| ຄ່ຳຄືນສິລະປະຢູ່ລາວ ເຊື່ອມສານຊຸມຊົນຊາວຫວຽດນາມ, ເຜີຍແຜ່ມິດຕະພາບຫວຽດນາມ - ລາວ ເຜີຍແຜ່ສີສັນພິເສດ ແລະ ພາສາຫວຽດນາມ ຜ່ານບັນດາການເຄື່ອນໄຫວຊຸມຊົນທົ່ວໂລກ |
ກ່າວຄຳເຫັນທີ່ລາຍການ, ທ່ານນາງ ຟ້າມທິທູເຮືອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເກຣັກ ໄດ້ເນັ້ນໜັກເຖິງຄວາມໝາຍຂອງການຈັດຕັ້ງວັນວັດທະນະທຳຫວຽດນາມ ເປັນຄັ້ງທຳອິດທັງຢູ່ພາຍໃນ ແລະ ຕ່າງປະເທດ, ຕິດພັນກັບວັນມະຫາສາມັກຄີທົ່ວປວງຊົນທັງຊາດ ເພື່ອແນໃສ່ເຊີດຊູ, ຍົກສູງບັນດາຄຸນຄ່າວັດທະນະທຳ ແລະ ກຳລັງແຮງມະຫາສາມັກຄີ ໃນປະຫວັດສາດແຫ່ງການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ. ເພື່ອຕອບສະໜອງບັນດາການເຄື່ອນໄຫວ, ເຫດການກວ່າ 400 ລາຍການ ທີ່ໄດ້ຮັບການຜັນຂະຫຍາຍໃນໂອກາດນີ້, ລາຍການດັ່ງກ່າວໄດ້ມຸ່ງໄປເຖິງການເຊີດຊູສີສັນພິເສດຂອງຊາດ, ເຜີຍແຜ່ຈິດໃຈສາມັກຄີ, ຊຸກຍູ້ການພັດທະນາອຸດສາຫະກຳວັດທະນະທຳ, ພ້ອມທັງສ້າງເງື່ອນໄຂໃຫ້ປະຊາຊົນໄດ້ເຂົ້າຮ່ວມໂດຍກົງ, ປະດິດສ້າງ ແລະ ຊົມໃຊ້ບັນດາຄຸນຄ່າວັດທະນະທຳ.
ໂດຍຢືນຢັນວ່າ ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກວົງຄະນາຍາດບັນດາເຜົ່າຫວຽດນາມ ແລະ ເປັນຂົວຕໍ່ລະຫວ່າງຫວຽດນາມ ກັບໂລກ, ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກວ່າ ຊາວຫວຽດນາມອາໄສຢູ່ຕ່າງປະເທດແຕ່ລະຄົນ ແມ່ນທູດສັນຖະວະໄມຕີຜູ້ໜຶ່ງ ທີ່ປະກອບສ່ວນໂຄສະນາພາບພົດຂອງປະເທດຊາດ, ຜູ້ຄົນ ແລະ ວັດທະນະທຳຫວຽດນາມ ໄປສູ່ເພື່ອນມິດສາກົນ. ທ່ານນາງເອກອັກຄະລັດຖະທູດ ຟ້າມ ທິ ທູ ເຮືອງ ຍັງໄດ້ຕີລາຄາສູງຕໍ່ຈິດໃຈສາມັກຄີ, ອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ ພ້ອມດ້ວຍການປະກອບສ່ວນອັນຕັ້ງໜ້າຂອງພໍ່ແມ່ພີ່ນ້ອງຊາວຫວຽດນາມ ຢູ່ ເກຣັກ ໃນການອະນຸລັກຮັກສາສີສັນພິເສດດ້ານວັດທະນະທຳຂອງຊາດ, ໂດຍສະເພາະແມ່ນຜ່ານການທີ່ມີຮ້ານອາຫານຫວຽດນາມ ໄດ້ເປີດຂຶ້ນຢູ່ທີ່ນີ້ນັບມື້ນັບຫຼາຍ ເພື່ອແນະນຳບັນດາເຍື່ອງອາຫານທີ່ໄດ້ຮັບຄວາມນິຍົມຊົມຊອບ ໃຫ້ແກ່ປະຊາຊົນປະເທດເຈົ້າພາບ ແລະ ນັກທ່ອງທ່ຽວສາກົນ.
