| ຫວຽດນາມ - ຣູມານີ ຂະຫຍາຍການຮ່ວມມືດ້ານການຝຶກອົບຮົມ ແລະ ການຄົ້ນຄວ້າວິທະຍາສາດ ຊຸກຍູ້ການຮ່ວມມືດ້ານການສຶກສາ ຫວຽດນາມ - ຣູມານີ |
ວັນທີ 26 ພະຈິກ, ສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VIII ສະໄໝ 2026-2031 ແລະ ພິທີສະເຫຼີມສະຫຼອງຄົບຮອບ 35 ປີ ແຫ່ງການສ້າງຕັ້ງສະມາຄົມ.
ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ຕາງໜ້າການນຳສະຫະພັນບັນດາອົງການມິດຕະພາບຫວຽດນາມ, ກະຊວງພາຍໃນ, ກະຊວງການຕ່າງປະເທດ; ບັນດາອະດີດການນຳ, ເອກອັກຄະລັດຖະທູດຫວຽດນາມ ປະຈຳຣູມານີ; ການນຳຂອງບາງສະມາຄົມມິດຕະພາບສະມາຊິກ ພ້ອມດ້ວຍສະມາຊິກສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ຢ່າງຫຼວງຫຼາຍ.
![]() |
| ທ່ານນາງ ຫງວຽນ ທິ ທູ ຢາງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ. |
ປັບປຸງໃໝ່ການເຄື່ອນໄຫວ, ເພີ່ມທະວີກຳລັງຄົນຮຸ່ນໜຸ່ມ
ກ່າວຄຳປາໄສເປີດກອງປະຊຸມໃຫຍ່, ທ່ານ ໂຮ່ ກວາງ ເລີ້ຍ, ປະທານສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ສະໄໝທີ VII ໄດ້ຢືນຢັນວ່າ ປະຊາຊົນຫວຽດນາມ ຍາມໃດກໍຈົດຈຳການສະໜັບສະໜູນ, ຊ່ວຍເຫຼືອຂອງປະຊາຊົນຣູມານີ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ກໍຄືໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ຣູມານີ ໄດ້ຮັບ ແລະ ຝຶກອົບຮົມພະນັກງານ, ຊ່ຽວຊານ, ນັກສຶກສາ ແລະ ນັກສຶກສາຄົ້ນຄວ້າຫວຽດນາມ ຫຼາຍກວ່າ 4.000 ຄົນ ໃນຫຼາຍຂົງເຂດ. ບັນດາຜູ້ທີ່ເຄີຍຮ່ຳຮຽນ, ຄົ້ນຄວ້າຢູ່ຣູມານີ ໄດ້ນຳເອົາຄວາມຮູ້, ປະສົບການດ້ານວິຊາຊີບ ແລະ ຄວາມຮູ້ສຶກຜູກພັນກັບປະເທດ ແລະ ຄົນຣູມານີ ກັບຄືນມາຫວຽດນາມ.
ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສະມາຄົມ ສະໄໝທີ VIII ປະກອບມີ 36 ກຳມະການ. ທີ່ກອງປະຊຸມຄັ້ງທີໜຶ່ງ, ຄະນະບໍລິຫານງານສະໄໝທີ VIII ໄດ້ເລືອກຕັ້ງຄະນະປະຈຳ ປະກອບມີ 13 ກຳມະການ, ຄະນະກວດກາ ປະກອບມີ 3 ກຳມະການ ແລະ ບັນດາຕຳແໜ່ງການນຳຂອງສະມາຄົມ.
ທ່ານ ໂຮ່ ກວາງ ເລີ້ຍ, ອະດີດຮອງປະທານຜູ້ປະຈຳການສະມາຄົມນັກຂ່າວຫວຽດນາມ, ປະທານສະມາຄົມສະໄໝທີ VII ສືບຕໍ່ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງປະທານສະມາຄົມສະໄໝທີ VIII. ທ່ານ ເຈືອງ ຫືວ ຮຸ່ງ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງຫົວໜ້າຄະນະກວດກາສະມາຄົມສະໄໝທີ VIII.
