ເກິ່ນເທີ ຈັດງານບຸນວັດທະນະທຳແມ່ນ້ຳ ແຕ່ວັນທີ 30 ທັນວາ

15:13 | 27/11/2026

ຍສໝ - ງານບຸນວັດທະນະທຳແມ່ນ້ຳເກິ່ນເທີ ຄັ້ງທີ II ປີ 2026 ຄາດວ່າຈະຈັດຂຶ້ນແຕ່ວັນທີ 30 ທັນວາ 2026 ຫາວັນທີ 4 ມັງກອນ 2027, ໂດຍມີບັນດາກິດຈະກຳສະແດງໂດຣນ, ນ້ຳພຸປະກອບດົນຕີ, ຈູດດອກໄມ້ໄຟ, ແຂ່ງຂັນເຮືອ, ສຳຜັດກັບອາຫານ ແລະ ວັດທະນະທຳແມ່ນ້ຳເຂດພາກຕາເວັນຕົກຂອງພາກໃຕ້ຫວຽດນາມ.

ເກິ່ນເທີ ຊຸກຍູ້ການຮ່ວມມືເຕັກໂນໂລຊີສູງກັບ ສ.ເກົາຫຼີ ນະຄອນເກິ່ນເທີ ຂະຫຍາຍການຮ່ວມມືກັບສະວິດ ໃນຂົງເຂດວິທະຍາສາດ, ສາທາລະນະສຸກ ແລະ ການພັດທະນາຢ່າງຍືນຍົງ

ວັນທີ 26 ພະຈິກ, ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວນະຄອນເກິ່ນເທີ ໄດ້ຈັດການພົບປະກັບບັນດາວິສາຫະກິດທ່ອງທ່ຽວ, ບໍລິການນຳທ່ຽວ, ຮ້ານອາຫານ ແລະ ໂຮງແຮມ ເພື່ອແລກປ່ຽນບັນດາວິທີແກ້ໄຂໃນການພັດທະນາການທ່ອງທ່ຽວ ແລະ ແນະນຳແຜນການຈັດງານບຸນວັດທະນະທຳແມ່ນ້ຳເກິ່ນເທີ ຄັ້ງທີ II.

ຕາມທ່ານ ເສິ່ມ ລອງ ຢາງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວເກິ່ນເທີ ແລ້ວ, ງານບຸນມີຫົວຂໍ້ “ເກິ່ນເທີ - ບົດເພງປະສານສຽງແຫ່ງສາຍນ້ຳ”, ໂດຍບັນດາກິດຈະກຳຈະສຸມໃສ່ເຂດຕາແສງ ກ໋າຍເຄ໋, ນິງກ່ຽວ, ກ໋າຍຣັງ ແລະ ບາງພື້ນທີ່ໃກ້ຄຽງ.

ເກິ່ນເທີ ຈັດງານບຸນວັດທະນະທຳແມ່ນ້ຳ ແຕ່ວັນທີ 30 ທັນວາ
ກອງປະຊຸມເຊື່ອມໂຍງບັນດາວິສາຫະກິດທ່ອງທ່ຽວນະຄອນເກິ່ນເທີ ແລະ ສ້າງຜະລິດຕະພັນຮັບໃຊ້ນັກທ່ອງທ່ຽວໃນງານບຸນວັດທະນະທຳແມ່ນ້ຳເກິ່ນເທີ ຄັ້ງທີ II.

ຈຸດເດັ່ນຂອງງານບຸນແມ່ນລາຍການສະແດງສິລະປະເປີດງານໃນຕອນຄ່ຳວັນທີ 30 ທັນວາ ທີ່ຄອງກ໋າຍເຄ໋. ພາຍຫຼັງລາຍການເລີ່ມຕົ້ນໃນເວລາ 20:00 ໂມງ, ປະຊາຊົນ ແລະ ນັກທ່ອງທ່ຽວຈະໄດ້ຮັບຊົມການສະແດງນ້ຳພຸປະກອບດົນຕີ, ການສະແດງແສງສີດ້ວຍອຸປະກອນບິນບໍ່ມີຄົນຂັບ (drone) ແລະ ການຈູດດອກໄມ້ໄຟລະດັບຕ່ຳ.

