| ຫວຽດນາມ ຊຸກຍູ້ການຮ່ວມມືດ້ານສາທາລະນະສຸກ ແລະ ເຊື່ອມຕໍ່ຄູ່ຮ່ວມພັດທະນາ ຢູ່ ຕີມໍ-ເລສເຕ ເຜີຍແຜ່ວັດທະນະທຳຫວຽດນາມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ຜ່ານເຫດການ “Meet VIETNAM” ຢູ່ ເກຣັກ |
ເນື້ອໃນດັ່ງກ່າວໄດ້ຮັບການແລກປ່ຽນໃນການຕ້ອນຮັບ ແລະ ເຮັດວຽກລະຫວ່າງ ສະຫາຍ ຫງວຽນ ມິງ ຫວູ, ກຳມະການສູນກາງພັກ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ກັບທ່ານ Pierre Du Ville, ຫົວໜ້າຄະນະຜູ້ແທນ Wallonie-Bruxelles (ແບນຊິກ) ປະຈຳຫວຽດນາມ.
ໃນການເຮັດວຽກ, ທ່ານ ຫງວຽນ ມິງ ຫວູ, ຮອງລັດຖະມົນຕີຜູ້ປະຈຳການ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງຄະນະຜູ້ແທນ Wallonie-Bruxelles ໃນການພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ແບນຊິກ ໃນໄລຍະຜ່ານມາ, ໂດຍສະເພາະໃນຂົງເຂດວັດທະນະທຳ, ການສຶກສາ ແລະ ການຮ່ວມມືສາກົນ.
![]() |
| ຫງວຽນ ມິງ ຫວູ, ກຳມະການສູນກາງພັກ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ແລະ ທ່ານ Pierre Du Ville, ຫົວໜ້າຄະນະຜູ້ແທນ Wallonie-Bruxelles (ແບນຊິກ) ປະຈຳຫວຽດນາມ ທີ່ການພົບປະເຮັດວຽກ. |
ທ່ານຮອງລັດຖະມົນຕີ ໄດ້ແລກປ່ຽນກ່ຽວກັບຄວາມເອົາໃຈໃສ່ຂອງການນຳພັກ, ລັດຫວຽດນາມ ຕໍ່ການພັດທະນາວັດທະນະທຳ, ປຸກລະດົມພະລັງພາຍໃນ ແລະ ເຮັດໃຫ້ວັດທະນະທຳກາຍເປັນແຫຼ່ງກຳລັງ, ແຮງຊຸກຍູ້ການພັດທະນາປະເທດຊາດຢ່າງຍືນຍົງ.
ຕາມທ່ານ ຫງວຽນ ມິງ ຫວູ, ຮອງລັດຖະມົນຕີ ແລ້ວ, ໃນສະພາບການເຊື່ອມໂຍງສາກົນ, ການອະນຸລັກຮັກສາ ແລະ ສົ່ງເສີມຄຸນຄ່າຂອງບັນດາຮູບແບບສິລະປະການສະແດງພື້ນເມືອງ ເຊັ່ນ: ຕວ່ງ, ແຈ່ວ, ກ໋າຍເລືອງ ບໍ່ພຽງແຕ່ປະກອບສ່ວນຮັກສາເອກະລັກຂອງຊາດເທົ່ານັ້ນ, ຫາກຍັງເຊື່ອມໂຍງຄົນຮຸ່ນຕ່າງໆ, ພັດທະນາອຸດສາຫະກຳວັດທະນະທຳ ແລະ ໂຄສະນາເຜີຍແຜ່ພາບພົດຂອງຫວຽດນາມ ສູ່ເພື່ອນມິດສາກົນ.
ທ່ານຮອງລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ພວມສ້າງແຜນງານຟື້ນຟູສິລະປະການສະແດງພື້ນເມືອງ, ສຸມໃສ່ການຍົກສູງຈິດສຳນຶກຂອງຊຸມຊົນ, ນຳເອົາສິລະປະພື້ນເມືອງໃຫ້ໃກ້ຊິດກັບຊາວໜຸ່ມຍິ່ງຂຶ້ນ, ໜູນຊ່ວຍການຝຶກອົບຮົມຖັນແຖວນັກສິລະປິນຮຸ່ນສືບທອດ ແລະ ຂະຫຍາຍການແລກປ່ຽນສາກົນ.
ບົນພື້ນຖານດັ່ງກ່າວ, ທ່ານ ຫງວຽນ ມິງ ຫວູ, ຮອງລັດຖະມົນຕີ ໄດ້ສະເໜີໃຫ້ Wallonie-Bruxelles ພ້ອມກັບບັນດາຄູ່ຮ່ວມມືເອີຣົບ ແລກປ່ຽນບົດຮຽນປະສົບການ, ໜູນຊ່ວຍຫວຽດນາມ ຜັນຂະຫຍາຍບັນດາແຜນງານ, ໂຄງການທີ່ເປັນຮູບປະທຳ ແນໃສ່ອະນຸລັກຮັກສາ, ຖ່າຍທອດ ແລະ ສົ່ງເສີມຄຸນຄ່າຂອງສິລະປະພື້ນເມືອງ.
