ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ

11:50 | 18/06/2021

ວັນທີ 17 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການເຈລະຈາທາງອອນລາຍກັບທ່ານປະທານສະພາແຫ່ງຊາດຈີນ ລີ໊ຈານຊູ.

ກາວບັ່ງ: ກວດພົບກໍາມະກອນ 30 ຄົນ ເຂົ້່າເມືອງຢ່າງຜິດກົດໝາຍ ໂດຍຜ່ານ ຊາຍແດນຈີນ ກາວບັ່ງ: ກວດພົບກໍາມະກອນ 30 ຄົນ ເຂົ້່າເມືອງຢ່າງຜິດກົດໝາຍ ໂດຍຜ່ານ ຊາຍແດນຈີນ
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດອິນ​ໂດ​ເນ​ເຊຍ: ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ການ​ທົດສອບ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງອາ​ຊຽນ - ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດອິນ​ໂດ​ເນ​ເຊຍ: ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ການ​ທົດສອບ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງອາ​ຊຽນ - ຈີນ
ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ (ພາບ: TTXVN)

ທີ່ການເຈລະຈາ, ປະທານສະພາແຫ່ງຊາດ 2 ປະເທດລ້ວນແຕ່ສະແດງໃຫ້ເຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ຈີນ ໃນນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ, ຕີລາຄາສູງບັນດາຜົນງານ, ໝາກຜົນໃນການພົວພັນສຳຄັນຂອງ 2 ພັກ, 2 ລັດ, ໂດຍສະເພາະແມ່ນການພົບປະແລກປ່ຽນ, ຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດໃນໄລຍະຜ່ານມາ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປາດຖະໜາຢາກພ້ອມກັບທ່ານປະທານສະພາແຫ່ງຊາດ ຈີນ ລີ໊ຈານຊູ ຊີ້ນຳບັນດາອົງການທີ່ມີໜ້າທີ່ຂອງ 2 ຝ່າຍ ປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ຈີນ ໃຫ້ເປັນຢ່າງດີ.

ກ່ຽວກັບການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີໃຫ້ຈີນ ເພີ່ມທະວີການນຳເຂົ້າສິນຄ້າຂອງຫວຽດນາມ, ເອົາໃຈໃສ່, ສືບຕໍ່ໜູນຊ່ວຍ, ຊ່ວຍເຫຼືອ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19; ເພີ່ມທະວີການສົມທົບກັນຄຸ້ມຄອງເຂດຊາຍແດນທາງບົກ, ຊຸກຍູ້ການພົວພັນແລກປ່ຽນ, ການແລກປ່ຽນການຄ້າ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ.

ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີໃຫ້ 2 ຝ່າຍສືບຕໍ່ມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບ, ແກ້ໄຂບັນດາບັນຫາຢູ່ທະເລຕາເວັນອອກຢ່າງສົມເຫດສົມຜົນ, ເຄົາລົບຜົນປະໂຫຍດຖືກຕາມກົດໝາຍ ແລະ ຊອບທຳຂອງກັນ ບົນຈິດໃຈສະຕິຄວາມຮັບຮູ້ລວມຂັ້ນສູງ, ໂດຍສະເພາະແມ່ນຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳການແກ້ໄຂບັນດາບັນຫາທາງທະເລ ຫວຽດນາມ - ຈີນ ແລະ ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ບົນພື້ນຖານທີ່ພັກ, ລັດ ຈີນ ຖືເປັນສຳຄັນການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ, ທ່ານປະທານສະພາແຫ່ງຊາດຈີນ ລີ໊ຈານຊູ ສະແດງຄວາມພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ; ທ່ານຢືນຢັນວ່າ ຈີນ ຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ລວມທັງການຮ່ວມມືດ້ານວັກຊິນ; ພ້ອມທັງສະເໜີໃຫ້ 2 ຝ່າຍເຄົາລົບຄວາມຮັບຮູ້ລວມຂັ້ນສູງກ່ຽວກັບເລື່ອງຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລ, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ໃຫ້ເປັນຢ່າງດີ, ຊຸກຍູ້ການບັນລຸໄດ້ປະມວນຂໍ້ກຳນົດກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ.

ກາວບັ່ງ: ກວດພົບກໍາມະກອນ 30 ຄົນ ເຂົ້່າເມືອງຢ່າງຜິດກົດໝາຍ ໂດຍຜ່ານ ຊາຍແດນຈີນ ກາວບັ່ງ: ກວດພົບກໍາມະກອນ 30 ຄົນ ເຂົ້່າເມືອງຢ່າງຜິດກົດໝາຍ ໂດຍຜ່ານ ຊາຍແດນຈີນ

ຍສໝ - ຄ້າຍທະຫານປ້ອງກັນຊາຍແດນ ຈ່າຫຼີງ ແລະ ຄ້າຍທະຫານປ້ອງກັນຊາຍແດນຊາຍແດນ ຫງອກຈູງ (ທະຫານປ້ອງກັນຊາຍແດນ ກາວບັ່ງ) ຫາກໍ່ກວດພົບພົນລະເມືອງ 31 ຄົນທີ່ເຂົ້າມາຫວຽດນາມຈາກຊາຍແດນຈີນຢ່າງຜິດກົດໝາຍ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດອິນ​ໂດ​ເນ​ເຊຍ: ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ການ​ທົດສອບ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງອາ​ຊຽນ - ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດອິນ​ໂດ​ເນ​ເຊຍ: ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ການ​ທົດສອບ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງອາ​ຊຽນ - ຈີນ

ຍ​ສ​ໝ - ກ່າ​ວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດພິ​ເສດອາ​ຊຽນ - ຈີນຢູ່ຈູງ​ກີງ (ປະ​ເທດ​ຈີນ), ທ່ານ​ນາງ Retno Marsudi ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດອິນ​ໂດ​ເນ​ເຊຍໄດ້​ຮຽກ​ຮ້ອງໃຫ້ອາຊຽນແລະຈີນ​ຟື້ນ​ຟູ​ບັນ​ດາ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການປ້ອງກັນຕ້ານ COVID-19 ລະຫວ່າງສອງເມືອງ ມອງກາຍ - ດົງຮືງ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການປ້ອງກັນຕ້ານ COVID-19 ລະຫວ່າງສອງເມືອງ ມອງກາຍ - ດົງຮືງ

ຍສໝ - ຫວ່າງແລ້ວນີ້, ທີ່ຂົວບັກລວນ 1, ຜູ້ນຳນະຄອນມອງກາຍ (ກວາງນິງ - ຫວຽດນາມ) ແລະ ຜູ້ນຳນະຄອນດົງຮືງ (ເມືອງຟອງແທງ - ກວາງເຕີຍ - ຈີນ) ໄດ້ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບວຽກງານປ້ອງກັນ ເພື່ອຕ້ານໂລກລະບາດ COVID-19, ແລະ ຫຼາຍມາດຕະການເພື່ອຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງສອງທ້ອງຖິ່ນ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.