ນັກຮຽນ 30 ຄົນ ແຂ່ງຂັນຄວາມສາມາດດ້ານພາສາຫວຽດ ຢູ່ລາວ

14:49 | 27/11/2026

ຍສໝ - ວັນທີ 25 ພະຈິກ, ທີ່ແຂວງຄຳມ່ວນ (ລາວ), ນັກຮຽນ 30 ຄົນ ຈາກໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ທົ້ງເຍິດ ໄດ້ເຂົ້າຮ່ວມການແຂ່ງຂັນ “ນ້ອງຮັກພາສາຫວຽດ” ສົກຮຽນ 2026-2027. ຜ່ານບັນດາພາກການແຂ່ງຂັນດ້ານຄວາມຮູ້, ພອນສະຫວັນ ແລະ ການແລກປ່ຽນວັດທະນະທຳ, ນັກຮຽນສອງປະເທດມີໂອກາດເພີ່ມເຕີມໃນການຝຶກຝົນພາສາຫວຽດ, ຮຽນຮູ້ວັດທະນະທຳ ແລະ ຮ່ວມກັນປູກຝັງມິດຕະພາບ ຫວຽດນາມ - ລາວ.

ຍົກສູງຄວາມສາມາດດ້ານສາທາລະນະສຸກໃຫ້ແກ່ເມືອງວັງວຽງ ຈາກໂຄງການມິດຕະພາບ ຫວຽດນາມ - ລາວ ຫວຽດນາມ - ລາວ ໃຫ້ບຸລິມະສິດແກ່ການເຊື່ອມໂຍງໂຄງລ່າງພື້ນຖານ, ມຸ່ງສູ່ມູນຄ່າການຄ້າສອງຝ່າຍ 10 ຕື້ USD

ການແຂ່ງຂັນດັ່ງກ່າວຈັດຂຶ້ນໂດຍສະຖານກົງສຸນໃຫຍ່ຫວຽດນາມ ປະຈຳສະຫວັນນະເຂດ ສົມທົບກັບສະມາຄົມຊາວຫວຽດນາມແຂວງຄຳມ່ວນ ແລະ ໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ທົ້ງເຍິດ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູຫວຽດນາມ ຄົບຮອບ 44 ປີ (20/11/1982 - 20/11/2026) ແລະ ມຸ່ງໄປສູ່ການສະເຫຼີມສະຫຼອງວັນຊາດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 51 ປີ.

ກ່າວຄຳປາໄສເປີດການແຂ່ງຂັນ, ທ່ານ ຫງວຽນ ວັນ ຢຸ໊ງ, ກົງສຸນໃຫຍ່ຫວຽດນາມ ປະຈຳສະຫວັນນະເຂດ ໄດ້ເນັ້ນໜັກວ່າ ພາສາຫວຽດບໍ່ພຽງແຕ່ເປັນພາຫະນະໃນການສື່ສານເທົ່ານັ້ນ, ຫາກຍັງເປັນສ່ວນສຳຄັນຂອງວັດທະນະທຳແຫ່ງຊາດ, ເຊື່ອມໂຍງຄົນຫວຽດນາມຮຸ່ນຕ່າງໆ ບໍ່ວ່າຈະດຳລົງຊີວິດຢູ່ໃສກໍຕາມ.

ນັກຮຽນ 30 ຄົນ ແຂ່ງຂັນຄວາມສາມາດດ້ານພາສາຫວຽດ ຢູ່ລາວ
ບັນດານ້ອງນັກຮຽນເຂົ້າຮ່ວມແຂ່ງຂັນ “ນ້ອງຮັກພາສາຫວຽດ” ສົກຮຽນ 2026-2027 ຢູ່ແຂວງຄຳມ່ວນ (ລາວ).

ຕາມທ່ານກົງສຸນໃຫຍ່ແລ້ວ, ການສືບຕໍ່ຈັດການແຂ່ງຂັນ “ນ້ອງຮັກພາສາຫວຽດ” ຢູ່ໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ທົ້ງເຍິດ ໄດ້ສ້າງເວທີທີ່ເປັນປະໂຫຍດໃຫ້ນັກຮຽນໄດ້ຝຶກຝົນທັກສະການຟັງ, ເວົ້າ, ອ່ານ ແລະ ຂຽນ; ພ້ອມທັງປູກຝັງຄວາມຮັກຕໍ່ບ້ານເກີດເມືອງນອນ, ຄວາມພາກພູມໃຈໃນຊາດໃຫ້ແກ່ຄົນຮຸ່ນໜຸ່ມເຊື້ອສາຍຫວຽດນາມ ແລະ ແນະນຳບັນດາຄວາມງົດງາມຂອງວັດທະນະທຳຫວຽດນາມໃຫ້ແກ່ນັກຮຽນລາວ.

