| ວັນຊາດຫວຽດນາມຢູ່ Sydney: ຂີດໝາຍ 81 ປີແຫ່ງການພັດທະນາ ແລະ ການພົວພັນ ຫວຽດນາມ - ອົດສະຕາລີ ຫວຽດນາມ - ອົດສະຕາລີ ມຸ່ງໄປສູ່ການເພີ່ມການລົງທຶນສອງທິດທາງຂຶ້ນສອງເທົ່າ |
ນອກຂອບກອງປະຊຸມລັດຖະມົນຕີສັນຍາການເປັນຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມມະຫາສະໝຸດປາຊີຟິກ (CPTPP) ຄັ້ງທີ 11 ທີ່ຮ່າໂນ້ຍ, ທ່ານ ເລ ແມ້ງ ຮຸ່ງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Don Farrell, ສະມາຊິກສະພາສູງ, ລັດຖະມົນຕີການຄ້າ ແລະ ການທ່ອງທ່ຽວອົດສະຕາລີ ໄດ້ເປັນປະທານຮ່ວມການສົນທະນາລະດັບລັດຖະມົນຕີການຄ້າ ຫວຽດນາມ - ອົດສະຕາລີ ຄັ້ງທີ 3.
ທີ່ກອງປະຊຸມ, ລັດຖະມົນຕີທັງສອງທ່ານ ໄດ້ຕີລາຄາວ່າ ສາຍພົວພັນເສດຖະກິດ, ການຄ້າ ຫວຽດນາມ - ອົດສະຕາລີ ໄດ້ຮັບການສ້າງຂຶ້ນບົນພື້ນຖານທີ່ສອງພື້ນຖານເສດຖະກິດມີລັກສະນະເກື້ອກູນກັນສູງ, ຄວາມຜູກພັນອັນເລິກເຊິ່ງລະຫວ່າງປະຊາຊົນສອງປະເທດ ແລະ ຄຳໝັ້ນສັນຍາຮ່ວມກັນຕໍ່ລະບົບການຄ້າໂລກທີ່ອີງໃສ່ກົດລະບຽບ.
ຕາມສະຖິຕິຂອງຫວຽດນາມ, ປັດຈຸບັນ ອົດສະຕາລີ ແມ່ນຄູ່ຮ່ວມການຄ້າໃຫຍ່ອັນດັບທີ 12 ຂອງຫວຽດນາມ, ດ້ວຍມູນຄ່າການຄ້າສິນຄ້າສອງສົ້ນໃນປີ 2025 ບັນລຸ 14 ຕື້ USD.
ຕາມຕົວເລກຂອງອົດສະຕາລີ, ຫວຽດນາມ ແມ່ນຄູ່ຮ່ວມການຄ້າສິນຄ້າໃຫຍ່ອັນດັບທີ 10 ແລະ ເປັນຄູ່ຮ່ວມການຄ້າສິນຄ້າ ແລະ ການບໍລິການສອງສົ້ນໃຫຍ່ອັນດັບທີ 14 ຂອງປະເທດນີ້.
ລັດຖະມົນຕີທັງສອງທ່ານ ໄດ້ຮັບຮູ້ຜົນການຜັນຂະຫຍາຍບັນດາຂໍ້ລິເລີ່ມໃນຂອບເຂດສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ ແລະ ຍຸດທະສາດເສດຖະກິດອາຊີຕາເວັນອອກສ່ຽງໃຕ້ຮອດປີ 2040 ຂອງອົດສະຕາລີ, ພ້ອມທັງຢືນຢັນບົດບາດຂອງກົນໄກການສົນທະນາລະດັບລັດຖະມົນຕີການຄ້າໃນການຮ່ວມມືເສດຖະກິດສອງຝ່າຍ.
![]() |
| ອົດສະຕາລີ ສະແດງຄວາມຄາດຫວັງຕໍ່ການທີ່ຫວຽດນາມຈະເປັນເຈົ້າພາບຈັດ APEC 2027; ລັດຖະມົນຕີທັງສອງທ່ານ ເຫັນດີສົມທົບກັນຢ່າງໃກ້ຊິດ ເພື່ອຈັດເຫດການດັ່ງກ່າວໃຫ້ປະສົບຜົນສຳເລັດ. |
ຂະຫຍາຍການເຂົ້າເຖິງຕະຫຼາດ, ເຊື່ອມໂຍງຕ່ອງໂສ້ການສະໜອງ
ທີ່ກອງປະຊຸມ, ສອງຝ່າຍໄດ້ປຶກສາຫາລືບັນດາມາດຕະການອຳນວຍຄວາມສະດວກໃຫ້ວິສາຫະກິດຊຸກຍູ້ການຄ້າ, ການລົງທຶນໃນບັນດາຂົງເຂດອຸດສາຫະກຳ, ກະສິກຳ, ການສຶກສາ, ການທ່ອງທ່ຽວ ແລະ ພະລັງງານ.
