, ງານມະໂຫລານສິລະປະ, ງານບຸນຕາມຖະໜົນ, ການແລກປ່ຽນປະຊາຊົນ ແລະ ການແລກປ່ຽນວັດທະນະທຳສາກົນ.
ໂດຍສະເພາະ, ໃນຂອບເຂດສັບປະດາກອງປະຊຸມສຸດຍອດຢູ່ຟູ໋ກວັກ, ບັນດາພື້ນທີ່ວັດທະນະທຳຫວຽດນາມ ຄາດວ່າຈະໄດ້ຮັບການຈັດວາງຢູ່ສະຖານທີ່ຈັດກອງປະຊຸມ ແລະ ສູນຂ່າວສານ, ໂດຍມີການວາງສະແດງພາບຖ່າຍ, ແນະນຳຍອດຍິ່ງວັດທະນະທຳອາຫານ ແລະ ບັນດາເອກະລັກສະເພາະຂອງວັດທະນະທຳຫວຽດນາມ.
ບັນດາລາຍການໂຄສະນາການທ່ອງທ່ຽວ ກໍຈະຕິດພັນກັບການແນະນຳທ່າແຮງ, ຈຸດແຂງ ແລະ ບັນດາຜົນສຳເລັດດ້ານການພັດທະນາຂອງບັນດາທ້ອງຖິ່ນທີ່ເປັນເຈົ້າພາບ.
ຊຸດອັດຕະລັກຂອງປີ APEC ຫວຽດນາມ 2027 ແລະ ບັນດາຜະລິດຕະພັນຮັບໃຊ້ເຫດການ ຈະໄດ້ຮັບການອອກແບບໃນທິດທາງປະສົມປະສານເອກະລັກວັດທະນະທຳແຫ່ງຊາດກັບຈິດໃຈແຫ່ງການເຊື່ອມໂຍງເຂົ້າກັບສາກົນ, ສະແດງເຖິງຖານະບົດບາດຂອງຫວຽດນາມ ໃນໄລຍະພັດທະນາໃໝ່.
ກະກຽມຕ້ອນຮັບຜູ້ແທນຫຼາຍກວ່າ 10.000 ຄົນ ໃນສັບປະດາກອງປະຊຸມສຸດຍອດ
ຕາມຄະນະຈັດຕັ້ງແລ້ວ, ສັບປະດາກອງປະຊຸມສຸດຍອດ APEC 2027 ຄາດວ່າອາດຈະຕ້ອນຮັບຜູ້ແທນຫຼາຍກວ່າ 10.000 ຄົນ ແລະ ນັກຂ່າວທັງພາຍໃນ ແລະ ສາກົນ ຫຼາຍກວ່າ 3.000 ຄົນ.
ດ້ວຍຂະໜາດໃຫຍ່ ແລະ ມີຫຼາຍກິດຈະກຳດຳເນີນຢູ່ບັນດາທ້ອງຖິ່ນທີ່ແຕກຕ່າງກັນ, ວຽກງານຮັບປະກັນຄວາມສະຫງົບ, ຄວາມປອດໄພ ໄດ້ຮັບການກຳນົດເປັນໜຶ່ງໃນບັນດາໜ້າທີ່ຈຸດສຸມ.
ທ່ານ ພົນຕີ ຫງວຽນ ກວັກ ຕວ໋ານ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ, ຮອງຫົວໜ້າປະຈຳການຄະນະອະນຸກຳມະການດ້ານຄວາມສະຫງົບ ແລະ ສາທາລະນະສຸກ ໃຫ້ຮູ້ວ່າ ວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍສຳລັບປີ APEC 2027 ໄດ້ຮັບການຜັນຂະຫຍາຍໃນລະດັບການປົກປ້ອງສູງສຸດ.
ສາມຄວາມຮຽກຮ້ອງຈຸດສຸມ ລວມມີ: ຮັບປະກັນຄວາມສະຫງົບ, ຄວາມປອດໄພຢ່າງສົມບູນໃຫ້ແກ່ບັນດາຜູ້ແທນ, ນັກຂ່າວ ແລະ ບັນດາກິດຈະກຳທາງການ, ກິດຈະກຳນອກຂອບກອງປະຊຸມ; ຈັດຕັ້ງວຽກງານປົກປ້ອງຢ່າງເຂັ້ມງວດ ແຕ່ຄ່ອງຕົວ, ເປັນມິດ ແລະ ມີຄວາມເປັນມືອາຊີບ; ພ້ອມທັງຕັ້ງໜ້າກະກຽມແຜນການຮັບມືກັບບັນດາສະຖານະການດ້ານຄວາມສະຫງົບ ແລະ ສາທາລະນະສຸກ.