ທ່ານ ຫງວຽນ ວັນ ຢຸ໊ງ, ກົງສຸນໃຫຍ່ ໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່ຂອງສະມາຄົມຊາວຫວຽດນາມແຂວງຄຳມ່ວນ ໃນວຽກງານການສຶກສາ, ການຮັກສາພາສາຫວຽດໃຫ້ແກ່ລູກຫຼານໃນຊຸມຊົນ; ພ້ອມທັງຮັບຮູ້ການປະກອບສ່ວນຂອງຄະນະອຳນວຍການ ແລະ ຖັນແຖວຄູອາຈານໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ທົ້ງເຍິດ ໃນການຮັກສາການຮຽນການສອນ, ປະກອບສ່ວນປູກຝັງມິດຕະພາບ ຫວຽດນາມ - ລາວ ຢູ່ທ້ອງຖິ່ນ.

ການແຂ່ງຂັນໃນປີນີ້ມີ 3 ທີມເຂົ້າຮ່ວມ, ແຕ່ລະທີມປະກອບມີນັກຮຽນ 10 ຄົນ ຈາກບັນດາຊັ້ນຮຽນຂອງໂຮງຮຽນ, ໂດຍມີຊື່ວ່າ: ລາວ - ຫວຽດນາມ ສາມັກຄີ, ນັກຮົບ ແລະ ດາວຄຳ.

ບັນດາທີມໄດ້ຜ່ານການແຂ່ງຂັນ 3 ພາກຕາມລຳດັບ ລວມມີ: ການແນະນຳ, ພອນສະຫວັນ ແລະ ຄວາມຮູ້.

ໃນພາກການແນະນຳ, ບັນດາຜູ້ເຂົ້າແຂ່ງຂັນໄດ້ສະແດງຄວາມສາມາດໃນການນຳໃຊ້ພາສາຫວຽດ ຜ່ານຮູບແບບການນຳສະເໜີທີ່ມີຄວາມຄິດສ້າງສັນ, ໃນນັ້ນມີລາຍການສະແດງທີ່ປະສົມປະສານຮູບແບບການຂັບກອນພື້ນບ້ານຫວຽດນາມ (ແວ່) ກັບຈັງຫວະຄຳສຳຜັດທີ່ຄຸ້ນເຄີຍ ແລະ ຈື່ຈຳງ່າຍ.

ໃນພາກການແຂ່ງຂັນພອນສະຫວັນ, ບັນດາທີມໄດ້ສະແດງລາຍການຟ້ອນລຳ, ຂັບຮ້ອງ, ເລົ່າເລື່ອງ ແລະ ລະຄອນສັ້ນ. ທີ່ໜ້າສົນໃຈແມ່ນ ທີມນັກຮົບ ໄດ້ຈຳລອງບັນຍາກາດບ້ານນາຊົນນະບົດຫວຽດນາມ ພ້ອມກັບບັນດາການລະຫຼິ້ນພື້ນບ້ານແບບດັ້ງເດີມ, ໄດ້ຮັບການເຊຍຈາກຜູ້ຊົມ.

ພາກການແຂ່ງຂັນຄວາມຮູ້ປະກອບມີ 30 ຄຳຖາມດ້ານທິດສະດີໃນຫຼາຍຂົງເຂດ, ໂດຍມີບັນດາຫົວຂໍ້ທີ່ຄຸ້ນເຄີຍ ເຊັ່ນ: ສັດ, ອຸປະກອນການຮຽນ, ໝາກໄມ້ ແລະ ພາຫະນະການເດີນທາງ. ຜ່ານນັ້ນ, ບັນດາຜູ້ເຂົ້າແຂ່ງຂັນໄດ້ສະແດງຄັງຄຳສັບ, ຄວາມສາມາດໃນການຄິດ ແລະ ການນຳໃຊ້ພາສາຫວຽດໃນບັນດາສະຖານະການທີ່ໃກ້ຊິດກັບຊີວິດປະຈຳວັນ.

ນອກຈາກການແຂ່ງຂັນຂອງບັນດາທີມແລ້ວ, ຄະນະຈັດຕັ້ງຍັງໄດ້ຈັດກິດຈະກຳແລກປ່ຽນກັບຜູ້ຊົມ ຜ່ານບັນດາຄຳຖາມກ່ຽວກັບວັດທະນະທຳ, ປະຫວັດສາດຂອງຫວຽດນາມ ແລະ ລາວ.

ເມື່ອສິ້ນສຸດການແຂ່ງຂັນ, ຄະນະຈັດຕັ້ງໄດ້ມອບລາງວັນທີ 1, ທີ 2 ແລະ ທີ 3 ໃຫ້ແກ່ບັນດາທີມ. ບໍລິສັດໂທລະຄົມ Unitel ສາຂາແຂວງຄຳມ່ວນ ກໍໄດ້ມອບທຶນການສຶກສາ 2 ທຶນ ໃຫ້ແກ່ຜູ້ເຂົ້າແຂ່ງຂັນ 2 ຄົນ ທີ່ສະແດງພອນສະຫວັນໄດ້ດີເດັ່ນທີ່ສຸດ.

ໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ທົ້ງເຍິດ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1982 ໂດຍສະມາຄົມຊາວຫວຽດນາມແຂວງຄຳມ່ວນ ແລະ ຊຸມຊົນຊາວຫວຽດນາມ ຮ່ວມກັນກໍ່ສ້າງ, ໃນເບື້ອງຕົ້ນແນໃສ່ສ້າງເງື່ອນໄຂການຮຽນໃຫ້ແກ່ລູກຫຼານຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດ.

ປັດຈຸບັນ, ໂຮງຮຽນມີນັກຮຽນ 539 ຄົນ ໃນ 3 ລະດັບການສຶກສາ ລວມມີ: ອະນຸບານ, ປະຖົມ ແລະ ມັດທະຍົມຕອນຕົ້ນ, ໃນນັ້ນມີທັງລູກຫຼານຊາວຫວຽດນາມທີ່ກຳລັງດຳລົງຊີວິດຢູ່ລາວ ແລະ ນັກຮຽນຊາວລາວ.

ຄຽງຄູ່ກັບຫຼັກສູດການສຶກສາສາມັນ, ໂຮງຮຽນໄດ້ເອົາໃຈໃສ່ການສິດສອນພາສາຫວຽດ ແລະ ແນະນຳວັດທະນະທຳຫວຽດນາມ, ຊ່ວຍໃຫ້ນັກຮຽນມີພື້ນຖານດ້ານພາສາ, ຄວາມຮູ້ດ້ານວັດທະນະທຳເພີ່ມເຕີມ, ພ້ອມທັງເປີດໂອກາດໃຫ້ໄດ້ສືບຕໍ່ຮ່ຳຮຽນຢູ່ຫວຽດນາມໃນອະນາຄົດ.

ຜ່ານບັນດາກິດຈະກຳການສຶກສາ ແລະ ການແລກປ່ຽນ, ໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ທົ້ງເຍິດ ໄດ້ກາຍເປັນໜຶ່ງໃນບັນດາແບບຢ່າງດີເດັ່ນດ້ານການສຶກສາຢູ່ແຂວງຄຳມ່ວນ, ປະກອບສ່ວນຮັກສາພາສາຫວຽດໃນຊຸມຊົນ ແລະ ເຊື່ອມໂຍງຄົນຮຸ່ນໜຸ່ມຂອງສອງປະເທດ.

ນັກສຶກສາລາວເຂົ້າຮ່ວມພິທີກຳທາງພຸດທະສາສະໜາຕາມປະເພນີຢູ່ນະຄອນດ່ານັງ ນັກສຶກສາລາວເຂົ້າຮ່ວມພິທີກຳທາງພຸດທະສາສະໜາຕາມປະເພນີຢູ່ນະຄອນດ່ານັງ
ຍສໝ - ເພື່ອຂານຮັບວັນວັດທະນະທຳຫວຽດນາມ 24/11, ນັກສຶກສາລາວຈຳນວນຫຼາຍທີ່ກຳລັງຮ່ຳຮຽນຢູ່ນະຄອນດ່ານັງ ໄດ້ໄປວັດຕາມບ້າວ ເພື່ອຖວາຍທູບທຽນ, ໄຫວ້ພະ, ເຂົ້າຮ່ວມພິທີກຳຂອງພຸດທະສາສະໜາເຖຣະວາດ ແລະ ຮ່ວມສະແດງຄວາມຍິນດີເນື່ອງໃນບຸນກະຖິນຄັ້ງໃຫຍ່, ຜ່ານນັ້ນໄດ້ຮຽນຮູ້ເຖິງຄວາມຄ້າຍຄືກັນໃນວິຖີຊີວິດທາງວັດທະນະທຳ ແລະ ຄວາມເຊື່ອຖືຂອງປະຊາຊົນຫວຽດນາມ ແລະ ລາວ.
ສິລະປິນຫວຽດນາມສະແດງສິລະປະຢູ່ຈຳປາສັກ, ເຊື່ອມສານຊາວຫວຽດນາມໃນຕ່າງປະເທດ ແລະ ປະຊາຊົນລາວ ສິລະປິນຫວຽດນາມສະແດງສິລະປະຢູ່ຈຳປາສັກ, ເຊື່ອມສານຊາວຫວຽດນາມໃນຕ່າງປະເທດ ແລະ ປະຊາຊົນລາວ
ຍສໝ - ຕອນຄ່ຳວັນທີ 22/11, ຢູ່ແຂວງຈຳປາສັກ (ລາວ), ລາຍການສິລະປະ “ຫວຽດນາມ - ລາວ ຮ່ວມສາຍທານແຫ່ງຄວາມຮັກ” ທີ່ສະແດງໂດຍບັນດາສິລະປິນຈາກໂຮງລະຄອນໄວໜຸ່ມຫວຽດນາມ ໄດ້ນຳສະເໜີບັນດາລາຍການສະແດງທີ່ສັນລະເສີນບ້ານເກີດເມືອງນອນ, ປະເທດຊາດ ແລະ ມິດຕະພາບອັນພິເສດລະຫວ່າງປະຊາຊົນສອງປະເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