| Oxfam ກຳນົດສອງບູລິມະສິດດ້ານການພັດທະນາຢູ່ຫວຽດນາມ ໄລຍະ 2026-2031 ນັກສິລະປິນຈາກ 13 ປະເທດ ເຕົ້າໂຮມກັນທີ່ງານມະໂຫລານເຊີດຫຸ່ນສາກົນ 2026 |
ດ້ວຍຫົວຂໍ້ “ລົດຊາດຫ້າທະວີບ - ຮ່ວມຈັງຫວະທົ່ວໂລກ”, ງານບຸນວັດທະນະທຳອາຫານສາກົນຮ່າໂນ້ຍ 2026 (Hanoi Firebeat World Festival) ດຳເນີນໄປແຕ່ວັນທີ 27-29/11 ເທິງເນື້ອທີ່ຫຼາຍກວ່າ 43.000 m² ທີ່ສູນວາງສະແດງຫວຽດນາມ.
ງານບຸນດັ່ງກ່າວ ຈັດຂຶ້ນໂດຍສູນວາງສະແດງຫວຽດນາມ ພາຍໃຕ້ການຊີ້ນຳຂອງຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ແລະ ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຮ່າໂນ້ຍ, ໂດຍມີການຮ່ວມມືຂອງສະມາຄົມພໍ່ຄົວແມ່ຄົວໂລກ (Worldchefs) ແລະ ສະມາຄົມ BBQ ໂລກ (WBQA).
![]() |
| ພິທີຈູດໄຟເປີດງານບຸນ ທີ່ງານບຸນວັດທະນະທຳອາຫານສາກົນຮ່າໂນ້ຍ 2026. |
ກ່າວຄຳປາໄສໄຂງານບຸນ, ທ່ານ ຫງວຽນ ເຈິ່ນ ກວາງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຮ່າໂນ້ຍ ໄດ້ເນັ້ນໜັກວ່າ ຮ່າໂນ້ຍ ບໍ່ພຽງແຕ່ເປັນທີ່ຮູ້ຈັກດ້ວຍບັນດາມໍລະດົກວັດທະນະທຳ, ສິ່ງກໍ່ສ້າງທາງສະຖາປັດຕະຍະກຳ, ສະຖານທີ່ທ່ອງທ່ຽວອັນສວຍງາມ ແລະ ປະຫວັດສາດອັນຍາວນານເທົ່ານັ້ນ, ຫາກຍັງມີຊື່ສຽງດ້ວຍວັດທະນະທຳອາຫານອັນໂດດເດັ່ນ, ປານີດ, ເຕັມໄປດ້ວຍເອກະລັກ ແລະ ມີສະເໜ່ສະເພາະຕົວ.
ຕາມທ່ານແລ້ວ, ງານບຸນບໍ່ແມ່ນພຽງແຕ່ກິດຈະກຳແນະນຳອາຫານເທົ່ານັ້ນ, ຫາກຍັງເປັນພື້ນທີ່ແລກປ່ຽນວັດທະນະທຳ, ເຊື່ອມໂຍງສາກົນ, ໂຄສະນາພາບພົດຂອງນະຄອນຫຼວງ, ປະກອບສ່ວນພັດທະນາອຸດສາຫະກຳວັດທະນະທຳ ແລະ ການທ່ອງທ່ຽວຮ່າໂນ້ຍ.
ງານບຸນໃນປີນີ້ ມີ 4 ຈຸດເດັ່ນຕົ້ນຕໍ ລວມມີ: ການເດີນທາງຄົ້ນຫາວັດທະນະທຳອາຫານຫ້າທະວີບ ດ້ວຍອາຫານຫຼາຍກວ່າ 2.000 ເຍື່ອງ; ການແຂ່ງຂັນຊິງແຊ້ມ BBQ ສາກົນ; ງານມະໂຫລານດົນຕີສາກົນສົມທົບກັບບັນດາກິດຈະກຳບັນເທີງ; ແລະ ພື້ນທີ່ສຳຜັດກັບວັດທະນະທຳຂອງບັນດາປະເທດ.
ໂດຍສະເພາະ, ການແຂ່ງຂັນຊິງແຊ້ມ BBQ ສາກົນ ໄດ້ສ້າງໂອກາດໃຫ້ນັກທ່ອງທ່ຽວໄດ້ຮັບຊົມການສະແດງປຸງແຕ່ງອາຫານຢ່າງມືອາຊີບໂດຍກົງ, ຊອກຮູ້ເຕັກນິກ ແລະ ຮູບແບບການປຸງແຕ່ງອາຫານຂອງບັນດາພໍ່ຄົວ, ແມ່ຄົວຈາກຫຼາຍປະເທດ.
