ວັນທີ 27 ມິຖຸນາ, ທ່ານ ຫງວຽນມິງຫວູ້ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ, ເລຂາທິການໃຫຍ່ຄະນະກໍາມະການຊີ້ນໍາການຮ່ວມມືສອງຝ່າຍຫວຽດນາມ-ຈີນ ໄດ້ມີການພົບປະເຈລະຈາປະຈຳໄລຍະຜ່ານລະບົບທາງໄກກັບທ່ານ Wu Jianghao ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດຈີນ, ເລຂາທິການໃຫຍ່ຄະນະກໍາມະການຊີ້ນໍາການຮ່ວມມືສອງຝ່າຍຈີນ-ຫວຽດນາມ.
ຍສໝ - ເມືື່ອບໍ່ດົນມານີ້, ມະຫາວິທະຍາໄລຮ່າໂນ້ຍ ສົມທົບກັບສູນຮ່ວມມືແລກປ່ຽນພາສາລະຫວ່າງຈີນ ແລະ ຕ່າງປະເທດ (ກະຊວງສຶກສາຈີນ) ແລະ ມະຫາວິທະຍາໄລສ້າງຄູກວາງຊີ (ຈີນ) ໄດ້ຈັດຕັ້ງກອງປະຊຸມວິທະຍາສາດສາກົນ “ການສຶກສາພາສາຈີນສາກົນໃນຍຸກສະໄໝໃໝ່".
ຍສໝ - ຕອນເຊົ້າວັນທີ 10 ທັນວາ, ການຝຶກຊ້ອມດ້ານເສນາຮັກ ລະຫວ່າງກອງທັບຫວຽດນາມ ແລະ ຈີນ ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນມ໊ອງກ໊າຍ, ແຂວງກວາງນິງ.
ວັນທີ 27 ຕຸລາ, ສະຖາບັນການຕ່າງປະເທດຫວຽດນາມ ສົມທົບກັບສະຖານທູດຈີນ ປະຈໍາ ຫວຽດນາມ ແລະສະຖາບັນຄົ້ນຄວ້າບັນດາບັນຫາສາກົນຈີນ (CIIS) ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດ ດ້ວຍຫົວຂໍ້ “ແນວຄິດ ແລະນະໂຍບາຍການຕ່າງປະເທດຂອງພັກກອມມູນິດຫວຽດນາມ, ພັກກອມມູນິດຈີນ ໃນສະພາບການໃໝ່” ແບບໂດຍກົງ ແລະທາງໄກ.
2 ຝ່າຍເຫັນດີເຊື່ອມຕໍ່ບັນດາຖ້ຽວບິນການຄ້າເມື່ອເງື່ອນໄຂອະນຸຍາດ, ສ້າງເງື່ອນໄຂໃຫ້ແກ່ການໄປມາ, ການຈໍລະຈອນສິນຄ້າ.
ຍສໝ - ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ກວາງຕຸ້ງ ຫາກໍ່ປະສານສົມທົບກັບ ສະມາຄົມການຄ້າສີນໃນນ້ຳຂອງນະຄອນ ກວາງໂຈ ເພື່ອຈັດການໂອ້ລົມແລກປ່ຽນກ່ຽວກັບການເຊື່ອມຕໍ່ການຄ້າ ແລະ ຊຸກຍູ້ການສົ່ງອອກສິນທະເລຂອງຫວຽດນາມ ເຂົ້າສູ່ຕະຫຼາດແຂວງກວາງຕຸ້ງ.
ວັນທີ 17 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການເຈລະຈາທາງອອນລາຍກັບທ່ານປະທານສະພາແຫ່ງຊາດຈີນ ລີ໊ຈານຊູ.
ຍສໝ - ຫວຽດນາມ-ຈີນ ໄດ້ດຳເນີນຫຼາຍການເຄື່ອນໄຫວແລກປ່ຽນດ້ວຍຫຼາຍຮູບການຢ່າງໄຫວພິບ ບັນລຸໝາກຜົນທີ່ດີ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ສືບຕໍ່ພັດທະນາຢ່າງປອດໃສ, ໝັ້ນຄົງ, ເໝາະສົມກັບຄວາມມຸ່ງມາດປາດຖະໜາ ແລະຜົນປະໂຫຍດຂອງປະຊາຊົນສອງປະເທດ.
ຍສໝ - ທີ່ກອງປະຊຸມສໍາມະນາ, ບັນດານັກຊ່ຽວຊານ, ນັກຮຽນຮູ້ຂອງສອງປະເທດໄດ້ແລກປ່ຽນຢ່າງກົງໄປກົງມາ ແລະເລິກເຊິ່ງກ່ຽວກັບສາຍພົວພັນລະຫວ່າງຫວຽດນາມ-ຈີນ ໃນ 70 ປີຜ່ານມາ ແລະບາງບັນຫາສາກົນ ແລະພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.