ລັດຖະມົນຕີທັງສອງທ່ານ ໄດ້ຊົມເຊີຍບັນດາຄວາມຄືບໜ້າໃນການເປີດຕະຫຼາດ ພາຍຫຼັງການຢ້ຽມຢາມອົດສະຕາລີຂອງສະຫາຍ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດ ໃນເດືອນສິງຫາ 2026, ພ້ອມທັງເຫັນດີສືບຕໍ່ປັບປຸງຄວາມສາມາດໃນການເຂົ້າເຖິງຕະຫຼາດຂອງຜະລິດຕະຜົນກະສິກຳ.
ກ່ຽວກັບການຮ່ວມມືດ້ານອຸດສາຫະກຳ, ສອງຝ່າຍໄດ້ແລກປ່ຽນບັນດາຂໍ້ລິເລີ່ມບູລິມະສິດ ແນໃສ່ດຶງດູດການຄ້າ ແລະ ການລົງທຶນເຂົ້າໃນບັນດາຂົງເຂດສຳຄັນຂອງຂະແໜງອຸດສາຫະກຳໃນອະນາຄົດ.
ໃນນັ້ນ, ຫວຽດນາມ ແລະ ອົດສະຕາລີ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງໃນການສົມທົບກັນຮັກສາຕ່ອງໂສ້ການສະໜອງທີ່ຍືນຍົງ, ມີຄວາມສາມາດໃນການຮັບມືກັບບັນດາຄວາມຜັນຜວນ; ໜູນຊ່ວຍບັນດາເປົ້າໝາຍການຫັນປ່ຽນດ້ານພະລັງງານ, ການຮັບມືກັບການປ່ຽນແປງດິນຟ້າອາກາດຂອງແຕ່ລະປະເທດ.
ສອງຝ່າຍຍັງໄດ້ກຳນົດວ່າ ພະລັງງານ ແລະ ແຮ່ທາດທີ່ຈຳເປັນ ແມ່ນບັນດາຂົງເຂດທີ່ຍັງມີທ່າແຮງຫຼາຍດ້ານໃນການຮ່ວມມືລົງທຶນ.
ນອກຈາກນັ້ນ, ລັດຖະມົນຕີທັງສອງທ່ານ ໄດ້ຮັບຮູ້ຄວາມສຳຄັນຂອງບັນດາກົດລະບຽບການຄ້າດິຈິຕອນ ແລະ ສະແດງຄວາມປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືດ້ານການຫັນປ່ຽນເປັນດິຈິຕອນ ແລະ ການພັດທະນາເສດຖະກິດດິຈິຕອນໃຫ້ເລິກເຊິ່ງຍິ່ງຂຶ້ນ.
ສົມທົບກັນໃນຂອບເຂດ CPTPP ແລະ APEC 2027
ກ່ຽວກັບການຮ່ວມມືຫຼາຍຝ່າຍ, ລັດຖະມົນຕີທັງສອງທ່ານ ໄດ້ຢືນຢັນການສະໜັບສະໜູນລະບົບການຄ້າທີ່ອີງໃສ່ກົດລະບຽບ, ໂດຍມີອົງການການຄ້າໂລກ (WTO) ເປັນແກນຫຼັກ; ເຫັນດີສືບຕໍ່ປະກອບສ່ວນເຂົ້າໃນຂະບວນການປະຕິຮູບ WTO ແລະ ສ້າງບັນດາກົດລະບຽບການຄ້າໃໝ່.
ສອງຝ່າຍພ້ອມກັນເນັ້ນໜັກເຖິງບົດບາດຂອງບັນດາສັນຍາການຄ້າເສລີ, ລວມມີ: ສັນຍາການຄ້າເສລີ ອາຊຽນ - ອົດສະຕາລີ - ນິວຊີແລນ (AANZFTA), ສັນຍາການເປັນຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (RCEP) ແລະ CPTPP ໃນການຫັນການຄ້າເປັນເສລີ ແລະ ຊຸກຍູ້ການເຕີບໂຕເສດຖະກິດແບບກວມລວມ.
