ຍສໝ - ໂຄງການ “ສະໜັບສະໜູນການຄົ້ນຄວ້າ, ພັດທະນາ ແລະ ນຳໃຊ້ເຕັກໂນໂລຢີອຸດສາຫະກຳ 4.0” ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຢີຈັດຕັ້ງປະຕິບັດໃນຊຸມປີມໍ່ໆມານີ້, ພວມຄ່ອຍໆມີບົດບາດເປັນ “ໄມ້ງັດ”, ຊ່ວຍໃຫ້ວິສາຫະກິດຜ່ານຜ່າອຸປະສັກຕ່າງໆທາງດ້ານຕົ້ນທຶນ, ຄວາມສາມາດ ແລະ ຊັບພະຍາກອນມະນຸດ, ແລະ ກ້າວເຂົ້າສູ່ໄລຍະການຂະຫຍາຍຕົວໂດຍອີງໃສ່ວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກໍາ.
ຍສໝ - ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ມີບົດບາດເປັນຂົວຕໍ່ທີ່ໜ້າເຊື່ອຖື, ສ້າງເງື່ອນໄຂໃຫ້ສະມາຄົມວິສາຫະກິດ ຫວຽດນາມ ຢູ່ ຈີນ ເຊື່ອມຕໍ່ກັບບັນດາວິສາຫະກິດ, ອົງການຈັດຕັ້ງທີ່ມີຊື່ສຽງຂອງຈີນ, ໄດ້ຊ່ວຍໃຫ້ເຂົາເຈົ້າມີໂອກາດພົວພັນ, ແລກປ່ຽນ ແລະ ເຮັດວຽກໂດຍກົງກັບບັນດາຄູ່ຮ່ວມມືຍຸດທະສາດຢູ່ ຫວຽດນາມ. ນີ້ແມ່ນບັນດາການແບ່ງປັນຂອງທ່ານນາງ ປອ. ຈາມີ, ປະທານສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ຈີນ ກ່ຽວກັບບັນດາໝາກຜົນທີ່ພົ້ນເດັ່ນເມື່ອຮ່ວມມືກັບ VUFO.
ຍສໝ - ວັນທີ 14 ມີນາ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ (HUFO) ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ນະຄອນ ໂຮ່ຈີມິນ, ສະຖາບັນບັນຊີທະບຽນສານສິງກະໂປ (ISCA) ແລະ ອົງການບັນຊີແຫ່ງຊາດ ສິງກະໂປ ໄດ້ຈັດຕັ້ງເວທີປາໄສພັດທະນາແບບຍືນຍົງ ຫວຽດນາມ - ສິງກະໂປ.
ຍສໝ - ວັນທີ 19 ເມສາ, ສະຫະພັນສະຫະກອນແຂວງ ໄທງວຽນ ສົມທົບກັບ ສະມາຄົມເສດຖະກິດ - ວັດທະນະທໍາ ສ.ເກົາຫຼີ - ຫວຽດນາມ (KOVECA) ແລະ ບໍລິສັດ ຫວຽດນາມ - ສ.ເກົາຫຼີ Showroom ຈຳກັດ ໄດ້ຈັດການສຳມະນາ “ແລກປ່ຽນເສດຖະກິດ ເພື່ອສົ່ງເສີມການຄ້າ ຫວຽດນາມ ແລະ ສ.ເກົາຫຼີ”.
ຍສໝ - ເປັນຄັ້ງທຳອິດ, ຄະນະຜູ້ແທນວິສາຫະກິດຫວຽດນາມ ເກືອບ 20 ຄົນໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວເຊື່ອມຕໍ່ການຄ້າໂດຍກົງກັບບັນດາວິສາຫະກິດ, ລະບົບຈຳໜ່າຍ, ຮ້ານຄ້າຂາຍຍ່ອຍ ແລະ ຜູ້ນຳເຂົ້າຢູ່ ໂຄລົມບີ ແລະ ຈີເລ.
