ຍົກສູງປະສິດທິຜົນການປົກປ້ອງພົນລະເມືອງຫວຽດນາມ ຢູ່ ສ.ເກົາຫຼີ

21:16 | 28/11/2026

ຍສໝ - ວັນທີ 26 ພະຈິກ, ທີ່ນະຄອນຫຼວງເຊີອຸນ (ສ.ເກົາຫຼີ), ສະຫາຍ ຫງວຽນ ແທງ ງິ້, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະນະໂຍບາຍ ແລະ ຍຸດທະສາດສູນກາງ ໄດ້ສະເໜີໃຫ້ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ເກົາຫຼີ ຍົກສູງປະສິດທິຜົນວຽກງານປົກປ້ອງພົນລະເມືອງ, ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງຊຸມຊົນຊາວຫວຽດນາມ ແລະ ຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດ.

ຫວຽດນາມ - ສ.ເກົາຫຼີ ຊອກຫາໂອກາດຮ່ວມຜະລິດ ແລະ ຈັດຈຳໜ່າຍຮູບເງົາໃນຕະຫຼາດສາກົນ KOVECA ສະເໜີການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ແລກປ່ຽນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ເກົາຫຼີ, ສະຫາຍ ຫງວຽນ ແທງ ງິ້ ໄດ້ເຂົ້າຢ້ຽມຢາມ, ເຮັດວຽກກັບບັນດາພະນັກງານຂອງສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ເກົາຫຼີ.

ຍົກສູງປະສິດທິຜົນການປົກປ້ອງພົນລະເມືອງຫວຽດນາມ ຢູ່ ສ.ເກົາຫຼີ
ສະຫາຍ ຫງວຽນ ແທງ ງິ້ ມອບຂອງຂວັນທີ່ລະນຶກໃຫ້ແກ່ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ເກົາຫຼີ.

ທີ່ການພົບປະເຮັດວຽກ, ທ່ານ ຫວູ ໂຮ່, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ລາຍງານກ່ຽວກັບບັນດາບາດກ້າວພັດທະນາໃນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ, ສະພາບການຂອງຊຸມຊົນຊາວຫວຽດນາມຢູ່ ສ.ເກົາຫຼີ ແລະ ບັນດາຄວາມພະຍາຍາມຂອງສະຖານທູດໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດການເມືອງ, ເສດຖະກິດ, ວິທະຍາສາດ - ເຕັກໂນໂລຊີ, ວັດທະນະທຳ ແລະ ການແລກປ່ຽນປະຊາຊົນ.

ກ່າວຄຳເຫັນທີ່ການພົບປະເຮັດວຽກ, ສະຫາຍ ຫງວຽນ ແທງ ງິ້ ໄດ້ແຈ້ງໃຫ້ບັນດາພະນັກງານສະຖານທູດຊາບກ່ຽວກັບສະພາບການພັດທະນາປະເທດໃນໄລຍະມໍ່ໆມານີ້, ບັນດາແນວທາງ ແລະ ທິດທາງໃຫຍ່ຂອງພັກໃນໄລຍະໃໝ່, ໂດຍສະເພາະແມ່ນບັນດາມະຕິໃໝ່ທີ່ຄະນະບໍລິຫານງານສູນກາງພັກຫາກໍຮັບຮອງເອົາ, ໃນນັ້ນມີມະຕິກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີ 4.

ສະຫາຍ ຫງວຽນ ແທງ ງິ້ ໄດ້ສະເໜີໃຫ້ສະຖານທູດສືບຕໍ່ປ່ຽນແປງໃໝ່ຮູບແບບວິທີການເຄື່ອນໄຫວ, ຍົກສູງປະສິດທິຜົນວຽກງານ, ຕັ້ງໜ້າກຳແໜ້ນບັນດາກາລະໂອກາດຮ່ວມມືໃໝ່ລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ.

ໃນນັ້ນ, ສະຖານທູດຕ້ອງສົ່ງເສີມບົດບາດເປັນຂົວຕໍ່, ນຳເອົາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ໃຫ້ນັບມື້ນັບລົງເລິກ, ປະກອບສ່ວນຢ່າງແທດຈິງເຂົ້າໃນການປະຕິບັດບັນດາເປົ້າໝາຍການພັດທະນາປະເທດ.

ໂດຍສະເພາະ, ສະຫາຍ ຫງວຽນ ແທງ ງິ້ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງໃນການ ຍົກສູງປະສິດທິຜົນວຽກງານປົກປ້ອງພົນລະເມືອງໃຫ້ສູງຂຶ້ນຕື່ມອີກ, ເອົາໃຈໃສ່, ເບິ່ງແຍງຊີວິດການເປັນຢູ່ຂອງຊາວຫວຽດນາມຢູ່ ສ.ເກົາຫຼີ ຢ່າງຮອບດ້ານ.

ພ້ອມກັນນັ້ນ, ສະຖານທູດຕ້ອງສືບຕໍ່ໜູນຊ່ວຍການກໍ່ສ້າງຊຸມຊົນຊາວຫວຽດນາມຢູ່ ສ.ເກົາຫຼີ ໃຫ້ມີຄວາມສາມັກຄີ, ມີສະຖຽນລະພາບ ແລະ ພັດທະນາ, ສົ່ງເສີມບົດບາດຂອງຊຸມຊົນໃນການປູກຝັງມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ.

ຫວຽດນາມ - ສ.ເກົາຫຼີ ຂະຫຍາຍການຮ່ວມມືດ້ານເຕັກໂນໂລຊີຜ່ານ INNOBIZ ຫວຽດນາມ - ສ.ເກົາຫຼີ ຂະຫຍາຍການຮ່ວມມືດ້ານເຕັກໂນໂລຊີຜ່ານ INNOBIZ
ຍສໝ - ວັນທີ 10 ພະຈິກ, ທ່ານ ຫວູ ໂຮ່, ເອກອັກຄະລັດຖະທູດຫວຽດນາມປະຈຳ ສ.ເກົາຫຼີ ໄດ້ຕ້ອນຮັບທ່ານ Jung Kwang-cheon, ປະທານສະມາຄົມນະວັດຕະກຳວິສາຫະກິດຂະໜາດກາງ ແລະ ນ້ອຍ ສ.ເກົາຫຼີ (INNOBIZ), ເພື່ອແລກປ່ຽນກ່ຽວກັບການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
ຫວຽດນາມ - ສ.ເກົາຫຼີ ເປີດກວ້າງການຮ່ວມມືດ້ານ AI ແລະ ເຕັກໂນໂລຊີເຄິ່ງຊັກນຳໄຟຟ້າ ຫວຽດນາມ - ສ.ເກົາຫຼີ ເປີດກວ້າງການຮ່ວມມືດ້ານ AI ແລະ ເຕັກໂນໂລຊີເຄິ່ງຊັກນຳໄຟຟ້າ
ຍສໝ - ວັນທີ 12 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ມີການລົງນາມຂໍ້ຕົກລົງຮ່ວມມື 8 ສະບັບ ໃນຂອບເຂດກອງປະຊຸມ AI - ເຄິ່ງຊັກນຳໄຟຟ້າ ຫວຽດນາມ - ສ.ເກົາຫຼີ ຄັ້ງທີ 1 (VKAISS 2026), ໂດຍສຸມໃສ່ການພັດທະນາເຕັກໂນໂລຊີ, ການເຊື່ອມໂຍງຕ່ອງໂສ້ສະໜອງໃນຂົງເຂດເຄິ່ງຊັກນຳໄຟຟ້າ ແລະ ການຝຶກອົບຮົມບຸກຄະລາກອນ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