ນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ: ຊ່ວຍໃຫ້ຄົນຮຸ່ນໜຸ່ມເຂົ້າໃຈຢ່າງເລິກເຊິ່ງເຖິງສາຍພົວພັນພິເສດ ຫວຽດນາມ - ລາວ

10:16 | 28/11/2026

ຍສໝ - ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີລາວ ໄດ້ສະເໜີໃຫ້ສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ສະມາຄົມມິດຕະພາບ ລາວ - ຫວຽດນາມ ເອົາໃຈໃສ່ສຶກສາອົບຮົມຄົນຮຸ່ນໜຸ່ມໃຫ້ເຂົ້າໃຈຢ່າງເລິກເຊິ່ງ, ສືບທອດ ແລະ ສົ່ງເສີມມູນເຊື້ອສາຍພົວພັນພິເສດລະຫວ່າງສອງປະເທດ; ພ້ອມທັງຢືນຢັນວ່າ ລັດຖະບານລາວຈະສືບຕໍ່ສະໜັບສະໜູນ, ສ້າງເງື່ອນໄຂອັນສະດວກໃຫ້ສອງສະມາຄົມເຄື່ອນໄຫວຢ່າງມີປະສິດທິຜົນ.

ຫວຽດນາມ - ລາວ ໃຫ້ບຸລິມະສິດແກ່ການເຊື່ອມໂຍງໂຄງລ່າງພື້ນຖານ, ມຸ່ງສູ່ມູນຄ່າການຄ້າສອງຝ່າຍ 10 ຕື້ USD ນັກຮຽນ 30 ຄົນ ແຂ່ງຂັນຄວາມສາມາດດ້ານພາສາຫວຽດ ຢູ່ລາວ
ນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ: ຊ່ວຍໃຫ້ຄົນຮຸ່ນໜຸ່ມເຂົ້າໃຈຢ່າງເລິກເຊິ່ງເຖິງສາຍພົວພັນພິເສດ ຫວຽດນາມ - ລາວ
ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີລາວ (ເບື້ອງຂວາ) ແລະ ທ່ານ ຫງວຽນ ດັກ ວິງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ.

ວັນທີ 28 ພະຈິກ, ໃນຂອບເຂດການຢ້ຽມຢາມຫວຽດນາມຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ACMECS ແລະ CLMV, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ລາວ ໂດຍມີທ່ານ ຫງວຽນ ດັກ ວິງ, ກຳມະການສູນກາງພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າຄະນະກຳມາທິການວັດທະນະທຳ ແລະ ສັງຄົມຂອງສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ເປັນຫົວໜ້າຄະນະ.

ເມື່ອກ່າວເຖິງບັນດາກິດຈະກຳສະເຫຼີມສະຫຼອງຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ຄົບຮອບ 50 ປີ ແຫ່ງການລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ໃນປີ 2027, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ໜ້າທີ່ຂອງສອງສະມາຄົມມິດຕະພາບແມ່ນການໂຄສະນາ, ສຶກສາອົບຮົມ, ຊ່ວຍໃຫ້ຄົນຮຸ່ນໜຸ່ມ, ໂດຍສະເພາະແມ່ນຊາວໜຸ່ມ ເຂົ້າໃຈຢ່າງເລິກເຊິ່ງເຖິງມູນເຊື້ອສາຍພົວພັນລະຫວ່າງສອງປະເທດ.

“ຄົນຮຸ່ນໜຸ່ມຕ້ອງເຂົ້າໃຈວ່າ ເປັນຫຍັງພວກເຮົາຈຶ່ງເອີ້ນສາຍພົວພັນນີ້ວ່າເປັນສາຍພົວພັນພິເສດ, ເປັນຫຍັງພວກເຮົາຈຶ່ງກ່າວເຖິງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ເຫຼົ່ານີ້ແມ່ນບັນດາແນວຄວາມຄິດ, ບັນດາຄຸນຄ່າທີ່ພິເສດຫຼາຍ, ບໍ່ສາມາດນຳໃຊ້ຄືກັນກັບສາຍພົວພັນກັບປະເທດອື່ນໆ”, ທ່ານນາຍົກລັດຖະມົນຕີກ່າວ.

ຕາມທ່ານນາຍົກລັດຖະມົນຕີແລ້ວ, ຄົນຮຸ່ນຕ່າງໆ ທີ່ເກີດ ແລະ ເຕີບໃຫຍ່ໃນພາຍຫຼັງ ຕ້ອງເຂົ້າໃຈຢ່າງຈະແຈ້ງເຖິງຕົ້ນກຳເນີດ, ປະຫວັດສາດ ແລະ ຄວາມໝາຍຂອງສາຍພົວພັນດັ່ງກ່າວ ເພື່ອສືບຕໍ່ສືບທອດ, ຮັກສາ ແລະ ສົ່ງເສີມ.

ນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ: ຊ່ວຍໃຫ້ຄົນຮຸ່ນໜຸ່ມເຂົ້າໃຈຢ່າງເລິກເຊິ່ງເຖິງສາຍພົວພັນພິເສດ ຫວຽດນາມ - ລາວ
ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີລາວ ຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ລາວ.

ໂດຍສະແດງຄວາມຍິນດີທີ່ໄດ້ພົບປະບັນດາສະມາຊິກສະມາຄົມມິດຕະພາບ ຫວຽດນາມ - ລາວ ໃນການຢ້ຽມຢາມຫວຽດນາມຢ່າງເປັນທາງການຄັ້ງທຳອິດ ໃນຖານະນາຍົກລັດຖະມົນຕີລາວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຢືນຢັນວ່າ ພັກ ແລະ ລັດຖະບານລາວ ຍາມໃດກໍຕີລາຄາສູງຕໍ່ບົດບາດ, ການປະກອບສ່ວນຂອງສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ສະມາຄົມມິດຕະພາບ ລາວ - ຫວຽດນາມ ໃນການປູກຝັງສາຍພົວພັນມິດຕະພາບລະຫວ່າງສອງປະເທດ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ມີບາງຂົງເຂດທີ່ບັນດາຊ່ອງທາງການຕ່າງປະເທດຢ່າງເປັນທາງການ ຍັງບໍ່ສາມາດຜັນຂະຫຍາຍໄດ້ຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ແຕ່ສອງສະມາຄົມສາມາດສົ່ງເສີມທ່າແຮງຂອງການຕ່າງປະເທດປະຊາຊົນ, ເຊື່ອມໂຍງ ແລະ ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນສອງປະເທດ ນັບແຕ່ຂັ້ນຮາກຖານເຖິງຂັ້ນສູນກາງ.

ໃນສະພາບການທີ່ສາຍພົວພັນ ຫວຽດນາມ - ລາວ ພັດທະນາຂຶ້ນສູ່ລະດັບສູງໃໝ່ ໂດຍໄດ້ເພີ່ມເຕີມເນື້ອໃນຄວາມຜູກພັນທາງຍຸດທະສາດ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງໃນການສົ່ງເສີມບົດບາດ, ຄວາມຮັບຜິດຊອບຂອງບັນດາອົງການຈັດຕັ້ງພັກ, ລັດ ແລະ ປະຊາຊົນທຸກຊັ້ນຄົນ ໃນການຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດ. ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ແລະ ໃຫ້ຄວາມສຳຄັນຕໍ່ບົດບາດຂອງສອງສະມາຄົມມິດຕະພາບ ໃນການປະຕິບັດບັນດາໜ້າທີ່ເຫຼົ່ານີ້.

ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ຢືນຢັນວ່າ ລັດຖະບານລາວຈະສືບຕໍ່ສະໜັບສະໜູນ, ສ້າງເງື່ອນໄຂອັນສະດວກໃຫ້ສອງສະມາຄົມຜັນຂະຫຍາຍບັນດາກິດຈະກຳຢ່າງມີປະສິດທິຜົນ, ບັນລຸເປົ້າໝາຍທີ່ວາງໄວ້.

ໃນການຕ້ອນຮັບ, ທ່ານ ຫງວຽນ ດັກ ວິງ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກພັກ ແລະ ປະຊາຊົນລາວ ມອບໝາຍໜ້າທີ່ອັນສຳຄັນໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 51 ປີ (2/12/1975 - 2/12/2026), ທ່ານໄດ້ຊົມເຊີຍບັນດາຜົນສຳເລັດທີ່ລາວບັນລຸໄດ້ໃນການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໃນໄລຍະຜ່ານມາ.

ທ່ານ ຫງວຽນ ດັກ ວິງ ຢືນຢັນວ່າ ຄວາມສາມັກຄີ, ມິດຕະພາບພິເສດ ຫວຽດນາມ - ລາວ ແມ່ນຊັບສົມບັດອັນລ້ຳຄ່າທີ່ບໍ່ສາມາດຕີລາຄາໄດ້, ມີຄວາມໝາຍທາງຍຸດທະສາດຕໍ່ສອງປະເທດ. ການຮັກສາ ແລະ ສົ່ງເສີມສາຍພົວພັນພິເສດນີ້ ແມ່ນຄວາມຮັບຜິດຊອບຮ່ວມກັນ, ໃນນັ້ນ ສອງສະມາຄົມມິດຕະພາບມີບົດບາດສຳຄັນ.