ຍສໝ - ທ່ານ Tow Heng Tan, ຮອງປະທານສະພາບໍລິຫານ, ຜູ້ອຳນວຍການ ບໍລິສັດ Sembcorp Industries ສະໜອງມາດຕະການຫັນປ່ຽນພະລັງງານ ແລະ ພັດທະນາຕົວເມືອງໃນທົ່ວໂລກ, ໂດຍໃຫ້ຮູ້ວ່າ ກຸ່ມບໍລິສັດມີແຜນການເປີດ ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ຕື່ມອີກ ຢູ່ແຂວງ ລ້າງເຊີນ, ເງະອານ.
ກຳລັງບົ່ມຊ້ອນພັດທະນາຂຽວຂອງ ຫວຽດນາມ ໄດ້ຮັບການປົວແປງ. ກ່ຽວກັບສາຍສຳພັນລະຫວ່າງການເຕີບໂຕຂຽວ ແລະ FDI, ມີເກືອບ 90% ຈຳນວນວິສາຫະກິດຖືກຖາມ ຖືວ່າ ຫວຽດນາມ ຄວນເພີ່ມທະວີການພັດທະນາຂົງເຂດຂຽວເພື່ອດຶງດູດແຫຼ່ງເງິນລົງທຶນຈາກຕ່າງປະເທດຕື່ມອີກ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ນະຄອນໂຮ່ຈິມິນ, ກະຊວງການຕ່າງປະເທດ ແລະ ການຄ້າອົດສະຕາລີ (DFAT), ມະຫາວິທະຍາໄລເຕັກໂນໂລຊີ Sydney (UTS), ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ (MOST), Saigon Innovation Hub ແລະ ມະຫາວິທະຍາໄລເຕັກໂນໂລຊີນະຄອນໂຮ່ຈິມິນ ໄດ້ສົມທົບກັນຈັດຕັ້ງເວທີປາໄສການຮ່ວມມືດ້ານເຕັກໂນໂລຊີໃນການດຳເນີນທຸລະກິດ ແລະ ການຄ້າລະຫວ່າງອົດສະຕາລີ ແລະ ຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 19 ເມສາ ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ມວນຊົນ - ອົງການປະຈຳຄະນະຊີ້ນຳຖະແຫຼງຂ່າວໂຄສະນາ ອາຊຽນ ໄດ້ຈັດຕັ້ງກອງປະຊຸມຝືກອົບຮົມການໂຄສະນາ ອາຊຽນ ດ້ວຍຫົວຂໍ້ “ຜົນກະທົບຂອງສັນຍາ RCEP ຕໍ່ພື້ນຖານເສດຖະກິດ ຫວຽດນາມ ແລະ ບັນດາສິ່ງທີ່ວິສາຫະກິດຄວນຮູ້”.
ຍສໝ - ຕອນບ່າຍວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງບັ້ນຂົນຂວາຍ “ຊາວຫວຽດນາມໃຫ້ບຸລິມະສິດນຳໃຊ້ສິນຄ້າຫວຽດນາມ” ໄດ້ຈັດຕັ້ງກອງປະຊຸມບັ້ນຂົນຂວາຍ “ຊາວຫວຽດນາມໃຫ້ບຸລິມະສິດນຳໃຊ້ສິນຄ້າຫວຽດນາມ” ປີ 2022.
ຍສໝ - ຫ້ອງວ່າການລັດຖະບານຫາກໍ່ສົ່ງສານທາງການເພື່ອສົ່ງຕໍ່ຄຳເຫັນຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່ຽວກັບການສົ່ງອອກໝາກມ່ວງຫິມະພານໄປຕະຫຼາດເອີລົບ ໃນໄລຍະທີ່ຜ່ານມາ, ໃນນັ້ນມີວິສາຫະກິດສົ່ງອອກໝາກມ່ວງຫິມະພານຫຼາຍແຫ່ງມີຄວາມສ່ຽງຕໍ່ຄວາມເສຍຫາຍຢ່າງໜັກໜ່ວງ.
ຍສໝ - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຢັ້ງຢືນວ່າ ລັດຖະບານ, ລັດ ຫວຽດນາມ ຍາມໃດກໍຮ່ວມເດີນທາງ ແລະ ສ້າງເງື່ອນໄຂສະດວກໃຫ້ປະຊາຄົມວິສາຫະກິດເວົ້າລວມ, ໃນນັ້ນ ມີວິສາຫະກິດ, ນັກລົງທຶນຂອງ ອາເມລິກາ, ສະມາຊິກຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ເວົ້າສະເພາະ, ສືບຕໍ່ລົງທຶນຢ່າງສຳເລັດ, ຍືນຍົງ ແລະ ຍາວນານຢູ່ ຫວຽດນາມ.
