| ຫວຽດນາມ - ສ.ເກົາຫຼີ ເປີດກວ້າງການຮ່ວມມືດ້ານ AI ແລະ ເຕັກໂນໂລຊີເຄິ່ງຊັກນຳໄຟຟ້າ ຫວຽດນາມ - ສ.ເກົາຫຼີ ຊອກຫາໂອກາດຮ່ວມຜະລິດ ແລະ ຈັດຈຳໜ່າຍຮູບເງົາໃນຕະຫຼາດສາກົນ |
ເນື້ອໃນດັ່ງກ່າວໄດ້ຮັບການແລກປ່ຽນໃນການຕ້ອນຮັບຂອງທ່ານ ຟານ ແອັງ ເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ກັບຄະນະຜູ້ແທນສະມາຄົມເສດຖະກິດ, ວັດທະນະທຳ ສ.ເກົາຫຼີ - ຫວຽດນາມ (KOVECA) ໂດຍມີທ່ານ Kwon Sung-Taek, ປະທານສະມາຄົມ ເປັນຫົວໜ້າຄະນະ.
ໃນການຕ້ອນຮັບ, ທ່ານ ຟານ ແອັງ ເຊີນ, ປະທານສະຫະພັນ ໄດ້ຕີລາຄາວ່າ ສາຍພົວພັນ ຫວຽດນາມ - ສ.ເກົາຫຼີ ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ແທດຈິງ ແລະ ຮອບດ້ານໃນຫຼາຍຂົງເຂດ. ການຮ່ວມມືດ້ານການຄ້າບັນລຸຜົນໃນທາງບວກ ໂດຍມີມູນຄ່າການຄ້າສອງຝ່າຍຢູ່ໃນລະດັບສູງ. ໃນຂົງເຂດການສຶກສາ, ປັດຈຸບັນ ຫວຽດນາມ ແມ່ນປະເທດທີ່ມີຈຳນວນນັກສຶກສາໄປຮ່ຳຮຽນຢູ່ ສ.ເກົາຫຼີ ຫຼາຍທີ່ສຸດ. ນອກຈາກນັ້ນ, ບັນດາຄຸນຄ່າດ້ານວັດທະນະທຳ, ອາຫານຂອງສອງປະເທດ ນັບມື້ນັບໄດ້ຮັບຄວາມສົນໃຈ ແລະ ການຕອບຮັບຈາກປະຊາຊົນ.
![]() |
| ທ່ານ ຟານ ແອັງ ເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ພ້ອມດ້ວຍຄະນະຜູ້ແທນສະມາຄົມເສດຖະກິດ, ວັດທະນະທຳ ສ.ເກົາຫຼີ - ຫວຽດນາມ (KOVECA) ຖ່າຍພາບເປັນທີ່ລະນຶກ ໃນໂອກາດຕ້ອນຮັບ ວັນທີ 25 ພະຈິກ ທີ່ຮ່າໂນ້ຍ. |
ຕາມທ່ານ ຟານ ແອັງ ເຊີນ, ປະທານສະຫະພັນ ແລ້ວ, ວິທະຍາສາດ, ເຕັກໂນໂລຊີ, ການສຶກສາ, ສາທາລະນະສຸກ ແລະ ສິລະປະ ແມ່ນບັນດາຂົງເຂດທີ່ຍັງມີທ່າແຮງຮ່ວມມືຫຼາຍຢ່າງ. ທ່ານໄດ້ສະເໜີໃຫ້ KOVECA ສົ່ງເສີມທ່າແຮງຂອງບັນດາສະມາຊິກ, ຕັ້ງໜ້າເຊື່ອມໂຍງກັບບັນດາຄູ່ຮ່ວມມືຫວຽດນາມ ເພື່ອຂຸດຄົ້ນບັນດາກາລະໂອກາດເຫຼົ່ານີ້ຢ່າງມີປະສິດທິຜົນ.
ສ່ວນທ່ານ Kwon Sung-Taek, ປະທານ KOVECA ໄດ້ສະແດງຄວາມປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍຈາກສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນການເຊື່ອມໂຍງກັບບັນດາຄູ່ຮ່ວມມືພາຍໃນຫວຽດນາມ, ຜ່ານນັ້ນ ຜັນຂະຫຍາຍການຮ່ວມມືໃຫ້ສອດຄ່ອງກັບທ່າແຮງຂອງວິສາຫະກິດ ແລະ ຄວາມຕ້ອງການພັດທະນາຂອງສອງປະເທດ.
ທ່ານ Kwon Sung-Taek ຍັງໄດ້ສະເໜີໃຫ້ສະຫະພັນບັນດາອົງການມິດຕະພາບຫວຽດນາມ ສົມທົບກັບ KOVECA ຈັດບັນດາກິດຈະກຳແລກປ່ຽນວັດທະນະທຳ, ສິລະປະ ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 35 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ສ.ເກົາຫຼີ (1992-2027), ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມຮູ້ສຶກຜູກພັນລະຫວ່າງປະຊາຊົນສອງປະເທດ.
ຍສໝ - ວັນທີ 5 ພະຈິກ, ທີ່ນະຄອນບູຊານ (ສ.ເກົາຫຼີ), ບັນດາວິສາຫະກິດສິນໃນນ້ຳຫວຽດນາມ ແລະ ສ.ເກົາຫຼີ ໄດ້ພົບປະ, ຊອກຫາໂອກາດຮ່ວມມືດ້ານແຫຼ່ງວັດຖຸດິບ, ເຕັກໂນໂລຊີປຸງແຕ່ງຂັ້ນເລິກ, ການຈຳໜ່າຍ ແລະ ການຂະຫຍາຍຕະຫຼາດສົ່ງອອກ. |
ຍສໝ - ວັນທີ 10 ພະຈິກ, ທ່ານ ຫວູ ໂຮ່, ເອກອັກຄະລັດຖະທູດຫວຽດນາມປະຈຳ ສ.ເກົາຫຼີ ໄດ້ຕ້ອນຮັບທ່ານ Jung Kwang-cheon, ປະທານສະມາຄົມນະວັດຕະກຳວິສາຫະກິດຂະໜາດກາງ ແລະ ນ້ອຍ ສ.ເກົາຫຼີ (INNOBIZ), ເພື່ອແລກປ່ຽນກ່ຽວກັບການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. |
ມິງດຶກ