![]() |
| ລາຍການສະແດງສິລະປະທີ່ເຂັ້ມຂຸ້ນໄປດ້ວຍສີສັນພິເສດຂອງຊາດ ໂດຍປະຊາຄົມຊາວຫວຽດນາມ ສະແດງຢູ່ໃນລາຍການ “Meet VIETNAM” |
ຈຸດພົ້ນເດັ່ນຂອງລາຍການແມ່ນພື້ນທີ່ໂຄສະນາອາຫານການກິນ ແລະ ບັນດາລາຍການສະແດງຮ້ອງເພງ, ຟ້ອນລຳ ໂດຍປະຊາຄົມຊາວຫວຽດນາມ ຢູ່ ເກຣັກ ເປັນຜູ້ຈັດສາກ ແລະ ສະແດງ. ພາບພົດຂອງຊຸດອາວຢ່າຍທີ່ເປັນມູນເຊື້ອ, ສຽງເພງ, ທ່າຟ້ອນທີ່ເຂັ້ມຂຸ້ນໄປດ້ວຍສີສັນພິເສດຂອງຊາດ ພ້ອມດ້ວຍລົດຊາດຂອງເຝີ ແລະ ອາຫານພື້ນເມືອງທີ່ເປັນເອກະລັກຫຼາຍເຍື່ອງ ໄດ້ສ້າງບັນຍາກາດແຫ່ງການພົບປະແລກປ່ຽນທີ່ອົບອຸ່ນ ແລະ ສະໜິດສະໜົມ.
ເຫດການດັ່ງກ່າວໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃນດວງໃຈຂອງເພື່ອນມິດຊາວເກຣັກ, ພ້ອມກັນນັ້ນ ກໍເປັນໂອກາດໃຫ້ປະຊາຄົມຊາວຫວຽດນາມ ໄດ້ມາເຕົ້າໂຮມກັນ, ຮ່ວມບັນຍາກາດວັນບຸນຢູ່ບ້ານເກີດເມືອງນອນ, ປະກອບສ່ວນຊຸກຍູ້ການພົບປະແລກປ່ຽນປະຊາຊົນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ເກຣັກ.
ຍສໝ - ຕອນຄ່ຳວັນທີ 21 ພະຈິກ, ຢູ່ແຂວງອຸດອນທານີ (ໄທ), ຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດຫຼາຍຮ້ອຍຄົນໄດ້ເຂົ້າຮ່ວມພິທີມອບລາງວັນການປະກວດ 3 ລາຍການ ກ່ຽວກັບພາສາຫວຽດນາມ, ການຮ້ອງເພງ ແລະ ອາຫານພື້ນເມືອງ. ໂດຍມີຜູ້ເຂົ້າປະກວດຮ້ອງເພງເກືອບ 50 ຄົນ ອາຍຸຕັ້ງແຕ່ 5 ປີ ເຖິງເກືອບ 80 ປີ ແລະ ຫຼາຍສິບຄອບຄົວເຂົ້າຮ່ວມການປະກວດອາຫານ, ໂຄງການໄດ້ປະກອບສ່ວນອະນຸລັກເອກະລັກວັດທະນະທຳຫວຽດນາມ ແລະ ປູກຝັງສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ. |
ຍສໝ - ຕອນເຊົ້າວັນທີ 22/11, ຢູ່ຮ່າໂນ້ຍ, ງານມະຫະກຳວັດທະນະທຳອາຫານສາກົນ ຄັ້ງທີ 14 ໄດ້ໄຂຂຶ້ນໂດຍມີເກືອບ 100 ຮ້ານວາງສະແດງຈາກ 46 ປະເທດ, ແນະນຳເອກະລັກອັນໂດດເດັ່ນຂອງອາຫານຫວຽດນາມ ແລະ ອາຫານໂລກ. ໃນຂອບເຂດງານດັ່ງກ່າວ, ຄະນະຈັດງານໄດ້ມອບເງິນ 1 ຕື້ດົງ ເພື່ອຊ່ວຍເຫຼືອ 5 ທ້ອງຖິ່ນ, ເຜີຍແຜ່ຈິດໃຈແຫ່ງການແບ່ງປັນຜ່ານກິດຈະກຳແລກປ່ຽນວັດທະນະທຳ. |
ແທັງຮັ່ງ