ນອກຈາກນັ້ນ, ບັນດາພື້ນທີ່ຕາມຫົວຂໍ້ ເຊັ່ນ: “ລົດຊາດຮ່າໂນ້ຍ”, “ຫວຽດນາມກ້າວໄກ”, “ແປວໄຟອາຊີ” ແລະ “ແປວໄຟທົ່ວໂລກ” ໄດ້ແນະນຳບັນດາເຍື່ອງອາຫານ, ລົດຊາດ ພ້ອມດ້ວຍເລື່ອງລາວທາງວັດທະນະທຳອັນເປັນເອກະລັກຂອງຫວຽດນາມ ແລະ ໂລກ.
ທີ່ພິທີໄຂງານບຸນ, ບັນດາພໍ່ຄົວ, ແມ່ຄົວ ໄດ້ເຂົ້າຮ່ວມພິທີຈູດໄຟເປີດງານບຸນ (Global Fire Moment), ເຊິ່ງເປັນສັນຍາລັກແຫ່ງການເຊື່ອມໂຍງ ແລະ ແລກປ່ຽນລະຫວ່າງບັນດາວັດທະນະທຳອາຫານ. ນາຍຊ່າງສິລະປະ ຫງວຽນ ທິ ຈິງ ເນືອງ ກໍໄດ້ນຳເອົາຈອກຊາດອກບົວໂຮ່ເຕິຍ (ທະເລສາບຕາເວັນຕົກ) ມາສູ່ລາຍການ, ແນະນຳຄວາມປານີດໃນວັດທະນະທຳການດື່ມຊາຂອງຊາວຮ່າໂນ້ຍ.
ທ່ານ ຫງວຽນ ເຈິ່ນ ກວາງ ໃຫ້ຮູ້ວ່າ ຜ່ານງານບຸນດັ່ງກ່າວ, ຮ່າໂນ້ຍ ປາດຖະໜາຢາກສົ່ງເສີມຄຸນຄ່າວັດທະນະທຳອາຫານໃນການພັດທະນາອຸດສາຫະກຳວັດທະນະທຳ, ຊຸກຍູ້ການມີສ່ວນຮ່ວມຂອງບັນດານາຍຊ່າງສິລະປະ, ພໍ່ຄົວ, ແມ່ຄົວ ແລະ ວິສາຫະກິດ, ເທື່ອລະກ້າວສ້າງບັນດາຜະລິດຕະພັນວັດທະນະທຳ ແລະ ການທ່ອງທ່ຽວທີ່ມີຄຸນນະພາບສູງ ທີ່ມີຍີ່ຫໍ້ຂອງນະຄອນຫຼວງ.
ພ້ອມກັນນັ້ນ, ເຫດການດັ່ງກ່າວໄດ້ຮັບການຄາດຫວັງວ່າ ຈະກາຍເປັນສະຖານທີ່ພົບປະ, ແລກປ່ຽນບົດຮຽນ ແລະ ສ້າງສັນລະຫວ່າງບັນດາຊ່ຽວຊານ, ນາຍຊ່າງສິລະປະ, ພໍ່ຄົວ, ແມ່ຄົວ, ວິສາຫະກິດ ແລະ ບັນດາຜູ້ທີ່ມັກຮັກວັດທະນະທຳອາຫານ.
ທາງດ້ານຫົວໜ່ວຍຈັດຕັ້ງ, ທ່ານນາງ ຟ້າມ ທິ ຮ່ຽນ, ຮອງຜູ້ອຳນວຍການບໍລິຫານ ຮັບຜິດຊອບດ້ານທຸລະກິດ ແລະ ການຕະຫຼາດຂອງສູນວາງສະແດງຫວຽດນາມ ເຫັນວ່າ ບັນດາເຍື່ອງອາຫານ ແລະ ເຄື່ອງດື່ມທີ່ຄຸ້ນເຄີຍ ເຊັ່ນ: ເຝີ, ເຂົ້າປຸ້ນຊີ້ນປີ້ງ ຫຼື ກາເຟ ບໍ່ພຽງແຕ່ມີລົດຊາດອັນເປັນເອກະລັກເທົ່ານັ້ນ, ຫາກຍັງຕິດພັນກັບຄວາມຊົງຈຳ, ວັດທະນະທຳ ແລະ ວິຖີຊີວິດຂອງຊາວຮ່າໂນ້ຍ.