ສ່ວນທ່ານ Pierre Du Ville ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງຫວຽດນາມ ໃນການອະນຸລັກຮັກສາມໍລະດົກວັດທະນະທຳ, ພ້ອມທັງເນັ້ນໜັກເຖິງບົດບາດຂອງວັດທະນະທຳຕໍ່ການສ້າງຄວາມເຂົ້າໃຈ, ຄວາມຜູກພັນລະຫວ່າງບັນດາຊາດ ແລະ ການພັດທະນາເສດຖະກິດ - ສັງຄົມ.
ທ່ານໄດ້ສະແດງຄວາມເຫັນດີສະໜັບສະໜູນຂໍ້ລິເລີ່ມຟື້ນຟູສິລະປະການສະແດງພື້ນເມືອງຂອງຫວຽດນາມ, ພ້ອມທັງແລກປ່ຽນບົດຮຽນປະສົບການຂອງແບນຊິກ ໃນການພັດທະນາອຸດສາຫະກຳວັດທະນະທຳ ແລະ ສ້າງສັນ, ສ້າງກົນໄກໜູນຊ່ວຍນັກສິລະປິນ ແລະ ໂຄສະນາເຜີຍແຜ່ພາບພົດຂອງປະເທດຊາດຜ່ານວັດທະນະທຳ.
ໃນຖານະປະທານເຄືອຂ່າຍບັນດາສະຖາບັນວັດທະນະທຳແຫ່ງຊາດເອີຣົບ (EUNIC) ປະຈຳຫວຽດນາມ, ທ່ານ Pierre Du Ville ຢືນຢັນຄວາມພ້ອມໃນການເປັນຂົວຕໍ່ກັບບັນດາສະຖາບັນວັດທະນະທຳເອີຣົບ, ສົມທົບກັບຄະນະຜູ້ແທນສະຫະພາບເອີຣົບປະຈຳຫວຽດນາມ ເພື່ອຂະຫຍາຍກາລະໂອກາດການຮ່ວມມື ແລະ ລະດົມແຫຼ່ງກຳລັງໜູນຊ່ວຍບັນດາຂໍ້ລິເລີ່ມດ້ານວັດທະນະທຳຂອງຫວຽດນາມ.
ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ແລກປ່ຽນ, ຄົ້ນຄວ້າບັນດາເນື້ອໃນ ແລະ ຮູບແບບການຮ່ວມມືທີ່ເປັນຮູບປະທຳ, ມຸ່ງໄປສູ່ບັນດາກິດຈະກຳໄລຍະຍາວໃນການອະນຸລັກຮັກສາ, ສົ່ງເສີມສິລະປະການສະແດງພື້ນເມືອງ ແລະ ການແລກປ່ຽນວັດທະນະທຳ ຫວຽດນາມ - ເອີຣົບ.
ບັນດາກິດຈະກຳຮ່ວມມືຍັງປະກອບສ່ວນປະຕິບັດທົດສະວັດສາກົນວ່າດ້ວຍວັດທະນະທຳເພື່ອການພັດທະນາທີ່ຍືນຍົງ ໄລຍະ 2027-2036, ເຊິ່ງເປັນຂໍ້ລິເລີ່ມທີ່ຫວຽດນາມສະເໜີ ແລະ ໄດ້ຮັບການຂານຮັບຈາກປະຊາຄົມສາກົນ.
ຍສໝ - ແຕ່ວັນທີ 24-25/11, ຢູ່ນະຄອນອິສຕັນບູລ (ຕວກກີ), ຄະນະຜູ້ແທນຫວຽດນາມ ນຳໂດຍທ່ານນາງ ຫງວຽນ ມິງ ຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ Halal ໂລກ ຄັ້ງທີ 12, ສະເໜີ 5 ທິດທາງການຮ່ວມມື ແລະ ເປັນສັກຂີພິຍານໃນພິທີລົງນາມບັນດາຂໍ້ຕົກລົງດ້ານມາດຕະຖານ ແລະ ການຮັບຮອງ Halal, ສ້າງເງື່ອນໄຂໃຫ້ສິນຄ້າຫວຽດນາມເຂົ້າເຖິງຕະຫຼາດສາກົນ. |
ຍສໝ - ຫວຽດນາມ ແລະ ລາວ ກຳລັງສຸມໃສ່ປະຕິບັດບັນດາໂຄງການເຊື່ອມໂຍງດ້ານຄົມມະນາຄົມ, ພະລັງງານ ແລະ ພັດທະນາຕ່ອງໂສ້ສະໜອງຮ່ວມກັນ, ມຸ່ງສູ່ເປົ້າໝາຍຍົກມູນຄ່າການຄ້າສອງຝ່າຍໃຫ້ບັນລຸ 10 ຕື້ USD, ພ້ອມທັງຫັນເນື້ອໃນຂອງ “ຄວາມຜູກພັນທາງຍຸດທະສາດ” ໃນສາຍພົວພັນສອງປະເທດໃຫ້ເປັນຮູບປະທຳ. |
ຄຳສີ