ທ່ານ Don Farrell, ລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ຫວຽດນາມ ໃນຖານະປະທານ CPTPP ປີ 2026. ລັດຖະມົນຕີທັງສອງທ່ານ ໄດ້ຕີລາຄາສູງຕໍ່ບົດບາດຂອງ CPTPP ໃນຖານະເປັນສັນຍາການຄ້າທີ່ມີມາດຕະຖານສູງ, ພ້ອມທັງຊົມເຊີຍບັນດາບາດກ້າວແນໃສ່ເສີມສ້າງ ແລະ ຂະຫຍາຍສັນຍາດັ່ງກ່າວ, ນຳເອົາຜົນປະໂຫຍດອັນແທດຈິງມາໃຫ້ແກ່ວິສາຫະກິດສອງປະເທດ.
ອົດສະຕາລີ ຍັງໄດ້ສະແດງຄວາມຄາດຫວັງຕໍ່ການທີ່ຫວຽດນາມຈະເປັນເຈົ້າພາບຈັດ APEC ໃນປີ 2027. ລັດຖະມົນຕີທັງສອງທ່ານ ໄດ້ເຫັນດີສົມທົບກັນຢ່າງໃກ້ຊິດ ແນໃສ່ປະກອບສ່ວນຈັດເຫດການດັ່ງກ່າວໃຫ້ປະສົບຜົນສຳເລັດ.
ຕາມຕົວເລກຂອງພາສີຫວຽດນາມ ທີ່ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ອ້າງອີງ, ໃນ 10 ເດືອນຕົ້ນປີ 2026, ມູນຄ່າການນຳເຂົ້າ-ສົ່ງອອກລະຫວ່າງຫວຽດນາມ ແລະ ອົດສະຕາລີ ບັນລຸເກືອບ 14 ຕື້ USD, ເພີ່ມຂຶ້ນ 20,1%. ໃນນັ້ນ, ມູນຄ່າການສົ່ງອອກຂອງຫວຽດນາມໄປຍັງອົດສະຕາລີ ບັນລຸ 6,6 ຕື້ USD, ເພີ່ມຂຶ້ນ 17,5%; ມູນຄ່າການນຳເຂົ້າຈາກອົດສະຕາລີ ບັນລຸ 7,4 ຕື້ USD, ເພີ່ມຂຶ້ນ 22,5%.
ຫວຽດນາມ ຂາດດຸນການຄ້າກັບອົດສະຕາລີ 804,8 ລ້ານ USD, ເພີ່ມຂຶ້ນ 89,4%.
ບັນດາເນື້ອໃນທີ່ໄດ້ເຫັນດີເປັນເອກະພາບກັນທີ່ກອງປະຊຸມ ແມ່ນພື້ນຖານໃຫ້ສອງປະເທດສືບຕໍ່ຜັນຂະຫຍາຍບັນດາຂໍ້ລິເລີ່ມການຮ່ວມມືດ້ານການຄ້າ, ການລົງທຶນ, ຂຸດຄົ້ນທ່າແຮງທີ່ເກື້ອກູນກັນຂອງແຕ່ລະພື້ນຖານເສດຖະກິດ ໃນຂອບເຂດສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ.
ຍສໝ - ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ລະຫວ່າງຫວຽດນາມ ແລະ ອົດສະຕາລີ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ໂດຍມີຄວາມຮຽກຮ້ອງໃຫ້ຫັນຈາກບັນດາໂຄງການຮ່ວມມືແບບແຍກສ່ວນ ໄປສູ່ການສ້າງລະບົບນິເວດການຄົ້ນຄວ້າຮ່ວມ, ຈາກການຖ່າຍທອດເຕັກໂນໂລຊີ ໄປສູ່ການຮ່ວມຄົ້ນຄວ້າ, ຮ່ວມພັດທະນາ ແລະ ນຳຜົນການຄົ້ນຄວ້າໄປສູ່ການຄ້າ. |
ຍສໝ - ຕອນເຊົ້າວັນທີ 12/8, ທີ່ນະຄອນຫຼວງ Canberra, ທ່ານ ຫງວຽນຢວ໊ານແອັງ, ຮອງປະທານສະພາແຫ່ງຊາດ ໄດ້ພົບປະກັບ ທ່ານນາງ Sharon Claydon, ຮອງປະທານສະພາຕ່ຳອົດສະຕາລີ, ປະທານກຸ່ມສະມາຊິກສະພາມິດຕະພາບອົດສະຕາລີ - ຫວຽດນາມ, ແລກປ່ຽນບັນດາມາດຕະການເພື່ອເພີ່ມທະວີການຮ່ວມມືລະຫວ່າງອົງການນິຕິບັນຍັດຂອງສອງປະເທດ. |
ດວງດີ
