| ວັນຊາດຫວຽດນາມຢູ່ Sydney: ຂີດໝາຍ 81 ປີແຫ່ງການພັດທະນາ ແລະ ການພົວພັນ ຫວຽດນາມ - ອົດສະຕາລີ ສະມາຄົມນັກສຶກສາຫວຽດນາມ ສ້າງເຄືອຂ່າຍໃຫ້ສົມບູນທົ່ວອົດສະຕາລີ |
ຕາມຂໍ້ມູນຈາກກະຊວງການຄ້າ ແລະ ການທ່ອງທ່ຽວອົດສະຕາລີ, ທີ່ຮ່າໂນ້ຍ, ທ່ານ Don Farrell, ລັດຖະມົນຕີ ຈະຮ່ວມກັບບັນດາລັດຖະມົນຕີຂອງປະເທດສະມາຊິກ CPTPP ປຶກສາຫາລືກ່ຽວກັບການຮັກສາຄວາມສາມາດໃນການປັບຕົວຂອງສັນຍາຕໍ່ໜ້າບັນດາສິ່ງທ້າທາຍຂອງໂລກ, ຮັບປະກັນໃຫ້ບັນດາຄຳໝັ້ນສັນຍາສືບຕໍ່ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ແກ່ວິສາຫະກິດ ແລະ ຜູ້ບໍລິໂພກ.
ໃນຂອບເຂດກອງປະຊຸມ, ບັນດາການສົນທະນາລະຫວ່າງ CPTPP ກັບສະມາຄົມບັນດາປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ) ແລະ ສະຫະພາບເອີຣົບ (EU) ຈະສຸມໃສ່ການຊຸກຍູ້ການຄ້າທີ່ເປັນທຳ, ເປີດກວ້າງ, ຍົກສູງຄວາມສາມາດໃນການຮັບມືຂອງຕ່ອງໂສ້ການສະໜອງ ແລະ ສ້າງຄວາມສະດວກໃຫ້ແກ່ການຄ້າດິຈິຕອນ.
![]() |
| ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ແມ່ນບັນດາເສົາຄ້ຳທີ່ສຳຄັນໃນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ. |
ໃນການຢ້ຽມຢາມຄັ້ງນີ້, ທ່ານ Don Farrell, ລັດຖະມົນຕີ ຈະພົບປະເຮັດວຽກກັບທ່ານ ເລ ແມ້ງ ຮຸ່ງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ໂງ ວັນ ຕວັນ, ລັດຖະມົນຕີກະຊວງການເງິນ. ສືບຕໍ່ຈາກບັນດາການພົບປະທີ່ອົດສະຕາລີ ໃນເດືອນສິງຫາ 2026, ສອງຝ່າຍຈະສືບຕໍ່ແລກປ່ຽນບັນດາມາດຕະການພັດທະນາການຄ້າສອງຝ່າຍ, ການທ່ອງທ່ຽວ, ການລົງທຶນ ແລະ ການຮ່ວມມືໃນການຫັນປ່ຽນໄປສູ່ພະລັງງານສະອາດ.
ທີ່ນະຄອນໂຮ່ຈີມິນ, ທ່ານ Don Farrell, ລັດຖະມົນຕີ ຄາດວ່າຈະພົບປະກັບຜູ້ຕາງໜ້າບັນດາວິສາຫະກິດ ເພື່ອຊອກຫາກາລະໂອກາດຂະຫຍາຍການຄ້າ ແລະ ການລົງທຶນຂອງອົດສະຕາລີ ຢູ່ຫວຽດນາມ.
ຕາມຝ່າຍອົດສະຕາລີແລ້ວ, ປັດຈຸບັນ ຫວຽດນາມ ແມ່ນຕະຫຼາດທີ່ສຳຄັນ ແລະ ພວມຂະຫຍາຍຕົວສຳລັບບັນດາສິນຄ້າອາຫານສົ່ງອອກຂອງປະເທດນີ້, ດ້ວຍມູນຄ່າປະມານ 1,1 ຕື້ AUD.