ກ່າວຄຳປາໄສຮັບໜ້າທີ່, ທ່ານ ໂຮ່ ກວາງ ເລີ້ຍ ໃຫ້ຮູ້ວ່າ ຄະນະບໍລິຫານງານຊຸດໃໝ່ຈະສືບທອດບັນດາຜົນສຳເລັດຂອງຄົນຮຸ່ນກ່ອນ, ສົ່ງເສີມສະຕິປັນຍາລວມໝູ່, ຊຸກຍູ້ການເພີ່ມທະວີກຳລັງຄົນຮຸ່ນໜຸ່ມ, ການຫັນປ່ຽນເປັນດິຈິຕອນ ແລະ ປັບປຸງໃໝ່ຮູບແບບການເຄື່ອນໄຫວ.
ສະມາຄົມມຸ່ງໄປສູ່ການສ້າງສາຍພົວພັນຮ່ວມມືທີ່ເປັນຮູບປະທຳ ແລະ ຍືນຍົງ, ສົ່ງເສີມບົດບາດຂອງຊຸມຊົນອະດີດນັກສຶກສາ, ປັນຍາຊົນ, ວິສາຫະກິດ ແລະ ຄົນຮຸ່ນໜຸ່ມຂອງສອງປະເທດ.
ກ່າວຄຳປາໄສປິດກອງປະຊຸມໃຫຍ່, ທ່ານ ໂຮ່ ກວາງ ເລີ້ຍ ໄດ້ເນັ້ນໜັກເຖິງຄຳຂວັນ “ຕັ້ງໜ້າປັບຕົວ – ບຸກທະລຸດ້ວຍຄວາມຄິດສ້າງສັນ – ເປັນຮູບປະທຳ ແລະ ມີປະສິດທິຜົນ”, ກຳນົດຄວາມຮຽກຮ້ອງໃນການຫັນປ່ຽນການເຄື່ອນໄຫວຂອງສະມາຄົມ ຈາກການແລກປ່ຽນມິດຕະພາບພຽງຢ່າງດຽວ ໄປສູ່ການ “ຮ່ວມກັນສ້າງຄຸນຄ່າ”, ໂດຍໃຫ້ຄວາມສຳຄັນຕໍ່ຂົງເຂດເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກໂນໂລຊີ, ການສຶກສາ ແລະ ວັດທະນະທຳ.
ກ່າວຄຳປາໄສຊີ້ນຳທີ່ກອງປະຊຸມໃຫຍ່, ທ່ານນາງ ຫງວຽນ ທິ ຢາງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງສະມາຄົມ ໃນການເຊື່ອມໂຍງຊຸມຊົນອະດີດນັກສຶກສາ, ບັນດາມະຫາວິທະຍາໄລຂອງສອງປະເທດ, ໜູນຊ່ວຍວິສາຫະກິດຊຸກຍູ້ບັນດາໂຄງການດ້ານພະລັງງານສີຂຽວ, ການຄ້າ ແລະ ການສົ່ງອອກ. ສະມາຄົມຍັງໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນບັນດາກິດຈະກຳລວມ, ວຽກງານມະນຸດສະທຳ, ການກຸສົນ ທີ່ສະຫະພັນໄດ້ປຸກລະດົມ.
ໃນສະໄໝໃໝ່, ທ່ານນາງ ຫງວຽນ ທິ ຢາງ ໄດ້ສະເໜີໃຫ້ສະມາຄົມປັບປຸງໃໝ່ການຈັດຕັ້ງ ແລະ ວິທີການບໍລິຫານ ຕາມທິດທາງສົມທົບໜ້າທີ່ເຂົ້າກັບຜະລິດຕະຜົນ ແລະ ຜົນສຳເລັດທີ່ເປັນຮູບປະທຳ; ສົ່ງເສີມບົດບາດຂອງບັນດາສາຂາສະມາຄົມ ແລະ ກຳມະການຄະນະບໍລິຫານງານແຕ່ລະຄົນ.
