ກອງສຳມະນາສາກົນກ່ຽວກັບທະເລຕາເວັນອອກ ເຊີດຊູການສົນທະນາ ແລະ ການຮ່ວມມືທາງທະເລ

15:40 | 08/10/2026

ຍສໝ - ວັນທີ 7/10, ທີ່ຮ່າໂນ້ຍ, ກອງສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ ຄັ້ງທີ 18 ໄດ້ໄຂຂຶ້ນ, ໂດຍສຸມໃສ່ປຶກສາຫາລືບັນດາບັນຫາຄວາມໝັ້ນຄົງທາງທະເລ, ການຄຸ້ມຄອງການແຂ່ງຂັນ, ການເຊື່ອມຕໍ່ໂຄງລ່າງ ແລະ ການຊຸກຍູ້ການຮ່ວມມື ເພື່ອຮັກສາສັນຕິພາບ, ສະຖຽນລະພາບ ແລະ ຮັບປະກັນຄວາມໝັ້ນຄົງຂອງມະນຸດ.

ເວທີປາໄສທະເລຫວຽດນາມ 2026 ເຊື່ອມໂຍງແຫຼ່ງກຳລັງສາກົນ ເພື່ອເປົ້າໝາຍສ້າງປະເທດທາງທະເລທີ່ເຂັ້ມແຂງ ຫວຽດນາມຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການເຄົາລົບຫຼັກນິຕິທຳຢູ່ທະເລຕາເວັນອອກ

ດ້ວຍຫົວຂໍ້ “ການແຂ່ງຂັນ, ການເຊື່ອມຕໍ່ ແລະ ການຮ່ວມມື: ທະເລຕາເວັນອອກ ແລະ ລະບຽບການເດີນເຮືອໃນພາກພື້ນ”, ກອງສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ ຄັ້ງທີ 18 ໄດ້ຈັດຂຶ້ນໃນສອງວັນ ຄືວັນທີ 7 - 8/10, ໂດຍສະຖາບັນການທູດຫວຽດນາມ ປະສານສົມທົບກັບບັນດາອົງການຄູ່ຮ່ວມມືຈັດຕັ້ງ.

ງານດັ່ງກ່າວມີຜູ້ບັນຍາຍເກືອບ 50 ທ່ານ ເຊິ່ງເປັນບັນດາຊ່ຽວຊານພາຍໃນ ແລະ ສາກົນ, ຜູ້ແທນເກືອບ 300 ທ່ານ ຈາກບັນດາອົງການສູນກາງ, ທ້ອງຖິ່ນ, ຫຼາຍກວ່າ 40 ປະເທດ, ດິນແດນ ແລະ ອົງການສາກົນ. ໃນຈຳນວນຜູ້ແທນທີ່ເຂົ້າຮ່ວມໂດຍກົງ ມີເອກອັກຄະລັດຖະທູດ ແລະ ຫົວໜ້າອົງການຕາງໜ້າປະຈຳຫວຽດນາມ 25 ທ່ານ. ນອກຈາກນັ້ນ, ຍັງມີຜູ້ແທນປະມານ 100 ທ່ານ ລົງທະບຽນເຂົ້າຮ່ວມຜ່ານລະບົບອອນລາຍ.

ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ກອງສຳມະນາ ມີທ່ານນາງ ຫງວຽນທິຮວ່າງເວິນ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ; ທ່ານ Leo M. Herrera-Lim, ຮອງລັດຖະມົນຕີການຕ່າງປະເທດ ແລະ ຫົວໜ້າ SOM ອາຊຽນຂອງຟີລິບປິນ; ທ່ານນາງ Michelle Chan, ຮອງລັດຖະມົນຕີການຕ່າງປະເທດ ແລະ ການຄ້າອົດສະຕາລີ; ທ່ານ ພົນໂທ Derek A. Macaulay, ຜູ້ຕາງໜ້າທາງທະຫານອາວຸໂສຂອງການາດາ ຮັບຜິດຊອບພາກພື້ນອິນເດຍ - ປາຊີຟິກ.

ບັນດາຄຳປາໄສທີ່ກອງສຳມະນາ ລ້ວນແຕ່ເຫັນພ້ອມກັນໃນການເນັ້ນໜັກບົດບາດຂອງສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ ປີ 1982 (UNCLOS) ໃນຖານະເປັນຂອບກົດໝາຍທີ່ຄົບຖ້ວນ ກຳນົດສິດ, ພັນທະຂອງບັນດາປະເທດ ແລະ ຄຸ້ມຄອງກິດຈະກຳຢູ່ທະເລ ແລະ ມະຫາສະໝຸດ. ການປະຕິບັດ UNCLOS ມີຄວາມໝາຍສຳຄັນຕໍ່ການຮັບປະກັນສິດເສລີພາບໃນການເດີນເຮືອ ແລະ ການບິນ, ກໍຄືການແກ້ໄຂຄວາມເຫັນຕ່າງ ແລະ ຂໍ້ຂັດແຍ່ງດ້ວຍວິທີການສັນຕິ.