ຕາມທ່ານນາງແລ້ວ, ອາຫານແມ່ນພາສາລວມທີ່ຊ່ວຍໃຫ້ຜູ້ຄົນກ້າວຂ້າມໄລຍະຫ່າງທາງພູມສາດ, ພາສາ ແລະ ວັດທະນະທຳ. ນີ້ກໍແມ່ນແຫຼ່ງແຮງບັນດານໃຈໃນການຈັດງານບຸນ, ສ້າງໂອກາດໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ ໄດ້ຄົ້ນຫາບັນດາເອກະລັກອັນໂດດເດັ່ນຂອງວັດທະນະທຳອາຫານບັນດາປະເທດ ຢູ່ໃນນະຄອນຫຼວງ.
ເຫດການດັ່ງກ່າວ ຍັງມີການເຂົ້າຮ່ວມຂອງພໍ່ຄົວ, ແມ່ຄົວທີ່ມີຊື່ສຽງ ແລະ ຊ່ຽວຊານສາກົນຫຼາຍຄົນຈາກສະມາຄົມ BBQ ໂລກ, ປະກອບສ່ວນສ້າງເງື່ອນໄຂໃຫ້ບັນດາພໍ່ຄົວ, ແມ່ຄົວຫວຽດນາມ ໄດ້ແລກປ່ຽນ, ຮ່ຳຮຽນບົດຮຽນ ແລະ ແນະນຳບັນດາຄຸນຄ່າວັດທະນະທຳອາຫານແບບດັ້ງເດີມໃຫ້ແກ່ເພື່ອນມິດສາກົນ.
ທ່ານນາງ ຟ້າມ ທິ ຮ່ຽນ ໄດ້ສະແດງຄວາມຄາດຫວັງວ່າ ງານບຸນຈະບໍ່ຢຸດຢູ່ພຽງແຕ່ການຈັດງານໃນໄລຍະ 3 ວັນເທົ່ານັ້ນ, ຫາກຈະຄ່ອຍໆກາຍເປັນເຫດການປະຈຳປີທີ່ມີເອກະລັກສະເພາະຂອງຮ່າໂນ້ຍ, ປະກອບສ່ວນພັດທະນາການແລກປ່ຽນວັດທະນະທຳ, ການຄ້າ, ການທ່ອງທ່ຽວ ແລະ ເສດຖະກິດຍາມກາງຄືນ.
ຜ່ານບັນດາກິດຈະກຳສຳຜັດກັບວັດທະນະທຳອາຫານ, ການສະແດງສິລະປະ ແລະ ການແລກປ່ຽນສາກົນ, ງານບຸນໄດ້ປະກອບສ່ວນໂຄສະນາພາບພົດຂອງຮ່າໂນ້ຍ, ແນະນຳວັດທະນະທຳອາຫານຫວຽດນາມໃຫ້ແກ່ນັກທ່ອງທ່ຽວ, ພ້ອມທັງສ້າງໂອກາດເຊື່ອມໂຍງລະຫວ່າງບັນດາວັດທະນະທຳໃນໂລກຫຼາຍຂຶ້ນ.
ຍສໝ - ງານບຸນວັດທະນະທຳແມ່ນ້ຳເກິ່ນເທີ ຄັ້ງທີ II ປີ 2026 ຄາດວ່າຈະຈັດຂຶ້ນແຕ່ວັນທີ 30 ທັນວາ 2026 ຫາວັນທີ 4 ມັງກອນ 2027, ໂດຍມີບັນດາກິດຈະກຳສະແດງໂດຣນ, ນ້ຳພຸປະກອບດົນຕີ, ຈູດດອກໄມ້ໄຟ, ແຂ່ງຂັນເຮືອ, ສຳຜັດກັບອາຫານ ແລະ ວັດທະນະທຳແມ່ນ້ຳເຂດພາກຕາເວັນຕົກຂອງພາກໃຕ້ຫວຽດນາມ. |
ຍສໝ - ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີລາວ ໄດ້ສະເໜີໃຫ້ສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ສະມາຄົມມິດຕະພາບ ລາວ - ຫວຽດນາມ ເອົາໃຈໃສ່ສຶກສາອົບຮົມຄົນຮຸ່ນໜຸ່ມໃຫ້ເຂົ້າໃຈຢ່າງເລິກເຊິ່ງ, ສືບທອດ ແລະ ສົ່ງເສີມມູນເຊື້ອສາຍພົວພັນພິເສດລະຫວ່າງສອງປະເທດ; ພ້ອມທັງຢືນຢັນວ່າ ລັດຖະບານລາວຈະສືບຕໍ່ສະໜັບສະໜູນ, ສ້າງເງື່ອນໄຂອັນສະດວກໃຫ້ສອງສະມາຄົມເຄື່ອນໄຫວຢ່າງມີປະສິດທິຜົນ. |
ມິງດຶກ