ໃນການລາຍງານຕໍ່ນາຍົກລັດຖະມົນຕີລາວ ກ່ຽວກັບຜົນການເຄື່ອນໄຫວໃນໄລຍະຜ່ານມາ, ທ່ານ ຫງວຽນ ດັກ ວິງ ໃຫ້ຮູ້ວ່າ ສອງສະມາຄົມໄດ້ສົມທົບກັນຜັນຂະຫຍາຍຫຼາຍກິດຈະກຳທີ່ເປັນຮູບປະທຳ ແລະ ມີຄວາມໝາຍ ເຊັ່ນ: ຈັດງານມະໂຫລານມິດຕະພາບປະຊາຊົນ ຫວຽດນາມ - ລາວ; ພົບປະ, ແລກປ່ຽນລະຫວ່າງອະດີດທະຫານອາສາສະໝັກ, ຊ່ຽວຊານຫວຽດນາມ ກັບຄົນຮຸ່ນໜຸ່ມສອງປະເທດ; ແລກປ່ຽນວັດທະນະທຳພຸດທະສາສະໜາ; ສະແດງຄວາມຮູ້ບຸນຄຸນຕໍ່ບັນດາວິລະຊົນຜູ້ໄດ້ເສຍສະຫຼະຊີວິດເພື່ອພາລະກິດປະຕິວັດຂອງສອງປະເທດ; ສົມທົບກັນກໍ່ສ້າງຫໍບູຊາຢູ່ແຂວງຊຽງຂວາງ (ລາວ).

ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ເອົາໃຈໃສ່ເປັນພິເສດຕໍ່ບັນດາກິດຈະກຳສຶກສາອົບຮົມມູນເຊື້ອໃຫ້ແກ່ຄົນຮຸ່ນໜຸ່ມ. ຫວ່າງມໍ່ໆມານີ້, ສະມາຄົມໄດ້ຈັດໃຫ້ນັກຮຽນ, ນັກສຶກສາລາວ ໄປຢ້ຽມຊົມຫໍບູຊາລາຊະທິດາໂຍ່ຍຮວາ ຢູ່ແຂວງນິງບິ່ງ, ຜ່ານນັ້ນ ຊ່ວຍໃຫ້ນ້ອງໆເຂົ້າໃຈເພີ່ມເຕີມກ່ຽວກັບມູນເຊື້ອຄວາມສາມັກຄີ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງປະຊາຊົນສອງປະເທດ. ສະມາຄົມຍັງໄດ້ຜັນຂະຫຍາຍບັນດາກິດຈະກຳເບິ່ງແຍງ, ໜູນຊ່ວຍນັກສຶກສາລາວທີ່ຮ່ຳຮຽນຢູ່ຫວຽດນາມ, ໃນນັ້ນມີຂະບວນການຮັບນັກສຶກສາລາວມາດຳລົງຊີວິດຮ່ວມກັບບັນດາຄອບຄົວຫວຽດນາມ.

ນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ: ຊ່ວຍໃຫ້ຄົນຮຸ່ນໜຸ່ມເຂົ້າໃຈຢ່າງເລິກເຊິ່ງເຖິງສາຍພົວພັນພິເສດ ຫວຽດນາມ - ລາວ
ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີລາວ ແລະ ບັນດາຜູ້ແທນ ຖ່າຍພາບເປັນທີ່ລະນຶກ. (ພາບ: ຟ້າມ ຖັງ)

ທ່ານ ຫງວຽນ ດັກ ວິງ ໃຫ້ຮູ້ວ່າ ໃນປີ 2027, ສະມາຄົມມິດຕະພາບ ຫວຽດນາມ - ລາວ ຈະສົມທົບກັບສະມາຄົມມິດຕະພາບ ລາວ - ຫວຽດນາມ ຈັດຕັ້ງບັນດາກິດຈະກຳສະເຫຼີມສະຫຼອງຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ຄົບຮອບ 50 ປີ ແຫ່ງການລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ໃຫ້ໄດ້ດີ ຕາມການຊີ້ນຳຂອງການນຳສອງປະເທດ.

ໂດຍສະແດງຄວາມຂອບໃຈຕໍ່ຄວາມເອົາໃຈໃສ່ ແລະ ການສ້າງເງື່ອນໄຂຂອງນາຍົກລັດຖະມົນຕີ ແລະ ລັດຖະບານລາວ ຕໍ່ວຽກງານການຕ່າງປະເທດປະຊາຊົນໂດຍລວມ ແລະ ການເຄື່ອນໄຫວຂອງສອງສະມາຄົມໂດຍສະເພາະ, ທ່ານ ຫງວຽນ ດັກ ວິງ ຢືນຢັນວ່າ ຈະຮັບເອົາຄຳເຫັນຊີ້ນຳຂອງທ່ານນາຍົກລັດຖະມົນຕີ, ສົມທົບກັບສະມາຄົມມິດຕະພາບ ລາວ - ຫວຽດນາມ ປະຕິບັດໜ້າທີ່ໃຫ້ໄດ້ດີ ຕາມການຊີ້ນຳຂອງການນຳພັກ, ລັດຂອງສອງປະເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