ສະມາຄົມຕ້ອງເອົາໃຈໃສ່ການສືບທອດລະຫວ່າງຄົນຮຸ່ນຕ່າງໆ, ດຶງດູດປັນຍາຊົນ, ນັກທຸລະກິດ, ຄົນຮຸ່ນໜຸ່ມທີ່ເຄີຍຮ່ຳຮຽນ, ເຮັດວຽກ ແລະ ດຳລົງຊີວິດຢູ່ຣູມານີ, ພ້ອມທັງຂະຫຍາຍເຄືອຂ່າຍຄູ່ຮ່ວມມືຢູ່ປະເທດນີ້.
ຕາມທ່ານນາງ ຫງວຽນ ທິ ຢາງ ແລ້ວ, ບັນດາກິດຈະກຳແລກປ່ຽນວັດທະນະທຳ, ການຈັດງານລະນຶກດ້ານການຕ່າງປະເທດ ຕ້ອງຕິດພັນກັບການເຊື່ອມໂຍງຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກໂນໂລຊີ, ການຫັນປ່ຽນສີຂຽວ, ພະລັງງານທົດແທນ ແລະ ການສຶກສາຝຶກອົບຮົມ.
ສະມາຄົມຍັງຕ້ອງສ້າງ ແລະ ປັບປຸງຖານຂໍ້ມູນສະມາຊິກ, ຄູ່ຮ່ວມມືໃຫ້ທັນສະໄໝ; ນຳໃຊ້ເຕັກໂນໂລຊີດິຈິຕອນ, ການສື່ສານຫຼາຍພາສາ ແລະ ສົ່ງເສີມບົດບາດເປັນຂົວຕໍ່ຂອງຊຸມຊົນຊາວຫວຽດນາມ ຢູ່ຣູມານີ.
ທ່ານນາງ ຫງວຽນ ທິ ຢາງ ຢືນຢັນວ່າ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈະສືບຕໍ່ຄຽງຄູ່, ສ້າງເງື່ອນໄຂໃຫ້ສະມາຄົມປັບປຸງໃໝ່ການເຄື່ອນໄຫວ, ຂະຫຍາຍເຄືອຂ່າຍຄູ່ຮ່ວມມື ແລະ ສົ່ງເສີມບົດບາດເປັນຂົວຕໍ່ລະຫວ່າງປະຊາຊົນສອງປະເທດ.
ເນື່ອງໃນໂອກາດກອງປະຊຸມໃຫຍ່, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມອບທຸງທີ່ລະນຶກໃຫ້ແກ່ສະມາຄົມ ແລະ ມອບຫຼຽນທີ່ລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊາດ” ໃຫ້ແກ່ບັນດາບຸກຄົນທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວມິດຕະພາບ ຫວຽດນາມ - ຣູມານີ.
ນຳເອົາມິດຕະພາບເຂົ້າສູ່ບັນດາຂົງເຂດຮ່ວມມືທີ່ເປັນຮູບປະທຳ
ພາຍຫຼັງກອງປະຊຸມໃຫຍ່, ສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ໄດ້ຈັດພິທີສະເຫຼີມສະຫຼອງຄົບຮອບ 35 ປີ ແຫ່ງການສ້າງຕັ້ງສະມາຄົມ, ພ້ອມທັງມຸ່ງໄປສູ່ການສະເຫຼີມສະຫຼອງວັນຊາດຣູມານີ ຄົບຮອບ 108 ປີ (1 ທັນວາ 1918 - 1 ທັນວາ 2026).
