ຊາວຫວຽດນາມຢູ່ໄທ ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ສອນພາສາຫວຽດ

18:42 | 26/11/2026

ຍສໝ - ວັນທີ 22 ພະຈິກ, ທີ່ແຂວງສະກົນນະຄອນ (ໄທ), ຊາວຫວຽດນາມປະມານ 500 ຄົນ ພ້ອມດ້ວຍບັນດາຜູ້ແທນ ໄດ້ເຂົ້າຮ່ວມພິທີລະນຶກວັນຄູຫວຽດນາມ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ທີ່ໄດ້ຮັກສາ ແລະ ຖ່າຍທອດພາສາຫວຽດໃຫ້ແກ່ຊາວຫວຽດນາມຮຸ່ນຕ່າງໆຢູ່ໄທ ຕະຫຼອດຫຼາຍປີຜ່ານມາ.

ການປະກວດວັດທະນະທຳ 3 ລາຍການ ເຊື່ອມສານຊຸມຊົນຊາວຫວຽດນາມຢູ່ໄທ ວັດທະນະທຳ, ອາຫານຫວຽດນາມ ດຶງດູດນັກທ່ອງທ່ຽວຢູ່ໄທ

ພິທີດັ່ງກ່າວຈັດຂຶ້ນໂດຍສະມາຄົມຊາວຫວຽດນາມທົ່ວປະເທດໄທ ສົມທົບກັບສະມາຄົມຊາວໄທເຊື້ອສາຍຫວຽດນາມ ເມືອງພັງໂຄນ, ເນື່ອງໃນໂອກາດລະນຶກວັນຄູຫວຽດນາມ (20/11).

ເຂົ້າຮ່ວມພິທີມີທ່ານ ຟ້າມ ຫວຽດ ຮຸ່ງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳໄທ; ທ່ານ ສຈ. Lae Dilokwittayarat, ສະມາຊິກສະພາສູງ; ທ່ານ Borom Engchuan, ສະມາຊິກສະພາຕ່ຳ ເຂດ 6 ແຂວງສະກົນນະຄອນ; ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນ, ບັນດາສະມາຄົມ, ອົງການຈັດຕັ້ງ ພ້ອມດ້ວຍຊາວຫວຽດນາມປະມານ 500 ຄົນ ທີ່ເປັນອະດີດຄູອາຈານ, ຄູອາຈານອາວຸໂສ, ຜູ້ທີ່ເຂົ້າຮ່ວມການສິດສອນພາສາຫວຽດ ແລະ ພີ່ນ້ອງຊາວຫວຽດນາມຈາກຫຼາຍທ້ອງຖິ່ນໃນທົ່ວປະເທດໄທ.

ພິທີດັ່ງກ່າວເປັນໂອກາດພົບປະຂອງບັນດາຄູອາຈານຫຼາຍຮຸ່ນ ທີ່ໄດ້ທຸ່ມເທຈິດໃຈໃຫ້ແກ່ການຮັກສາພາສາຫວຽດໃນຊຸມຊົນ. ໂດຍສະເພາະ, ການແບ່ງປັນເລື່ອງລາວຂອງແມ່ເຖົ້າ ເຈິ່ນ ທິ ເລ, ອາຍຸ 93 ປີ, ຄູອາຈານອາວຸໂສຄົນໜຶ່ງ ໄດ້ຫວນຄືນຄວາມຊົງຈຳກ່ຽວກັບບັນດາປີເດືອນທີ່ຊາວຫວຽດນາມຮຸ່ນຕ່າງໆ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ຂາດເຂີນ ເພື່ອສືບຕໍ່ການສິດສອນພາສາແມ່ໃຫ້ແກ່ລູກຫຼານຊາວຫວຽດນາມຢູ່ໄທ.

