RCEP ສຳ​ລັບ ເສດ​ຖະ​ກິດ ຫວຽດ​ນາມ ແລະ ບັນ​ດາ​ສິ່ງ​ທີ່​ວິ​ສາ​ຫະ​ກິດ​ຄວນ​ຮູ້

09:15 | 21/04/2022

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 19 ເມ​ສາ ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່ມວນ​ຊົນ - ອົງ​ການ​ປະ​ຈຳ​ຄະ​ນະ​ຊີ້​ນຳ​ຖະ​ແຫຼງ​ຂ່າວ​ໂຄ​ສະ​ນາ ອາ​ຊຽນ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຝືກ​ອົບ​ຮົມ​ກາ​ນ​ໂຄ​ສະ​ນາ ອາ​ຊຽນ ດ້ວຍ​ຫົວ​ຂໍ້ “ຜົນ​ກະ​ທົບ​ຂອງ​ສັນ​ຍາ RCEP ຕ​ໍ່​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ແລະ ບັນ​ດາ​ສິ່ງ​ທີ່​ວິ​ສາ​ຫະ​ກິດຄວນ​ຮູ້”.

ຫວຽດ​ນາມ ແລະ ອັງ​ກິດ ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ການ​ສຶ​ກ​ສາ​ວິ​ຊາ​ຊີບ ຫວຽດ​ນາມ ແລະ ອັງ​ກິດ ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ການ​ສຶ​ກ​ສາ​ວິ​ຊາ​ຊີບ
ສ້າງກຳ​ລັງ​ໜູນ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຍົກ​ສູງ​ຄຸນ​ນະ​ພາບ​ສິນ​ຄ້າ ສ້າງກຳ​ລັງ​ໜູນ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຍົກ​ສູງ​ຄຸນ​ນະ​ພາບ​ສິນ​ຄ້າ
RCEP ສຳ​ລັບ ເສດ​ຖະ​ກິດ ຫວຽດ​ນາມ ແລະ ບັນ​ດາ​ສິ່ງ​ທີ່​ວິ​ສາ​ຫະ​ກິດ​ຄວນ​ຮູ້
ພາບ​ປະ​ກອບ: TTXVN

ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ສະ​ໜອງ​ຂໍ້​ມູນ ໃຫ້​ແກ່​ນັກ​ຂ່າວ, ບັນ​ນາ​ທິ​ການວີຊາສະເພາະຂອງ​ອົງ​ການ​ສຳ​ນັກ​ຂ່າວ​ສານ, ສື່ມວນ​ຊົນ​ໂຄ​ສະ​ນາ ກ່ຽວ​ກັບ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ RCEP ແລະ ບັນ​ດາ​ນະ​ໂຍ​ບາຍຫຼ້າ​ສຸດ​ຂອງ ຫວຽດ​ນາມ ເພື່ອ​ປະ​ຕິ​ບັດ RCEP ມາ​ຍັງ​ປະ​ຊາ​ຄົມ​ວ​ິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ.

ທີ່ກອງ​ປະ​ຊຸມ, ບັນ​ດາ​ນັກ​ຂ່າວ, ບັນ​ນາ​ທິ​ການ ໄດ້​ຮັບ​ຟັງ​ບັນ​ດາ​ເນື້ອ​ໃນ: ສັນ​ຍາ RCEP ບັນ​ດາ​ເນື້ອ​ໃນ​ພື້ນ​ຖານທີ່ວິ​ສາ​ຫະ​ກິດຄວນ​ຮູ້, ຄາດ​ຄະ​ເນ​ບາງ​ຜົນ​ກະ​ທົບ​ຈາກ​ສັນ​ຍາ RCEP ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ ແລະ ວິ​ສາ​ຫະ​ກິດ ຫວຽດ​ນາມ…

ສັນ​ຍາ RCEP ໂດຍ 10 ປະ​ເທດ ສະ​ມາ​ຊິກ ອາ​ຊຽນ ແລະ 5 ປະ​ເທດ​ຄູ່​ຮ່ວມ​ມື​ຂອງ ອາ​ຊຽນ ແມ່ນ ຈີນ, ຍີ່​ປຸ່ນ, ສ​.ເກົາຫຼີ, ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ ໄດ້ລົງ​ນາມ​ໃນ​ເດືອນ​ພະ​ຈິກ ປີ 2020 ແລະ ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການນັບ​ແຕ່​ວັນ​ທີ 1 ມັງ​ກອນ 2022 ​ເປັນ​ຕົ້ນ​ໄປ.

ປັດ​ຈຸ​ບັນ, ຫວຽດ​ນາມ ມີ​ການ​ພົວ​ພັນ​ດ້ານ​ການ​ຄ້າ - ການ​ລົງ​ທຶນ​ພິ​ເສດ​ກັບບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ທີ່ລົງ​ນາມ RCEP. ບັນ​ດາ​ຄູ່​ຮ່ວມ​ມື​ຂຶ້ນ​ກັບ​ແຖວ​ໜ້າ​ບັນ​ດາ​ແຫຼ່ງ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ມາ​ຫວຽດ​ນາມ, ບັນ​ດາ​ແຫຼ່ງ​ນຳ​ເຂົ້າ​ໃຫຍ່​ທີ່​ສຸດ​ເຂົ້າ​ມາ​ຫວຽດ​ນາມ ລ້ວນ​ແຕ່​ມີ​ໜ້າ​ໃນ​ພາກ​ພື້ນ​ນີ້.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.