ກ່າວຄຳປາໄສທີ່ພິທີສະເຫຼີມສະຫຼອງ, ທ່ານນາງ Cristina Romila, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຂອງຣູມານີ ປະຈຳຫວຽດນາມ ໄດ້ຢືນຢັນວ່າ ຫວຽດນາມຍາມໃດກໍເປັນເພື່ອນມິດທີ່ສະໜິດສະໜົມ ແລະ ຄູ່ຮ່ວມມືທີ່ສຳຄັນຂອງຣູມານີ ຢູ່ອາຊີຕາເວັນອອກສຽງໃຕ້.
![]() |
| ບັນດາບຸກຄົນທີ່ໄດ້ຮັບການເຊີດຊູກຽດ ຍ້ອນມີການປະກອບສ່ວນໃນບັນດາກິດຈະກຳມິດຕະພາບ ຫວຽດນາມ - ຣູມານີ. |
ທ່ານນາງເອກອັກຄະລັດຖະທູດ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ໃນການຮັກສາມິດຕະພາບອັນເປັນມູນເຊື້ອ ຜ່ານບັນດາກິດຈະກຳແລກປ່ຽນ, ພົບປະ, ບັນດາລາຍການວັດທະນະທຳ ແລະ ການຖ່າຍທອດບັນດາຄຸນຄ່າອັນດີງາມໃຫ້ແກ່ຄົນຮຸ່ນສືບທອດ.
ຕາມທ່ານນາງເອກອັກຄະລັດຖະທູດແລ້ວ, ຊຸມຊົນຊາວຫວຽດນາມ ທີ່ເຄີຍຮ່ຳຮຽນ ແລະ ເຕີບໃຫຍ່ຢູ່ບັນດາມະຫາວິທະຍາໄລຂອງຣູມານີ ແມ່ນໜຶ່ງໃນບັນດາຂົວຕໍ່ອັນໝັ້ນຄົງລະຫວ່າງສອງຊາດ. ຫຼາຍຄົນພາຍຫຼັງກັບຄືນປະເທດ ໄດ້ມີການປະກອບສ່ວນອັນສຳຄັນຕໍ່ການພັດທະນາຂອງຫວຽດນາມ, ພ້ອມທັງຮັກສາຄວາມຮູ້ສຶກຜູກພັນກັບຣູມານີ.
ທ່ານນາງ Cristina Romila ເຫັນວ່າ ສອງປະເທດຍັງມີທ່າແຮງຮ່ວມມືຫຼາຍດ້ານ ໃນຂົງເຂດການຄ້າ, ການລົງທຶນ, ການສຶກສາ, ການຄົ້ນຄວ້າວິທະຍາສາດ, ການຫັນປ່ຽນເປັນດິຈິຕອນ, ເຕັກໂນໂລຊີຂໍ້ມູນຂ່າວສານ, ຢາປົວພະຍາດ, ກະສິກຳ, ພະລັງງານ ແລະ ການທ່ອງທ່ຽວ.
ໃນຖານະເປັນປະເທດສະມາຊິກສະຫະພາບເອີຣົບ, ຣູມານີ ສາມາດກາຍເປັນຂົວຕໍ່ຊ່ວຍໃຫ້ບັນດາຄູ່ຮ່ວມມືຫວຽດນາມ ເຂົ້າເຖິງຕະຫຼາດລວມເອີຣົບ. ໃນທາງກັບກັນ, ພື້ນຖານເສດຖະກິດທີ່ມີຄວາມຫ້າວຫັນ ແລະ ທີ່ຕັ້ງທາງຍຸດທະສາດຂອງຫວຽດນາມ ຢູ່ອາຊີຕາເວັນອອກສຽງໃຕ້ ໄດ້ເປີດກາລະໂອກາດຮ່ວມມືຫຼາຍຢ່າງໃຫ້ແກ່ບັນດາວິສາຫະກິດ, ອົງການຂອງຣູມານີ.