ຊາວຫວຽດນາມຢູ່ໄທ ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ສອນພາສາຫວຽດ
ທ່ານ ຟ້າມ ຫວຽດ ຮຸ່ງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳໄທ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄູອາຈານຮຸ່ນຕ່າງໆ ທີ່ໄດ້ອຸທິດຕົນເພື່ອຮັກສາ ແລະ ຖ່າຍທອດພາສາຫວຽດໃນຊຸມຊົນຊາວຫວຽດນາມຢູ່ໄທ.

ກ່າວຄຳປາໄສທີ່ພິທີ, ທ່ານ ຟ້າມ ຫວຽດ ຮຸ່ງ, ເອກອັກຄະລັດຖະທູດ ໄດ້ສະແດງຄວາມຕື້ນຕັນໃຈທີ່ໄດ້ພົບປະ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄູອາຈານຮຸ່ນຕ່າງໆ ທີ່ໄດ້ອຸທິດຕົນເພື່ອຮັກສາພາສາຫວຽດ ແລະ ເອກະລັກວັດທະນະທຳແຫ່ງຊາດ. ທ່ານເອກອັກຄະລັດຖະທູດ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງບັນດາຄູອາຈານໃນການຖ່າຍທອດພາສາຫວຽດ, ຊ່ວຍໃຫ້ຊາວຫວຽດນາມຮຸ່ນຕ່າງໆຢູ່ຕ່າງປະເທດ ຮັກສາສາຍພົວພັນກັບຄອບຄົວ, ບ້ານເກີດເມືອງນອນ ແລະ ຮາກເຫງົ້າຂອງຕົນ.

ເມື່ອຫວນຄືນເຖິງມູນເຊື້ອການຮຽນການສອນພາສາຫວຽດໃນຊຸມຊົນ, ໃນນັ້ນມີຄວາມເອົາໃຈໃສ່ຂອງປະທານ ໂຮ່ຈີມິນ ໃນໄລຍະທີ່ເພິ່ນເຄື່ອນໄຫວຢູ່ໄທ, ທ່ານເອກອັກຄະລັດຖະທູດໄດ້ເນັ້ນໜັກວ່າ ພາສາຫວຽດບໍ່ພຽງແຕ່ເປັນພາຫະນະໃນການສື່ສານເທົ່ານັ້ນ, ຫາກຍັງເປັນຂົວຕໍ່ດ້ານວັດທະນະທຳລະຫວ່າງຄົນຮຸ່ນຕ່າງໆ.

ເນື່ອງໃນໂອກາດລະນຶກຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ (1976-2026), ທ່ານ ຟ້າມ ຫວຽດ ຮຸ່ງ, ເອກອັກຄະລັດຖະທູດ ໄດ້ຮັບຮູ້ບົດບາດຂອງຊຸມຊົນຊາວຫວຽດນາມ ແລະ ຊາວໄທເຊື້ອສາຍຫວຽດນາມ ໃນການປູກຝັງມິດຕະພາບລະຫວ່າງປະຊາຊົນສອງປະເທດ. ທ່ານເອກອັກຄະລັດຖະທູດຫວັງວ່າ ພີ່ນ້ອງຊາວຫວຽດນາມຈະສືບຕໍ່ຮັກສາ, ຖ່າຍທອດພາສາຫວຽດ, ສົ່ງເສີມທ່າໄດ້ປຽບດ້ານສອງພາສາ ແລະ ສອງວັດທະນະທຳຂອງຄົນຮຸ່ນໜຸ່ມ, ປະກອບສ່ວນພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ.

ກ່າວຄຳປາໄສໃນລາຍການ, ທ່ານ ສຈ. Lae Dilokwittayarat, ສະມາຊິກສະພາສູງ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄູອາຈານຊາວຫວຽດນາມຮຸ່ນຕ່າງໆ ທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍປະການ ເພື່ອສືບຕໍ່ການສິດສອນພາສາແມ່ໃຫ້ແກ່ລູກຫຼານຊາວຫວຽດນາມຢູ່ຕ່າງປະເທດ.