ໃນປີ 2025, ມູນຄ່າການຄ້າສອງຝ່າຍ ຫວຽດນາມ - ອົດສະຕາລີ ບັນລຸ 30 ຕື້ AUD, ເພີ່ມຂຶ້ນຫຼາຍກວ່າສອງເທົ່າເມື່ອທຽບກັບປີ 2020.
ລັດຖະບານອົດສະຕາລີ ກຳນົດວ່າ ການເພີ່ມທະວີສາຍພົວພັນກັບອາຊີຕາເວັນອອກສຽງໃຕ້, ໃນນັ້ນມີຫວຽດນາມ, ແມ່ນໜຶ່ງໃນບັນດາບູລິມະສິດຂອງຍຸດທະສາດເສດຖະກິດອາຊີຕາເວັນອອກສຽງໃຕ້ ຮອດປີ 2040. ນີ້ແມ່ນພາກພື້ນທີ່ໄດ້ຮັບການຕີລາຄາວ່າ ມີອັດຕາການເຕີບໂຕທາງເສດຖະກິດຢູ່ໃນກຸ່ມທີ່ໄວທີ່ສຸດໃນໂລກ.
ທ່ານ Don Farrell, ລັດຖະມົນຕີ ຢືນຢັນວ່າ ການຢ້ຽມຢາມຫວຽດນາມຄັ້ງນີ້ ສືບຕໍ່ສະແດງເຖິງຄຳໝັ້ນສັນຍາຂອງອົດສະຕາລີ ຕໍ່ການຄ້າເສລີ, ເປີດກວ້າງ ແລະ ອີງໃສ່ກົດລະບຽບ, ປະກອບສ່ວນສ້າງຄວາມຈະເລີນຮຸ່ງເຮືອງໃຫ້ແກ່ພາກພື້ນ ແລະ ຍົກສູງຄວາມສາມາດໃນການຮັບມືຂອງບັນດາພື້ນຖານເສດຖະກິດ.
ທ່ານຍັງໄດ້ເນັ້ນໜັກເຖິງບົດບາດຂອງ CPTPP ໃນສະພາບການທີ່ການຄ້າໂລກມີຄວາມຜັນຜວນຫຼາຍ. ຕາມທ່ານລັດຖະມົນຕີແລ້ວ, ບັນດາມາດຕະຖານສູງ, ຄວາມໝັ້ນຄົງ ແລະ ຄວາມສາມາດໃນການຄາດຄະເນລ່ວງໜ້າຂອງສັນຍາ ນັບມື້ນັບມີຄວາມໝາຍສຳຄັນຕໍ່ບັນດາພື້ນຖານເສດຖະກິດສະມາຊິກ.
ຍສໝ - ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ລະຫວ່າງຫວຽດນາມ ແລະ ອົດສະຕາລີ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ໂດຍມີຄວາມຮຽກຮ້ອງໃຫ້ຫັນຈາກບັນດາໂຄງການຮ່ວມມືແບບແຍກສ່ວນ ໄປສູ່ການສ້າງລະບົບນິເວດການຄົ້ນຄວ້າຮ່ວມ, ຈາກການຖ່າຍທອດເຕັກໂນໂລຊີ ໄປສູ່ການຮ່ວມຄົ້ນຄວ້າ, ຮ່ວມພັດທະນາ ແລະ ນຳຜົນການຄົ້ນຄວ້າໄປສູ່ການຄ້າ. |
ຍສໝ - ຕອນເຊົ້າວັນທີ 12/8, ທີ່ນະຄອນຫຼວງ Canberra, ທ່ານ ຫງວຽນຢວ໊ານແອັງ, ຮອງປະທານສະພາແຫ່ງຊາດ ໄດ້ພົບປະກັບ ທ່ານນາງ Sharon Claydon, ຮອງປະທານສະພາຕ່ຳອົດສະຕາລີ, ປະທານກຸ່ມສະມາຊິກສະພາມິດຕະພາບອົດສະຕາລີ - ຫວຽດນາມ, ແລກປ່ຽນບັນດາມາດຕະການເພື່ອເພີ່ມທະວີການຮ່ວມມືລະຫວ່າງອົງການນິຕິບັນຍັດຂອງສອງປະເທດ. |
ຄຳສີ