ທ່ານນາງເອກອັກຄະລັດຖະທູດ ໄດ້ສະເໜີໃຫ້ຊຸກຍູ້ການເຊື່ອມໂຍງລະຫວ່າງບັນດາວິສາຫະກິດ, ການຮ່ວມມືລົງທຶນ ແລະ ຜັນຂະຫຍາຍບັນດາຂໍ້ລິເລີ່ມຮ່ວມກັນ, ຫັນພື້ນຖານສາຍພົວພັນການເມືອງອັນດີງາມໃຫ້ກາຍເປັນຜົນສຳເລັດການຮ່ວມມືດ້ານເສດຖະກິດທີ່ເປັນຮູບປະທຳ.
ໃນນັ້ນ, ການສຶກສາ ແລະ ວິທະຍາສາດ ຕ້ອງສືບຕໍ່ໄດ້ຮັບບູລິມະສິດ ຜ່ານບັນດາແຜນງານເຊື່ອມໂຍງບັນດາມະຫາວິທະຍາໄລ, ສູນຄົ້ນຄວ້າ, ວິສາຫະກິດ, ຊ່ຽວຊານ ແລະ ຄົນຮຸ່ນໜຸ່ມທີ່ມີພອນສະຫວັນ, ເພື່ອຮັບໃຊ້ການແລກປ່ຽນຄວາມຮູ້, ນະວັດຕະກຳ ແລະ ການຖ່າຍໂອນເຕັກໂນໂລຊີ.
ທ່ານນາງເອກອັກຄະລັດຖະທູດ ຍັງປາດຖະໜາຢາກສ້າງກາລະໂອກາດເພີ່ມເຕີມໃຫ້ຊາວໜຸ່ມຫວຽດນາມ ໄດ້ຮຽນຮູ້ກ່ຽວກັບປະຫວັດສາດ, ວັດທະນະທຳ, ພາສາ ແລະ ບັນດາຜົນສຳເລັດຂອງຣູມານີ, ພ້ອມທັງຊ່ວຍໃຫ້ຊາວໜຸ່ມຣູມານີ ໄດ້ຄົ້ນພົບປະເທດ ແລະ ຄົນຫວຽດນາມ.
“ສະຖານເອກອັກຄະລັດຖະທູດຣູມານີ ຍາມໃດກໍພ້ອມທີ່ຈະຄຽງຄູ່ ແລະ ໜູນຊ່ວຍສະມາຄົມ, ເພີ່ມທະວີການຮ່ວມມືກັບບັນດາອົງການ, ການຈັດຕັ້ງຂອງຫວຽດນາມ, ພ້ອມທັງຊຸກຍູ້ບັນດາຂໍ້ລິເລີ່ມໃໝ່ ແນໃສ່ນຳເອົາສອງປະເທດ ແລະ ສອງຊາດຂອງພວກເຮົາ ໃຫ້ນັບມື້ນັບໃກ້ຊິດກັນຍິ່ງຂຶ້ນ”, ທ່ານນາງເອກອັກຄະລັດຖະທູດ ຢືນຢັນ.
ຍສໝ - ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ-ຣູມານີ ໄດ້ຈັດຕັ້ງການພົບປະສັງສັນມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 106 ປີແຫ່ງວັນຊາດ ຣູມານີ (1 ທັນວາ 1918 / 1 ທັນວາ 2024) ແລະມຸ່ງໄປເຖິງສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຣູມານີ (3 ກຸມພາ 1950 / 3 ກຸມພາ 2025). |
ຍສໝ - ພິທີເປີດຫ້ອງຮຽນພາສາຫວຽດນາມພາກລະດູຮ້ອນ ປີ 2026 ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ສຳນັກງານສະຖານເອກອັກຄະລັດຖະທູດຫວຽດນາມປະຈຳຣູມານີ, ເປັນການເລີ່ມຕົ້ນລະດູຮ້ອນທີ່ມີຄວາມໝາຍສຳລັບເດັກນ້ອຍ ແລະ ເຍົາວະຊົນໃນປະຊາຄົມຊາວຫວຽດນາມທີ່ອາໄສຢູ່ຣູມານີ. |
ດວງດີ