ກອງສຳມະນາສາກົນກ່ຽວກັບທະເລຕາເວັນອອກ ເຊີດຊູການສົນທະນາ ແລະ ການຮ່ວມມືທາງທະເລ
ບັນດາຜູ້ແທນທີ່ເຂົ້າຮ່ວມກອງສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ ຄັ້ງທີ 18 ຖ່າຍພາບຮ່ວມກັນເປັນທີ່ລະນຶກ ຫຼັງຈາກພິທີໄຂກອງສຳມະນາ ໃນວັນທີ 7/10/2026 ທີ່ຮ່າໂນ້ຍ.

ທ່ານນາງ ຫງວຽນທິຮວ່າງເວິນ, ຮອງລັດຖະມົນຕີ ຢືນຢັນວ່າ ຫວຽດນາມພ້ອມທີ່ຈະປະສານສົມທົບກັບອາຊຽນ ແລະ ບັນດາຄູ່ຮ່ວມມື ເພື່ອຮັກສາສະພາບແວດລ້ອມທາງທະເລທີ່ມີສັນຕິພາບ, ສະຖຽນລະພາບ ແລະ ຄວາມຮຸ່ງເຮືອງ. ທ່ານ Leo M. Herrera-Lim, ຜູ້ຕາງໜ້າຟີລິບປິນ ໄດ້ຢືນຢັນຄືນທັດສະນະຂອງປະເທດຕົນຕໍ່ຄຳຕັດສິນຂອງສານອະນຸຍາໂຕຕຸລາການກ່ຽວກັບທະເລຕາເວັນອອກ ປີ 2016. ໃນຂະນະດຽວກັນ, ຜູ້ຕາງໜ້າອົດສະຕາລີ ແລະ ການາດາ ຕ່າງກໍເຊີດຊູການເຄົາລົບກົດໝາຍສາກົນ ແລະ ການແກ້ໄຂຂໍ້ຂັດແຍ່ງຜ່ານວິທີການສັນຕິ.

ເມື່ອກ່າວເຖິງການຄຸ້ມຄອງການແຂ່ງຂັນ ແລະ ການປ້ອງກັນເຫດການ ແລະ ວິກິດການທາງທະເລ, ບັນດາຜູ້ບັນຍາຍເຫັນວ່າ ສະພາບການຍຸດທະສາດຢູ່ທະເລຕາເວັນອອກນັບມື້ນັບສັບສົນ. ການເພີ່ມຂຶ້ນຂອງການປາກົດຕົວ, ກິດຈະກຳ, ຂີດຄວາມສາມາດ ພ້ອມກັບການນຳໃຊ້ເຕັກໂນໂລຊີໃໝ່ ເຮັດໃຫ້ຄວາມສ່ຽງຕໍ່ການປະທະກັນ, ຄວາມເຄັ່ງຕຶງ ແລະ ການຄິດໄລ່ຜິດພາດເພີ່ມຂຶ້ນ.

ຕໍ່ໜ້າສະພາບຕົວຈິງດັ່ງກ່າວ, ບັນດາຄຳເຫັນໄດ້ເນັ້ນໜັກຄວາມຈຳເປັນຂອງການສົນທະນາ, ຄວາມໂປ່ງໃສດ້ານຂໍ້ມູນ, ການປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ການຮັບປະກັນໃຫ້ຊ່ອງທາງຕິດຕໍ່ສື່ສານດຳເນີນໄປຢ່າງສະໝ່ຳສະເໝີ. ທ່ານນາງ Michelle Chan, ຮອງລັດຖະມົນຕີການຕ່າງປະເທດ ແລະ ການຄ້າອົດສະຕາລີ ສະເໜີໃຫ້ບັນດາຝ່າຍອົດກັ້ນ, ຫຼີກລ້ຽງການກະທຳທີ່ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ພ້ອມທັງຮັບປະກັນໃຫ້ບັນດາກິດຈະກຳທາງທະເລດຳເນີນໄປຢ່າງປອດໄພ ແລະ ເປັນມືອາຊີບ. ທ່ານ ພົນໂທ Derek A. Macaulay ສະແດງຄວາມກັງວົນຕໍ່ບັນດາກິດຈະກຳທາງທະຫານ ແລະ ເຫດການເຮືອຊົນກັນ, ພ້ອມທັງຄັດຄ້ານການນຳໃຊ້ມາດຕະການທີ່ມີລັກສະນະບີບບັງຄັບ.