ກໍໃນກອງປະຊຸມຖະແຫຼງຂ່າວຄັ້ງນີ້, ປະຕູຂໍ້ມູນຂ່າວສານເອເລັກໂຕຣນິກຂອງປີ APEC ຫວຽດນາມ 2027 ໄດ້ຮັບການປະກາດຢ່າງເປັນທາງການ ແນໃສ່ສະໜອງຂໍ້ມູນຂ່າວສານໃຫ້ແກ່ບັນດາຄູ່ຮ່ວມມືສາກົນ, ຊຸມຊົນວິສາຫະກິດ, ປະຊາຊົນ ແລະ ບັນດາອົງການສື່ມວນຊົນ.
ດ້ວຍວຽກງານກະກຽມທີ່ໄດ້ຮັບການຜັນຂະຫຍາຍແຕ່ຫົວທີ, ຫວຽດນາມ ປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນ, ການຄຽງຄູ່ ແລະ ການປະກອບສ່ວນຂອງບັນດາກຸ່ມເສດຖະກິດສະມາຊິກ, ມຸ່ງໄປສູ່ການຈັດປີ APEC 2027 ໃຫ້ປະສົບຜົນສຳເລັດ, ບັນລຸບັນດາຂໍ້ລິເລີ່ມ ແລະ ເອກະສານທີ່ມີຄວາມເຫັນດີຮ່ວມກັນໃນລະດັບສູງ, ສາມາດປະຕິບັດໄດ້ຈິງ, ນຳເອົາຄຸນຄ່າໃນໄລຍະຍາວມາສູ່ການຮ່ວມມື ແລະ ການເຊື່ອມໂຍງເສດຖະກິດໃນພາກພື້ນ.
ຍສໝ - ໃນສະພາບການທີ່ເສດຖະກິດໂລກນັບມື້ນັບໄດ້ຮັບຜົນກະທົບຈາກການແຂ່ງຂັນດ້ານເຕັກໂນໂລຊີ, ມາດຕະການປົກປ້ອງຕະຫຼາດ ແລະ ຄວາມຕ້ອງການຮັບປະກັນຄວາມໝັ້ນຄົງຂອງຕ່ອງໂສ້ການສະໜອງ, ເວທີຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ກຳລັງຢືນຢູ່ຕໍ່ໜ້າຄວາມຈຳເປັນໃນການປັບປ່ຽນແນວທາງຈາກການຊຸກຍູ້ການຄ້າເສລີ ໄປສູ່ການເພີ່ມທະວີຄວາມສາມາດເພິ່ງພາຕົນເອງ. ການເປັນເຈົ້າພາບ APEC 2027 ໄດ້ສ້າງໂອກາດໃຫ້ຫວຽດນາມສົ່ງເສີມບົດບາດການເຊື່ອມໂຍງ, ຍົກສູງຖານະຂອງຕົນໃນບັນດາຕ່ອງໂສ້ການສະໜອງຂອງພາກພື້ນ ແລະ ໂລກ. |
ຍສໝ - ການຮັບເປັນເຈົ້າພາບປີ APEC 2027 ບໍ່ພຽງແຕ່ເປັນພາລະກິດດ້ານການຕ່າງປະເທດທີ່ສຳຄັນເທົ່ານັ້ນ, ແຕ່ຍັງສ້າງສະພາບແວດລ້ອມຕົວຈິງໃຫ້ຫວຽດນາມໄດ້ຝຶກອົບຮົມ ແລະ ຫຼໍ່ຫຼອມຖັນແຖວພະນັກງານທີ່ມີແນວຄິດຍຸດທະສາດ, ຄວາມສາມາດປະສານສົມທົບແບບຫຼາຍຝ່າຍ ແລະ ທັກສະໃນການແກ້ໄຂບັນດາບັນຫາສັບສົນຂອງພາກພື້ນ. ໂດຍສືບທອດປະສົບການຈາກ APEC 2006 ແລະ 2017, ຫວຽດນາມມີໂອກາດຍົກສູງຄຸນນະພາບຊັບພະຍາກອນມະນຸດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການເຊື່ອມເຂົ້າກັບສາກົນໃນໄລຍະພັດທະນາໃໝ່. |
ຄຳສີ