ຕາມທ່ານແລ້ວ, ຄູອາຈານບໍ່ພຽງແຕ່ຖ່າຍທອດຄວາມຮູ້ເທົ່ານັ້ນ, ຫາກຍັງປະກອບສ່ວນຮັກສາຄວາມຊົງຈຳ, ເອກະລັກ ແລະ ຮາກເຫງົ້າຂອງຊາດ. ການສືບຕໍ່ຖ່າຍທອດພາສາຫວຽດ ມີຄວາມໝາຍສຳຄັນຕໍ່ຄວາມຜູກພັນຂອງຊາວຫວຽດນາມຮຸ່ນຕ່າງໆຢູ່ໄທ ກັບບ້ານເກີດເມືອງນອນ.

ທ່ານ Borom Engchuan, ສະມາຊິກສະພາຕ່ຳ ໄດ້ກ່າວຕ້ອນຮັບບັນດາຜູ້ແທນ, ຄູອາຈານ ແລະ ພີ່ນ້ອງຊາວຫວຽດນາມທີ່ໄດ້ມາຢ້ຽມຢາມແຂວງສະກົນນະຄອນ. ທ່ານໄດ້ເນັ້ນໜັກເຖິງບົດບາດຂອງການສຶກສາ ແລະ ຖັນແຖວຄູອາຈານ ໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ, ເພີ່ມທະວີຄວາມເຂົ້າໃຈລະຫວ່າງບັນດາຊຸມຊົນ, ພ້ອມທັງຕີລາຄາສູງຕໍ່ຄວາມໝາຍຂອງລາຍການໃນການເຊີດຊູອາຊີບຄູ ແລະ ສະແດງອອກເຖິງຈິດໃຈແຫ່ງຄວາມຜູກພັນ, ການຮ່ວມມື.

ພິທີລະນຶກບໍ່ພຽງແຕ່ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ທີ່ໄດ້ອຸທິດເວລາຫຼາຍປີໃຫ້ແກ່ການຮັກສາພາສາຫວຽດຢູ່ໄທເທົ່ານັ້ນ, ຫາກຍັງປະກອບສ່ວນຊຸກຍູ້ໃຫ້ຊາວຫວຽດນາມຮຸ່ນຕ່າງໆຢູ່ຕ່າງປະເທດ ສືບທອດມູນເຊື້ອ, ຮັກສາເອກະລັກວັດທະນະທຳແຫ່ງຊາດ ແລະ ປູກຝັງມິດຕະພາບ ຫວຽດນາມ - ໄທ.

ຫວຽດນາມ - ໄທ ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ ຫວຽດນາມ - ໄທ ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ
ຍສໝ - ວັນທີ 16 ພະຈິກ, ຢູ່ Manila (Philippines), ໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານ Anutin Charnvirakul, ນາຍົກລັດຖະມົນຕີໄທ, ເພື່ອແລກປ່ຽນບັນດາມາດຕະການດຳເນີນການຮ່ວມມືສອງຝ່າຍ, ໂດຍສະເພາະໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ວິທະຍາສາດ - ເຕັກໂນໂລຊີ.
ພາກຕາເວັນອອກສຽງເໜືອຂອງໄທມີສູນຫວຽດນາມສຶກສາແຫ່ງໃໝ່ ພາກຕາເວັນອອກສຽງເໜືອຂອງໄທມີສູນຫວຽດນາມສຶກສາແຫ່ງໃໝ່
ຍສໝ - ວັນທີ 14 ພະຈິກ, ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Khon Kaen (ໄທ) ໄດ້ປະສານສົມທົບກັບວິທະຍາໄລນັກວິຊາການອາຊີ (CAS) ຈັດພິທີເປີດສູນຫວຽດນາມສຶກສາແຫ່ງທີ 3 ໃນພາກຕາເວັນອອກສຽງເໜືອຂອງໄທ, ປະກອບສ່ວນຂະຫຍາຍການຮ່ວມມືດ້ານການສຶກສາ, ການແລກປ່ຽນວັດທະນະທຳ ແລະ ເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