ໃນການປຶກສາຫາລືກ່ຽວກັບການເຊື່ອມຕໍ່ ແລະ ການຍົກສູງຄວາມສາມາດຕ້ານທານຂອງໂຄງລ່າງທາງທະເລ, ບັນດາຜູ້ແທນໄດ້ຢືນຢັນທີ່ຕັ້ງສຳຄັນຂອງທະເລຕາເວັນອອກໃນລະບົບເຊື່ອມຕໍ່ລະຫວ່າງມະຫາສະໝຸດປາຊີຟິກ ແລະ ມະຫາສະໝຸດອິນເດຍ. ນີ້ແມ່ນເສັ້ນທາງເດີນເຮືອທີ່ຈຳເປັນຢ່າງຍິ່ງຕໍ່ການຄ້າ, ພະລັງງານ ແລະ ການດຳລົງຊີວິດຂອງປະຊາຊົນຫຼາຍລ້ານຄົນ.

ຕາມທ່ານ ປອ. ຫງວຽນຮຸ່ງເຊີນ, ຜູ້ອຳນວຍການສະຖາບັນການທູດຫວຽດນາມ ແລ້ວ, ສະພາບແວດລ້ອມຄວາມໝັ້ນຄົງທາງທະເລພວມປະສົບກັບການປ່ຽນແປງຢ່າງໄວວາ, ໃນນັ້ນລະບຽບການເດີນເຮືອໄດ້ຮັບຜົນກະທົບຈາກການພົວພັນລະຫວ່າງກຳລັງອຳນາດ, ບັນດາກົດລະບຽບ ແລະ ກົນໄກການຮ່ວມມື.

ບັນດາຄຳປາໄສຍັງໃຫ້ຄວາມສົນໃຈຕໍ່ການປົກປ້ອງບັນດາເສັ້ນທາງເດີນເຮືອ, ຊ່ອງແຄບສາກົນ, ການປັບປຸງຄວາມສາມາດຕ້ານທານຂອງໂຄງລ່າງການເດີນເຮືອທີ່ສຳຄັນ, ການຄວບຄຸມຄວາມສ່ຽງ ແລະ ການຮັກສາສະຖຽນລະພາບຂອງຕ່ອງໂສ້ສະໜອງ. ຜູ້ຕາງໜ້າກະຊວງການຕ່າງປະເທດຟີລິບປິນ ສະເໜີໃຫ້ເພີ່ມທະວີການປະສານສົມທົບພາຍໃນອາຊຽນ ເພື່ອປົກປ້ອງບັນດາໂຄງລ່າງທາງທະເລທີ່ສຳຄັນ, ລວມທັງລະບົບໂຄງລ່າງໃຕ້ທະເລ.

ສຳລັບການຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳ, ບັນດາຜູ້ບັນຍາຍສືບຕໍ່ຢືນຢັນບົດບາດໃຈກາງຂອງອາຊຽນ, ພ້ອມທັງສະໜັບສະໜູນຂະບວນການສ້າງປະມວນກົດລະບຽບການປະພຶດຢູ່ທະເລຕາເວັນອອກ (COC) ທີ່ມີປະສິດທິຜົນ, ເປັນຮູບປະທຳ ແລະ ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະ UNCLOS. ການຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງຝ່າຍທີສາມ ກໍໄດ້ຮັບການເນັ້ນໜັກຈາກບັນດາຜູ້ແທນ.

ບັນດາທິດທາງການຮ່ວມມືທີ່ໄດ້ຍົກຂຶ້ນມາ ລວມມີ ການຮັບປະກັນຄວາມປອດໄພໃນການເດີນເຮືອ, ການຮັກສາສິ່ງແວດລ້ອມທາງທະເລ, ການຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນໃນທິດທາງຍືນຍົງ, ການຄົ້ນຄວ້າວິທະຍາສາດທາງທະເລ ແລະ ການຍົກສູງຂີດຄວາມສາມາດ.

ການຮ່ວມມືລະຫວ່າງຫວຽດນາມ ແລະ ຟີລິບປິນ ໃນຂົງເຂດຕຳຫຼວດທະເລ, ການສ້າງຕັ້ງສາຍດ່ວນ, ການແລກປ່ຽນຄະນະຜູ້ແທນ, ການຢ້ຽມຢາມທ່າເຮືອ, ການຄົ້ນຄວ້າວິທະຍາສາດ ແລະ ການກູ້ໄພຊາວປະມົງ ແລະ ລູກເຮືອ ໄດ້ຖືກບັນດາຜູ້ບັນຍາຍຍົກຂຶ້ນເປັນຕົວຢ່າງ ເພື່ອເຮັດໃຫ້ເຫັນຢ່າງຈະແຈ້ງເຖິງຄວາມເຊື່ອມໂຍງລະຫວ່າງການຮັບປະກັນຄວາມໝັ້ນຄົງທາງທະເລ ກັບຄວາມໝັ້ນຄົງຂອງມະນຸດ. ຜູ້ຕາງໜ້າອົດສະຕາລີຍັງໃຫ້ຂໍ້ມູນກ່ຽວກັບບັນດາກິດຈະກຳຊ່ວຍເຫຼືອອາຊຽນ, ໃນນັ້ນມີຫວຽດນາມ, ໃນຂົງເຂດຄວາມໝັ້ນຄົງທາງທະເລ ແລະ ວິທະຍາສາດທາງທະເລ.

