ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ນຳ​ສິນ​ຄ້າ​ເຂົ້າ​ຕະ​ຫລາດ ອົດ​ສະ​ຕາ​ລີ

14:48 | 23/12/2021

ຍ​ສໝ - ຕາມ​ບັນດາ​ນັກ​ຊ່ຽວຊານ​ທີ່​ກອງ​ປະຊຸມ​ກ່ຽວ​ກັບ​ການ​ເຊື່ອມຕ​ໍ່​ພົວ​ພັນ​ການ​ຄ້າ ​ແລະ ສົ່ງ​ເສີມ​ການ​ຄ້າ​ຂອງ​ຫວຽດນາມ ​ໃຫ້​ຮູ້​ວ່າ: ອົດ​ສະ​ຕາ​ລີ ​ແມ່ນ​ຕະຫຼາດ​ທີ່ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ໃຫ້​ວິ​ສາ​ຫະກິດ ຫວຽດນາມ ຂຸດ​ຄົ້ນ ​ແລະ ສົ່ງ​ເສີມ​ການ​ສົ່ງ​ອອກ.

ເປັນ​ຄັ້ງ​ທຳອິ​ດຫວຽດນາມ ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ປະທານ​ຮ່ວມ​ OECD ຂອງ SEARP ເປັນ​ຄັ້ງ​ທຳອິ​ດຫວຽດນາມ ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ປະທານ​ຮ່ວມ​ OECD ຂອງ SEARP
ອົດສະຕາລີ​ສ້າງ​ສູນ​ການ​ສຶກ​ສາ​ທຳ​ອິດ​ຢູ່ ຫວຽດ​ນາມ ອົດສະຕາລີ​ສ້າງ​ສູນ​ການ​ສຶກ​ສາ​ທຳ​ອິດ​ຢູ່ ຫວຽດ​ນາມ
ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ນຳ​ສິນ​ຄ້າ​ເຂົ້າ​ຕະ​ຫລາດ ອົດ​ສະ​ຕາ​ລີ
ການ​ລົງ​ນາມ​ສັນ​ຍາ​ການ​ຮ່ວມ​ມືລະ​ຫວ່າງ​ສອງ​ຝ່າຍ (ພາບ: TTXVN)

ກອງ​ປະຊຸມ​ຄັ້ງ​ນີ້​ໂດຍ​ສະມາຄົມ​ນັກທຸລະກິດ​ນະຄອນ​ໂຮ່ຈິ​ມິນ (HUBA) ສົມທົບ​ກັບ​ສູນ​ບໍລິການການ​ຕ່າງປະ​ເທດ (FSC), ພະແນກ​ການ​ຕ່າງປະ​ເທດ​ນະຄອນ​ໂຮ່ຈິ​ມິນ ຈັດ​ຕັ້ງ​ໃນ​ວັນ​ທີ 21 ທັນ​ວາ.

ທ່ານ ເລ​ຫິວ​ເຫງ້ຍ, ຮອງ​ປະທານ HUBA ​ໃຫ້​ຮູ້​ວ່າ: ໂດຍໄດ້ຜ່ານໄລຍະຂອງ​​ຄວາມ​ຫຍຸ້ງຍາກ​ທັງ​ດ້ານ​ການ​ຜະລິດ ​ແລະ ການ​ດຳ​ເນີນ​ທຸລະ​ກິດ, ​ໃນ​ນັ້ນ, ບັນດາ​ວິ​ສາ​ຫະກິດ​ນະຄອນ ​ໂຮ່ຈີ​ມິນ ​ເວົ້າສະ​ເພາະ, ແລະ ວິ​ສ​າ​ຫະ​ກິດ ຫວຽດ​ນາມ ເວົ້າ​ລວມ ​ໄດ້​ມານະ​ພະຍາຍາມ​ຟື້ນ​ຟູ​ການ​ຜະລິດ​ສົ່ງ​ອອກ, ຕອບ​ສະໜອງ​ຄວາມ​ຕ້ອງການ​ບໍລິ​ໂພ​ກ​ໃນຊຸມ ເດືອນທ້າຍປີ ແລະ ຊຸກຍູ້ການສົ່ງອອກ.

​ເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ເຊື່ອມ​ຕໍ່​ຕ່ອງ​ໂສ້​ການ​ສະໜອງ, ຊອກ​ຫາ​ລູກ​ຄ້າ ​ແລະ ຕະຫຼາດ​ໃໝ່, ສະມາຄົມ​ວິ​ສາ​ຫະກິດ​ນະຄອນ​ໄດ້​ລົງ​ນາມ​​ສັນຍາ​ຮ່ວມ​ມື​ກັບ​ສູນ​ບໍລິການ​ການ​ພົວ​ພັນ​ຕ່າງ​ປະ​ເທດ, ສົມທົບ​ກັບ​ສະມາຄົມ​ນັກທຸລະກິດ ຫວຽດນາມ ຢູ່​ຕ່າງປະ​ເທດ​ຈັດ​ຕັ້ງ​ບັນດາ​ເຫດການ​ແລກປ່ຽນ ​ແລະ ສົ່ງ​ເສີມ​ການ​ຄ້າ. ຍູ້​ແຮງ​ບັນດາ​ຜະລິດ​ຕະພັນ ​ແລະ ສິນຄ້າ​ຂອງ​ວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ​ສູ່​ຕະຫຼາດ​ບໍລິ​ໂພ​ກທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ​ໂດຍເລີ່​ມຈາກຕະຫຼາດ ອົດ​ສະ​ຕາ​ລີ.

ທ່ານ ເຈີ່ນ​ບາ​ຟຸກ, ປະທານ​ສະມາຄົມ​ນັກທຸລະກິດ ຫວຽດນາມ ຢູ່ ອົດ​ສະ​ຕາ​ລີ ​ໃຫ້​ຮູ້​ວ່າ: ​ແຕ່ລະ​ປີ, ຕະຫຼາດ ອົດ​ສະ​ຕາ​ລີ ນຳເຂົ້າສິນຄ້າໃນປະລິມານທີ່ຫຼາຍ ເຊິ່ງຂຶ້ນ​ເຖິງ 600 ຕື້ USD, ​ແຕ່​ວົງ​ເງິນ​ແລກ​ປ່ຽນການ​ຄ້າ​​ລະຫວ່າງ ຫວຽດນາມ ​ແລະ ອົດ​ສະ​ຕາ​ລີ ຍັງ​ຄົງ​ມີ​ໜ້ອຍ​ກ່​ວາຫຼາຍ​ເມື່ອ​ທຽບ​ໃສ່​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ທັງ​ສອງ​ຝ່າຍ. ປີ 2020, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງ​ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ບັນ​ລຸ​ພຽງ​ແຕ່ 8,3 ຕື້ USD, ສະເພາະໃນ 11 ເດືອນ​ຂອງ​ປີ 2021, ການ​ນຳ​ເຂົ້າ ແລະ ສົ່ງ​ອອກ​ຫວຽດ​ນາມ - ອົດ​ສະ​ຕາ​ລີ ​ບັນ​ລຸໄດ້ 10 ຕື້ USD.

ຕາມ​ທ່ານ ​ຟຸກ​ ແລ້ວ, ສະມາຄົມ​ວິ​ສາ​ຫະກິດ ຫວຽດນາມ ປະຈຳ ອົດ​ສະ​ຕາ​ລີ ຫາ​ກໍ່​ສ້າງ​ຕັ້ງ​ສູນ​ສົ່ງ​ເສີມ​ການ​ຄ້າ ຫວຽດນາມ - ອົດ​ສະ​ຕາ​ລີ ​ແລະ ສະພາ​ການ​ຄ້າ ຫວຽດນາມ ຢູ່​ນະຄອນ Melbourne ດ້ວຍ​ຈຸດປະສົງ​ຊຸກຍູ້​ການ​ສົ່ງ​ອອກ​ສິນຄ້າ ​ແລະ ຜະລິດ​ຕະພັນ​ຂອງ ຫວຽດນາມ ​ໄປ​ຍັງ​ຕະຫຼາດ ອົດ​ສະ​ຕາ​ລີ. ຜ່ານ​ການ​ແນະ​ນຳ, ໂຄສະນາ ຜະ​ລິດ​ຕະ​ພັນ​ຂອງ​ຫວຽດ​ນາມ ເຂົ້າ​ສູ່​ລະ​ບົບ​ຊຸບ​ເປີ​ມາ​ເກັດ​ໃນ​ທົ່ວ ອົດ​ສະ​ຕາ​ລີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.