ຍສໝ - ຕາມບັນດານັກຊ່ຽວຊານທີ່ກອງປະຊຸມກ່ຽວກັບການເຊື່ອມຕໍ່ພົວພັນການຄ້າ ແລະ ສົ່ງເສີມການຄ້າຂອງຫວຽດນາມ ໃຫ້ຮູ້ວ່າ: ອົດສະຕາລີ ແມ່ນຕະຫຼາດທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອໃຫ້ວິສາຫະກິດ ຫວຽດນາມ ຂຸດຄົ້ນ ແລະ ສົ່ງເສີມການສົ່ງອອກ.
ຍສໝ - ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ຕອນເຊົ້າວັນທີ 15 ທັນວາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ຕ້ອນ ຮັບທ່ານ Ji Jong – rip ປະທານ ທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Amkor Technology ແລະ ທ່ານ Kim Jung - tai ປະທານກຸ່ມບໍລິສັດການເງິນ Hana.
ຍສໝ - ການໂອ້ລົມສົນທະນາ “ພົບປະກັນຄະນະການທູດ, ສະຫະສະມາຄົມວິສາຫະກິດຕ່າງປະເທດ, ເຊື່ອມຕໍ່ທ້ອງຖິ່ນ, ວິສາຫະກິດ ຫວຽດນາມ” ເພື່ອ “ການຮ່ວມມື 3 ຝ່າຍ” ພ້ອມກັນກຳແໜ້ນກາລະໂອກາດ, ຊຸກຍູ້ການຟື້ນຟູ ແລະ ພັດທະນາແບບຍືນຍົງ ພາຍຫຼັງໂລກລະບາດໂຄວິດ - 19.
ຍສໝ - ໄລ່ຮອດວັນທີ 1 ພະຈິກ ມີວິສາຫະກິດກ່ວາ 95% ຢູ່ບັນດາເຂດປຸງແຕ່ງ - ເຂດອຸດສາຫະກຳ ຢູ່ນະຄອນໂຮ່ຈີມິນ ໄດ້ຈົດທະບຽນເຄື່ອນໄຫວຄືນໃໝ່.
ຕອນເຊົ້າວັນທີ 26 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງໄກ ກັບປະຊາຄົມວິສາຫະກິດ ແລະ ທ້ອງຖິ່ນຕ່າງໆກ່ຽວກັບບັນດາມາດຕະການສືບຕໍ່ໜູນຊ່ວຍວິສາຫະກິດໃນສະພາບການໂລກລະບາດໂຄວິດ - 19.
ຍສໝ - ສັນຍາການຄ້າເສລີ EU - ຫວຽດນາມ (EVFTA) ໄດ້ ແລະ ພວມສືບຕໍ່ສ້າງກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ບັນດາການແລກປ່ຽນການຄ້າ ລະຫວ່າງ ຫວຽດນາມ ແລະ ຝລັ່ງ, ເຊິ່ງດຶງດູດຄວາມສົນໃຈຂອງວິສາຫະກິດຝລັ່ງຫຼາຍແຫ່ງເຂົ້າມາຫວຽດນາມ.
ຍສໝ - ລັດຖະບານຫາກໍ່ປະກາດມະຕິເລກທີ 105 ກ່ຽວກັບການໜູນຊ່ວຍວິສາຫະກິດ, ສະຫະກອນ, ຄອບຄົວດຳເນີນທຸລະກິດ ໃນສະພາບການເກີດໂລກລະບາດໂຄວິດ - 19.
ຕອນບ່າຍວັນທີ 11 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ໃຫ້ການຕ້ອນຮັບທ່ານນາງ Anna Kaisa Ikonen, ເຈົ້າຄອງນະຄອນ Tempere, ນະຄອນໃຫຍ່ອັນດັບທີ 2 ຂອງ ແຟງລັງ ພ້ອມດ້ວຍບັນດາວິສາຫະກິດໃນນະຄອນ.