ຕາມລາຍການ, ກອງສຳມະນາໄດ້ຈັດ 8 ວາລະປຶກສາຫາລືໃນສອງວັນເຮັດວຽກ, ໂດຍໝູນອ້ອມບັນດາບັນຫາຄື ສະພາບການຍຸດທະສາດ, ການຄຸ້ມຄອງການແຂ່ງຂັນ, ຄວາມໝັ້ນຄົງດ້ານພະລັງງານ, ການຂົນສົ່ງ ແລະ ເຄືອຂ່າຍການເດີນເຮືອ, ໂຄງລ່າງໃຕ້ທະເລ, UNCLOS, ອາຊຽນ ແລະ COC, ການບໍລິຫານຄຸ້ມຄອງທະເລເລິກ, ຄວາມຫຼາກຫຼາຍທາງຊີວະນາໆພັນທາງທະເລນອກເຂດສິດອຳນາດຕັດສິນຂອງປະເທດ (BBNJ), ກໍຄືຄວາມສາມາດຕ້ານທານຂອງທ່າເຮືອ ແລະ ຊຸມຊົນປະຊາຊົນຢູ່ແຄມທະເລ.

ໃນຂອບເຂດງານຍັງມີບັນດາກິດຈະກຳຄຽງຂ້າງ ເຊັ່ນ ການສົນທະນາອາຊີຕາເວັນອອກສຽງໃຕ້, ການສົນທະນາອາຊີຕາເວັນອອກສຽງໃຕ້ - ປາຊີຟິກ, ໂຄງການຜູ້ນຳໜຸ່ມ ແລະ ການປະກາດບົດລາຍງານປະຈຳປີກ່ຽວກັບທະເລຕາເວັນອອກ. ບັນດາກິດຈະກຳເຫຼົ່ານີ້ ມຸ່ງໄປສູ່ການເພີ່ມທະວີການແລກປ່ຽນ, ການຄົ້ນຄວ້າ ແລະ ການສົນທະນາດ້ານນະໂຍບາຍກ່ຽວກັບບັນດາບັນຫາທີ່ພົວພັນກັບທະເລ.

ນຳພາ ຫວຽດນາມ ກາຍເປັນປະເທດທະເລທີ່ເຂັ້ມແຂງ ນຳພາ ຫວຽດນາມ ກາຍເປັນປະເທດທະເລທີ່ເຂັ້ມແຂງ
ຍສໝ - ໃນນາມຄະນະບໍລິຫານງານສູນກາງພັກ, ສະຫາຍ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ລົງນາມປະກາດໃຊ້ມະຕິຂອງກອງປະຊຸມຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ວ່າດ້ວຍການກໍ່ສ້າງ ແລະ ພັດທະນາ ຫວຽດນາມ ໃຫ້ກາຍເປັນປະເທດທະເລທີ່ເຂັ້ມແຂງ (ມະຕິເລກທີ 20-NQ/TW ລົງວັນທີ 28 ກໍລະກົດ 2026).
ຫວຽດນາມ - ມາເລເຊຍ ໃຫ້ບູລິມະສິດແກ່ການຮ່ວມມືທາງທະເລ ຫວຽດນາມ - ມາເລເຊຍ ໃຫ້ບູລິມະສິດແກ່ການຮ່ວມມືທາງທະເລ
ຍສໝ - ການຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 5-6/8 ຂອງທ່ານ Dato’ Seri Mohamed Khaled Bin Nordin, ລັດຖະມົນຕີກະຊວງປ້ອງກັນຊາດມາເລເຊຍ ໄດ້ປະກອບສ່ວນເສີມສ້າງຄວາມໄວ້ເນື້ອເຊື່ອໃຈທາງການເມືອງ, ຂະຫຍາຍບັນດາຂົງເຂດການຮ່ວມມື ແລະ ຊຸກຍູ້ການພົວພັນດ້ານປ້ອງກັນຊາດຫວຽດນາມ - ມາເລເຊຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດຈິງ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຊາຍແດນ, ທະເລ, ໝູ່ເກາະ

ເບິ່ງເພີ່ມເຕີມ