ຕອນຄ່ຳວັນທີ 31 ທັນວາ, ລາຍການນັບຖອຍຫຼັງ (Countdown) ຕ້ອນຮັບປີໃໝ່ 2027 ຄາດວ່າຈະຈັດຂຶ້ນທີ່ສວນສາທາລະນະແມ່ນ້ຳເຫົ້າ. ນອກຈາກນັ້ນ, ງານບຸນຍັງມີກິດຈະກຳສາຍພາບ 3D Mapping ທີ່ສຳນັກງານຄະນະກຳມະການປະຊາຊົນນະຄອນ ແລະ ພື້ນທີ່ວາງສະແດງເຄື່ອງມືກະສິກຳ, ເຄື່ອງມືຫາປາ, ແນະນຳຊີວິດການອອກແຮງງານຂອງປະຊາຊົນເຂດພາກຕາເວັນຕົກຂອງພາກໃຕ້ຫວຽດນາມ ທີ່ສວນສາທາລະນະທ່າເຮືອນິງກ່ຽວ.

ໂດຍສະເພາະ, ທີ່ຄອງກ໋າຍເຄ໋, ຄະນະຈັດຕັ້ງຄາດວ່າຈະຈັດສັນເຮືອນ້ອຍ ແລະ ເຮືອປະເພດຕ່າງໆ ຈຳນວນ 30-40 ລຳ ເພື່ອແນະນຳເຂົ້າໜົມພື້ນບ້ານ, ໝາກໄມ້, ອາຫານພິເສດປະຈຳຖິ່ນ ແລະ ອາຫານເທິງແມ່ນ້ຳ, ສົມທົບກັບການສະແດງດົນຕີພື້ນເມືອງ ເດີ່ນກາຕ່າຍຕື໋. ກິດຈະກຳດັ່ງກ່າວແນໃສ່ຈຳລອງບັນຍາກາດການຄ້າຂາຍທາງນ້ຳອັນເປັນເອກະລັກຂອງເຂດທົ່ງພຽງປາກແມ່ນ້ຳຂອງ, ນຳເອົາປະສົບການດ້ານວັດທະນະທຳມາໃຫ້ແກ່ນັກທ່ອງທ່ຽວ.

ໃນຂອບເຂດງານບຸນ, ຍັງມີການຈັດກິດຈະກຳກິລາທາງນ້ຳຫຼາຍຢ່າງ ເຊັ່ນ: ແຂ່ງຂັນເຮືອໃບເທິງແມ່ນ້ຳເຫົ້າ, ແຂ່ງຂັນກະດານຢືນພາຍ (SUP), ເຮືອຈຳລອງ ແລະ ເຮືອໂງຂະໜາດນ້ອຍ. ນັກທ່ອງທ່ຽວສາມາດທົດລອງພາຍກະດານ SUP, ພາຍເຮືອ kayak, ຫຼິ້ນກະດານໂຕ້ຄື້ນພະລັງແຮງດັນນ້ຳ, ບິນດ້ວຍຄັນຮົ່ມ ແລະ ລອຍໂຄມໄຟດອກໄມ້ທີ່ຄອງກ໋າຍເຄ໋.

ທີ່ຕະຫຼາດນ້ຳກ໋າຍຣັງ, ງານບຸນຊຸມຊົນ “ດຳລົງຊີວິດຄຽງຄູ່ກັບສາຍນ້ຳ” ແລະ ງານບຸນຄວາມງົດງາມຂອງຊຸດເສື້ອບ່າບາ ຈະແນະນຳບັນດາເອກະລັກດ້ານວິຖີຊີວິດ ແລະ ວັດທະນະທຳດັ້ງເດີມຂອງປະຊາຊົນທ້ອງຖິ່ນ. ບັນດາກິດຈະກຳຂານຮັບລາຍການ “ປົກປັກຮັກສາສາຍນ້ຳສີຂຽວ” ກໍໄດ້ຮັບການຜັນຂະຫຍາຍ ແນໃສ່ຍົກສູງຈິດສຳນຶກໃນການປົກປັກຮັກສາສິ່ງແວດລ້ອມແມ່ນ້ຳລຳເຊ.

ໃນໂອກາດນີ້, ນະຄອນເກິ່ນເທີ ຄາດວ່າຈະຈັດງານຕະຫຼາດນັດການຄ້າທີ່ມີຂະໜາດ 200-250 ຮ້ານວາງສະແດງ, ສົມທົບກັບພື້ນທີ່ແນະນຳຜະລິດຕະພັນ, ການບໍລິການທ່ອງທ່ຽວຂອງບັນດາທ້ອງຖິ່ນ. ຂະແໜງການທ່ອງທ່ຽວຂອງນະຄອນຍັງໄດ້ວາງແຜນຈັດກອງປະຊຸມສຳມະນາກ່ຽວກັບການທ່ອງທ່ຽວກະສິກຳ, ການທ່ອງທ່ຽວລະບົບນິເວດ ແລະ ການທ່ອງທ່ຽວຊຸມຊົນ ຕິດພັນກັບບັນດາບ້ານຫັດຖະກຳ ແລະ ວັດທະນະທຳທ້ອງຖິ່ນ.

ຜ່ານການພົບປະກັບບັນດາວິສາຫະກິດ, ຂະແໜງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວເກິ່ນເທີ ຫວັງວ່າຈະໄດ້ຮັບບັນດາຂໍ້ສະເໜີ, ຂໍ້ສະເໜີແນະ, ເພີ່ມທະວີການເຊື່ອມໂຍງລະຫວ່າງບັນດາຫົວໜ່ວຍດຳເນີນທຸລະກິດບໍລິການ, ກະກຽມບັນດາເງື່ອນໄຂເພື່ອຮັບໃຊ້ປະຊາຊົນ ແລະ ນັກທ່ອງທ່ຽວ ໃນໂອກາດງານບຸນທ້າຍປີ.

ສັບປະດາວັດທະນະທຳ - ການທ່ອງທ່ຽວ ເກິ່ນເທີ ສົ່ງເສີມການຮ່ວມມື ແລະ ພັດທະນາຜະລິດຕະພັນໃໝ່ ສັບປະດາວັດທະນະທຳ - ການທ່ອງທ່ຽວ ເກິ່ນເທີ ສົ່ງເສີມການຮ່ວມມື ແລະ ພັດທະນາຜະລິດຕະພັນໃໝ່
ຍສໝ - ຕອນຄ່ຳວັນທີ 18 ມິຖຸນາ, ຢູ່ສວນສາທາລະນະທ່າເຮືອ ນິງກ່ຽວ, ສູນສົ່ງເສີມການລົງທຶນ - ການຄ້າ ແລະ ການທ່ອງທ່ຽວນະຄອນ ເກິ່ນເທີ ຮ່ວມກັບບັນດາກົມກອງທີ່ກ່ຽວຂ້ອງ ໄດ້ຈັດພິທີເປີດສັບປະດາວັດທະນະທຳ - ການທ່ອງທ່ຽວ ເກິ່ນເທີ ປະຈຳປີ 2026 ພາຍໃຕ້ຫົວຂໍ້ “ໄຕໂດ ສີສັນແຫ່ງລະດູຮ້ອນ”. ງານດັ່ງກ່າວເປັນກິດຈະກຳທີ່ສະທ້ອນເອກະລັກວັດທະນະທຳເຂດແມ່ນ້ຳລຳເຊຂອງພາກຕາເວັນຕົກພາກໃຕ້ (ທົ່ງພຽງແມ່ນ້ຳຂອງ) ແລະ ຄາດວ່າຈະກາຍເປັນຈຸດເດັ່ນສຳຄັນຂອງການທ່ອງທ່ຽວນະຄອນໃນລະດູຮ້ອນປີນີ້.
ເກິ່ນເທີ - ອິນເດຍ ຂະຫຍາຍການຮ່ວມມືໃນຂົງເຂດທີ່ມີທ່າແຮງ ເກິ່ນເທີ - ອິນເດຍ ຂະຫຍາຍການຮ່ວມມືໃນຂົງເຂດທີ່ມີທ່າແຮງ
ຍສໝ - “ເກິ່ນເທີ ແລະ ອິນເດຍ ຍັງມີໂອກາດອີກຫຼາຍໃນການຂະຫຍາຍການຮ່ວມມື ໂດຍອາໄສຈຸດແຂງຂອງແຕ່ລະຝ່າຍ”. ນີ້ແມ່ນຄຳຢືນຢັນຂອງທ່ານ ເລກວາງຕຸ່ງ, ເລຂາຄະນະພັກນະຄອນເກິ່ນເທີ, ໃນການພົບປະເຮັດວຽກກັບຄະນະຜູ້ແທນອິນເດຍ ນຳໂດຍທ່ານ Tshering Wangchuk Sherpa, ເອກອັກຄະລັດຖະທູດວິສາມັນ ແລະ ຜູ້ມີອຳນາດເຕັມແຫ່ງສາທາລະນະລັດອິນເດຍ ປະຈຳຫວຽດນາມ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